Go Back Go Back
Go Back Go Back
Go Back Go Back

“ ຂ້ອຍສ້າງອະນາຄົດ. ຂ້ອຍສອນໜັງສື "

“ ຂ້ອຍສ້າງອະນາຄົດ. ຂ້ອຍສອນໜັງສື "

News

“ ຂ້ອຍສ້າງອະນາຄົດ. ຂ້ອຍສອນໜັງສື "

calendar_today 12 January 2021

ອາຈານ ປັນ ແລະ ອາຈານ ຈ່ອຍ ຈາກບ້ານ ນໍ້າປຸກ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ

 

ເມື່ອທ່ານເຫັນຮູບນີ້, ທ່ານອາດຄິດວ່າເປັນພຽງຮູບຂອງອາຈານສອງຄົນຖືປື້ມຄູ່ມືສອນ ແຕ່ຄວາມຈິງແລ້ວ ເບື້ອງຫຼັງຂອງຮູບພາບນີ້ແມ່ນເຕັມໄປດ້ວຍຄວາມຮັກ, ຄວາມກ້າຫານ, ການມີສ່ວນຮ່ວມ ແລະ ຄວາມຫວັງ.

ອາຈານ ປັນ ແລະ ຈ່ອຍ ວົງຄຳແດງ ແມ່ນ ສອງອາຈານໜຸ່ມຈາກ ບ້ານ ນໍ້າປຸກ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ທີ່ໄດ້ແຕ່ງງານກັນ ແລະ ຢູ່ຮ່ວມກັນຢ່າງມີຄວາມສຸກ, ປະຈຸບັນແມ່ນອາໄສຢູ່ ບ້ານມອນແຫຼມ, ເມືອງ ເມິງ, ແຂວງ ບໍ່ແກ້ວ

 

ທັງສອງແມ່ນອາຈານສອນວິຊາຊີວະສາດໃນຊັ້ນມັດທະຍົມຕອນຕົ້ນ ທີ່ ບ້ານ ມອນແຫຼມ. ຄວາມມັກຮັກໃນອາຊີບຄູຂອງທັງສອງເປັນແຮງຜັກດັນໃຫ້ທັງສອງຜ່ານຜ່າອຸປະສັກນານາປະການໃນຊີວິດ. ອາຈານ ປັນ ແລະ ອາຈານ ຈ່ອຍ ຢູ່ຮ່ວມກັນໄດ້ໄລຍະໜຶ່ງແລ້ວ ແຕ່ບໍ່ສາມາດມີລູກໄດ້, ພວກເຂົາຈິ່ງອຸທິດຕົນເພື່ອຊ່ວຍເສີມສ້າງໃຫ້ຄົນໜຸ່ມທັງຫຼາຍ ໄດ້ມີຄວາມຮູ້ເພື່ອໃຫ້ເຂົາເຈົ້າມີອະນາຄົດທີ່ດີ.ອາຈານ ປັນ ແລະ ຈ່ອຍ ວົງຄຳແດງ ແມ່ນ ສອງອາຈານໜຸ່ມຈາກ ບ້ານ ນໍ້າປຸກ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ທີ່ໄດ້ແຕ່ງງານກັນ ແລະ ຢູ່ຮ່ວມກັນຢ່າງມີຄວາມສຸກ, ປະຈຸບັນແມ່ນອາໄສຢູ່ ບ້ານມອນແຫຼມ, ເມືອງ ເມິງ, ແຂວງ ບໍ່ແກ້ວ

 

ອາຈານ ປັນ ມີປະສົບການສອນ ວິຊາ ວິທະຍາສາດ ທຳມະຊາດ ຫຼາຍກວ່າ 10 ປີ ລວມທັງ ວິຊາ ຄະນິດສາດ, ຟີຊິກ, ເຄມີ ແລະ ຊີວະສາດ. ເພິ່ນຈົບການສຶກສາລະດັບປະລິນຍາຕີຈາກ ວິທະຍາໄລຄູຫຼວງພະບາງ. ໂຮງຮຽນທີ່ເພິ່ນໄດ້ສິດສອນຢູ່ ມີນັກຮຽນທັງໝົດ 114 ຄົນ, ໃນນັ້ນມີ 52 ຄົນ ເປັນເດັກຍິງ ແລະ ສ່ວນໃຫຍ່ແມ່ນມາຈາກຊົນເຜົ່າອາຄ່າ. ອາຈານ ປັນ ແລະ ຈ່ອຍ ໄດ້ສ້າງຫໍພັກຂອງຕົນເອງໃກ້ກັບໂຮງຮຽນ.

