You are here

ທີ່ ນະຄອນຫຼວງວຽງຈັນ, ວັນທີ 17 ມິຖຸນາ 2021, ສູນກາງຊາວໜຸ່ມລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA)ໄດ້ຮ່ວມກັນຈັດຕັ້ງກອງປະຊຸມເປີດຕົວແຜນຍຸດທະສາດແຫ່ງຊາດວ່າດ້ວຍການພັດທະນາ ຊາວໜຸ່ມ ແລະ ເຍົາວະຊົນເປັນຄັ້ງທໍາອິດ, ປຶກສາຫາລືກ່ຽວກັບຜົນກະທົບຂອງພະຍາດ ໂຄວິດ 19 ຕໍ່ກັບເຍົາວະ ຊົນ ແລະ ຊາວໜຸ່ມ. ກອງປະຊຸມນີ້ໄດ້ຈັດຜ່ານລະບົບອອນລາຍ ເຊິ່ງໄດ້ຮັບກຽດເປັນປະທານຮ່ວມ ໂດຍພະນະທ່ານ ອ ລຸນໄຊ ສູນນະລາດ, ເລຂາທິການ ສູນກາງຊາວໜຸ່ມລາວ ແລະ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງຕ່າງໆ, ສື່ສານມວນຊົນ, ອົງການຈັດຕັ້ງ ທາງສັງຄົມ, ອົງການຈັດ ຕັ້ງສາກົນ ແລະ ບັນດາໄວໜຸ່ມ ກໍ່ໄດ້ເຂົ້າຮ່ວມ.

 

ຍຸດທະສາດແຫ່ງຊາດວ່າດ້ວຍການພັດທະນາຊາວໜຸ່ມ ແລະ ເຍົາວະຊົນສະບັບທຳອິດນີ້ ໄດ້ຖືກເຜີຍແຜ່ຢ່າງເປັນທາງ ການໃນມື້ນີ້. ຍຸດທະສາດສະບັບນີ້ຈະໄດ້ຖືກຈັດຕັ້ງປະຕິບັດໃນບັນດາກະຊວງ ແລະ ໜ່ວຍງານຕ່າງໆ ລວມທັງອົງການ ຈັດຕັ້ງມະຫາຊົນ ນັບແຕ່ຂັ້ນສູງກາງຫາທ້ອງຖິ່ນ. ຍຸດທະສາດດັ່ງກ່າວໄດ້ໃຫ້ທິດທາງຍຸດທະສາດແກ່ບັນດາກະຊວງທີ່ກ່ຽວຂ້ອງເພື່ອສ້າງຂໍ້ກໍານົດທີ່ຈໍາເປັນ, ການຈັດສັນງົບປະມານ ແລະ ຈັດຕັ້ງປະຕິບັດແຜນງານ ແລະ ໂຄງການ ຕ່າງໆໃນຂົງເຂດສຸຂະພາບ, ການສຶກສາ, ການສ້າງວຽກເຮັດງານທໍາ, ການປ້ອງກັນ ແລະ ການມີສ່ວນຮ່ວມຂອງເຍົາວະ ຊົນ ແລະ ຊາວໜຸ່ມ. ຄຽງຄູ່ກັນນີ້, ກໍ່ໄດ້ກ່າວເຖິງການມີກິດຈະກຳລະດົມທຶນເພີ່ມເຕີມ ແລະ ງົບປະມານກໍ່ຈະຖືກຈັດສັນ ໂດຍລັດຖະບານຜ່ານ ກະຊວງ ແລະ ອົງການຈັດຕັ້ງທາງລັດຖະບານ ເພື່ອນໍາໃຊ້ໃນການດຳເນີນກຳຈະກຳສະເພາະຕາມ ຄວາມຕ້ອງການ. ນອກຈາກນີ້, ກໍ່ຈະຍັງເປັນການລະດົມການສະໜັບສະໜູນທາງດ້ານວິຊາການ ແລະ ແຫຼ່ງທຶນຈາກບັນ ດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ເພື່ອເພີ່ມການການຈັດຕັ້ງປະຕິບັດໃນແນວທາງທີ່ໄດ້ ກ່າວໄວ້ໃນແຜນ ຍຸດທະສາດ.

 

ພະນະທ່ານ ອາລຸນໄຊ ສູນນະລາດ, ເລຂາທິການໃຫຍ່ສູນກາງຊາວໜຸ່ມລາວ ກ່າວວ່າ ຍຸດທະສາດນີ້ຈະຊ່ວຍໃຫ້ປະເທດໃນການປັບປຸງແຫຼ່ງທຶນມະນຸດທີ່ຈະປະກອບສ່ວນເຂົ້າໃນການບັນລຸຈຸດປະສົງຂອງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 9 ແລະເປົ້າໝາຍການພັດທະນາແບບຍືນຍົງດ້ວຍວິໄສທັດທີ່ບໍ່ປ່ອຍປະຖິ້ມໃຜຢູ່ເບື້ອງຫຼັງ.

