You are here

ວັນທີ 23 – 27 ມີນາ 2021, ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ. ນໍາພາໂດຍກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ອົງການປົກຄອງທ້ອງຖີ່ນ, ໂດຍການສະໜັບສະໜູນຈາກ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ໂຮງແຮມ ຄຣາວ ພລາຊ່າ, ໄດ້ຈັດຕັ້ງຄະນະຢ້ຽມຢາມ ຜູ້ໃຫ້ຄໍາແນະນໍາ ໂຄງການ ນາງນ້ອຍ ເຊິ່ງໄດ້ຖືກຈັດຕັ້ງປະຕິບັດເພື່ອກໍານົດກິດຈະກຳທີ່ມີທ່າແຮງສໍາຄັນ ສຳລັບການສ້າງລາຍໄດ້ ແລະ ການພັດທະນາທັກສະຊີວິດທີ່ຈຳເປັນ. ທາງທີມງານ ຄຣາວ ພລາຊ່າ ຈະໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ຄວາມຮູ້ໃນການດຳເນີນທຸລະກິດ.

 

ການລົງຢ້ຽມຢາມຮ່ວມກັນທີ່ ເມືອງ  ເຊໂປນ, ໄດ້ຄັດເລືອກ ຜູ້ໃຫ້ຄໍາແນະນໍາ ໂຄງການ ນາງ ນ້ອຍ ຜູ້ທີ່ມີຄວາມມັກຮັກ ແລະ ມີຄວາມກະຕື້ລືລົ້ນໃນການພັດທະນາຕົນເອງ ແລະ ຊຸມຊົນຂອງພວກເຂົາ ເຊິ່ງຈະໄດ້ຮັບການຝຶກອົບຮົມໃນນະຄອນຫຼວງວຽງຈັນໂດຍໄດ້ຮັບການສະໜັບສະໜູນຈາກ ໂຮງແຮມ ຄຣາວ ພລາຊ່າ. ການຝຶກອົບຮົມ ການພັດທະນາທັກສະ ພ້ອມດ້ວຍທຶນໃນການລິເລີ່ມທຸລະກິດ ແມ່ນໄດ້ຖືກຈັດຕັ້ງປະຕິບັດໃຫ້ແກ່ ຜູ້ໃຫ້ຄໍາແນະນໍາ ໂຄງການ ນາງນ້ອຍ ໃນເມືອງເຊໂປນ, ເຊິ່ງພວກເຂົາຈະໄດ້ຮັບການຝຶກອົບຮົມກ່ຽວກັບວິທີການເພື່ອນໍາໃຊ້ວັດຖຸ ແລະ ທ່າແຮງຕາມທ້ອງຖິ່ນເພື່ອສ້າງລາຍໄດ້, ສ້າງແຜນທຸລະກິດ ແລະ ທັກສະທີ່ຈໍາເປັນອື່ນໆ. ການຝຶກອົບຮົມດັ່ງກ່າວແມ່ນຈະໄດ້ຈັດຂຶ້ນທີ່ ໂຮງແຮມ ຄຣາວ ພລາຊ່າ ແລະ ວິທະຍາໄລເຕັກນິກປາກປາສັກ, ນະຄອນຫຼວງວຽງຈັນ.

 

 ຄະນະດັ່ງກ່າວໄດ້ລົງຢ້ຽມຢາມທັງໝົດ 6 ບ້ານ ມີຄື: ບ້ານ ວັງກຸ່ມ, ບ້ານ ສະໂຄຍ, ບ້ານ ວັງໝູ, ບ້ານ ອາໄລໃຫຍ່, ບ້ານ ແກ້ງຄໍາ, ແລະ ບ້ານ ອາລາງ ໃນເມືອງ ເຊໂປນ ແລະ ຄັດເລືອກຜູ້ໃຫ້ຄຳແນະນໍາ ໂຄງການ ນາງນ້ອຍ 4 ຄົນຄື: ນາງ ແສງຈັນ ເຊນວນ, ນາງ ຕຸ່ນ, ນາງ ກະຕຽມ ແລະ ນາງ ກົງວັນ ເຊິ່ງເປັນຜູ້ເໝາະສົມອີງເງື່ອນໄຂຂອງໂຄງການ ເຊັ່ນ ອາຍຸ 18 ປີ ຂຶ້ນໄປ ແລະ ໄດ້ຮັບການເຫັນດີຈາກຄອບຄົວ ແລະ ອົງການຈັດຕັ້ງ. ຜູ້ໃຫ້ຄຳແນະນຳ ແມ່ນມາຈາກບັນດາຊົນເຜົ່າຕ່າງໆເຊັ່ນ: ຊົນເຜົ່າຜູ້ໄທ, ຕຣີ ແລະ ມະກອງ ທີ່ປະສົບກັບເງື່ອນໄຂຂໍ້ຫຍຸ້ງຍາກໃນການດຳລົງຊີວິດຍ້ອນຄວາມທຸກຍາກ. ການຄັດເລືອກເອົາ ຜູ້ໃຫ້ຄໍາແນະນໍາ ໂຄງການ ນາງນ້ອຍ ແມ່ນໄດ້ປຶກສາຫາລືຢ່າງໃກ້ຊິດກັບພໍ່ແມ່ຂອງຜູ້ກ່ຽວ, ນາຍບ້ານ ແລະ ອຳນາດການປົກຄອງເມືອງເພື່ອຮັບປະກັນໃຫ້ພວກເຂົາສາມາດບຳລຸງຄວາມຮູ້ເຂົ້າໃນການປະຕິບັດ ແລະ ພົວພັນກັບ ກຸ່ມເດັກຍິງ ນາງນ້ອຍ ໃນການສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວ.

