You are here

ນະຄອນຫຼວງວຽງຈັນວັນທີ 23 ພຶດສະພາ 2022ແສງຈັນແສ່ວໝອນອຍ ແລະ ພູວຽງ ເປັນໄວໜຸ່ມຍິງ 5 ຄົນ ທີ່ມາຈາກເມືອງເຊໂປນແຂວງສະຫວັນນະເຂດ. ພວກເຂົາເດີນທາງມາຮອດ ໂຮງແຮມ ຄຣາວ ພລາຊາ ວຽງຈັນ ເພື່ມາຝຶກງານຢູ່ທີ່ໂຮງແຮມແຫ່ງນີ້ ແລະ ວິທະຍາໄລເຕັກນິກປາກປ່າສັກ ເປັນເວລາ 03 ເດືອນ ເພື່ອຝຶກຝົນທັກສະດ້ານວິຊາຊີບໃນການກະກຽມອາຫານເພີ່ມຄວາມຮູ້ດ້ານການເງິນ ແລະ ຄວາມຮູ້ພື້ນຖານດ້ານການຕະຫຼາດ. ພວກ​ເຂົາ​ຈະຈົບ​ອອກ​ໄປດ້ວຍຄວາມ​ພ້ອມດ້ານທັກສະ ແລະ ຄວາມຮູ້​ທີ່​ຈະເຮັດ​ວຽກເພື່ອ​ສ້າງ​ລາຍ​ຮັບໃຫ້​ຕົນເອງເມື່ອກັບໄປ​ເຊ​ໂປນ.

 

ສໍາລັບກິດຈະກໍາລິເລີ່ມໃນຄັ້ງນີ້ແມ່ນເກີດຂຶ້ນໄດ້ ຕ້ອງຂອບໃຈການຮ່ວມມືລະຫວ່າງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA) ແລະ ໂຮງແຮມ ຄຣາວ ພລາຊາ (Crowne Plaza) ທີ່ເປັນສ່ວນຫນຶ່ງໃນວຽກຂອງ UNFPA ກັບກະຊວງສຶກສາທິການ ແລະ ກິລາ (MoES) ເພື່ອຄວາມຮອບດ້ານຂອງ "ລະບົບນິເວດນາງນ້ອຍ"ກອບວຽກຂອງນາງນ້ອຍ ຈະດຶງເອົາການມີສ່ວນຮ່ວມກັບພາກເອກະຊົນໃນການພັດທະນາເສດຖະກິດແບບຍືນຍົງໃນ ສປປ ລາວໂດຍສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໄວທີ່ເປັນເຍົາວະຊົນ ແລະ ໄວໜຸ່ມ.

 

ທ່ານ ນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: ໃນ ສປປ ລາວ ມີໄວໜຸ່ມຍິງຫຼາຍກວ່າ 700.000 ຄົນແຕ່ລະຄົນມີທ່າແຮງໃນການປະກອບການສາມາດປະກອບສ່ວນເຂົ້າໃນການເຕີບໂຕທາງດ້ານເສດຖະກິດຂອງລາວ. ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນຢ່າງມີນະວັດຕະກໍາ ເຊັ່ນການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ (MOES)ຄຣາວ ພລາຊາ ແລະ UNFPA ໃນຄັ້ງນີ້ ຈະຊ່ວຍເລັ່ງໃຫ້ມີການລົງທຶນຈາກຊຸມຊົນ ພ້ອມທັງເລັ່ງໃຫ້ເກີດການປ່ຽນແປງຕ່າງໆໃນຊີວິດເພື່ອການພັດທະນາແບບຍືນຍົງ

 