 

ພາຍໃຕ້ໂຄງການທີ່ ນຳໂດຍກະຊວງສຶກສາທິການ ແລະ ກິລາ ແລະ ສະໜັບສະໜູນໂດຍ ອົງການ UNFPA, ໃນປີ 2019, ອາຈານ ປັນ ໄດ້ຮັບການຝຶກອົບຮົມກ່ຽວກັບການ ນຳໃຊ້ປື້ມຄູ່ມືຄູ ວິຊາ ເພດສຶກສາ ສະບັບປັບປຸງໃໝ່ ໂດຍອີງໃສ່ ຄຳແນະນຳສາກົນກ່ຽວກັບເພດສຶກສາ (ITGSE). ໃນຖານະເປັນຄູສອນ, ອາຈານ ປັນ ໄດ້ລິເລີ່ມແນວທາງການຮຽນ-ການສອນກ່ຽວກັບ ເພດສຶກສາ ໃຫ້ແກ່ຄູອາຈານຜູ້ອື່ນລວມທັງເມຍຂອງລາວເອງນຳ. ລາວໄດ້ຊຸກຍູ້ໃຫ້ຄູ-ອາຈານ ເວົ້າເຖິງ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ ພາຍໃນຫ້ອງຮຽນຫຼາຍຂຶ້ນ. ເພິ່ນໄດ້ຄັດສັນເອົາກິດຈະກຳຕ່າງໆຈາກປື້ມຄູ່ມືຂອງຄູ ເຂົ້າໃນຫຼັກສູດ ວິຊາ ຊີວະສາດ ທີ່ເວົ້າເຖິງພັດທະນາການຂອງມະນຸດ, ການເຕີບໃຫຍ່, ຄວາມເຂົ້າໃຈກ່ຽວກັບອາລົມໃກ້ຊິດ ແລະ ການປ່ຽນແປງທາງຮ່າງກາຍ ຂອງເດັກຊາຍ ແລະ ເດັກຍິງ.

 

ເພິ່ນມັກຮັກໃນການສອນນັກຮຽນ ໃຫ້ເຂົ້າໃຈກ່ຽວກັບອົງປະກອບຂອງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢ່າງເປັນກັນເອງ ແລະ ເຂົ້າໃຈງ່າຍຢ່າງກົງໄປກົງມາ ເຊັ່ນວ່າ ເພິ່ນໄດ້ສາທິດການນຳໃຊ້ຖົງຢາງອະນາໄມ ໂດຍໃຊ້ອຸປະກອນຈາກສະຖານທີ່ບໍລິການສາທາລະນະສຸກ ເພື່ອໃຫ້ນັກຮຽນຮູ້ການນຳໃຊ້ທີ່ຖືກຕ້ອງ ແລະ ຄຸນປະໂຫຍດຂອງມັນໃນການຄຸມກຳເນີດ ແລະ ປ້ອງກັນຕົນເອງຈາກ ໂລກ HIV/Aids ແລະ ພະຍາດຕິດຕໍ່ທາງເພດສຳພັນອື່ນໆ. ເພິ່ນ ແລະ ເມຍ ໄດ້ຊ່ວຍກັນຈັດຫາອຸປະກອນປະກອບການຮຽນ-ການສອນກ່ຽວກັບ ເພດສຶກສາ ໃຫ້ນັກຮຽນສາມາດເຂົ້າໃຈໄດ້ງ່າຍຂຶ້ນ, ເໝາະສົມ ແລະ ມ່ວນຊື່ນເປັນກັນເອງ. ຕົວຢ່າງ ເມື່ອສອນນັກຮຽນຍິງກ່ຽວກັບການເປັນປະຈຳເດືອນ ພວກເຂົາໄດ້ຕັດເຈ້ຍນ້ອຍໃຫ້ເປັນຮູບໂສ້ງຊ້ອນຂອງຜູ້ຍິງ ແລະ ອາຈານ ຈ່ອຍ  ນຳໃຊ້ ຜ້າອະນາໄມ ເພື່ອສາທິດວິທີການນຳໃຊ້ທີ່ຖືກຕ້ອງ.

