You are here

ທີ່ໂຮງໝໍແກ້ວອຸດົມ, ແຂວງວຽງຈັນ, ສປປ ລາວ, ເດືອນກຸມພາ ປີ 2024. ຄູ່ແຕ່ງງານໃໝ່ ທ້າວ ສາລີ ສໍສັກສິດ ແລະ ນາງ ນຸດ ສີວັນໄຊ ໄດ້ມີຫຼັກການປະຕິບັດຮ່ວມກັນ.

“ພວກເຮົາໄດ້ຕັດສິນໃຈກ່ອນແຕ່ງງານວ່າ ພວກເຮົາຈະກຽມຄວາມພ້ອມກ່ອນທີ່ຈະມີລູກ. ມັນເປັນບາດກ້າວສຳຄັນ ເຮົາຕ້ອງຮູ້ວ່າເມື່ອໃດເປັນເວລາທີ່ດີທີ່ສຸດ (ທີ່ຈະມີລູກ) ແລະ ຈະລ້ຽງດູເບິ່ງແຍງພວກເຂົາ ແລະ ເບິ່ງແຍງກັນ ແລະ ກັນໃນຖານະພໍ່ແມ່ແບບໃດ” ກ່າວໂດຍ ນາງ ນຸດ ເຊິ່ງຫາກໍໄດ້ແຕ່ງງານກັບຄົນຮັກ ທີ່ໄດ້ຄົບຫາຮູ້ໃຈກັນມາໄດ້ເຖິງ 2 ປີ.

ເຊິ່ງໝາຍຄວາມວ່າ ຄູ່ຜົວເມຍ ອາຍຸ 27 ປີ ເປັນຊາວກະສິກອນຄ້າຂາຍ ມີຄວາມສາມັກຄີໃນການປຶກສາກັນເພື່ອສະແຫວງຫາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ  ແລະ ລວມທັງການວາງແຜນຄອບຄົວກ່ອນທີ່ຈະແຕ່ງງານກັນ.

ສຳລັບ ທ່ານ ສາລີ ແລະ ນຸດ, ໂຄງການ “ການໃຫ້ຄຳປຶກສາສຳລັບຄູ່ຮັກ” ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການ UNFPA ແລະ ລັດຖະບານ ລຸກຊຳບວກ ໄດ້ພິສູດແລ້ວວ່າເປັນຂອງຂວັນແຕ່ງງານທີ່ດີທີ່ສຸດ.

“ພວກເຮົາຮູ້ສຶກຂອບໃຈຫຼາຍທີ່ໄດ້ຮັບໂອກາດນີ້, ຄູ່ຮັກຫຼາຍໆຄູ່ຄວນໄດ້ຮັບປະສົບການດັ່ງກ່າວ” ທ້າວ ສາລີ ກ່າວ. 

ທັງສອງທ່ານໄດ້ເລົ່າເລື່ອງລາວຂອງຕົນທີ່ໂຮງໝໍເມືອງແກ້ວອຸດົມ, ແຂວງວຽງຈັນ, ພ້ອມໃຫ້ການຕ້ອນຮັບ ພະນະທ່ານ ຊາວິເອີ ບັດໂທລ, ນາຍົກລັດຖະມົນຕີກະຊວງການຕ່າງປະເທດລຸກຊຳບວກ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອຕິດຕາມໂຄງການຕ່າງໆເຊັ່ນ: “ການໃຫ້ຄຳປຶກສາສຳລັບຄູ່ຮັກ” ໄດ້ສ້າງຮາກຖານໃໝ່ໃຫ້ກັບຜົນລັບດ້ານສຸຂະພາບຂອງແມ່ຍິງ ແລະ ເຍົາວະຊົນໄວໜຸ່ມ ໃນປະເທດຕາເວັນອອກສຽງໃຕ້ໄດ້ຢ່າງໃດ.

ໂຄງການດັ່ງກ່າວໄດ້ສ້າງຂຶ້ນໂດຍການຮ່ວມມືກັນໂດຍກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ເຊິ່ງໄດ້ດຳເນີນຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ປີ 2023 ເພື່ອຮັບປະກັນໃຫ້ຄູ່ຮັກໄດ້ຮັບຄວາມຮູ້ ແລະ ການສະໜັບສະໜູນໃນການສ້າງທາງເລືອກທີ່ດີຕໍ່ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ການຄຸມກຳເນີດ ແລະ ຄວາມສຳຄັນທາງດ້ານກົດໝາຍຂອງການຈົດທະບຽນສຳມະໂມຄົວ.

ມີຄູ່ຮັກແບບ ທ້າວ ສາລີ ແລະ ນາງ ນຸດ ໄດ້ເຂົ້າເຖິງການບໍລິການຫຼາຍກວ່າ 500 ຄູ່ແລ້ວ.

