You are here

ທ່ານນາງດຣ.​ ອານຸລັກ ຜາບຸດດີ ​ກ່າວວ່າ: "ໃນບັນດາຄົນເຈັບຂອງຂ້າພະເຈົ້າ , ແມ່ຍິງຫຼາຍຄົນທີ່ຂ້າພະເຈົ້າເຫັນວ່າປະສົບກັບ​ຄວາມຮຸນແຮງແມ່ນຖືກຍາດພີ່ນ້ອງທີ່ໃກ້ຊິດທໍາຮ້າຍ​, ສິ່ງທີ່ພົບເຫັນເລື້ອຍ​ແມ່ນຄວາມຮຸນແຮງທາງເພດ. ​ການໃຫ້ຄໍາປຶກສາແກ່ຜູ້ລອດຊີວິດແມ່ນວຽກງານທີ່ລະອຽດອ່ອນ​, ຊຸມຊົນສ່ວນຫຼາຍຍັງ​ບໍ່ທັນເຂົ້າໃຈ."

 

ທີ່ກົມ​ສູດຕິສາດ ແລະ ພະຍາດຍິງ,​ ພະແນກພະຍາດຍິງ/ນາລີເວດວິທະຍາ​, ແມ່ ແລະ ເດັກ, ອົງການ UNFPA ໄດ້ພົບກັບໜຶ່ງໃນບັນດາ​ຜູ້ໃຫ້ບໍລິການທີ່ໄດ້ຮັບການຝຶກອົບຮົມໂດຍຜ່ານໂຄງການຂອງລັດຖະບານ ແລະ ອົງການ​ UNFPA ກ່ຽວກັບການແກ້ໄຂຂອງ​ຂະແໜ​ງການສາທາລະນະສຸກ​ຕໍ່ຄວາມຮຸນແຮງທາງເພດ (GBV), ທ່ານດຣ. ອານຸລັກ ຜາບຸດດີ ​ ເປັນແພດຍິງໜຸ່ມ​ຜູ້ຊ່ຽວຊານດ້ານພະຍາດຍິງ​ ແລະ ເປັນຄູຝຶກດ້ານການ​ເບິ່ງແຍງດູແລການລຸ​ລູກ​ຢ່າງປອດໄພ, ຮັບຜິດຊອບໃນການໃຫ້ ຄໍາປຶກສາ ແລະ ການຕິດຕາມກວດກາແມ່ຍິງ ແລະ ເດັກນ້ອຍທີ່ລອດຊີວິດຈາກ GBV.

 

ດຣ. ອານຸລັກ ຜາບຸດດີ ກ່າວວ່າ:  "ບາງຄັ້ງທ່ານໝໍກໍແມ່ນຜູ້​ທໍາອິດທີ່ໄດ້ແກ້ໄຂ​​ຄວາມຮຸນແຮງຕໍ່ແມ່ຍິງ," ທ່ານດຣ. ອານຸລັກ ຜາບຸດດີ ໄດ້​ກ່າວເຖິງ​ບົດບາດສໍາຄັນຂອງພະນັກງານແຖວໜ້າດ້ານ​ການ​ຮັກສາສຸຂະພາບໃນການແກ້ໄຂ​ຕໍ່ GBV​. ແມ່ຍິງ ຫຼື ເຍົາວະຊົນເດັກຍິງ​ທີ່ປະສົບກັບຄວາມຮຸນແຮງໄດ້​ເຂົ້າມາ​ໂຮງໝໍທີ່ທ່ານໝໍອານຸລັກ ຜາບຸດດີເຮັດວຽກຢູ່ເພື່ອຂໍ​ຮ້ອງການເບິ່ງ ແຍງດູແລໂດຍສະເລ່ຍແລ້ວເດືອນລະຄົນ​. ໃນປີນີ້, ພວກເຂົາ​ໄດ້ຊ່ວຍເຫຼືອ​ແມ່ຍິງ 22 ຄົນ ທີ່ລອດຊີວິດຈາກຄວາມຮຸນແຮງແລ້ວ.

