ສະພາບເສດຖະກິດຂອງໂລກ ແລະ ພາກພື້ນ ໂດຍລວມຍັງສືບຕໍ່ຂະຫຍາຍຕົວຊັກຊ້າ, ບໍ່ມີສະຖຽນ ລະພາບ, ເສດຖະກິດຂອງອາເມລິກາ, ສະຫະພາບເອີຣົບ ແລະ ສປ ຈີນ ຂະຫຍາຍຕົວຕໍ່າກວ່າລະດັບທີ່ຄາດ ຄະເນໄວ້. ສະເພາະເສດຖະກິດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຫຼື ບາງບັນດາປະເທດໃນກຸ່ມ ອາຊຽນ (ໂດຍສະເພາະໄທ ແລະ ຫວຽດນາມ) ຊື່ງເປັນຄູ່ຄ້າທີ່ສໍາຄັນຂອງ ສປປ ລາວ ຍັງສືບຕໍ່ຂະຫຍາຍຕົວ ໃນລະດັບດີ, ແຕ່ເຖິງຢ່າງໃດກໍ່ຕາມໄພວ່າງງານຍັງຄົງເປັນບັນຫາໃຫຍ່ສໍາລັບຊາວຫນຸ່ມໃນທົ່ວໂລກ. ອີງຕາມ ບົດລາຍງານຂອງອົງການ ສປຊ ເພື່ອຊາວຫນຸ່ມ 2015, ຈໍານວນຊາວຫນຸ່ມຫຼາຍກວ່າ 73 ລ້ານຄົນໃນທົ່ວໂລກ ກໍາລັງປະສົບກັບໄພວ່າງງານ, ໃນບາງປະເທດອັດຕາວ່າງງານຂອງຊາວຫນຸ່ມເພີ່ມຂຶ້ນສູງກວ່າ 50%, ໃນກຸ່ມ ປະເທດທີ່ມີລາຍໄດ້ຕໍ່າ ແລະ ລາຍໄດ້ປານກາງການວ່າງງານໃນຂະແຫນງການບໍ່ເປັນທາງການ1 ຖືວ່າເປັນ ບນັ ຫາໃຫຍ່ ແລະ ເປັນສິ່ງທ້າທາຍຫຼາຍທີ່ຊາວໜຸ່ມກຳລັງປະເຊີນໃນປັດຈຸບັນ (UN Youth Report 2015).
ໃນທົ່ວໂລກ, ການມີສ່ວນຮ່ວມຂອງຊາວຫນຸ່ມເຂົ້າໃນຂະບວນການຕັດສິນບັນຫາທີ່ພົວພັນກັບຊີວິດຂອງ ເຂົາເຈົ້າເອງຍັງຢູ່ໃນລະດັບຂ້ອນຂ້າງຕໍ່າ, ການມີສ່ວນຮ່ວມໃນດ້ານການເມືອງຍັງບໍ່ມີໂຄງສ້າງ ແລະ ຊ່ອງ ທາງທີ່ຊັດເຈນ ໂດຍສະເພາະເຫັນໄດ້ຈາກຈໍານວນຊາວຫນຸ່ມທີ່ເປັນຕົວແທນໃນສະພາຍັງບໍ່ທັນສູງ, ການເຂົ້າ ເປັນສະມາຊິກພັກການເມືອງກໍ່ຍັງຕ່ໍາ; ໃນຊຸມປີມໍ່ໆມານີ້, ການມີສ່ວນຮ່ວມໃນຮູບແບບການສະແດງອອກ ຢ່າງເປັນທາງການໄດ້ຫຼຸດລົງ, ແຕ່ການສະແດງອອກຜ່ານສື່ສັງຄົມອອນລາຍແມ່ນເພີ່ມສູງຂຶ້ນ, ທັງນີ້ກໍ່ຍ້ອນ ຄວາມກ້າວຫນ້າຂອງເທັກໂນໂລຊີການສື່ສານ (ICT) ແລະ ການເຂົ້າເຖິງມືຖືລຸ້ນໃຫມ່ໄດ້ເຮັດໃຫ້ຊາວຫນຸ່ມທີ່ມີ ໂອກາດສະແດງອອກຮູບແບບດັ່ງກ່າວໄດ້ດີກວ່າ.