 

 ນາງ ແສງຈັນ ເຊນວນ, ໜຶ່ງໃນຜູ້ແນະນໍາ ໂຄງການ ນາງ ນ້ອຍ ທີ່ໄດ້ຖືກຄັດເລືອກໄດ້ກ່າວດ້ວຍຄວາມດີໃຈຕໍ່ໂຄງການວ່າ, ຂ້ອຍອາຍຸ 19 ປີ ແລະ ຕ້ອງໄດ້ເປັນເສົາຄໍ້າຂອງຄອບຄົວ. ຂ້ອຍສູນເສຍໂອກາດໃນການພັດທະນາຕົນເອງໃນຊີວິດນັບຕັ້ງແຕ່ຂ້ອຍອອກຈາກໂຮງຮຽນໃນປີ 2017. ຖ້າຂ້ອຍເຮັດໄດ້ເຮັດເປັນ, ຂ້ອຍຢາກເປີດຮ້ານຂາຍເຄື່ອງນ້ອຍໆຂາຍເຂົ້າໜົມ ແລະ ເຄື່ອງດື່ມຢູ່ຕໍ່ໜ້າເຮືອນຂອງຂ້ອຍ. ກ່າວໂດຍ ນາງ ແສງຈັນ.

 

 ທ່ານ ຖາວອນ ອິນຊີຊຽງໃໝ່, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ກ່າວວ່າ:

ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຕໍ່ກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ທີ່ໄດ້ໃຫ້ການສະໜັບສະໜູນກິດຈະກຳເຕົ້າໂຮມກຸ່ມເດັກຍິງ ຫຼື ໂຄງການນາງນ້ອຍ ຕະຫຼອດມາ  ແລະ ໂຮງແຮມ ຄຣາວ ພລາຊ່າ ທີ່ໄດ້ປະກອບສ່ວນຂະຫຍາຍໂຄງການໃຫ້ເຂົ້າເຖິງເດັກຍິງໃຫ້ກວ້າງຂວາງກວ່າເກົ່າ. ຍ້ອນວ່າການຄວາມຮ່ວມມືຈາກທຸກພາກສ່ວນເປັນຕົ້ນແມ່ນ ຝ່າຍລັດຖະບານ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນເອກະຊົນ ແມ່ນເປັນສິ່ງສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ກັບໄວໜຸ່ມ, ໂດຍສະເພາະໄວໜຸ່ມຍິງຜູ້ທີ່ມີຄວາມສ່ຽງ.

 

 “ໄວໜຸ່ມຍິງຫຼາຍຄົນຕ້ອງໄດ້ອອກໂຮງຮຽນເພື່ອຫາລ້ຽງຄອບຄົວ ຍ້ອນຄວາມທຸກຍາກ. ເມື່ອພວກເຂົາບໍ່ໄດ້ຮຽນໜັງສືພວກເຂົາມັກຈະແກ້ບັນຫາດ້ວຍການສ້າງຄອບຄົວ. ເຊິ່ງມັນບໍ່ແມ່ນພຽງແຕ່ເປັນການປ່ອຍປະໂອກາດທີ່ພວກເຂົາຈະມີຄວາມຮູ້ ແລະ ຄວາມສາມາດໃນການພັດທະນາຕົນເອງ, ແຕ່ຍັງເປັນແບບຢ່າງໃຫ້ໄວໜຸ່ມຍິງຄົນອື່ນໆ ໄດ້ເຫັນຄຸນຄ່າຂອງການສຶກສາ, ເພື່ອໃຫ້ພວກເຂົາຮັບຮູ້ເຖິງຄວາມສາມາດຂອງພວກເຂົາ ແລະ ພວກເຂົາກໍ່ສາມາດເປັນຄົນໃດກໍຕາມທີ່ພວກເຂົາຕ້ອງການທີ່ຈະເປັນ”, ທ່ານ ສົນວິໄຊ ໄຊຍະວົງ, ນາຍບ້ານ ບ້ານແກ້ງຄໍາ ໄດ້ສະແດງການສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ວ່າ ສິ່ງດັ່ງກ່າວຈະຊ່ວຍໃຫ້ໄວໜຸ່ມຍິງ ຮັບຮູ້ວ່າພວກເຂົາສາມາດພັດທະນາຕົນເອງໄດ້ຫຼາຍກວ່າການຕັດສິນໃຈແຕ່ງງານຢ່າງໄວວາ ເຊິ່ງຈະກໍ່ໃຫ້ເກີດເຫດການທີ່ສົ່ງຜົນເສຍຕໍ່ມາເຊັ່ນ: ການຖືພາໄວກ່ອນໄວອັນຄວນ ແລະ ຄວາມທຸກຍາກ.