 

ຍຸດທະສາດນີ້ໄດ້ຮັບການຮັບຮອງຢ່າງເປັນທາງການໂດຍທ່ານນາຍົກລັດຖະມົນຕີໃນເດືອນທັນວາ 2020 ທີ່ຜ່ານມາ. ແຜນຍຸດທະສາດດັ່ງກ່າວໄດ້ຖືກພັດທະນາໂດຍຜ່ານຂະບວນການປຶກສາຫາລືພາຍໃຕ້ການນຳພາຂອງສູນກາງຊາວໜຸ່ມລາວ.ການປຶກສາຫາລືຫຼາຍໆຄັ້ງກັບເຍົາວະຊົນ ແລະ ໄວໜຸ່ມ, ບັນດາກະຊວງທີກ່ຽວຂ້ອງ ແລະ ຜູ້ມີສ່ວນຮ່ວມຕ່າງໆ ໄດ້ຖືກຈັດຂຶ້ນໃນທຸກຂັ້ນທຸກລະດັບ. ນີ້ຈະເປັນຕົວຊ່ວຍໃນການປັບປຸງຊັບພະຍາກອນມະນຸດຂອງປະເທດ ທີ່ຈະສາມາດ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 9 ແລະ ແຜນພັດທະນາ ແບບຍືນຍົງ ພາຍໃຕ້ຄໍາຂວັນ ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

 

ໃນກອງປະຊຸມກໍ່ຍັງໄດ້ເນັ້ນໃຫ້ເຫັນເຖິງຜົນກະທົບຂອງພະຍາດໂຄວິດ 19 ທີ່ມີຕໍ່ເຍົາວະຊົນ ແລະ ໄວໜຸ່ມໃນຂົງເຂດ ຕ່າງໆເຊັ່ນ: ການສຶກສາ, ໄວຈະເລີນພັນ ແລະ ສຸຂະພາບທາງເພດ, ສຸຂະພາບຈິດ ແລະ ບັນຫາຈິດສັງຄົມ ຕະຫຼອດເຖິງ ຜົນກະທົບທາງດ້ານເສດຖະກິດ - ສັງຄົມ. ຈາກການປະເມີນຜົນກະທົບຂອງພະຍາດໂຄວິດ 19, ມີນັກຮຽນອອກຈາກ ໂຮງຮຽນໃນຂັ້ນມັດທະຍົມ ແລະ ມີການຖືພາແບບບໍ່ຕັ້ງໃຈຄາດວ່າຈະເພີ່ມຂຶ້ນ ເຊິ່ງຜົນມາຈາກການໂຈະການຮຽນ, ຂໍ້ຈຳກັດໃນການເຂົ້າເຖິງການບໍລິການດ້ານສຸຂະພາບທາງເພດ, ສຸຂະພາບໄວຈະເລີນພັນ ແລະ ການວາງແຜນຄອບຄົວ. ການປະເມີນນີ້ຍັງຊີ້ໃຫ້ເຫັນວ່າຜູ້ທີ່ໄດ້ໂຈະການຮຽນ ແລະ ໂຈະການເຮັດວຽກ ມີແນວໂນ້ມທີ່ຈະເກີດມີຄວາມວິຕົກກັງ ວົນ ແລະ ຊຶມເສົ້າເພີ່ມຂຶ້ນເກືອບສອງເທົ່າ. ເຍົາວະຊົນ ແລະ ໄວໜຸ່ມເພດຍິງມີຄວາມສ່ຽງເພີ່ມຂຶ້ນຕໍ່ກັບຄວາມຮຸນແຮງ ທາງເພດ ແລະ ການກະທໍາທີ່ເປັນອັນຕະລາຍຊັ່ນ: ການແຕ່ງງານໃນໄວເດັກ.

ເພື່ອແກ້ໄຂບັນຫາເຫຼົ່ານີ້, ໄດ້ມີການແນະນໍາໃຫ້ລົງທຶນເພີ່ມຂຶ້ນໃສ່ວຽກງານຊາວໜຸ່ມ ໂດຍສຸມໃສ່ການຕອບໂຕ້ພະຍາດ ໂຄວິດ 19, ຄໍານຶງເຖິງຄວາມຕ້ອງການຂອງເຍົາວະຊົນ ແລະ ໄວໜຸ່ມ ລວມເຖິງເຍົາວະຊົນທີ່ພິການທາງດ້ານຮ່າງ ກາຍ ເພື່ອຮັບປະກັບການໃຫ້ມີສ່ວນຮ່ວມ. ການເກັບກໍາຂໍ້ມູນນີ້ມີຄວາມຈໍາເປັນ ໂດຍສະເພາະແມ່ນຂໍ້ມູນທີ່ສະເພາະ ເຈາະຈົງ ເພື່ອເປັນຂໍ້ມູນໃນວາງແຜນ ເຊັ່ນດຽວກັນກັບຂໍ້ມູນຈາກການມີສ່ວນຮ່ວມຂອງເຍົາວະຊົນ ແລະ ໄວໜຸ່ມໃນຖາ ນະເປັນຕົວແທນຂອງການປ່ຽນແປງ ທີ່ໄດ້ມາຈາກການເຂົ້າຮ່ວມໃນແລກປ່ຽນສົນທະນາ ແລະ ການຕັດສິນໃຈໃນເລື່ອງ ຕ່າງໆທີ່ສົ່ງຜົນກະທົບຕໍ່ຊີວິດຂອງພວກ ເຂົາ.