ໃນຂະນະທີ່ຊາວຫນຸ່ມພວມປະເຊີນກັບໄພວ່າງງານຍ້ອນການເຂົ້າສູ່ຕະຫຼາດແຮງງານທີ່ຫຼ້າຊ້າ ຫຼື ບໍ່ເຕັມເມັດເຕັມໜ່ວຍ, ລັດຖະບານຫຼາຍປະເທດກຳລັງສຸມໃສ່ການສົ່ງເສີມ ການປະກອບການທຸລະກິດຂອງຊາວຫນຸ່ມ, ການປະກອບການທີ່ສາມາດແກ້ໄຂບັນຫາໄພວ່າງງານ ແລະ ກາຍ ເປັນອາຊີບທາງເລືອກທີ່ດີຢ່າງແທ້ຈິງໃຫ້ ກັບຊາວຫນຸ່ມມາແລ້ວເປັນຈໍານວນຫຼວງຫຼາຍ (World Youth Report, 2015). ການລິເລີ່ມ, ການພັດທະນາ ທັກສະຕ່າງໆລ້ວນແຕ່ມາຈາກການສຶກສາ ບໍ່ວ່າຈະເປັນໃນລະບົບ ແລະ ນອກລະບົບ, ການສຶກສາເປັນສິ່ງ ສໍາຄັນໃນການພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວຫນຸ່ມທົ່ວໂລກ ສະນັ້ນ, ຫຼາຍປະເທດໄດ້ຖື ເອົາການສຶກສາເປັນບຸລິມະສິດເພື່ອເປັນກຸນແຈໄປສູ່ການພັດທະນາຂົງເຂດອື່ນໆ. ທົ່ວໂລກໄດ້ຕົກລົງເຫັນດີ ກໍານົດເປົ້າຫມາຍການພັດທະນາສະຫັດສະວັດ ແລະ ເປົ້າຫມາຍການພັດທະນາແບບຍືນຍົງທີ່ກວມເອົາການ ພັດທະນາຊາວຫນຸ່ມ-ເຍົາວະຊົນ. ນອກຈາກນັ້ນ, ຍັງມີໂຄງການປະຕິບັດງານຂອງໂລກສະເພາະສໍາລັບຊາວ ຫນຸ່ມ. ຢ່າງໃດກໍ່ຕາມ, ເຖິງວ່າການພັດທະນາການສຶກສາໂດຍສະເພາະຢູ່ປະເທດທີ່ກໍາລັງພັດທະນາແມ່ນໄດ້ ຮັບການປັບປຸງດີຂຶ້ນໃນຂັ້ນປະຖົມ, ແຕ່ຄວາມຄືບຫນ້າໃນຂັ້ນມັດທະຍົມ ແລະ ຂັ້ນທີ່ສູງຂຶ້ນໄປແມ່ນຍັງບໍ່ທັນ ເຮັດໄດ້ດີ ຊາວຫນຸ່ມ, ເຍົາວະຊົນໃນທົ່ວໂລກ ກໍ່ກໍາລັງປະເຊີນກັບຫຼາຍບັນຫາໂດຍສະເພາະຕິດພັນກັບດ້ານ ສຸຂະພາບຫຼາຍຢ່າງທັງພະຍາດຕິດຕໍ່ທາງເພດສໍາພັນ, ການບໍລິໂພກສິ່ງມຶນເມົາ, ການໃຊ້ສານເສບຕິດ ແລະ ອື່ນໆທັງນີ້ກໍ່ຍ້ອນຄວາມຊິນເຄີຍ ແລະ ສຸຂະອະນາໄມທີ່ບໍ່ດີ, ພຶດຕິກໍາສ່ຽງ, ຂາດສຸຂາພິບານຂັ້ນພື້ນຖານ ໂດຍສະເພາະຢູ່ບັນດາປະເທດທີ່ກໍາລັງພັດທະນາ (UN Youth Report 2015).