Go Back Go Back
Go Back Go Back
Go Back Go Back

“ຮ່າງກາຍນີ້ແມ່ນຂອງຂ້ອຍ”: ເປັນຫຍັງສິດຄວາມເປັນເຈົ້າຂອງຮ່າງກາຍຈິ່ງມີສິ່ງສໍາຄັນຕໍ່ບຸກຄົນ, ຕໍ່ຊຸມຊົນ ແລະ ຕໍ່ຄົນທັງໝົດປະເທດ

“ຮ່າງກາຍນີ້ແມ່ນຂອງຂ້ອຍ”: ເປັນຫຍັງສິດຄວາມເປັນເຈົ້າຂອງຮ່າງກາຍຈິ່ງມີສິ່ງສໍາຄັນຕໍ່ບຸກຄົນ, ຕໍ່ຊຸມຊົນ ແລະ ຕໍ່ຄົນທັງໝົດປະເທດ

News

“ຮ່າງກາຍນີ້ແມ່ນຂອງຂ້ອຍ”: ເປັນຫຍັງສິດຄວາມເປັນເຈົ້າຂອງຮ່າງກາຍຈິ່ງມີສິ່ງສໍາຄັນຕໍ່ບຸກຄົນ, ຕໍ່ຊຸມຊົນ ແລະ ຕໍ່ຄົນທັງໝົດປະເທດ

calendar_today 14 June 2021

 

ຕອນທີ່ນາງ ຣາຊະນາ ຊັນນາ ມີອາຍຸພຽງ 15 ປີ ທີ່ອາໃສຢູ່ເຂດຫ່າງໄກສອກຫຼີກທາງພາກຕາເວັນຕົກຂອງປະເທດເນປານ ແລະ ກຳ ລັງຈະໄດ້ຮັບທຶນການສຶກສາເພື່ອສືບຕໍ່ການສຶກສາ, ແຕ່ພໍ່ຂອງລາວພັດຢາກບັງຄັບລາວໃຫ້ແຕ່ງງານກັບຊາຍ ທີ່ບໍ່ເຄີຍຮູ້ຈັກກັນມາ ກ່ອນ. ນາງ ຣາຊະນາ ບໍ່ຮູ້ຮອດວິທີທີ່ຈະໜີຈາກຊະຕາກຳນີ້ໄດ້.

ທີ່ເຂດພູສູງຢູ່ປະເທດຕີມໍເລສ໌ເຕ, ນາງ ນາຕາເລຍ ໃນໄວອາຍຸ 18 ປີ ມີອາການຕົກໃຈ ເມື່ອຮູ້ວ່າໂຕເອງຖືພາກັບຄູ່ຮັກຂອງຕົນ. ທີ່ ໂຮງຮຽນບໍ່ໄດ້ສິດສອນກ່ຽວກັບເພດສຶກສາໃຫ້ແກ່ນັກຮຽນເລີຍ ແລະ ລາວກໍ່ບໍ່ຮູ້ວ່າລູກນ້ອຍເກີດຂຶ້ນມາໄດ້ແນວໃດ ຍ້ອນຫົວຂໍ້ນີ້ ເປັນເລື່ອງທີ່ຕ້ອງຫ້າມເມື່ອສົນທະນາໂອ້ລົມກັນໃນແວດວົງຊຸມຊົນຂອງລາວ.

ນາງ ເຮວານາ ມີອາຍຸປະມານ 7 ປີ ທີ່ປະເທດອິນໂດເນເຊຍ, ແມ່ຂອງລາວໄດ້ເຮັດພິທີ “ຕັດຂອບອະໄວຍະວະເພດຍິງ” ໃຫ້ລາວ. ພິທີ ປາຣາຈິ (The Paradji) ຫຼື ການເຮັດພິທີໃຫ້ເດັກເກີດໃໝ່ແບບດັ່ງເດີມ ໂດຍການໃຊ້ກາບໄມ່ໃຜ່ທີ່ຄົມໆ ໄປຕັດຈຸດລັບຂອງ ລາວ ເຊິ່ງເຮັດໃຫ້ມີເລືອດອອກຫຼາຍ, ເຈັບປວດ ແລະ ມີບາດແຜຕິດຕົວໄປຕະຫຼອດຊີວິດ.

