You are here

ມະເຮັງປາກມົດລູກ ເປັນມະເຮັງຊະ​ນິດ​ໜຶ່ງທີ່ສາມາດປ້ອງກັນໄດ້. ເຖິງຢ່າງ​ໃດກໍຕາມໃນປີ 2020 ມີແມ່ຍິງປະມານ 341.800 ຄົນ ເສຍຊີວິດຍ້ອນມະເຮັງປາກມົດລູກໃນທົ່ວໂລກ.1 ຄາດວ່າຈໍານວນກໍລະນີໃຫມ່ຂອງພະຍາດດັ່ງກ່າວຈະເພີ່ມຂຶ້ນຈາກ 570.000 ເປັນ 700.000 ໃນລະຫວ່າງປີ 2018 ແລະ 2030 ແລະ ຈໍານວນຜູ້ເສຍຊີວິດປະຈໍາປີ ກໍ່ຄາດວ່າຈະເພີ່ມຂຶ້ນຈາກ 311.000 ເປັນ 400.000 ຄົນ.2 ກໍລະນີເສຍຊີວິດສ່ວນໃຫຍ່ເກີດຂຶ້ນໃນປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງ ຫາ ຕໍ່າ ເນື່ອງຈາກການເຂົ້າເຖິງການປ້ອງກັນການກວດຫາເຊື້ອ ແລະ ການປິ່ນປົວມະເຮັງປາກມົດລູກໃນປະເທດດັ່ງກ່າວຍັງມີບໍ່ພຽງພໍ.

ໃນເດືອນພະຈິກ 2020ອົງການອະນາໄມໂລກໄດ້ເປີດ​ໂຕຍຸດທະສາດ ເພື່ອເລັ່ງການລົ​ບ​ລ້າງມະເຮັງປາກມົດລູກທົ່ວ​ໂລກ ​ເຊິ່ງເປັນບັນຫາທາງດ້ານສາທາລະນະສຸກ. ຍຸດ​ທະ​ສາດ​ດັ່ງກ່າວໄດ້​ສະ​ເໜີ​ ຄາດໝາຍສໍາລັບການລົບ​ລ້າງ ກໍ່ຄືຫຼຸດລົງໃຫ້ເຫຼືອ 4 ກໍລະນີ​ຕໍ່​ 100,000 ຄົນເຊິ່ງສາມາດບັນລຸ​ໄດ້​ໂດຍການ​ບັນລຸ​ 3 ເປົ້າໝາຍພາຍໃນ​ປີ 2030 ລຸ່ມນີ້:

  • 90% ຂອງເດັກຍິງໃຫ້ໄດ້ຮັບວັກຊີນ​ປ້ອງກັນມະເຮັງປາກມົດລູກ (ວັກຊີນ HPV) ຄົບເຂັມແນະນໍາ ກ່ອນອາຍຸ 15 ປີ. 
  • 70% ຂອງແມ່ຍິງໄດ້ຮັບການກວດທີ່ມີປະສິດທິພາບສູງ (ເຊັ່ນ: ການກວດຫາເຊື້ອ HPV) ຄັ້ງທໍາອິດກ່ອນອາຍຸ 35 ປີແລະ ອີກຄັ້ງຫນຶ່ງກ່ອນອາຍຸ 45 ປີ.
  • 90% ຂອງແມ່ຍິງທີ່ກວດພົບວ່າມີເຊື້ອ​ກ່ອນ​ເປັນມະເຮັງປາກມົດລູກ  ຫຼື ເຊື້ອມະເຮັງທີ່​ຮຸກ​ຮານ ໃຫ້ໄດ້ຮັບການປິ່ນປົວ ແລະ ດູແລຢ່າງເໝາະສົມ.2

ຖ້າມີການຈັດຕັ້ງຍຸດທະສາດນີ້ໃນທົ່ວໂລກ  ຈະສາມາດປ້ອງກັນມະເຮັງປາກມົດລູກໄດ້ເຖິງ 74 ລ້ານກໍລະນີ ແລະ ສາມາດຮັກສາຊີວິດຂອງແມ່ຍິງໄດ້ 62 ລ້ານຄົນພາຍໃນສະຕະວັດຕໍ່ໄປ.3,4

 

