You are here

ວັນທີ 03 ມິຖຸນາ 2022, ນະຄອນຫຼວງວຽງຈັນ - ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ແລະ ອົງການກາແດງແຫ່ງຊາດລາວ (LRC) ຈະຮ່ວມມືກັນເພື່ອດຳເນີນໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິການສະໜອງເລືອດ ແລະ ຄຸ້ມຄອງເລືອດ, ການສົ່ງເສີມສຸຂະພາບ ແລະ ກຽມພ້ອມຮັບມືກັບໄພພິບັດຢູ່ເມືອງ ເມິງ, ແຂວງ ບໍ່ແກ້ວ. ມື້ນີ້, ທັງສອງອົງການຈັດຕັ້ງໄດ້ຮ່ວມກັນລົງນາມໃນສັນຍາຊ່ວຍເຫຼືອທຶນສະໜັບສະໜູນໃຫ້ແກ່ອົງການກາແດງລາວແຫ່ງຊາດ, ໂດຍມີສັກຂີພິຍານຈາກທັງສອງຝ່າຍ ທີ່ ຫ້ອງການຂອງອົງການສະຫະປະຊາຊາດ, ນະຄອນຫຼວງວຽງຈັນ.

ໂຄງການດັ່ງກ່າວ ຍັງຈະເປັນການເສີມສ້າງຄວາມອາດສາມາດໃຫ້ແກ່ພະນັກງານຂອງອົງການກາແດງແຫ່ງຊາດລາວ ເພື່ອສະໜອງບໍລິການໃນເບື້ອງຕົ້ນສຳລັບສຸຂະພາບຈະເລີນພັນ ແລະ ການປ້ອງກັນການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ.

ທ່ານ ນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າອົງ UNFPA ປະຈຳ ສປປ ລາວ ກ່າວວ່າ: ການມີເລືອດອອກຫຼາຍເກີນໄປຫຼັງຄອດ ເປັນສາເຫດໜຶ່ງຂອງການເສຍຊີວິດຂອງແມ່ໃນລາວ. ຖ້າກວດຫາສາເຫດໄດ້ທັນເວລາ ແລະ ມີເລືອດເພື່ອປ່ຽນຖ່າຍ, ແມ່ກໍຈະສາມາດມີຊີວິດລອດໄດ້. ແນວໃດກໍ່ຕາມ, ຍັງມີຫຼາຍບ່ອນທີ່ຍັງຂາດທະນາຄານເລືອດ ຫລື ການສະໜອງເລືອດຍັງບໍ່ພຽງພໍ, ເຊິ່ງມັນຫຍຸ້ງຍາກຫຼາຍສໍາລັບແມ່ຍິງທີ່ຈະເຂົ້າເຖິງເລືອດ ເພື່ອຊ່ວຍຊີວິດຂອງພວກເຂົາໄວ້ໄດ້. ການຮ່ວມມືລະຫວ່າງ UNFPA ແລະ ອົງການກາແດງແຫ່ງຊາດລາວ ຈະຊ່ວຍປັບປຸງໃຫ້ມີທະນາຄານເລືອດໃນເຂດຫ່າງໄກສອກຫຼີກ. ນີ້ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອຈາກອົງການ UNFPA ຕໍ່ກັບລັດຖະບານ ສປປ ລາວ ໃນການປະຕິບັດຄໍາໝັ້ນສັນຍາຂອງຕົນຕໍ່ກັບຄຳໝາຍໝັ້ນ ICPD25: ລຶບລ້າງການຕາຍຂອງແມ່ໂດຍການບໍລິການທີ່ມີຄຸນນະພາບ.

 

ທ່ານ ດຣ ພູທອນ ເມືອງປາກ, ປະທານອົງການກາແດງລາວ ກ່າວວ່າ: ແຜນຍຸດທະສາດຂອງອົງການກາແດງແຫ່ງຊາດລາວ ລະຫວ່າງປີ 2021-2030 ມີວິໄສທັດໃນການການຊ່ວຍເຫຼືອດ້ານມະນຸດສະທຳຢ່າງມີປະສິດທິຜົນ ປະກອບສ່ວນເຂົ້າໃນການມີສ່ວນຮ່ວມຂອງສັງຄົມໂດຍຜ່ານວຽກງານອາສາສະໝັກ. ພາລະກິດຂອງພວກເຮົາແມ່ນການຊ່ວຍເຫຼືອລັດຖະບານໃນວຽກງານມະນຸດສະທໍາ, ໂດຍສະເພາະແມ່ນການຊ່ວຍເຫຼືອປະຊາຊົນທີ່ມີຄວາມສ່ຽງແລະໄດ້ຮັບຜົນກະທົບຕາມຄວາມຕ້ອງການພື້ນຖານຂອງພວກເຂົາຢ່າງທັນການ, ເພື່ອເຮັດໃຫ້ຊີວິດການເປັນຢູ່ແລະສຸຂະພາບມີຄວາມປອດໄພ ແລະ ຢ່າງມີກຽດ."

 

ທຶນຊ່ວຍເຫຼືອດັ່ງກ່າວນີ້ແມ່ນແນໃສ່ການສ້າງຂີດຄວາມສາມາດຂອງອົງການກາແດງແຫ່ງຊາດລາວ ຈາກສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໃນການຄຸ້ມຄອງການບໍລິການສະໜອງເລືອດ, ຂໍ້ມູນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ລວມເອົາຊຸດບໍລິການເບື້ອງຕົ້ນຂັ້ນພື້ນຖານ (MISP) ເຂົ້າໃນວຽກງານຄຸ້ມຄອງໄພພິບັດ. ພື້ນທີ່ເປົ້າໝາຍຂອງວຽກງານດັ່ງກ່າວນີ້ແມ່ນ ເມືອງ ເມິງ, ແຂວງ ບໍ່ແກ້ວ ທີ່ຍັງບໍ່ທັນມີທະນາຄານເລືອດ ແລະ ຊຸມຊົນໃນເຂດດັ່ງກ່າວກໍຍັງບໍ່ທັນມີຄວາມຕື່ນຕົວໃນການບໍລິຈາກເລືອດຢ່າງພຽງພໍ.

 

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

 

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

 

ທ່ານ ນາງ ອາລັນຍາ ຈະເລີນຜົນ

ວິຊາການແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ,

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA)

ອີເມລ: chalernphon@unfpa.org

 

ທ່ານ ນາງ ຟາຕິມາ ຊ່າຣ່າ ເບັນຢາເຮຍ

ຜູ້ຊ່ຽວຊານດ້ານການຮ່ວມມື ແລະນະວັດຕະກໍາ, 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA)

ອີເມວfbenyahia@unfpa.org