ທີ່ບ້ານແຫ່ງໜຶ່ງໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ, ຫ່າງຈາກເທດສະບານເມືອງ ແຂວງອຸດົມໄຊ ປະມານ 30 ກິໂລແມັດ ທາງພາກຕາເວັນຕົກສຽງເໜືອຂອງ ສປປ ລາວ ແລະ ປະຊາຊົນທີ່ອາໄສຢູ່ສ່ວນໃຫຍ່ແມ່ນຊົນເຜົ່າຂະມຸ ແລະ ເຜົ່າລື້, ມີກຸ່ມເຍົາວະຊົນຍິງກໍາລັງຫຼິ້ນຢູ່ຂ້າງນອກ. ສິ່ງທີ່ພວກເຂົາຫຼິ້ນນັ້ນ ບໍ່ແມ່ນເກມເພື່ອຄວາມມ່ວນຊື່ນທົ່ວໄປ, ກົງກັນຂ້າມພວກເຂົາກໍາລັງຫຼິ້ນເພື່ອຮຽນຮູ້ບົດຮຽນຈາກຊີວິດຈິງ, ກ່ຽວກັບການປ່ຽນແປງຂອງຮ່າງກາຍ ແລະ ການອອມເງິນ, ທັງໝົດລ້ວນແລ້ວແຕ່ເປັນສິ່ງທີ່ສາມາດກໍານົດຊີວິດຂອງເຂົາເຈົ້າໄດ້.
“ຂ້ອຍໄດ້ໄປຝຶກອົບຮົມຢູ່ເມືອງນາໝໍ້ ແລະ ໄດ້ນຳເອົາບົດຮຽນເຫຼົ່ານີ້ຄືນມາແບ່ງປັນໃຫ້ໝູ່ເພື່ອນ, ເຍົາວະຊົນຍິງ ແລະ ຊາຍໃນບ້ານຂອງຂ້ອຍ ເພື່ອໃຫ້ເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບການປ່ຽນແປງຂອງຮ່າງກາຍ, ການຮັກສາສຸຂະອະນາໄມໃນຊ່ວງເປັນປະຈຳເດືອນ ແລະ ການສ້າງຄວາມໝັ້ນໃຈໃນການຕັດສິນໃຈໃນຊີວິດ.” ນາງ ດວງໃຈ ອາຍຸ 25 ປີ, ຄູຝຶກນາງນ້ອຍ ຢູ່ບ້ານນ້ຳກໍ, ກ່າວດ້ວຍ ໃບໜ້າແຫ່ງຄວາມພາກພູມໃຈ ໃນຂະນະທີ່ນາງພວມແຍງເບິ່ງກຸ່ມໄວໜຸ່ມຍິງທີ່ກໍາລັງເພີດເພີນໄປກັບການສະແດງລະຄອນຂອງເຂົາເຈົ້າຢູ່ກ້ອງຮົ່ມໄມ້ ທີ່ປົກຫຸ້ມເຂົາເຈົ້າຈາກແສງແດດທີ່ຮ້ອນກ້າ.
ນາງ ດວງໃຈ ໄດ້ຮັບໜ້າທີ່ເປັນຄູຝຶກ ໃນໂຄງການກຸ່ມໄວໜຸ່ມຍິງ-ນາງນ້ອຍ (NNGG) ເຊິ່ງລິເລີ່ມໃນປີ 2017 ໂດຍ ອົງການ UNFPA ແລະ ກະຊວງສຶກສາທິການ ແລະ ກິລາ (ກສກ) ກໍ່ຄື ພະແນກການສຶກສານອກໂຮງຮຽນ ແຂວງສະຫວັນນະເຂດ. ໂຄງການກຸ່ມເດັກຍິງ-ນາງນ້ອຍ ແນໃສ່ສ້າງທັກສະຊີວິດອັນຈຳເປັນໃຫ້ໄວໜຸ່ມຈາກບັນດາເຜົ່າ ແລະ ໄດ້ຂະຫຍາຍໄປແຂວງບໍ່ແກ້ວ ແລະ ອຸດົມໄຊ, ເຊິ່ງຜ່ານມາກຸ່ມໄວໜຸ່ມຍິງກໍ່ໄດ້ມີການຝຶກອົບຮົມປະຈຳອາທິດເຖິງ 40 ຄັ້ງ. ການຝຶກປະກອບດ້ວຍການຝຶກຝົນທັກສະການເປັນຄູຝຶກນາງນ້ອຍ, ການສ້າງຄວາມເຂົ້າໃຈໃຫ້ພໍ່ແມ່, ຄູອາຈານ, ອາສາສະຫມັກດ້ານສຸຂະພາບ ແລະ ອໍານາດການປົກຄອງທ້ອງຖິ່ນ. ໂຄງການດັ່ງກ່າວໄດ້ກວມເອົາ 63 ບ້ານໃນແຂວງອຸດົມໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ KOICA.
