ວັນທີ 16 ທັນວາ 2022, ນະຄອນຫຼວງວຽງຈັນ, ສປປ ລາວ - ອົງການ UNFPA, ຮ່ວມກັບຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ Global Shapers, ໄດ້ເຕົ້າໂຮມກຸ່ມນັກປະດິດສ້າງໄວໜຸ່ມໄຟແຮງໃນ ສປປ ລາວ ເພື່ອນຳສະເໜີນະວັດຕະກໍາ, ແນວຄວາມຄິດທີ່ສ້າງຜົນກະທົບທາງບວກ ແລະ ສາມາດປະຕິບັດໄດ້ຈິງ ພ້ອມທັງວິທີແກ້ໄຂແບບມີວິຊາການ ເພື່ອແກ້ໄຂສິ່ງທ້າທາຍຕົ້ນຕໍ ທີ່ເຍົາວະຊົນ ແລະ ໄວຫນຸ່ມໃນ ສປປ ລາວພວມປະເຊີນໜ້າໃນປັດຈຸບັນ.

ການແຂ່ງຂັນນະວັດຕະກໍາໃໝ່ຂອງໄວໜຸ່ມ (Youth Innovation Challenge 2022) ໄດ້ຈັດຂຶ້ນເພື່ອກໍານົດ ແລະ ສົ່ງເສີມບົດບາດ ແລະ ສຽງຂອງໄວໜຸ່ມ ໃນການຄົ້ນຫາທາງແກ້ໄຂສໍາລັບລະບົບນິເວດຂອງເຂົາເຈົ້າ. ກິດຈະກໍາດັ່ງກ່າວ ແມ່ນສອດຄ່ອງກັບການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເຍົາວະຊົນ ແລະ ໄວໜຸ່ມລາວ 2021-2030 ແລະ ລະບົບນິເວດນາງນ້ອຍ.
ໃນງານແຂ່ງຂັນດັ່ງກ່າວ, ທ່ານ ວິຊຽນ ທອງທະວີ, ຮອງຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ: ການແຂ່ງຂັນນະວັດຕະກຳໃໝ່ຂອງໄວໜຸ່ມ ໄດ້ສະໜອງໂອກາດ, ເວທີ ແລະ ການໃຫ້ຄຳປຶກສາໃຫ້ແກ່ໄວໜຸ່ມ ເພື່ອໃຫ້ເຂົາເຈົ້າສາມາດສະແດງອອກແນວຄວາມຄິດສ້າງສັນ ພ້ອມທັງໄດ້ຮັບຄໍາແນະນຳເພື່ອປັບປຸງ ແລະ ຕໍ່ຍອດແນວຄວາມຄິດດັ່ງກ່າວໃຫ້ດີຂຶ້ນຕື່ມອີກ. ຫຼັງຈາກໄດ້ຄັດເລືອກທີມຜູ້ຊະນະ ທາງມະຫາວິທະຍາໄລແຫ່ງຊາດ, ອົງການ UNFPA, ສູນກາງຊາວໜຸ່ມລາວ ແລະ Global Shapers ຈະຊ່ວຍຜູ້ຊະນະໃນການສ້າງເຄືອຂ່າຍກັບພາກສ່ວນກ່ຽວຂ້ອງທີ່ມາຈາກຂະແໜງການທີ່ຕິດພັນກັບຫົວຂໍ້ຂອງເຂົາເຈົ້າ."