ເນື່ອງຈາກເປັນສ່ວນໜຶ່ງຂອງແຜນທຸລະກິດຢ່າງມີຄວາມຮັບຜິດຊອບໄລຍະ 10 ປີ ໃນໂຄງການ Journey to tomorrow” ຂອງກຸ່ມໂຮງແຮມ InterContinental (IHG), ຄຣາວ ພລາຊາ ວຽງຈັນ ໄດ້ຮ່ວມມືກັບ UNFPA ປະຈໍາ ສປປ ລາວ ເພື່ອສະໜັບສະໜູນ ກອບວຽກຂອງນາງນ້ອຍຮອດປີ2030 ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມຍິງ. ຜູ້ເຂົ້າຮ່ວມຊຸດທໍາອິດໃນການຝຶກອົບຮົມຄັ້ງນີ້ ຈະໄດ້ຮຽນຮູ້ການປຸງແຕ່ງໝາກໄມ້ຕາມລະດູການຮຽນຮູ້ດ້ານການເງິນ ແລະ ການຕະຫຼາດຂັ້ນພື້ນຖານ ເພື່ອເຮັດໃຫ້ເຂົາເຈົ້າສາມາດເຮັດກິດຈະກຳເພື່ອສ້າງລາຍຮັບຂອງຕົນເອງ. ຄຣາວ ພລາຊາ ະອໍານວຍຄວາມສະດວກດ້ານ ການວາງຜະລິດຕະພັນ ແລະ ການເຂົ້າເຖິງຕະຫຼາດເມື່ອແມ່ຍິງກຸ່ມນີ້ເລີ່ມສ້າງຜະລິດຕະພັນ ເພື່ອຊ່ວຍເຮັດໃຫ້ພວກເຂົາສາມາດເປັນເອກະລາດທາງດ້ານການເງິນໄດ້ຢ່າງໄວວາ.

ຮູບທີ 2: ໄວໜຸ່ມຍິງຈາກໂຄງການນາງນ້ອຍໃນຂະນະຮ່ວມພິທີບາສີຮັບພອນຈາກ UNFPA, ຄຣາວ ພລາຊາ ແລະ ກະຊວງສຶກສາທິການ ແລະ ກິລາ. ໂດຍ: sisavath/UNFPA Laos.

 

ທ່ານ ນາງ Patria Puyatຜູ້ຈັດການຂອງ ຄຣາວ ພລາຊາ ວຽງຈັນ ໄດ້ສະແດງການສະໜັບສະໜູນຢ່າງເຕັມທີ່ຕໍ່ການເຮັດວຽກ ແລະ ໜ້າທີ່ຂອງ UNFPA ໂດຍກ່າວວ່າ: ພວກເຮົາເຊື່ອໝັ້ນໃນໄວໜຸ່ມ. ພວກ​ເຂົາ​ແມ່ນ​ອະ​ນາ​ຄົດຂອງຊາດ​, ດັ່ງ​ນັ້ນ​ພວກ​ເຮົາ​ຢືນ​ຢູ່​ຄຽງ​ຂ້າງ​ພວກເຂົາ​ເພື່ອ​ຊ່ວຍ​ໃຫ້​ເຂົາ​​ສ້າງ​ຄວາມ​ສາ​ມາດ​ຂອງ​ຕົນ ​ແລະ ​ເຊື່ອ​ໃນ​ຕົນ​ເອງ. ກິດຈະກໍານີ້​ເປັນ​ພຽງ​ການ​ເລີ່ມ​ຕົ້ນ ​ແລະ​ ຈະມີໄວໜຸ່ມຍິງ​ຫຼາຍ​ກວ່ານີ້ ທີ່​ຈະ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ເພື່ອສານ​ຝັນຂອງເຂົາເຈົ້າສໍາລັບ​ອະ​ນາ​ຄົດ​ທີ່​ດີກ​ວ່າ​".

 

ໃນອາຊຽນສປປ ລາວ ມີອັດຕາສ່ວນການແຕ່ງງານໄວ ແລະ ອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ. ເກືອບ ໃນ ໄວໜຸ່ມຍິງອາຍຸ 15-19 ປີແມ່ນແຕ່ງງານ ແລະ ຫຼາຍກວ່າ ໃນ 10 ໄດ້ເລີ່ມມີລູກ. ບັນຫານີ້ເມື່ອບວກກັບອັດຕາການປະລະການຮຽນທີ່ສູງຫຼາຍຍິ່ງເຮັດໃຫ້ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຮ້າຍແຮງຂຶ້ນ, ເຊິ່ງເຮັດໃຫ້ໂອກາດໃນອະນາຄົດຂອງໄວໜຸ່ມຍິງຫຼຸດລົງ.