“ການລົງທຶນທີ່ດີທີ່ສຸດທີ່ປະເທດສາມາດເຮັດໄດ້ ກໍຄື ການລົງທຶນກັບປະຊາຊົນ ລວມເຖິງຄວາມເປັນຢູ່ທີ່ດີ, ສຸຂະພາບ ແລະ ການເສີມສ້າງສັກກະຍະພາບຂອງແມ່ຍິງ ແລະ ເດັກຍິງ, ການຮັບປະກັນການເຂົ້າເຖິງການບໍລິການ ແລະ ສິດທິ ດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ເປັນພື້ນຖານໃນການບັນລຸຄວາມເທົ່າທຽມກັນທາງເພດ ແລະ ການວາງຮາກຖານສຳລັບການພັດທະນາທີ່ຍືນຍົງ. ນີ້ກໍຄືເຫດຜົນທີ່ລັດຖະບານລຸກຊຳບວກ ເປັນຜູ້ສະໜັບສະໜູນມາຍາວນານໃນການເສີມສ້າງລະບົບສຸຂະພາບໃນ ສປປ ລາວ ຮ່ວມກັບ ອົງການ UNFPA” ພະນະທ່ານ ຊາວິເອີ ບັດໂທຣ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລຸກຊຳບວກ ໄດ້ກ່າວໄວ້.


ພະນະທ່ານ ຊາວິເອີ ບັດໂທລ, ນາຍົກລັດຖະມົນຕີກະຊວງການຕ່າງປະເທດລຸກຊຳບວກ ພ້ອມດ້ວຍຄະນະກຳລັງຢ້ຽມຢາມຫ້ອງໃຫ້ຄຳປຶກສາ / Photo © UNFPA Lao PDR/Khen Keovilay

ໂຄງການ “ການໃຫ້ຄຳປຶກສາສຳລັບຄູ່ຮັກ” ມີເອກະລັກສະເພາະຕົວໃນ ສປປ ລາວ ເນື່ອງຈາກຜູ້ໃຫ້ບໍລິການດ້ານສຸຂະພາບໃຊ້ແນວທາງທີ່ເປັນມິດ, ບໍ່ເລືອກປະຕິບັດ ແລະ ເປັນຄວາມລັບ ໃຫ້ການສະໜັບສະໜູນຢ່າງເຕັມທີ່ເພື່ອຮັບຮອງຄວາມເປັນຢູ່ທີ່ດີຂອງຄູ່ຮັກແຕ່ລະຄູ່.

“ວີທີການແບບລວມປະສານສົມທົບຫຼາຍຂະແໜງການນີ້ ຄາດວ່າຈະປະກອບສ່ວນເຂົ້າໃນການເສີມສ້າງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການປະຕິບັດສິດທິໃນການຈະເລີນພັນ, ສົ່ງເສີມຄວາມສາມັກຄີ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຄວາມເທົ່າທຽມກັນ, ລວມທັງການຈົດທະບຽນການເກີດລູກເພື່ອບໍ່ໃຫ້ຜູ້ໃດຖືກປ່ອຍລະໄວ້ຂ້າງຫຼັງ” ທ່ານ ດຣ ບາກທິຢໍ ຄາດິເຣິບ ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ.

ທ່ານໝໍ ລາວັນ ລັດຕະນາ, ຜູ້ຊ່ຽວຊານດ້ານສຸຂະພາບທີ່ປະສົບການມາ 10 ປີ ໃນວຽກງານໃຫ້ຄໍາປຶກສາ, ເຊິ່ງເປັນດ່ານທຳອິດເຫັນໄດ້ວ່າໂຄງການເຫຼົ່ານີ້ແມ່ນມີຜົນໄດ້ຮັບຢ່າງແທ້ຈິງ.

ທ່ານໝໍໄດ້ກ່າວວ່າໂຄງການດັ່ງກ່າວບໍ່ພຽງແຕ່ສ້າງຄວາມເຂັ້ມແຂງໃຫ້ຄູ່ຜົວເມຍສາມາດເລືອກຢ່າງມີຄວາມເຂົ້າໃຈກ່ຽວກັບເວລາທີ່ຈະມີລູກ, ໄລຍະຫ່າງລະຫວ່າງການເກີດ ແລະ ການຄຸມກໍາເນີດ ລວມທັງຝາກທ້ອງ ແລະ ການດູແລສຸຂະພາບຂອງແມ່. ນອກນີ້ຍັງເນັ້ນໃສ່ສຸຂະພາບຕໍ່ຄວາມສໍາພັນໂດຍຜ່ານການແກ້ໄຂຂໍ້ຂັດແຍ່ງ, ການສະຫນັບສະຫນູນເຊິ່ງກັນ ແລະ ກັນລະຫວ່າງຜົວ-ເມຍ ແລະ ຄຸນຄ່າທີ່ສອດແຊກໄວ້ ເຊັ່ນ​ການ​ເຄົາລົບກັນ ​ແລະ​ ປາສະຈາກຄວາມຮຸນ​ແຮງ.