 

ດຣ ອານຸລັກ ຜາບຸດດີ ມີຄໍາ​ເຫັນວ່າ ​ຜູ້ກະທຳຜິດສ່ວນຫຼາຍແມ່ນຜູ້ທີ່ຜູ້ລອດຊີວິດ​ຮູ້ຈັກ​. ທ່ານນາງ ອານຸລັກ ເວົ້າວ່າ: “ກໍລະນີສ່ວນໃຫຍ່ທີ່ເຂົ້າມາຫາ​ພວກເຮົາແມ່ນກ່ຽວຂ້ອງກັບການຂູດຮີດທາງເພດ ຫຼື ການລ່ວງລະເມີດທາງເພດເດັກ ຫຼື ເຍົາວະຊົນ​, ເຊັ່ນ: ​ຄວາມຮຸນແຮງທີ່ເກີດຂຶ້ນໂດຍຄູສອນ, ລຸງອາວ, ພໍ່ນ້າ​, ແລະ ເພື່ອນບ້ານໃກ້ຄຽງທີ່ພວກເຂົາເຈົ້າຮູ້ຈັກດີ. ເຍົາວະຊົນ​ທີ່ເປັນຜູ້ໃຫ່ຍກວ່າ​ລາຍງານວ່າຖືກຂົ່ມເຫັງທາງເພດໂດຍແຟນ ຫຼື ໝູ່​ເພື່ອນຂອງພວກເຂົາໃນເວລາທີ່ພວກເຂົາອອກໄປຫຼິ້ນນໍາ​ກັນ.

 

ທ່ານນາງ ດຣ. ເລົ່າວ່າ ເມື່ອຜູ້ລອດຊີວິດມາເຖິງ​ພະແນກສຸກເສີນຄົນເຈັບນອກທີ່ສະແດງເຖິງອາການຂອງຄວາມຮຸນແຮງ ຫຼື ເປີດເຜີຍຄວາມຈິງອອກມາ, ​ກໍໄດ້ຮັບ​ລາຍງານຜູ້ຕ້ອງສົງໄສ ຫຼື ຜູ້ທີ່​ຢືນຢັງແລ້ວວ່າເປັນ​ກໍລະນີຄວາມຮຸນແຮງ​. ເມື່ອຜູ້ເຄາະຮ້າຍໄດ້ຮັບການກວດຮ່າງກາຍ ແລະ ຈິດໃຈແລ້ວ, ທີມງານຈະປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ. ຕົວຢ່າງ:​ ຖ້າຜູ້​ເຄາະຮ້າຍ-ຜູ້ລອດຊີວິດຕ້ອງການທີ່ພັກອາໄສທີ່ປອດໄພ ຫຼື ຄໍາປຶກສາ​ດ້ານກົດໝາຍ. ຖ້າ​ຫາກ​ວ່າ​​ຕ້ອງ​ໄດ້​ດໍາ​ເນີນຄະດີ​ທາງ​​ກົດ​ໝ​າຍ, ຕໍາ​ຫຼວດ​ຈະ​ມາ ​ແລະ ເອົາ​​ໃບຢັ້ງຢືນຜົນ​​ກວດ​ຂອງ​​​ຄະ​ນະ​​ໂຮງໝໍ​​​.

 

ເຖິງຢ່າງນັ້ນກໍຕາມ​, ທ່ານດຣ. ອານຸລັກ ຜາບຸດດີ ຍັງໄດ້ເວົ້າວ່າ:​ “ພວກເຮົາຍັງປະເຊີນກັບສິ່ງທ້າທາຍຕ່າງໆດ້ານ​ການປະສານງານ ຫຼື ລະບົບການສົ່ງຕໍ່. ຕົວຢ່າງ:​ ບາງກໍລະນີໄດ້ມີການ​ໄກ່ເກ່ຍກັນພາຍໃນຄອບຄົວ ຫຼື ໄກ່ເກ່ຍໃນຂັ້ນ​ບ້ານແທນທີ່ຈະຊອກຫາການຊ່ວຍເຫຼືອຈາກໂຮງໝໍ ​ແລະ ຈາກລະບົບຍຸຕິທໍາ."