ທີ່ບ້ານນາໝໍ້ເໜືອ ຫ່າງຈາກຕົວເມືອງປະມານ 8 ກິໂລແມັດ, ມີການດໍາເນີນການຝຶກທັກສະການເຈລະຈາ ແລະ ຄວາມຮູ້ພື້ນຖານດ້ານການເງິນ. ທ່ານ ນາງ ແສງຄໍາ ລໍສະໄມ ຄະນະບໍລິຫານບ້ານ ໄດ້ກ່າວເຖິງໂຄງການກຸ່ມໄວໜຸ່ມຍິງ-ນາງນ້ອຍ ທີ່ເສີມສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງມີຄວາມໝັ້ນໃຈ ແລະ ສາມາດຕັດສິນໃຈໄດ້ດ້ວຍຕົນເອງໂດຍອີງໃສ່ຂໍ້ມູນທີ່ເປັນປະໂຫຍດ ວ່າ “ພວກເຮົາສົມທົບຄວາມພະຍາຍາມຂອງເຮົາກັບພາກລັດ ແລະ ບັນດາຄູ່ຮ່ວມງານອື່ນໆ. ນອກຈາກສະໜອງຈາກການຝຶກອົບຮົມນາງນ້ອຍແລ້ວ ກຸ່ມໄວໜຸ່ມຍິງຍັງໄດ້ຮູ້ບ່ອນທີ່ເຂົາສາມາດຂໍຄວາມຄວາມຊ່ວຍເຫຼືອ ແລະ ຮູ້ວ່າເຂົາເຈົ້າສາມາດຂໍການຊ່ວຍເຫຼືອຈາກອຳນາດການປົກຄອງບ້ານໄດ້ຕະຫຼອດເວລາ” .
ນອກຈາກການລະດົມຄູຝຶກ ເຊັ່ນ ນາງ ດວງໄຊ ແລະ ຕົວແທນບ້ານຄື ນາງ ແສງຄຳ ແລ້ວ, ກະຊວງສຶກສາທິການ ແລະ ກິລາ ຍັງມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດໂຄງການໃຫ້ປະສົບຜົນສໍາເລັດ. ທ້າວ ອາມັດ ວັນປະເສີດ ເຮັດວຽກຢູ່ຫ້ອງການສຶກສາ ແລະ ກິລາ ເມືອງນາໝໍ້ ແລະ ເປັນຜູ້ຈັດການໂຄງການກຸ່ມໄວໜຸ່ມຍິງ-ນາງນ້ອຍ ແຂວງອຸດົມໄຊ ກ່າວວ່າ “ຂ້ອຍຮູ້ສຶກດີໃຈທີ່ໄດ້ເປັນແບບຢ່າງຜູ້ຊາຍໃນທາງບວກ ແລະ ໄດ້ສະໜັບສະໜູນໂຄງການ. ຂ້ອຍເຊື່ອຢ່າງແຮງໃນຄວາມສໍາຄັນຂອງການປູກຈິດສໍານຶກໄວຫນຸ່ມເພື່ອໃຫ້ໄວໜຸ່ມຊາຍ ແລະ ໄວໜຸ່ມຍິງສາມາດເລືອກທາງເລືອກທີ່ຖືກຕ້ອງໃນເວລາທີ່ພວກເຂົາກາຍເປັນຜູ້ໃຫຍ່ ແລະ ປະກອບສ່ວນເຂົ້າໃນການພັດທະນາຊຸມຊົນຂອງພວກເຂົາ.''
ບ້ານພູໂອມ ເຊິ່ງເປັນບ້ານຊົນເຜົ່າຂະມຸ ຫ່າງຈາກເທດສະບານເມືອງ 20 ກິໂລແມັດ, ແມ່ຂອງຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການກຸ່ມໄວໜຸ່ມຍິງ-ນາງນ້ອຍ ໄດ້ບັນຍາຍກ່ຽວກັບໂຄງການດັ່ງກ່າວທີ່ໃຫ້ອະນາຄົດອັນສົດໃສໃຫ້ລູກສາວຂອງລາວອາຍຸ 15 ປີ. “ນັບຕັ້ງແຕ່ລູກສາວຂ້ອຍໄດ້ເຂົ້າຮ່ວມກຸ່ມນາງນ້ອຍ, ຂ້ອຍໄດ້ເຫັນການປັບປຸງຢ່າງໃຫຍ່ຫຼວງໃນວິທີການສື່ສານຂອງລາວ. ຂ້ອຍດີໃຈທີ່ໄດ້ເຫັນລາວເຕີບໃຫຍ່ ແລະ ຄຽງຄູ່ກັນ ກໍ່ຮັບຮູ້ເຖິງບັນຫາຂອງແມ່ຍິງໃນປັດຈຸບັນ, ວິທີການປົກປ້ອງຕົນເອງ ແລະ ການໄດ້ຮັບສິດທິຂອງຕົນເອງ,” ນາງ ຕານນາໄມ ກ່າວ.