ທ່ານໝໍ ລັດຕະນາ, ຜູ້ທີ່ໄດ້ຮັບການຝຶກອົບຮົມຈາກອົງການ UNFPA ແລະ ລັດຖະບານລຸກຊຳບວກ ທີ່ໄດ້ໃຫ້ການສະໜັບສະໜູນກ່ຽວກັບການໃຫ້ຄຳປຶກສາຄູ່ຜົວເມຍ, ການຄຸມກຳເນີດ, ສຸຂະພາບແມ່ ແລະ ເດັກ, ໄດ້ກ່າວວ່າໂຄງການດັ່ງກ່າວເປັນທ່າແຮງອັນໃຫຍ່ຫຼວງທີ່ຈະເປັນຕົວແປໃນການຕອບໂຈດດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ ແລະ ສຸຂະພາບແມ່ ທີ່ມີຄວາມຕ້ອງການໃນປະເທດ.

ທ່ານ​ໝໍໄດ້​ກ່າວຕື່ມ​ວ່າ ການ​ເພີ່ມ​ທະວີ​ວຽກງານການໃຫ້ຂໍ້ມູນເຄື່ອນທີ່, ການບໍລິການສຸຂະພາບ​ທາງໄກ ​ແລະ ການ​ຝຶກ​ອົບຮົມ​ຜູ້​ໃຫ້​ບໍລິການ​ສຸຂະພາບ​ທ້ອງ​ຖິ່ນ​ຢູ່​ຂັ້ນ​ບ້ານ ແມ່ນ​ສິ່ງ​ຈຳ​ເປັນ​ເພື່ອ​ໄປ​ເຖິງ​ຊຸມ​ຊົນ​ທີ່ຢູ່​ຫ່າງ​ໄກ​ສອກຫຼີກ ​ແລະ ຮັບປະກັນ​ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ຖິ້ມ.

ໃນປີ 2023, ການສຳຫຼວດດັດຊະນີໝາຍສັງຄົມລາວສະແດງໃຫ້ເຫັນວ່າ ອັດຕາການເກີດໃນໄວໜຸ່ມລາວ (ຈຳນວນການເກີດຂອງແມ່ຍິງອາຍຸ 15-19 ປີ ຕໍ່ແມ່ຍິງ 1,000 ຄົນໃນກຸ່ມອາຍຸນັ້ນ) ບັນລຸເຖິງ 89 ຕໍ່ 1,000 ຄົນ, ໃນຂະນະທີ່ແມ່ຍິງອາຍຸ 20-24 ປີ ທີ່ມີການເກີດລູກກ່ອນອາຍຸ 18 ປີ ກວມເອົາ 17.4% ຂອງໄວໜຸ່ມຍິງກຸ່ມອາຍຸ 15-19 ປີ ທີ່ແຕ່ງງານ ຫຼື ຢູ່ຮ່ວມກັບຄູ່ຮັກແລ້ວແມ່ນ 26.5%.

ລັດຖະບານປະເທດລຸກຊຳບວກ ແລະ ອົງການ UNFPA ໄດ້ສ້າງຄວາມຄືບໜ້າຈັດການກັບຄວາມທ້າທາຍເຫຼົ່ານີ້ ໂດຍໂຄງການ “ການໃຫ້ຄຳປຶກສາສຳລັບຄູ່ຮັກ” ເປັນໜຶ່ງໃນສາມໂຄງການໃນໄລຍະລິເລີ່ມໃນໄລຍະທີສາມ (2022-2025) ຂອງໂຄງການຮ່ວມແຫ່ງສະຫະປະຊາຊາດທີ່ເລີ່ມຕົ້ນໃນປີ 2011 ຮ່ວມກັບ ອົງການ UNICEF ແລະ WHO.

***************

 

ອົງການ UNFPA ແມ່ນ ອົງການສະຫະປະຊາຊາດກອງທຶນ ສໍາລັບ ປະຊາກອນ ທີ່ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າຫມາຍເຮັດໃຫ້ການເສຍຊີວິດ ຂອງແມ່ເປັນສູນ, ການບໍ່ຕອບສະຫນອງຕໍ່ຄວາມຕ້ອງການ ສໍາລັບການວາງແຜນຄອບຄົວ ເປັນສູນ ແລະ ເຮັດໃຫ້ຄວາມ ຮຸນແຮງບົນພື້ນຖານທາງເພດເປັນສູນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
laos.office@unfpa.org