 

ທ່ານດຣ. ອານຸລັກ ຜາບຸດດີ ຍັງໄດ້ຄົ້ນພົບ​ຈຸດສໍາຄັນເພື່ອ​ປັບປຸງ​ລະບົບການແກ້ໄຂ​ຕໍ່​ຜູ້ລອດຊີວິດຈາກ GBV ໃຫ້​ດີຂຶ້ນ. ໃນນັ້ນທ່ານນາງໄດ້ເວົ້າເຖິງ ເຊັ່ນ​​: ຕ້ອງການຫ້ອງສະເພາະເພື່ອໃຫ້ຄໍາປຶກສາ ແລະ ຫ້ອງກວດ​, ທີ່ພັກອາໄສເພີ່ມເຕີມ, ແລະ ອຸປະ ກອນທີ່ດີກວ່າເພື່ອເກັບກໍາຫຼັກຖານ​ດ້ານນິຕິເວດ​, ເຊັ່ນ: ເຄື່ອງມືເກັບກໍາເສັ້ນຜົມເສັ້ນຂົນ, ນໍ້າອະສຸຈິ, ຫຼື ເລືອດຕາມ​ຮ່າງກາຍຂອງຜູ້ເຄາະຮ້າຍ ແລະ ເຄື່ອງນຸ່ງຫົ່ມ. ທ່ານນາງຍັງໄດ້ຮຽກຮ້ອງໃຫ້ມີການເສີມສ້າງຄວາມສາມາດໃຫ້ແກ່ຜູ້ໃຫ້ຄໍາ​ປຶກສາ ແລະ ພາກສ່ວນ​ຕໍາຫຼວດໃນການ​ຖາມຄໍາຖາມທີ່ລະອຽດອ່ອນ ແລະ ການເກັບກໍາຂໍ້ມູນ ແລະ ຫຼັກຖານຢ່າງມີຈັນຍາບັນ.

 

ທ່ານນາງດຣ.​ ອານຸລັກ ຜາບຸດດີ ​ກ່າວວ່າ: “ມັນ​ຍັງເປັນສິ່ງທ້າທາຍຫຼາຍຢູ່ເມື່ອຜູ້ເຄາະຮ້າຍພົບວ່າ​ຍາກທີ່ຈະເຊື່ອໃຈ​ທ່ານໝໍ ແລະ ບອກພວກເຮົາທຸກສິ່ງທີ່ເກີດຂຶ້ນ. ຖ້າວ່າຜູ້ເຄາະຮ້າຍປະຕິເສດທີ່ຈະ​ເວົ້າອອກມາ, ພວກເຮົາກໍເຊື່ອມຕໍ່ນາງໄປຫາ​ທີ່ພັກອາ ໄສ ແລະ ໃຫ້​ນາງຢູ່​ໃນບ່ອນທີ່ປອດໄພ. ການປະສານງານກັບທີ່ພັກອາໄສແມ່ນໄດ້ຮັບປະກັນການຮັກສາເປັນຄວາມລັບ, ຊຶ່ງ ເປັນວິທີທີ່ມີປະສິດທິພາບໃນການຊ່ວຍເຫຼືອຜູ້ເຄາະຮ້າຍ.”