ໜ້າເສົ້າໃຈທີ່ເລື່ອງລາວຂອງເດັກຍິງ ແລະ ແມ່ນຍິງກຸ່ມນີ້ບໍ່ໄດ້ຮັບຂໍ້ຍົກເວັ້ນ. ໃນທົ່ວທະວີບອາຊີ-ປາຊີຟິກ ແລະ ທົ່ວໂລກ, ແມ່ຍິງ ແລະ ເດັກຍິງຫຼາຍຮ້ອຍຄົນບໍ່ສາມາດຄວບຄຸມຄວາມເປັນເຈົ້າຂອງຮ່າງກາຍ ແລະ ຊີວິດຂອງຕົນເອງໄດ້.ທັ້ງທີ່ໃນຄວາມຈິງພວກເຮົາໝົດທຸກຄົນມີສິດທິພື້ນຖານໃນການຕັດສິນໃຈດ້ວຍໂຕເອງກ່ຽວກັບ

ຮ່າງກາຍຂອງພວກເຮົາ. ແຕ່ຈະມີຜູ້ຍິງຈັກຄົນທີສາມາດໃຊ້ສິດຂອງຕົນເອງ?

ໃນບົດລາຍງານສະບັບໃໝ່ຂອງອົງການ UNFPA ກ່ຽວກັບສະຖານະພາບຂອງປະຊາກອນໂລກ ພາຍໃຕ້ຫົວຂໍ້ “ຮ່າງກາຍນີ້ແມ່ນ ຂອງຂ້ອຍ (My Body is My Own) ສະແດງໃຫ້ໃນ 8 ປະເທດໃນຂົງເຂດອາຊີ-ປາຊີຟິກ ທີ່ມີຂໍ້ມູນກ່ຽວກັບສາມກໍລະນີນີ້, ເຫັນວ່າມີແມ່ຍິງຈໍານວນ 59% ແມ່ນໄດ້ຮັບອຳນາດເຕັມສ່ວນໃນສິດທິຂອງຕົນເອງ.

ສິດໃນຄວາມເປັນເຈົ້າຂອງຮ່າງກາຍ ໝາຍຄວາມວ່າ ພວກເຮົາມີສິດເສລີໃນການເລືອກ ໂດຍປາສະຈາກຄວາມ ຢ້ານກົວຕໍ່ກັບຄວາມຮຸນແຮງ ແລະ ການບັງຄັບຂູ່ເຂັນ ຫຼື ໃຫ້ຄົນອື່ນມາຕັດສິນໃຈແທນ. ແຕ່ການຕັດສິນໃຈສ່ວນຫຼາຍແລ້ວໄດ້ຮັບອິດທິພົນຈາກຄົນອື່ນເຊັ່ນ: ຄົນຮັກ, ຄອບຄົວ, ສັງຄົມ ແລະ ລັດຖະບານ.

ທ່າມກາງສະພາບວັດທະນະທຳສັງຄົມທີ່ຫຼາກຫຼາຍ, ບັນດາສາມີ ແລະ ຄອບຄົວຂອງແມ່ຍິງເຫຼົ່ານັ້ນໄດ້ຄວບຄຸມຊີວິດເຂົາເຈົ້າໄວ້ ເກືອບທຸກດ້ານຂອງຊີວິດ ໂດຍເລີ່ມຈາກຈໍານວນລູກທີ່ຜູ້ຍິງຄົນໜຶ່ງທີ່ຕ້ອງໄດ້ໃຫ້ກຳເນີດ ລວມໄປເຖິງຄວາມຕ້ອງໃຫ້ແມ່ຍິງຄົນ ນັ້ນຕ້ອງກຳເນີດລູກຊາຍ, ຈະອະນຸຍາດໃຫ້ແມ່ຍິງມີວຽກເຮັດງານທຳໄດ້ຫຼືບໍ່ ຫຼືແມ່ກະທັ້ງໄປຮອດການອອກຈາກບ້ານ ໂດຍທີ່ບໍ່ມີຜູ້ຕິດຕາມ ທີ່ເປັນຜູ້ຊາຍ. ໃນຫຼາຍໆປະເທດ, ກົດໝາຍລະດັບຊາດ ແລະ ລະດັບທ້ອງຖິ່ນ ຄຸ້ມຄອງອຳນວຍຄວາມສະດວກໃຫ້ແມ່ຍິງເພື່ອເຂົ້າເຖິງການວາງແຜນຄອບຄົວ ແລະ ເຂົ້າເຖິງການຮັກສາສຸຂະພາບອື່ນໆ ພ້ອມທັງຄວາມສາມາດໃນການປ້ອງກັນກັນຄວາມຮຸນແຮງ ທາງເພດ ແລະ ການຕອບໂຕ້ດ້ານບົດບາດຍິງ-ຊາຍ.