ຍຸດທະສາດດັ່ງກ່າວຍັງສະແດງໃຫ້ເຫັນວ່າ​ເປັນວິທີການທີ່ມີປະສິດທິຜົນ ແລະ​ໄດ້​ຮັບ​ຄ່າ​ຕອບ​ແທນ​ສູງສຸດຈາກ 95% ຂອງບັນດາປະເທດທີ່ຖືກນໍາມາສຶກສາ ແລະ ຄາດວ່າຈະໃຫ້ຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມຢ່າງມະຫາສານ ເຊັ່ນວ່າ ເມັດເງິນທຸກໆ ໂດລາ ສຫລ ທີ່ລົງທຶນໃສ່ການປ້ອງກັນພະຍາດດັ່ງກ່າວຕະຫຼອດຮອດປີ 2050 ຈະໄດ້ຮັບຜົນປະໂຫຍດກັບຄືນສູ່ເສດຖະກິດ ຈາກ 3.20 ໂດ​ລາ ເພີ່ມຂຶ້ນເປັນ 26.00 ໂດລາ ສຫລ ເນື່ອງຈາກມັນສົ່ງຜົນໃຫ້ມີການເພີ່ມຂຶ້ນຂອງການມີສ່ວນຮ່ວມຂອງແມ່ຍິງໃນກໍາລັງງານແຮງງານ2

 

ໃນ ສປປ ລາວມະເຮັງປາກມົດລູກ ເປັນມະເຮັງທີ່ພົບເລື້ອຍເປັນອັນດັບ​ທີ ໃນແມ່ຍິງໃນປີ 2018 ມີກໍລະນີໃໝ່ 320 ກໍລະນີ (11.4 ຕໍ່ 100.000ຄົນ) ແລະ ກໍລະນີເສຍຊີວິດ 182 ກໍລະນີ (7.ຕໍ່ 100.000 ຄົນ).1 ມີການຄາດຄະເນວ່າ ຖ້າບໍ່ມີມາດຕະການແຊກແຊງໃດໆຈະມີແມ່ຍິງໃນ ສປປ ລາວເຖິງ 21.975 ຄົນເສຍຊີວິດຍ້ອນມະເຮັງປາກມົດລູກພາຍໃນປີ 2070 ແລະ 52.280 ຄົນ ພາຍໃນປີ 2120.3

 

ປະຈຸບັນ ແຜນງານການກວດກັ່ນ​ຕອງມະເຮັງປາກມົດລູກລະດັບຊາດໃນ ສປປ ລາວຍັງບໍ່ທັນດໍາເນີນການ.5​ ພາຍຫຼັງໂຄງການທົດລອງປະສົບຜົນສຳເລັດສປປ ລາວ ຈະນຳເອົາວັກຊີນ HPV ເຂົ້າໃນໂຄງການສັກຢາປ້ອງກັນພະຍາດແຫ່ງຊາດພາຍໃຕ້ການຊ່ວຍເຫຼືອຈາກ Gavi.7ນອກຈາກນັ້ນອັດຕາການຕິດເຊື້ອ HIV ຂອງແມ່ຍິງ 15-49 ປີ ແມ່ນ 0.3% ແລະ ມີປະມານ 56% ຂອງຜູ້ຕິດເຊື້ອ HIV ໄດ້ຮັບການປິ່ນປົວໃນປີ 2019.7 ແມ່ຍິງທີ່ຕິດເຊື້ອ HIV ມີຄວາມສ່ຽງສູງຕໍ່ການຕິດເຊື້ອ HPV.

 

ເພື່ອ​ບັນລຸ​ຄາດໝາຍ​​ການກໍາຈັດມະເຮັງປາກມົດລູກ​ຕ້ອງໄດ້​ຈັດ​ຕັ້ງປະຕິບັດ​ແຜນງານ​ລະດັບ​ຊາດ​​ ການ​ສັກ​ຢາ​ວັກ​ຊີນ HPV ​ແລະ ແຜນງານກວດກັ່ນ​ຕອງ​ ແລະ ປິ່ນປົວພະຍາດ​ມະ​ເຮັງ​ປາກ​ມົດ​ລູກ ພ້ອມທັງວາງແຜນ​​ໃຫ້ບັນລຸໄດ້​ອັດຕາການປົກຄຸມ​ສູງທັງສອງແຜນງານ. ນອກນັ້ນ ຕ້ອງເພີ່ມ​ຂີດຄວາມ​ສາມາດ​ໃຫ້ບຸກຄະລາກອນການແພດໃນ​ 3 ເສົາ​ຄ້ຳ (​ການ​ສັກ​ວັກ​ຊີນ HPV,  ການ​ກັ່ນ​ຕອງ ແລະ ແລະ ການປິ່ນປົວມະເຮັງປາກມົດລູກ) ເພື່ອຮັບປະກັນຜົນສໍາເລັດໃນໄລຍະຍາວໃນເສັ້ນທາງໄປສູ່ການລົບ​ລ້າງພະຍາດດັ່ງກ່າວ.