 

ພາຍໃນແຜນປະຕິບັດງານແຫ່ງຊາດເພື່ອລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ອົງການ UNFPA ຮ່ວມມືກັບ ສຍ​ລ​ ແລະ ຄຊກມມດ, ເພື່ອຈັດຕັ້ງປະຕິບັດຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງທີ່ປະສົບກັບ​​ຄວາມຮຸນແຮງ (ESP). ຈຸດປະສົງແມ່ນເພື່ອເພີ່ມທະວີການປະສານງານຫຼາຍພາກສ່ວນໃນການແກ້ໄຂ​​ເຫດການ GBV. ຈະໄດ້ສ້າງຕັ້ງ ​ເສັ້ນ ທາງ​ການ​ສົ່ງ​ຕໍ່​ຢ່າງ​​ເປັນ​ທາງ​ການ​ລະຫວ່າງ​ຂະ​ແໜງ​ການ ​ແລະ ອົງການ​ຕ່າງໆ​​ໃນຂັ້ນສູນກາງ​ ​ແລະ ຫຼັງຈາກນັ້ນ​​ຈະ​ໄດ້ຜັນຂະ ຫຍາຍໄປ​​ຂັ້ນ​ແຂວງ. ESP ລວມມີການເສີມສ້າງ​ການແກ້ໄຂ​ GBV ​ຂອງຂະແໜງສາທາລະນະສຸກ​. ESP ໄດ້ຮັບທຶນຈາກຜູ້ໃຫ້ທຶນຫຼາຍອົງການ​, ລວມທັງ DFAT, KOICA, SDC, ແລະ ສະຫະຣາດຊະອານາຈັກອັງກິດ.

 

ການແກ້ໄຂ​ GBV ​ຂອງຂະແໜງສາທາລະນະສຸກໄດ້ຮັບການ​ຍົກລະດັບຂຶ້ນ ດ້ວຍ​ການເສີມສ້າງຄວາມສາມາດຂອງຜູ້ໃຫ້ບໍລິ ການຮັກສາ​ສຸຂະພາບເພື່ອແກ້ໄຂ​ ແລະ ຮັບໃຊ້ແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງ. ກະຊວງ​ສາທາລະນະ​ສຸກ​ໄດ້​ດຳ​ເນີນ​ການ​ຝຶກ​ອົບ​ຮົມດ້ານ​ຄວາມ​ສາມາດ capacity training ​ເປັນ​ເວລາ 4 ມື້​ດ້ວຍ​ການ​ສະໜັບສະໜູນ​ຈາກອົງການ UNFPA ​ໃນ​ເດືອນ​ສິງຫາ ປີ2021.

 

ທ່ານນາງດຣ.​ ອານຸລັກ ຜາບຸດດີ ​ກ່າວວ່າ: "ໃນຖານະທີ່ເປັນຜູ້ໃຫ້ບໍລິການ​ສາທາລະນະສຸກ​ເພດ​ຍິງທີ່ເຮັດວຽກກ່ຽວກັບບັນຫາທີ່ມີຄວາມລະອຽດອ່ອນ​ສູງນີ້, ເຖິງແມ່ນວ່າມັນເປັນສິ່ງທ້າທາຍຫຼາຍກໍຕາມ, ຂ້າພະເຈົ້າກໍພູມໃຈທີ່ໄດ້ເປັນສ່ວນໜຶ່ງ​ຂອງການແກ້ໄຂ​ຂອງຂະແໜງ​ການສາທາລະນະສຸກ​​ຕໍ່ GBV. ດ້ວຍ​ການໃຫ້ການຊ່ວຍເຫຼືອຜູ້ລອດຊີວິດດ້ວຍການຮັກສາ​ສຸຂະພາບຂັ້ນຕົ້ນ, ການໃຫ້ຄໍາປຶກສາ, ແລະ ນໍາເອົາພວກເຂົາໄປສູ່ສະຖານທີ່ປອດໄພເພື່ອເຂົ້າເຖິງຄວາມຍຸດຕິທໍາ ແລະ ຮຽກຮ້ອງສິດທິຂອງຕົນ​​, r;dເຂົາ​ຈະສາມາດດໍາລົງຊີວິດຂອງຕົນ​​ຢ່າງປອດໄພ ແລະ ມີອະນາຄົດທີ່ສົດໃສ.​"