ຜ່ານມາ ພວກເຮົາເຫັນການລະເມີດຕ່າງໆ ລວມທັງການຂາດທາງເລືອກໃນການໃຊ້ຢາຄຸມກຳເນີດ ເຊິ່ງນໍາໄປສູ່ການຖືພາທີ່ບໍ່ມີ ຄວາມພ້ອມ ຫຼື ການຕໍ່ລອງຊື້-ຂາຍການຮ່ວມເພດທີ່ບໍ່ເຕັມໃຈ ເພື່ອແລກປ່ຽນກັບທີ່ມີທີ່ຢູ່ອາໃສ ແລະ ອາຫານ. ໃນທາງປະຕິບັດ ໃນຊີວິດຈິງເຊັ່ນ ການແຕ່ງງານກັບເດັກນ້ອຍ ເປັນເລື່ອງປົກກະຕິໃນຂົງເຂດອາຊີໃຕ້ ແລະ ຂົງເຂດອື່ນໆ ຫຼື ຄວາມບໍ່ເທົ່າ ທຽມທາງເພດໂດຍການເລືອກທີ່ຈະມີລູກຊາຍຫຼາຍກວ່າ. ທັງໝົດເຫຼົ່ານີ້ ຖືກພົບເຫັນໃນຫຼາຍລະດັບທົ່ວເຂກອາຊີ-ປາຊີຟິກ.

ການມີອິດສະຫຼະຈະຖືກປະຕິເສດເມື່ອມີຜູ້ມີແນວຄິດທາງເພດທີ່ແຕກຕ່າງ ແລະ ເຫັນວ່າການສະແດງສະພາບເພດຂອງຕົນແມ່ນ ການກະທໍາຜິດ ເຊິ່ງເຫັນກໍລະນີແບບນີ້ເກີດຂຶ້ນຫຼາຍໃນເຂດອາຊີ-ປາຊີຟິກ. ຫຼືແມ້ກະທັ່ງ ຄົນພິການກໍ່ຍັງຖືດຕັດຮອນສິດທິຂອງ ພວກເຂົາກ່ຽວກັບທາງເລືອກຂອງການຕັດສິນໃຈ, ທາງເລືອກທີ່ຈະມີຊີວິດຢູ່ໂດຍປາສະຈາກຄວາມຮຸນແຮງ, ທາງເລືອກທີ່ຈະມີຊິ ວິດຢ່າງປອດໄພ ແລະ ເພິ່ງພໍໃຈກັບຊີວິດສະພາບເພດ ລວມເຖິງສິດໃນການເລືອກທີ່ຈະສ້າງຄອບຄົວຂອງພວກເຂົາເອງ.

ໃນການລະເມີດກະທໍາຜິດບາງຢ່າງເຊັ່ນ: ການຂົ່ມຂືນ ອາດຈະຖືກລົງໂທດທາງຄະດີອາຍາ ແຕ່ໃນຕົວຈິງກໍ່ບໍ່ໄດ້ຖືກດຳເນີນຄະດີ ສະເໜີໄປ. ການລະເມີດກະທຳຜິດອື່ນໆກໍ່ບໍ່ໄດ້ມີການອອກມາທັກທ້ວງແຕ່ຢ່າງໃດ ເພາະການກະທຳພວກນີ້ຖືກເກື້ອໜູນໂດຍລະ ບຽບປະຕິບັດ ແລະ ກົດໝາຍໃນສັງຄົມທີ່ຍັງນິຍົມໃຫ້ຜູ້ຊາຍເປັນຜູ້ນໍາ ແລະ ເປັນໃຫຍ່.

ການມີເສລີພາບທາງຮ່າງກາຍຍັງຖືກທໍາລາຍໂດຍການປະຕິບັດທີ່ເອີ້ນວ່າ “ການຂົ່ມຂືນເປັນການກະທໍາທີ່ຖືກຕ້ອງ”, “ການຂ້າເພື່ອຮັກສາກຽດສັກສີຂອງຄອບຄົວ” ແລະ “ການທົດສອບຄວາມບໍລິສຸດຂອງຍິງສາວ”. ທັງໝົດເຫຼົ່ານີ້ ພົບເຫັນໃນຫຼາຍໆປະເທດ ແລະ ຫຼາຍວັດທະນະທຳຢູ່ໃນຂົງເຂດຂອງ ພວກເຮົາ. ໜ້າເສົ້າໃຈທີ່ ການກະທໍາພວກນີ້ເກີດຂຶ້ນຊໍ້າແລ້ວຊໍ້າອີກ.

