You are here

UNFPA ກໍາລັງໃຫ້ການສະໜັບສະໜຸນແກ່ໄວໜຸ່ມໃນ ສປປ ລາວ ເພື່ອປົກປ້ອງສຸຂະພາບຈິດຂອງເຂົາເຈົ້າ ທ່າມກາງການລະບາດຄື້ນທີ 3 ຂອງພະຍາດໂຄວິດ-19 ຢູ່ໃນປະເທດ.

ປອກົງສີ ຈຸນລາມະນີ, ຮອງຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ ມີໄວໜຸ່ມຈໍານວນຫຼາຍໃນທົ່ວປະເທດ ທີ່ປະສົບກັບຄວາມກົດດັນດ້ານສຸຂະພາບຈິດທີ່ເພີ່ມຂຶ້ນ ເຊັ່ນຄວາມຕຶງຄຽດຄວາມວິຕົກກັງວົນຄວາມເປັນຫ່ວງ ແລະ ຄວາມຢ້ານກົວ ກ່ຽວກັບສຸຂະພາບຈະເລີນພັນ-ສຸຂະພາບທາງເພດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ (GBV) ເນື່ອງຈາກການແຜ່ລະບາດຂອງພະຍາດ.

ການຊ່ວຍເຫຼືອດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ [MHPSS​] ເປັນສິ່ງສໍາຄັນ ແລະ ເປັນປະໂຫຍດສໍາລັບຄົນທີ່ມີບັນຫາໃນການເຂົ້າໃຈຕົນເອງ ແລະສະພາບແວດລ້ອມຂອງພວກເຂົາ ເຊິ່ງຈະຊ່ວຍເຮັດໃຫ້ເຂົາເຈົ້າສາມາດວາງແຜນ ແລະ ຕັດສິນໃຈແກ້ໄຂບັນຫາເພື່ອອະນາຄົດທີ່ດີກວ່າດັ່ງນັ້ນຜູ້ໃຫ້ຄໍາປຶກສາມີບົດບາດສໍາຄັນທີ່ຈະຊ່ວຍໃຫ້ໄວຫນຸ່ມມີຄວາມຮູ້ ແລະ ທັກສະໃນການຈັດການບັນຫາໃນຊີວິດຂອງເຂົາເຈົ້າ”, ທ່ານ ປອກົງສີ ຈຸນລາມະນີຄູຝຶກຫຼັກກ່ຽວກັບMHPSS ກ່າວ.

ເພື່ອຮັບມືກັບຄວາມກົດດັນເຫຼົ່ານີ້, UNFPA ກໍາລັງເພີ່ມຄວາມເຂັ້ມແຂງໃຫ້ແກ່ລະບົບຂອງລັດຖະບານ ໂດຍການສະຫນັບ ສະຫນູນມະຫາວິທະຍາໄລແຫ່ງຊາດ  ໃນການພັດທະນາຫຼັກສູດການຝຶກອົບຮົມແບບມືອາຊີບກ່ຽວກັບ MHPSS ພ້ອມທັງສະໜອງອຸປະກອນໃຫ້ແກ່ຜູ້ໃຫ້ຄໍາປຶກສາ ແລະ ນັກສຶກສາອາສາສະຫມັກ ເພື່ອສາມາດແກ້ໄຂຄວາມຕ້ອງການຂອງໄວຫນຸ່ມໃນໄລຍະການແຜ່ລະບາດຂອງພະຍາດໃຫ້ໄດ້ດີກວ່າເກົ່າຜູ້ໃຫ້ຄໍາປຶກສາ 63 ທ່ານ ຈາກສູນກາງຊາວໜຸ່ມ (LYU), ສະຫະພັນແມ່ຍິງລາວ (LWU) ແລະ ສູນຊາວໜຸ່ມ ນະຄອນຫຼວງວຽງຈັນ (VYC) ພ້ອມດ້ວຍ ຊາວໜຸ່ມອາສາສະໝັກຈາກ ມະຫາວິທະຍາໄລແຫ່ງຊາດ ຈຳນວນ 320 ຄົນ ໃຫ້ໄດ້ຮັບການປະຖົມນິເທດໃນການພັດທະນາຫຼັກສູດຝຶກອົບຮົມວິຊາຊີບ ແລະ ປັບປຸງການເຊື່ອມໂຍງເຂົ້າກັບເພດສຶກສາແບບຮອບດ້ານ (CSE), ການບໍລິການທີ່ເປັນມິດກັບໄວຫນຸ່ມ ແລະ ການປ້ອງກັນ ແລະ ການຕອບໂຕ້ກັບ GBV.