 

ຂ້ອຍຮູ້ສຶກພາກພູມໃຈໃນຕົນເອງ ແລະ ຜົວຂອງຂ້ອຍຫຼາຍ ທີ່ໄດ້ເລືອກອາຊີບຄູ. ທຸກການສິດສອນ, ທຸກຄຳເວົ້າ, ທຸກໆບົດຮຽນທີ່ເຮົາໄດ້ສົ່ງຕໍ່ໃຫ້ນັກຮຽນເຮັດໃຫ້ເຮົາຮູ້ສຶກໄດ້ເຖິງຄວາມສຸກທີ່ແທ້ຈິງ, ຍ້ອນພວກເຮົາເຊື່ອວ່າທຸກສິ່ງຢ່າງທີ່ພວກເຮົາໄດ້ມອບໃຫ້ນັກຮຽນທຸກຄົນ ຈະເປັນແຮງຜັກດັນໃຫ້ເຂົາເຈົ້າມີ ການຕັດສິນໃຈໃນທາງທີ່ຖືກຕ້ອງ ແລະ ມີທາງເລືອກທີ່ດີໃນອະນາຄົດ. ກ່າວໂດຍ ອາຈານ ຈ່ອຍ.

 

"ຂ້ອຍຮູ້ສຶກເປັນກຽດຫຼາຍທີ່ເປັນຜູ້ລິເລີ່ມການຮຽນ-ການສອນ ເພດສຶກສາ. ທັດສະນະຂອງນັກຮຽນຕໍ່ກັບການຮຽນເພດສຶກສາ ຖືວ່າປ່ຽນໄປໃນທາງທີ່ດີຂຶ້ນຫຼາຍ. ຫຼາຍຄົນຍັງອາຍໃນຕອນທຳອິດ, ແຕ່ດຽວນີ້ກ້າທີ່ຈະຖາມຄຳຖາມ ແລະ ປະກອບສ່ວນໃນກິດຈະກຳໃນຫ້ອງຮຽນເລື້ອຍໆ, ບາງຄົນຍິ່ງເລີ່ມຕັ້ງຄຳຖາມກ່ຽວກັບສຸຂະພາບທາງພດ ແລະ ການຮັກສາສຸຂະອະນາໄມດ້ວຍຕົນເອງ. ກ່າວໂດຍ ອາຈານ ປັນ.

 

ອາຈານ ຈ່ອຍ ໄດ້ສຸມເຫື່ອເທແຮງໃນການໝູນໃຊ້ເນື້ອໃນຂອງຄູ່ມືສອນໃຫ້ເປັນປະໂຫຍດສູງສຸດໃຫ້ແກ່ນັກຮຽນຂອງຕົນ ໃນເວລາສອນວິຊາ ຊີວະສາດ. ເຖິງຢ່າງໃດກໍຕາມ, ຄູ-ອາຈານເຫຼົ່ານີ້ກໍຍັງພົບກັບອຸປະສັກທີ່ກ່ຽວພັນກັບການນຳໃຊ້ອຸປະກອນປະກອບການຮຽນ-ການສອນ ແລະ ຊົ່ວໂມງສອນກໍຍັງຕໍ່າອີກດ້ວຍ. ເພິ່ນໄດ້ມີຈຸດປະສົງຢາກໃຫ້ຄະນະບໍລິຫານຂອງໂຮງຮຽນ ແລະ ພະນັກງານອຳນາດການປົກຄອງທີ່ກ່ຽວຂ້ອງພິຈາລະນາເພີ່ມຊົ່ວໂມງການຮຽນ-ການສອນກ່ຽວກັບເພດສຶກສາ ເພື່ອອຳນວຍຄວາມສະດວກໃຫ້ທັງຄູ ແລະ ນັກຮຽນ ໄດ້ແລກປ່ຽນຄວາມຮູ້ໄດ້ຫຼາຍກວ່າຊົ່ວໂມງຮຽນວິຊາ ຊີວະສາດ ພຽງຢ່າງດຽວ.