ປະຈຸບັນ ການກະທໍາທີ່ໂຫດຮ້າຍນີ້ ໄດ້ທະວີຄວາມຮຸນແຮງຂຶ້ນທ່າມກາງການແພ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ຄວາມ ເປັນເຈົ້າຂອງຮ່າງກາຍຂອງແມ່ຍິງຫຼຸດລົງ ເນື່ອງຈາກການເພີ່ມຂຶ້ນຂອງຄວາມຮຸນແຮງທາງເພດ, ອຸປະສັກໃໝ່ໆໃນການເຂົ້າເຖິງ ການຮັກສາສຸຂະພາບ, ການຖືພາແບບບໍ່ຕັ້ງໃຈ, ການວ່າງງານ ແລະ ບໍ່ໄດ້ສືບຕໍ່ການສຶກສາ.

ໃນເວລານີ້, ຂະນະທີ່ພວກເຮົາພະຍາຍາມກອບກູ້ສະຖານະການໃຫ້ກັບຄືນມາດີຂຶ້ນຈາກວິກິດການທີ່ຂຶ້ນໃນທົ່ວໂລກ, ພວກເຮົາຕ້ອງພ້ອມກັນຍຶດໝັ້ນໃນແນວທາງການແກ້ໄຂບັນຫາທີ່ເປັນສິ່ງກິດຂວາງອັນໃຫຍ່ຫຼວງຕໍ່ເສລີພາບທາງຮ່າງກາຍເຊັ່ນ: ມ້າງສິ່ງກີດ ຂວາງທີ່ເຮັດໃຫ້ບໍ່ມີອິດສະຫຼະທາງຮ່າງກາຍ,

ໂດຍສະເພາະຄວາມບໍ່ເທົ່າທຽມທາງເພດທີ່ເປັນບັນຫາທີ່ແພ່ຫຼາຍທີ່ສຸດ. ບັນທັດຖານທາງເພດ ແລະ ທັດສະນະຄະຕິຕ່າງໆ ເຊິ່ງນໍາໄປສູ່ຄວາມບໍ່ສົມດຸນຂອງອຳນາດໃນຄວາມສຳພັນ ທີ່ຈຳກັດສິດການຕັດສິນໃຈຂອງແມ່ຍິງ ຫຼື ການກະ ຕຸ້ນໂນ້ມນ້າວຄວາມຄາດຫວັງຂອງແມ່ຍິງໃຫ້ເອນອຽງຕາມສາມີ ຫຼື ຄົນຮັກໃນທຸກດ້ານຂອງຊີວິດ.

ໃນຄວາມຈິງ, ການກະທໍາທີ່ຮຽກຮ້ອງໃຫ້ມີການປະຕິບັດໃນຂັ້ນຮາກຖານແມ່ນ: ການຖອນແນວຄວາມຄິດຄວາມບໍ່ເທົ່າທຽມທາງ ເພດ ແລະ ການຈໍາແນກເພດຍິງ - ຊາຍທຸກຮູບແບບ, ການປັບປ່ຽນໂຄງສ້າງທາງດ້ານສັງຄົມ ແລະ ເສດຖະກິດ ທີ່ຍັງຄົງຮັກສາບັນ ຫາພວກນີ້ໄວ້. ໃນບັນຫານີ້ ເພດຊາຍຕ້ອງຜັນຕົວມາເປັນພັນທະມິດກັບເພດຍິງ. ຜູ້ຊາຍຄວນຍຶດໝັ້ນກັບຕົນເອງວ່າຈະອອກຫ່າງ ຈາກທຸກຮູບແບບຂອງສິດທິພິເສດ ແລະ ການມີອຳນາດຄອບງໍາຮູບແບບນີ້ ທີ່ເຫັນວ່າມີການຈຳກັດເສລີພາບດ້ານຮ່າງກາຍ.

ເຖິງຢ່າງໃດກໍ່ຕາມ ພວກເຮົາກໍ່ຕ້ອງເບິ່ງໃຫ້ໄກກວ່າຂໍ້ຜູ້ມັດເຫຼົ່ານີ້. ພວກເຮົາຕ້ອງລະບຸໂອກາດ ແລະ ຄວາມເປັນໄປໄດ້ອື່ນໆພ້ອມ.ພວກເຮົາຈະມາສ້າງ ແລະ ເສີມສ້າງພັນທະມິດໄປດ້ວຍກັນກັບບັນດາລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມງານທີ່ໃຫ້ ການສະໜັບສະໜູນ ລວມໄປເຖິງໜ່ວຍງານຕ່າງໆທີ່ຢູ່ພາຍໃຕ້ອົງການສະຫະປະຊາຊາດ ເພື່ອສ້າງພັນທະມິດທີ່ມີຄວາມຈິງໃຈ ແທ້ຈິງ ເຊິ່ງມີຄວ່າມສໍາຄັນເປັນຢ່າງຍິ່ງໃນເວລານີ້.