 

“ ການປົກປ້ອງໄວໜຸ່ມໂດຍສະເພາະແມ່ນສຸຂະພາບຈິດ​​, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຂົາເຈົ້າແມ່ນບຸລິມະສິດອັນໜຶ່ງຊາວໜຸ່ມມີບົດບາດສຳຄັນໃນການຟື້ນຟູປະເທດຊາດແບບຍືນຍົງຈາກຜົນກະທົບຂອງໂລກລະບາດໃນລະຫວ່າງປີ 2021, ເຍົາວະຊົນ ແລະ ໄວໜຸ່ມຫຼາຍກວ່າ 120,000 ຄົນ ໄດ້ຮັບຄຳປຶກສາຜ່ານສາຍດ່ວນເພື່ອຊ່ວຍເຫຼືອຜ່ານທາງໂທລະສັບການໃຫ້ບໍລິການແບບເຄື່ອນທີ່ໄປຍັງຊຸມຊົນຕ່າງໆຜ່ານສູນໃຫ້ຄໍາປຶກສາ  ຫຼື ຮູບແບບອອນລາຍ, ເຊິ່ງໃຫ້ບໍລິການໂດຍທີ່ປຶກສາ ແລະ ອາສາສະໝັກໄວໜຸ່ມຄວາມຕ້ອງການແມ່ນມີຫຼວງຫຼາຍ ແລະ ພວກເຮົາຫວັງວ່າຈະບັນລຸ ແລະ ຕອບສະໜອງໃຫ້ແກ່ໄວໜຸ່ມໄດ້ຫຼາຍຂຶ້ນທ່ານ ນາງ ມາຣຽມ ເອ ຄານຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວ.

UNFPA ກໍາລັງເຮັດວຽກກັບລັດຖະບານແຫ່ງ ສປປ ລາວອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ລວມທັງໄວໜຸ່ມ ເພື່ອຮັບມືກັບຜົນກະທົບຈາກການແຜ່ລະບາດຂອງພະຍາດຢ່າງກວ້າງຂວາງບັນດາກິດຈະກໍາການຊ່ວຍເຫຼືອທີ່ສຸມໃສ່ຊາວໜຸ່ມ ລວມມີ ການສະໜອງອຸປະກອນປ້ອງກັນຕົນເອງ(PPE) ໃຫ້ແກ່ພະນັກງານແພດທີ່ສະໜອງການບໍລິການທີ່ເປັນມິດກັບໄວໜຸ່ມຢູ່ພາກສະໜາມ; ການສະຫນັບສະຫນູນສູນກາງຊາວໜຸ່ມ (LYU), ສະຫະພັນແມ່ຍິງລາວ (LWU) ແລະ ສູນຊາວໜຸ່ມ ນະຄອນຫຼວງວຽງຈັນ (VYC) ສ້າງສາຍດ່ວນເພື່ອຊ່ວຍເຫຼືອດ້ານຈິດໃຈສັງຄົມຜ່ານທາງໂທລະສັບການສ້າງແອັບໂທລະສັບມືຖື Noi-Yakhoo ສໍາລັບໄວຫນຸ່ມການສື່ສານຄວາມສ່ຽງ ແລະ ການບໍລິການຊ່ວຍເຫຼືອດ້ານຄວາມຮຸນແຮງບົນພື້ນຖານທາງເພດທີ່ເຂັ້ມແຂງເພື່ອເປັນສ່ວນຫນຶ່ງຂອງແຜນຕອບໂຕ້ຂອງຂະແຫນງການສຶກສາຕໍ່ການລະບາດຂອງພະຍາດ COVID-19, UNFPA ໄດ້ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ສ້າງວິດີໂອ ແລະ ລາຍການກ່ຽວກັບເພດສຶກສາແບບຮອບດ້ານ (CSE) ແລະ ໄດ້ໂຄສະນາສົ່ງເສີມຜ່ານສື່ສັງຄົມອອນລາຍສິ່ງເຫຼົ່ານີ້ຈະຖືກນຳໃຊ້ໃນໄລຍະຍາວ ເພື່ອເປັນແຫຼ່ງສະໜອງຂໍ້ມູນທາງອອນລາຍກ່ຽວກັບທັກສະຊີວິດສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການຊ່ວຍເຫຼືອດ້ານຄວາມຮຸນແຮງບົນພື້ນຖານທາງເພດ ສໍາລັບເຍົາວະຊົນ ແລະ ໄວໜຸ່ມໃນ ສປປ ລາວ.

ເບີໂທສາຍດ່ວນເພື່ອຊ່ວຍເຫຼືອ:

  • ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ1361 (ສຳລັບເພດຍິງ137 (ສຳລັບເພດຊາຍ)
  • ກ່ຽວກັບຄວາມຮຸນແຮງບົນພື້ນຖານທາງເພດການລ່ວງລະເມີດທາງເພດ ແລະ ການຂູດຮີດທາງເພດການຄ້າມະນຸດ1362
  • ກ່ຽວກັບສຸຂະພາບຈິດ ແລະ ການຊ່ວຍເຫຼືອທາງດ້ານຈິດຕະສັງຄົມ1554
  • ກ່ຽວກັບເພດສຶກສາແອັບມືຖື Noi Yakhoo (ດາວໂຫຼດແອັບໂດຍການສະແກນລະຫັດ QR ຂ້າງລຸ່ມນີ້)

ອົງການ UNFPA ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ໂອລົດ ແສນອາສາ,

ນັກວິເຄາະແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວsene-asa@unfpa.org  

 

ທ່ານ ນາງ ວັນລີ ລໍກວງມິງ

ຜູ້ຮັບຜິດຊອບດ້ານການສື່ສານ ແລະ ການຮ່ວມມື

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: lorkuangming@unfpa.org