ປະຈຸບັນໃນ ແຂວງ ບໍ່ແກ້ວ ມີໂຮງຮຽນມັດທະຍົມພາກລັດ 45 ແຫ່ງ ໄດ້ລິເລີ່ມການຮຽນ-ການສອນ ເພດສຶກສາແບບຄົບຖ້ວນ, ມີຄູ-ອາຈານ 110 ຄົນ ໄດ້ຮັບການເຝິກອົບຮົມ ແລະ ນັກຮຽນຫຼາຍກວ່າ 25,000 ຄົນໄດ້ຜ່ານຫຼັກສູດດັ່ງກ່າວ. ອາຈານ ປັນ ແລະ ອາຈານ ຈ່ອຍ ໄດ້ເລີ່ມການຮຽນ-ການສອນ ເພດສຶກສາ ໃນເຂດຫ່າງໄກສອກຫຼີກທີ່ມີຊາຍແດນຕິດຈອດກັບປະເທດມຽນມາ ທີ່ ເມືອງ ເມິງ ເຊິ່ງຖືວ່າເປັນເມືອງທີ່ທຸກຍາກທີ່ສຸດໃນ ແຂວງ ບໍ່ແກ້ວ.

 

ເພື່ອໃຫ້ບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ ແລະ ຄຳໝາຍໝັ້ນຕໍ່ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ICPD25, ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນໄດ້ເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະ ກິລາ ໃນການເສື່ອມສານເພດສຶກສາຕາມເກນອາຍຸເຂົ້າໃນລະບົບການສຶກສາໃນລະດັບປະຖົມ, ມັດທະຍົມ, ວິຊາຊີບ ແລະ ສະຖາບັນການເຝິກອົບຮົມອື່ນໆໃນຂົງເຂດທົ່ວປະເທດ. ອົງການ UNFPA ມຸ່ງຫວັງທີ່ຈະຂົນຂວາຍເອົານັກວິຊາການ ຫຼື ຄູ່ຮ່ວມມື ບໍ່ວ່າຈະເປັນພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນ ເພື່ອຮ່ວມມືໃນການຍົກລະດັບຄຸນນະພາບຂອງການຮຽນ-ການສອນເພດສຶກສາ ໂດຍການລົງທຶນໃສ່ການພັດທະນາບຸກຄະລາກອນຄູ ເພື່ອສົ່ງຕໍ່ຄວາມຮູ້ໃຫ້ໄວໜຸ່ມຍິງ ແລະ ຊາຍ ໄດ້ຢ່າງມີປະສິດທິພາບ. ຈະບໍ່ປ່ອຍປະຜູ້ໃດໄວ້ຂ້າງຫຼັງ: ທັງຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ, ຜູ້ທີ່ມາຈາກຊົນເຜົ່າກຸ່ມນ້ອຍ, ຜູ້ທີ່ມາຈາກຄອບຄົວທຸກຍາກ, ຄົນພິການ ແລະ ຜູ້ທີ່ມີຄວາມຫຼາກຫຼາຍທາງເພດ.

 

 

************

ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

 

ສຳລັບຂໍ້ມູນເພີ່ມຕື່ມ

ກະລຸນາຕິດຕໍ່: ທ່ານ ໂອລົດ ແສນອາສາ,

ຜູ້ຮັບຜິດຊອບແຜນງານເພດສຶກສາ ປະຈຳ ອົງການ UNFPA

Email: sene-asa@unfpa.org