ບົວສີ ເປັນໜຶ່ງໃນກຸ່ມເດັກຍິງ 1,200 ຄົນ ອາຍຸ 10-14 ປີ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການກຸ່ມໄວໜຸ່ມຍິງ-ນາງນ້ອຍ ພ້ອມກັບຄູຝຶກ 126 ຄົນ ຈາກກຸ່ມ 15-24 ປີ ເຊັ່ນ ນາງດວງໃຈ. ເພື່ອເປັນການເຂົ້າເຖິງໄວໜຸ່ມຍິງ, ໄດ້ມີການຝຶກອົບຮົມ ແລະ ສ້າງຄວາມເຂົ້າໃຈໃຫ້ຜູ້ໃຫ້ບໍລິການດ້ານສຸຂະພາບ 20 ຄົນ ແລະ ສະມາຊິກຊຸມຊົນ 6,000 ຄົນ ແລະ ເຍົາວະຍົນຊາຍ ຕັ້ງແຕ່ປີ 2017. ນີ້ແມ່ນຜ່ານການຊ່ວຍເຫຼືອຂອງອົງການ UNFPA ແລະ KOICA ໃຫ້ລັດຖະບານ ສປປ ລາວ ເພື່ອໃຫ້ໄວໜຸ່ມທັງທີ່ໄດ້ເຂົ້າໂຮງຮຽນ ແລະ ບໍ່ໄດ້ເຂົ້າໂຮງຮຽນ ສາມາດຂົ້າເຖິງຂໍ້ມູນຂ່າວສານ ແລະ ທັກສະດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢ່າງສະເໝີພາບ ແລະ ມີຄຸນນະພາບ. ນອກນັ້ນວິທີການທີ່ສ້າງສັນຂອງໂຄງການກຸ່ມໄວໜຸ່ມຍິງ-ນາງນ້ອຍນີ້ ຍັງສາມາດຊ່ວຍປະກອບສ່ວນຕໍ່ການຈັດຕັ້ງປະຕິບັດຄໍາໝາຍໝັ້ນຂອງລັດຖະບານຕໍ່ກັບ ICPD25 ທີ່ຈະເຊື່ອມໂຍງເພດສຶກສາແບບຄົບຖ້ວນເຂົ້າໃນຫຼັກສູດຂອງໂຮງຮຽນພາຍໃນປີ2030.
ໃນປີ 2022, ໂຄງການກຸ່ມໄວໜຸ່ມຍິງ-ນາງນ້ອຍ ໄດ້ກ້າວໄປອີກບາດກ້າວໜຶ່ງທີ່ສຳຄັນໃນເສັ້ນທາງສູ່ຄວາມສະເໝີພາບຍິງ-ຊາຍໃນຊຸມຊົນ ກໍ່ຄືມີກິດຈະກຳການມີສ່ວນຮ່ວມທີ່ແນໃສ່ໄວໜຸ່ມຊາຍໃນທຸກບ້ານໃນເມືອງນາໝໍ້. ກິດຈະກໍາສໍາລັບໄວໜຸ່ມຊາຍອາຍຸ 10-19 ປີ ຈະສຸມໃສ່ເຜີຍແຜ່ຂໍ້ມູນຂ່າວສານ ແລະ ປູກຈິດສໍານຶກກ່ຽວກັບກົດຫມາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການເກືອດຫ້າມການແຕ່ງງານເດັກ ແລະ ການປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ, ການຖືພາໃນໄວຫນຸ່ມ ແລະ ຢາເສບຕິດ. ພາຍຫຼັງການຝຶກອົບຮົມທົດລອງ, ຄູສອນ ແລະ ຄູສອນເພື່ອນຊ່ວຍເພື່ອນ ຈະດໍາເນີນການຝຶກໃນບ້ານຂອງຕົນເອງ. ການຝຶກເຫຼົ່ານີ້ຈະຖືກເຊື່ອມເຂົ້າໃນມື້ເຂົ້າຮຽນ ແລະ ກິດຈະກໍາທ້າຍອາທິດ. ໂດຍການເຮັດຄືແນວນີ້, ການສຶກສາຂັ້ນເມືອງສາມາດສ້າງຂີດຄວາມສາມາດໃຫ້ອຳນາດການປົກຄອງທ້ອງຖິ່ນ ໃນການສິດສອນຊຸມຊົນຂອງຕົນໃຫ້ລົງທຶນດ້ານສະຫວັດດີການຂອງໄວໜຸ່ມເພື່ອຮັບປະກັນການບັນລຸຜົນການດໍາເນີນກິດກະກໍາໃນໄລຍະຍາວ.
***********
ອົງການ UNFPA ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.
ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:
ທ່ານ ສີວົງໄຊ ຈັງປິຕິຄຸນ
ຜູ້ຮັບຜິດຊອບແຜນງານ - ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ
ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ
ນາງ ວັນລີ ລໍກວ່າງມິງ
ຜູ້ຮັບຜິດຊອບດ້ານການສື່ສານ ແລະ ການຮ່ວມມື
ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