 

ກະຊວງສຶກສາທິການ ແລະ ກິລາ MOES  ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA)  ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາ ເຊັ່ນວ່າ: ໂຮງແຮມ ຄຣາວ ພລາຊ່າ ທີ່ໄດ້ສະໜັບສະໜູນ ກຸ່ມເດັກຍິງ ນາງນ້ອຍ ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວຮຸ່ນ ແລະ ໄວໜຸ່ມ ໂດຍການສິດສອນພວກເຂົາກ່ຽວກັບທັກສະໃນຊີວິດທີ່ຈໍາເປັນ, ຄວາມຮູ້ທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການປົກປ້ອງ, ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ຜູ້ໃຫ້ຄຳແນະນຳ ໂຄງການ ນາງ ນ້ອຍ ແມ່ນເດັກຍິງທີ່ເຄີຍອອກໂຮງຮຽນ ເຊິ່ງໄດ້ອາສາສະໝັກເຂົ້າຮ່ວມກິດຈະກຳ ກຸ່ມເດັກຍິງ ນາງ ນ້ອຍ ເພື່ອສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິຂອງພວກເຂົາເຊັ່ນດຽວກັນກັບທັກສະໃນຊີວິດອີກດ້ວຍ, ເພື່ອໃຫ້ພວກເຂົາມີໂອກາດທາງເລືອກອື່ນ ໃນການຕັດສິນໃຈທາງເລືອກທີ່ຖືກຕ້ອງທີ່ສຸດສໍາລັບພວກເຂົາ ແລະ ເພື່ອສົ່ງເສີມຄວາມສາມາດ ແລະ ມີອະນາຄົດທີ່ສົດໃສກວ່າທີ່ເປັນຢູ່.

 

ການຮ່ວມມືລະຫວ່າງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ໂຮງແຮມ ຄຣາວ ພລາຊ່າແມ່ນໄດ້ສຸມໃສ່ການລົງທຶນ ໄວໜຸ່ມຍິງ ພາຍໃຕ້ແຜນງານ ນາງ ນ້ອຍ Noi Framework, ເຊິ່ງປະກອບມີການປົກປ້ອງ ແລະ ສົ່ງເສີມສິດທິຂອງແມ່ຍິງ ແລະ ເດັກຍິງ, ເຂົ້າຮ່ວມໃນຂະບວນການ ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ , ອະນາຄົດຂອງຂ້ອຍ ( Me, My Body, My Planet, My Future Cam paign ),  ແລະສະໜັບສະໜູນການເຂົ້າຮ່ວມຂອງ ແຜນງານ ນາງ ນ້ອຍ ອື່ນໆ ເຊິ່ງແມ່ນສ່ວນໜຶ່ງຂອງ ຄວາມໝັ້ນໝາຍ ຂອງ ສ ປ ປ ລາວ ຕໍ່ແຜນປະຕິບັດງານຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).

 

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈໍາລາວ ສະໜັບສະໜູນລັດຖະບານໃນການບັນລຸເປົ້າໝາຍແຫ່ງຊາດສຳລັບເປົ້າໝາຍການພັດທະນາແບບຍືນຍົງ (SDGs). ເພີ່ມປະສິດທິພາບໃນການຮ່ວມມື ຈາກບັນດາພາກສ່ວນເອກະຊົນ ແລະ ການສ້າງສັນສິ່ງໃໝ່ໆ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການສະໜັບສະໜູນກດ້ວຍຄວາມຄິດລິເລີ່ມທີ່ວ່າ ເນັ້ນໃສ່ບັນດາແມ່ຍິງ ແລະ ເດັກນ້ອຍຍິງເປັນສູນກາງ ສິ່ງເຫຼົ່ານີ້ແມ່ນຈຸດສຳຄັນທີ່ຈະຕ້ອງເລັ່ງດໍາເນີນການຢ່າງຮີບດ່ວນ ເພື່ອໃຫ້ກ້າວໄປເຖິງ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ບັນລຸຜົນຕາມທີ່ວາງໄວ້.

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: 

ທ່ານ ສີວົງໄຊ ຈັງປິຕິກຸນ, ຮັບຜິດຊອບແຜນງານ ໄວໜຸ່ມ-ເຍົາວະຊົນ 

 ອີເມວ: changpitikoun@unfpa.org

 

ທ່ານ ນາງ ວາດສະໜາ ວົງແສງຈັນ, ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: vongsengchanh@unfpa.org