ທີ່ປະເທດເນປານ, ປະຈຸບັນ, ນາງ ຣາຊະນາ ຊູນາ ເປັນນັກເຄື່ອນໄຫວທີ່ມີຊື່ສຽງກ່ຽວກັບການຕໍ່ສູ້ການແຕ່ງງານກັບເດັກນ້ອຍ ແລະ ໃຫ້ການສຶກສາແກ່ເດັກຍິງເຫຼົ່ານັ້ນໃນຊຸມຊົນກ່ຽວກັບສິດທິແມ່ຍິງ ເຊິ່ງເຮັດໃຫ້ໄວໜຸ່ມຍິງ ແລະ ແມ່ຍິງສາມາດເຫັນເຖິງຄວາມ ສາມາດຂອງຕົນຢ່າງເຕັມສ່ວນ. ລາວເອງກໍ່ໄດ້ແຕ່ງງານກັບຊາຍທີ່ລາວເລືອກ ແລະ ມີຄວາມພູມໃຈທີ່ໄດ້ເປັນແມ່ນຂອງລູກຊາຍ ໃນໄວອາຍຸ 8 ເດືອນ.

ທີ່ປະເທດຕີມໍເລສຼເຕ, ນາງ ນາຕາເລຍ ໄດ້ລ້ຽງລູກສາວທີ່ຊື່ວ່າ ອາຟີນາ ພ້ອມດ້ວຍການຊ່ວຍເຫຼືອສະໜັບສະໜູນຈາກຊຸມຊົນ. ລັດຖະບານເອງກໍ່ເລີ່ມໃຫ້ມີບົດຮຽນກ່ຽວກັບເພດສຶກສາ ຜ່ານຫຼັກສູດໃນບົດຮຽນໃຫ້ຄວາມຮູ້ແກ່ໄວໜຸ່ມກ່ຽວກັບຮ່າງກາຍ, ສິດ ແລະ ທາງເລືອກຂອງພວກເຂົາ.

ທີ່ປະເທດອິນໂດເນເຊຍ, ນາງ ເຮວານາ ແມ່ນຜູ້ນໍາທາງສາສະໜາ ທີ່ຂຶ້ນກັບສະພາມັດສຢິບແຫ່ງປະເທດອິນໂດເນເຊຍ, ໄດ້ຊ່ວຍໂຄ ສະນາເຜີຍແຜ່ໃນການຕໍ່ຕ້ານການຕັດອະໄວຍະວະເພດຍິງ ແລະ ການກະທໍາຕ່າງໆທີ່ກໍ່ໃຫ້ເກີດຄວາມເຈັບປວດຕໍ່ແມ່ຍິງ ແລະ ເດັກຍິງ.

ສຸດທ້າຍນີ້, ແມ່ຍິງຜູ້ທີ່ມີສິດໃນຮ່າງກາຍຂອງພວກເຂົາມີແນວໂນ້ມທີ່ຈະມີອຳນາດເຂັ້ມແຂງໃນດ້ານອື່ນໆໃນ ຊີວິດຂອງພວກເຂົາ ໂດຍຜ່ານການພັດທະນາດ້ານສຸຂະພາບ ແລະ ການສຶກສາ, ການມີລາຍຮັບ ແລະ ຄວາມປອດໄພ. ເມື່ອຜົນປະໂຫຍດເຫຼົ່ານີ້ເກີດຂຶ້ນ ຊຸມຊົນ, ສັງຄົມ ແລະ ປະເທດ ກໍ່ຈະມີຄວາມຮຸ່ງເຮືອງເມື່ອ ໝົດທູກຄົນ ໄດ້ຮັບສິດອຳນາດໃນການຕິດສິນໃຈກ່ຽວກັບຮ່າງກາຍ ແລະ ອະນາຄົດຂອງພວກເຂົາ.

ການຮັບຮູ້ເຖິງເສລີພາບ ຈະຊ່ວຍໃຫ້ພວກເຮົາຄໍານຶງເຖິງຄວາມຍຸດຕິທຳທີ່ມີຢູ່ໃນໂລກ ແລະ ສະຫວັດດີພາບຂອງມະນຸດ, ໃນໂລກທີ່ມີຄວາມສະເໝີ ພາບລະຫວ່າງຍິງ - ຊາຍທີ່ແທ້ຈິງ, ໃນໂລກທີ່ໃຫ້ປະໂຫຍດແກ່ພວກເຮົາທຸກຄົນ.

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.