 

ທ່ານ ນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປລາວ, ໄດ້ກ່າວຍ້ອງຍໍຕໍ່ສູນກາງຊາວໜຸ່ມລາວ ໃນການເປັນຜູ້ນໍາ ແລະ ນໍາໜ້າໃນການພັດທະນາຍຸດທະສາດນີ້. ທ່ານໄດ້ກ່າວວ່າ: “ການແຜ່ລະບາດຮຽກຮ້ອງໃຫ້ມີການ ຕອບໂຕ້ຢ່າງທັນທີ, ໃຫ້ມີແຜນງານໄລຍະກາງ ແລະ ໄລຍະຍາວເພື່ອແກ້ໄຂຜົນກະທົບຂອງພະຍາດໂຄວິດ 19 ໃນໝູ່ເຍົາ ວະຊົນ ແລະ ຊາວໜຸ່ມ ເພື່ອໃຫ້ຄວາມກ້າວໜ້າທີ່ບັນລຸໄດ້ໃນສອງ - ສາມທົດສະວັດທີ່ຜ່ານມາ ບໍ່ໃຫ້ຖອຍຫຼັງ”. ທ່ານ ຍັງໄດ້ເນັ້ນຢ້ຳວ່າ: “ປະຊາກອນຫຼາຍກວ່າເຄິ່ງໜຶ່ງຂອງປະເທດລາວມີອາຍຸຕໍ່າກວ່າ 24 ປີ ເຊິ່ງເຮັດໃຫ້ເຫັນເຖິງການເຕີບ ໂຕຂອງເສດຖະກິດທີ່ແບ່ງຕາມໂຄງສ້າງອາຍຸຂອງປະຊາກອນໃນປະເທດນັ້ນ”. ທ່ານໄດ້ກ່າວເພີ່ມອີກວ່າ: “ເຖິງຢ່າງໃດກໍ່ ຕາມ, ການເຕີບໂຕຂອງເສດຖະກິດທີ່ແບ່ງຕາມໂຄງສ້າງອາຍຸຂອງປະຊາກອນນັ້ນ ຈະສາມາດເຫັນໄດ້ກໍ່ຕໍ່ເມື່ອຊາວໜຸ່ມ ໄດ້ຮັບການສຶກສາ, ມີຄວາມເຂັ້ມແຂງ, ເຂົ້າເຖິງການຈ້າງງານ ແລະ ມີໂອກາດທາງເສດຖະກິດ”

 

ອົງການ UNFPA Laos ໄດ້ຮ່ວມເຮັດວຽກຢ່າງໄກ້ຊິດກັບສູນກາງຊາວໜຸ່ມລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເຍົາ ວະຊົນ ແລະ ໄວໜຸ່ມ ໂດຍຜ່ານການຈັດຕັ້ງປະຕິບັດທີ່ສຸມໃສ່ວຽກງານສະເພາະກ່ຽວກັບຊາວໜຸ່ມ ລວມມີການໂຄສະນາ, ເກັບກຳຂໍ້ມູນ, ການສ້າງຕັ້ງກຸ່ມໃຫ້ຄໍາປຶກສາ ແລະ ສາຍດ່ວນ MHSS, ການສະໜອງການບໍລິການທີ່ຈໍາເປັນ, ໃຫ້ ຄວາມຮູ້ທາງເພດສຶກສາແບບຄົບຖ້ວນຜ່ານລະບົບອອນລາຍ ແລະ ຜ່ານແອັບພລິເຄເຊັນ ນາງນ້ອຍຢາກຮູ້, ໂຄສະນາປະ ຊາສຳພັນ ແລະ ການສື່ສານກ່ຽວກັບຄວາມສ່ຽງຕ່າງໆ ເພື່ອສ້າງຈິດສໍານຶກ ແລະ ສ້າງໃຫ້ມີການມີສ່ວນຮ່ວມຂອງໄວໜຸ່ມ ເພື່ອຕໍ່ສູ້ກັບພະຍາດ ໂຄວິດ 19.

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່

 

ທ່ານ Tej Ram Jat, Programme Specialist- Adolescent Sexual and Reproductive Health

UNFPA Lao PDR

tejram@unfpa.org

 

ທ່ານ ນາງ ສີໄຄເພັດ ແສງມະນີ , ຮອງຫົວຫນ້າຫ້ອງການ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ

ssikhayphet@gmail.com