 

ທ່ານ ວິ​ສັນ ສົມ​ພົງຮອງ​ຫົວໜ້າ​ກົມ​ການ​ສຶກສາ​ນອກ​ໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ກັບ UNFPA ​ແລະ ຄຣາວ ພລາຊາ ໃນຄັ້ງນີ້ ເປັນການສະໜັບສະໜູນໃຫ້ແກ່​ແຜນ​ພັດທະນາການ​ສຶກສາ ​ແລະ ​ເປັນ​ໂອກາດ​ອັນ​ລ້ຳ​ຄ່າ​ໃນການ​ຊຸກຍູ້​ສົ່ງເສີມດ້ານ​ບົດບາດ​ທາງເພດ. ຜ່ານ​ການ​ຝຶກ​ອົບ​ຮົມ​ວິຊາຊີບເດັກ​ຍິງໃນໂຄງການ​ນາງ​ນ້ອຍເຖິງ​ວ່າຈະບໍ່ໄດ້ໄປ​ໂຮງ​ຮຽນ​ແລ້ວ​ກໍ​ຍັງ​ສາ​ມາດ​ຮ່ຳ​ຮຽນມ່ວນ​ຊື່ນ ແລະ ແລກ​ປ່ຽນ ຫຼື ຖ່າຍທອດ​ບົດຮຽນເມື່ອເຂົາເຈົ້າ​ກັບ​ຄືນ​ເມືອ​ບ້ານ.

 

ລະບົບນິເວດນາງນ້ອຍ ໄດ້ສ່ອງແສງເຖິງຄວາມຈໍາເປັນອັນຮີບດ່ວນໃນການລົງທຶນໄວໜຸ່ມ. ຫຼາຍກວ່າ 80.000 ຄົນ ທີ່ຊອກຫາວຽກເຮັດງານທໍາໃນຕະຫຼາດແຮງງານລາວຕໍ່ປີເຂົາເຈົ້າເປັນໄວໜຸ່ມທີ່ໃນຕອນນີ້ກໍາລັງຕ້ອງການທັກສະຄວາມໝັ້ນໃຈ ແລະ ໂອກາດ. ກອບວຽກຂອງນາງ​ນ້ອຍ​ໄດ້​ຖືກ​ຮັບຮອງ​ຈາກ​ລັດຖະບານ​ລາວ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການຈັດຕັ້ງທາງສັງຄົມ, ການຮ່ວມຫຼາຍຝ່າຍລວມທັງສື່​ມວນ​ຊົນ ​ແລະ ພາກ​ເອກະ​ຊົນຊ່ວຍເຫຼືອໄວໜຸ່ມຍິງ ແລະ ຊາຍ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ, ໃຫ້ການສະໜັບສະໜູນ​ໄວໜຸ່ມ​ຍິງ​ໃຫ້ໄດ້​ເຂົ້າ​ໂຮງຮຽນ ​ແລະ ​ໄດ້​ມີບົດບາດຫຼາຍຂຶ້ນ ​ແລະ ທັບມ້າງ​ວົງ​ຈອນ​​ຄວາມທຸກ​ຍາກ.

 

ແສງຈັນ ມີອາຍຸ 20 ປີໜຶ່ງຜູ້ເຂົ້າຮ່ວມການຝຶກອົບຮົມ, ຜ່ານມາແມ່ນອາໄສຢູ່ກັບແມ່ຕູ້ຕັ້ງແຕ່ຮຽນຈົບຊັ້ນມັດທະຍົມສຶກສາຕອນຕົ້ນປີທີ 3, ກ່າວດ້ວຍຄວາມຮູ້ສຶກຕື່ນເຕັ້ນວ່າ ຂ້ອຍດີໃຈຫຼາຍ ແລະ ຂອບໃຈສຳລັບໂອກາດທີ່ມອບໃຫ້ຂ້ອຍ. ເປັນຄັ້ງທຳອິດສຳລັບຂ້ອຍທີ່ໄດ້ມາ ນະຄອນຫຼວງວຽງຈັນ ແລະ ຢູ່ໃນສະຖານທີ່ດີໆ ເຊັ່ນ ໂຮງແຮມ ຄຣາວ ພລາຊາ ເພື່ອຝຶກທັກສະການປຸງແຕ່ງອາຫານ. ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າທີ່​ສາ​ມາດ​ເຮັດ​ໄດ້ເພື່ອຮຽນໃຫ້ສໍາ​ເລັດ ​ແລະ ​ນໍາສິ່ງທີ່ຮຽນມາໄປໃຊ້ໃນ​ອະ​ນາ​ຄົດ”.

 

 

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

 

ສີວົງໄຊ ຈັງປິຕິຄຸນ

ຜູ້ວິເຄາະແຜນງານ - ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ,

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: chanpitikoun@unfpa.org

 

Fatima-Zahra Benyahia Sablonnière

ຊ່ຽວຊານຕ່າງປະເທດດ້ານການຮ່ວມມື ແລະ ນະວັດຕະກໍາຈາກ UNV, 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: fbenyahia@unfpa.org