ທ່ານນາງດຣ. ອານຸລັກ ຜາບຸດດີ ກ່າວວ່າ: "ໃນບັນດາຄົນເຈັບຂອງຂ້າພະເຈົ້າ , ແມ່ຍິງຫຼາຍຄົນທີ່ຂ້າພະເຈົ້າເຫັນວ່າປະສົບກັບຄວາມຮຸນແຮງແມ່ນຖືກຍາດພີ່ນ້ອງທີ່ໃກ້ຊິດທໍາຮ້າຍ, ສິ່ງທີ່ພົບເຫັນເລື້ອຍແມ່ນຄວາມຮຸນແຮງທາງເພດ. ການໃຫ້ຄໍາປຶກສາແກ່ຜູ້ລອດຊີວິດແມ່ນວຽກງານທີ່ລະອຽດອ່ອນ, ຊຸມຊົນສ່ວນຫຼາຍຍັງບໍ່ທັນເຂົ້າໃຈ."
ທີ່ກົມສູດຕິສາດ ແລະ ພະຍາດຍິງ, ພະແນກພະຍາດຍິງ/ນາລີເວດວິທະຍາ, ແມ່ ແລະ ເດັກ, ອົງການ UNFPA ໄດ້ພົບກັບໜຶ່ງໃນບັນດາຜູ້ໃຫ້ບໍລິການທີ່ໄດ້ຮັບການຝຶກອົບຮົມໂດຍຜ່ານໂຄງການຂອງລັດຖະບານ ແລະ ອົງການ UNFPA ກ່ຽວກັບການແກ້ໄຂຂອງຂະແໜງການສາທາລະນະສຸກຕໍ່ຄວາມຮຸນແຮງທາງເພດ (GBV), ທ່ານດຣ. ອານຸລັກ ຜາບຸດດີ ເປັນແພດຍິງໜຸ່ມຜູ້ຊ່ຽວຊານດ້ານພະຍາດຍິງ ແລະ ເປັນຄູຝຶກດ້ານການເບິ່ງແຍງດູແລການລຸລູກຢ່າງປອດໄພ, ຮັບຜິດຊອບໃນການໃຫ້ ຄໍາປຶກສາ ແລະ ການຕິດຕາມກວດກາແມ່ຍິງ ແລະ ເດັກນ້ອຍທີ່ລອດຊີວິດຈາກ GBV.
ດຣ. ອານຸລັກ ຜາບຸດດີ ກ່າວວ່າ: "ບາງຄັ້ງທ່ານໝໍກໍແມ່ນຜູ້ທໍາອິດທີ່ໄດ້ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ," ທ່ານດຣ. ອານຸລັກ ຜາບຸດດີ ໄດ້ກ່າວເຖິງບົດບາດສໍາຄັນຂອງພະນັກງານແຖວໜ້າດ້ານການຮັກສາສຸຂະພາບໃນການແກ້ໄຂຕໍ່ GBV. ແມ່ຍິງ ຫຼື ເຍົາວະຊົນເດັກຍິງທີ່ປະສົບກັບຄວາມຮຸນແຮງໄດ້ເຂົ້າມາໂຮງໝໍທີ່ທ່ານໝໍອານຸລັກ ຜາບຸດດີເຮັດວຽກຢູ່ເພື່ອຂໍຮ້ອງການເບິ່ງ ແຍງດູແລໂດຍສະເລ່ຍແລ້ວເດືອນລະຄົນ. ໃນປີນີ້, ພວກເຂົາໄດ້ຊ່ວຍເຫຼືອແມ່ຍິງ 22 ຄົນ ທີ່ລອດຊີວິດຈາກຄວາມຮຸນແຮງແລ້ວ.
ດຣ ອານຸລັກ ຜາບຸດດີ ມີຄໍາເຫັນວ່າ ຜູ້ກະທຳຜິດສ່ວນຫຼາຍແມ່ນຜູ້ທີ່ຜູ້ລອດຊີວິດຮູ້ຈັກ. ທ່ານນາງ ອານຸລັກ ເວົ້າວ່າ: “ກໍລະນີສ່ວນໃຫຍ່ທີ່ເຂົ້າມາຫາພວກເຮົາແມ່ນກ່ຽວຂ້ອງກັບການຂູດຮີດທາງເພດ ຫຼື ການລ່ວງລະເມີດທາງເພດເດັກ ຫຼື ເຍົາວະຊົນ, ເຊັ່ນ: ຄວາມຮຸນແຮງທີ່ເກີດຂຶ້ນໂດຍຄູສອນ, ລຸງອາວ, ພໍ່ນ້າ, ແລະ ເພື່ອນບ້ານໃກ້ຄຽງທີ່ພວກເຂົາເຈົ້າຮູ້ຈັກດີ. ເຍົາວະຊົນທີ່ເປັນຜູ້ໃຫ່ຍກວ່າລາຍງານວ່າຖືກຂົ່ມເຫັງທາງເພດໂດຍແຟນ ຫຼື ໝູ່ເພື່ອນຂອງພວກເຂົາໃນເວລາທີ່ພວກເຂົາອອກໄປຫຼິ້ນນໍາກັນ.”
ທ່ານນາງ ດຣ. ເລົ່າວ່າ ເມື່ອຜູ້ລອດຊີວິດມາເຖິງພະແນກສຸກເສີນຄົນເຈັບນອກທີ່ສະແດງເຖິງອາການຂອງຄວາມຮຸນແຮງ ຫຼື ເປີດເຜີຍຄວາມຈິງອອກມາ, ກໍໄດ້ຮັບລາຍງານຜູ້ຕ້ອງສົງໄສ ຫຼື ຜູ້ທີ່ຢືນຢັງແລ້ວວ່າເປັນກໍລະນີຄວາມຮຸນແຮງ. ເມື່ອຜູ້ເຄາະຮ້າຍໄດ້ຮັບການກວດຮ່າງກາຍ ແລະ ຈິດໃຈແລ້ວ, ທີມງານຈະປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ. ຕົວຢ່າງ: ຖ້າຜູ້ເຄາະຮ້າຍ-ຜູ້ລອດຊີວິດຕ້ອງການທີ່ພັກອາໄສທີ່ປອດໄພ ຫຼື ຄໍາປຶກສາດ້ານກົດໝາຍ. ຖ້າຫາກວ່າຕ້ອງໄດ້ດໍາເນີນຄະດີທາງກົດໝາຍ, ຕໍາຫຼວດຈະມາ ແລະ ເອົາໃບຢັ້ງຢືນຜົນກວດຂອງຄະນະໂຮງໝໍ.
ເຖິງຢ່າງນັ້ນກໍຕາມ, ທ່ານດຣ. ອານຸລັກ ຜາບຸດດີ ຍັງໄດ້ເວົ້າວ່າ: “ພວກເຮົາຍັງປະເຊີນກັບສິ່ງທ້າທາຍຕ່າງໆດ້ານການປະສານງານ ຫຼື ລະບົບການສົ່ງຕໍ່. ຕົວຢ່າງ: ບາງກໍລະນີໄດ້ມີການໄກ່ເກ່ຍກັນພາຍໃນຄອບຄົວ ຫຼື ໄກ່ເກ່ຍໃນຂັ້ນບ້ານແທນທີ່ຈະຊອກຫາການຊ່ວຍເຫຼືອຈາກໂຮງໝໍ ແລະ ຈາກລະບົບຍຸຕິທໍາ."
ທ່ານດຣ. ອານຸລັກ ຜາບຸດດີ ຍັງໄດ້ຄົ້ນພົບຈຸດສໍາຄັນເພື່ອປັບປຸງລະບົບການແກ້ໄຂຕໍ່ຜູ້ລອດຊີວິດຈາກ GBV ໃຫ້ດີຂຶ້ນ. ໃນນັ້ນທ່ານນາງໄດ້ເວົ້າເຖິງ ເຊັ່ນ: ຕ້ອງການຫ້ອງສະເພາະເພື່ອໃຫ້ຄໍາປຶກສາ ແລະ ຫ້ອງກວດ, ທີ່ພັກອາໄສເພີ່ມເຕີມ, ແລະ ອຸປະ ກອນທີ່ດີກວ່າເພື່ອເກັບກໍາຫຼັກຖານດ້ານນິຕິເວດ, ເຊັ່ນ: ເຄື່ອງມືເກັບກໍາເສັ້ນຜົມເສັ້ນຂົນ, ນໍ້າອະສຸຈິ, ຫຼື ເລືອດຕາມຮ່າງກາຍຂອງຜູ້ເຄາະຮ້າຍ ແລະ ເຄື່ອງນຸ່ງຫົ່ມ. ທ່ານນາງຍັງໄດ້ຮຽກຮ້ອງໃຫ້ມີການເສີມສ້າງຄວາມສາມາດໃຫ້ແກ່ຜູ້ໃຫ້ຄໍາປຶກສາ ແລະ ພາກສ່ວນຕໍາຫຼວດໃນການຖາມຄໍາຖາມທີ່ລະອຽດອ່ອນ ແລະ ການເກັບກໍາຂໍ້ມູນ ແລະ ຫຼັກຖານຢ່າງມີຈັນຍາບັນ.
ທ່ານນາງດຣ. ອານຸລັກ ຜາບຸດດີ ກ່າວວ່າ: “ມັນຍັງເປັນສິ່ງທ້າທາຍຫຼາຍຢູ່ເມື່ອຜູ້ເຄາະຮ້າຍພົບວ່າຍາກທີ່ຈະເຊື່ອໃຈທ່ານໝໍ ແລະ ບອກພວກເຮົາທຸກສິ່ງທີ່ເກີດຂຶ້ນ. ຖ້າວ່າຜູ້ເຄາະຮ້າຍປະຕິເສດທີ່ຈະເວົ້າອອກມາ, ພວກເຮົາກໍເຊື່ອມຕໍ່ນາງໄປຫາທີ່ພັກອາ ໄສ ແລະ ໃຫ້ນາງຢູ່ໃນບ່ອນທີ່ປອດໄພ. ການປະສານງານກັບທີ່ພັກອາໄສແມ່ນໄດ້ຮັບປະກັນການຮັກສາເປັນຄວາມລັບ, ຊຶ່ງ ເປັນວິທີທີ່ມີປະສິດທິພາບໃນການຊ່ວຍເຫຼືອຜູ້ເຄາະຮ້າຍ.”
ພາຍໃນແຜນປະຕິບັດງານແຫ່ງຊາດເພື່ອລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ອົງການ UNFPA ຮ່ວມມືກັບ ສຍລ ແລະ ຄຊກມມດ, ເພື່ອຈັດຕັ້ງປະຕິບັດຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງທີ່ປະສົບກັບຄວາມຮຸນແຮງ (ESP). ຈຸດປະສົງແມ່ນເພື່ອເພີ່ມທະວີການປະສານງານຫຼາຍພາກສ່ວນໃນການແກ້ໄຂເຫດການ GBV. ຈະໄດ້ສ້າງຕັ້ງ ເສັ້ນ ທາງການສົ່ງຕໍ່ຢ່າງເປັນທາງການລະຫວ່າງຂະແໜງການ ແລະ ອົງການຕ່າງໆໃນຂັ້ນສູນກາງ ແລະ ຫຼັງຈາກນັ້ນຈະໄດ້ຜັນຂະ ຫຍາຍໄປຂັ້ນແຂວງ. ESP ລວມມີການເສີມສ້າງການແກ້ໄຂ GBV ຂອງຂະແໜງສາທາລະນະສຸກ. ESP ໄດ້ຮັບທຶນຈາກຜູ້ໃຫ້ທຶນຫຼາຍອົງການ, ລວມທັງ DFAT, KOICA, SDC, ແລະ ສະຫະຣາດຊະອານາຈັກອັງກິດ.
ການແກ້ໄຂ GBV ຂອງຂະແໜງສາທາລະນະສຸກໄດ້ຮັບການຍົກລະດັບຂຶ້ນ ດ້ວຍການເສີມສ້າງຄວາມສາມາດຂອງຜູ້ໃຫ້ບໍລິ ການຮັກສາສຸຂະພາບເພື່ອແກ້ໄຂ ແລະ ຮັບໃຊ້ແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງ. ກະຊວງສາທາລະນະສຸກໄດ້ດຳເນີນການຝຶກອົບຮົມດ້ານຄວາມສາມາດ capacity training ເປັນເວລາ 4 ມື້ດ້ວຍການສະໜັບສະໜູນຈາກອົງການ UNFPA ໃນເດືອນສິງຫາ ປີ2021.
ທ່ານນາງດຣ. ອານຸລັກ ຜາບຸດດີ ກ່າວວ່າ: "ໃນຖານະທີ່ເປັນຜູ້ໃຫ້ບໍລິການສາທາລະນະສຸກເພດຍິງທີ່ເຮັດວຽກກ່ຽວກັບບັນຫາທີ່ມີຄວາມລະອຽດອ່ອນສູງນີ້, ເຖິງແມ່ນວ່າມັນເປັນສິ່ງທ້າທາຍຫຼາຍກໍຕາມ, ຂ້າພະເຈົ້າກໍພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງການແກ້ໄຂຂອງຂະແໜງການສາທາລະນະສຸກຕໍ່ GBV. ດ້ວຍການໃຫ້ການຊ່ວຍເຫຼືອຜູ້ລອດຊີວິດດ້ວຍການຮັກສາສຸຂະພາບຂັ້ນຕົ້ນ, ການໃຫ້ຄໍາປຶກສາ, ແລະ ນໍາເອົາພວກເຂົາໄປສູ່ສະຖານທີ່ປອດໄພເພື່ອເຂົ້າເຖິງຄວາມຍຸດຕິທໍາ ແລະ ຮຽກຮ້ອງສິດທິຂອງຕົນ, r;dເຂົາຈະສາມາດດໍາລົງຊີວິດຂອງຕົນຢ່າງປອດໄພ ແລະ ມີອະນາຄົດທີ່ສົດໃສ."