ມີ 3 ຫົວຂໍ້ສໍາລັບການແຂ່ງຂັນນີ້ ກໍ່ຄື: ການສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຍົາວະຊົນ ແລະ ໄວໜຸ່ມ ໂດຍແນໃສ່ການປ້ອງກັນການຖືພາກ່ອນໄວ ແລະ ການຖືພາທີ່ບໍ່ໄດ້ຕັ້ງໃຈ; ການສົ່ງເສີມສຸຂະພາບຈິດຂອງເຍົາວະຊົນ ແລະ ໄວໜຸ່ມ; ແລະ ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ. ໃນລະຫວ່າງການແຂ່ງຂັນກໍ່ມີທີມຊ່ຽວຊານເປັນຜູ້ໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອເພື່ອປັບປຸງແນວຄວາມຄິດຂອງທີມຜູ້ເຂົ້າແຂ່ງຂັນໃຫ້ດີຂຶ້ນ. ຫຼັງຈາກນັ້ນ ທີມຜູ້ເຂົ້າແຂ່ງຂັນກໍ່ໄດ້ສະເໜີ (pitch) ແນວຄວາມຄິດ ແລະ ວິທີແກ້ໄຂ ຕໍ່ໜ້າຄະນະກໍາມະການຕັດສິນ.
ສາມທີມ ທີ່ໄດ້ຮັບການຕັດສິນວ່າມີແນວຄວາມຄິດ ແລະ ວິທີແກ້ໄຂທີ່ສ້າງສັນທີ່ສຸດ ຈະໄດ້ຮັບລາງວັນ ທີມລະ 1.000 ໂດລາສະຫະລັດ. ຄະນະກໍາມະການຕັດສິນແມ່ນອີງໃສ່ເງື່ອນໄຂການຄັດເລືອກຕ່າງໆເຊັ່ນ (ຂົງເຂດຫົວຂໍ້, ນະວັດຕະກໍາ, ການປະຕິບັດໄດ້ຈິງ, ຄວາມເປັນໄປໄດ້, ຄວາມເຫມາະສົມທາງດ້ານວັດທະນະທໍາ, ຜົນກະທົບ ແລະ ການເຂົ້າເຖິງ, ຄວາມສາມາດໃນການຂະຫຍາຍອອກຕື່ມ ແລະ ຄວາມຍືນຍົງ) ແລະ ຄຸນນະພາບຂອງການນໍາສະເໜີໃນລະຫວ່າງການແຂ່ງຂັນ.
ທ່ານນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການ UNFPA, ກ່າວວ່າ, “ໄວໜຸ່ມລາວທຸກວັນນີ້ ແມ່ນສ່ວນໜຶ່ງຂອງ ປະຊາກອນໃນໄວເຮັດວຽກ ເຊິ່ງເປັນກຸ່ມປະຊາກອນທີ່ໃຫຍ່ທີ່ສຸດໃນ ສປປ ລາວ. ໄວໜຸ່ມເຊັ່ນທ່ານມີບົດບາດສໍາຄັນໃນການຊອກຫາວິທີແກ້ໄຂທີ່ມີຫົວຄິດປະດິດສ້າງ ເພື່ອແກ້ໄຂສິ່ງທ້າທາຍດ້ານສຸຂະພາບ, ສະຫວັດດີການ ແລະ ສິ່ງແວດລ້ອມ”

ທ່ານ ຕາວັນ ເພັດສະໄພວັນ, ໜຶ່ງໃນຜູ້ຊະນະການແຂ່ງຂັນນະວັດຕະກໍາໃໝ່ຂອງໄວໜຸ່ມປີນີ້, ໄດ້ກ່າວວ່າ “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການແຂ່ງຂັນຄັ້ງນີ້. ສຳລັບແນວຄວາມຄິດດ້ານນະວັດຕະກຳແມ່ນຂ້າພະເຈົ້າໄດ້ຄິດໄວ້ເປັນເວລາ 2 ປີແລ້ວ ແລະ ຄັ້ງນີ້ເປັນເວທີທີ່ເໝາະສົມທີ່ສຸດສຳລັບຂ້າພະເຈົ້າທີ່ໄດ້ມີໂອກາດນຳສະເໜີ ແລະ ຈະເຮັດໃຫ້ມັນເກີດຂຶ້ນເປັນຈິງໄດ້. ສະນັ້ນ, ຖ້າຕິດຕາມໄປນຳກັນໃນໄວໆນີ້.”


ແຄມເປນ "ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ" ຫຼື “Me, My Body, My Planet, My Future” ໄດ້ເປີດຕົວຄັ້ງທໍາອິດໃນປີ 2019 ໂດຍ ອົງການ UNFPA ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ຈຸດປະສົງເພື່ອແນໃສ່ກະຕຸກຊຸກຍູ້ໃຫ້ໄວໜຸ່ມໄດ້ເຄື່ອນໄຫວເພື່ອປະກອບສ່ວນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ. ແຄມເປນດັ່ງກ່າວສົ່ງເສີມສາຍພົວພັນລະຫວ່າງການຕັດສິນໃຈຂອງໄວຫນຸ່ມ ແລະ ການເປັນຢູ່ທີ່ດີຂອງເຂົາເຈົ້າ, ການປົກປ້ອງຜືນໂລກ ແລະ ໂດຍສະເພາະແມ່ນຜົນກະທົບຂອງການຕັດສິນໃຈຂອງເຂົາເຈົ້າຕໍ່ອະນາຄົດຂອງເຂົາເຈົ້າເອງ ຫຼື ເວົ້າອີກຢ່າງໜຶ່ງວ່າ ອະນາຄົດທີ່ຈະເລີນຮຸ່ງເຮືອງຂອງເດັກຍິງ ແລະ ເດັກຊາຍ ແມ່ນຕິດພັນກັບສິ່ງທີ່ເຂົາເຈົ້າເຮັດເພື່ອປົກປ້ອງສຸຂະພາບ, ການເປັນຢູ່ທີ່ດີ, ສິ່ງແວດລ້ອມ ແລະ ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ.
***************
ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.
ສຳລັບຂໍ້ມູນເພີ່ມຕື່ມຕິດຕໍ່: