ແມ່ ແລະ ລູກສາວ ນາງ ລິຊາ ແລະ ນາງ ແອັກເນສ ທີ່ອາໃສຢູ່ໃນຊຸມຊົນຂະຫນາດນ້ອຍແຄມທະເລໃນ ເຊັນ ເບີນາດ (St. Bernard) ປະເທດ ຟີລິບປິນ ໄດ້ເລົ່າຄືນຄວາມຊົງຈໍາຂອງພວກເຂົາໃນວັນທີ່ເກີດພາຍຸໄຕ້ຝຸ່ນ ຣາຍ.
ເມື່ອຂ້າພະເຈົ້າໄປຢາມພວກເຂົາ, ເຂົາເຈົ້າເລົ່າສູ່ຂ້າພະເຈົ້າຟັງວ່າ ຂະນະທີ່ລົມພາຍຸໄຕ້ຝຸ່ນໄດ້ຊັດເຂົ້າມາ ສຽງລົມນັ້ນດັງແຮງ ເໝືອນດັ່ງສຽງມ້ານັບພັນໂຕກຳລັງມຸ່ງໜ້າເຂົ້າມາໃນຊຸມຊົນຂອງພວກ ສົ່ງຜົນໃຫ້ບ້ານເຮືອນ ແລະ ຄອບຄົວຕ້ອງພັດພາກຢ່າງຮຸນແຮງ, ທຳລາຍຊີວິດຂອງຄົນນັບພັນ ແລະ ເຮັດໃຫ້ການເຂົ້າເຖິງການບໍລິການດ້ານສຸຂະພາບທີ່ຈໍາເປັນຕ້ອງຢຸດສະງັກ.
ລິຊາ ແລະ ແອັກເນສ ພ້ອມທັງເດັກຍິງອີກຫຼາຍລ້ານຄົນ ທີ່ພົບວ່າຕົນເອງກໍາລັງຖືພາທ່າມກາງສະຖານະການທີ່ອັນຕະລາຍຈາກໄພພິບັດທໍາມະຊາດ ໄປຈົນເຖິງໂລກລະບາດ ແລະ ຄວາມຂັດແຍ່ງ ຖືວ່າແມ່ນຜູ້ເຄາະຮ້າຍທີ່ແທ້ຈິງ. ຫຼັກຖານຜ່ານມາໄດ້ສະແດງໃຫ້ພວກເຮົາເຫັນວ່າ ທ່າມກາງສະຖານະການດ້ານມະນຸດສະທໍາ, ມີອັດຕາການຕາຍຂອງແມ່ສູງເຖິງ 50 ສ່ວນຮ້ອຍ ແລະ ຄວາມຮຸນແຮງບົນພື້ນຖານທາງເພດສູງເຖິງ 70 ສ່ວນຮ້ອຍ.
ບັນຫານີ້ຍິ່ງເຫັນໄດ້ຊັດເຈນ ໃນເຂດອາຊີ ແລະ ປາຊີຟິກ ເຊິ່ງເປັນພາກພື້ນທີ່ເກີດໄພພິບັດສູງທີ່ສຸດໃນໂລກ ເຊິ່ງແມ່ຍິງ ແລະ ເດັກຍິງມີຄວາມສ່ຽງສູງ. ຄວາມສ່ຽງນັ້ນຈະສູງທີ່ສຸດເມື່ອເຂົາເຈົ້າຂາດການເຂົ້າເຖິງຂໍ້ມູນ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ລວມທັງການຄຸມກຳເນີດ.
ນີ້ແມ່ນໜຶ່ງວິກິດການທີ່ຮ້າຍແຮງທີ່ສຸດໃນໂລກ ແລະ ມັນກໍ່ເກີດຂຶ້ນຢູ່ຕໍ່ໜ້າຕໍ່ຕາພວກເຮົາ. ແຕ່ມັນຍັງບໍ່ຖືກເບິ່ງເຫັນ. ໃນຍຸກສະໄໝໃໝ່ນີ້, ແມ່ຍິງແລະ ເດັກຍິງຫຼາຍຄົນ ຍັງບໍ່ໄດ້ໃຊ້ສິດທິພື້ນຖານຂອງມະນຸດເຊັ່ນ ຄວາມເປັນເອກະລາດໃນການປົກຄອງຮ່າງກາຍຂອງຕົນເອງ ກໍ່ຄືຄວາມສາມາດໃນການເລືອກວ່າຈະຖືພາເວລາໃດ ແລະ ຖືພາກັບໃຜ. ທ່າມກາງຈຸດສູງສຸດຂອງວິວັດທະນາການທາງດ້ານເຕັກໂນໂລຊີຂອງໂລກມະນຸດ,ມີຈໍານວນເຄິ່ງຫນຶ່ງຂອງການຖືພາທັງຫມົດ ແມ່ນບໍ່ໄດ້ມີການວາງແຜນລ່ວງໜ້າ. ການຖືພາຈໍານວນຫຼາຍແມ່ນການຖືພາທີ່ບໍ່ຕ້ອງການ. ຄໍາຖາມກໍ່ຄືປະກົດການນີ້ເປັນໄປໄດ້ແນວໃດ ໃນຍຸກທີ່ການຄຸມກໍາເນີດມີຄວາມທັນສະໄຫມ ແລະ ປະສິດທິພາບສູງ?
ການຖືພາແບບບໍ່ໄດ້ຕັ້ງໃຈ ບໍ່ພຽງແຕ່ເກີດຂຶ້ນຢູ່ໃນສະພາບການມະນຸດສະທໍາເທົ່ານັ້ນ. ແມ່ຍິງ ແລະ ເດັກຍິງ ໃນຫຼາຍຊຸມຊົນໃນທົ່ວອາຊີປາຊີຟິກ ຍັງຖືກຄວບຄຸມຈາກການຕັດສິນໃຈຢ່າງເສລີ ກ່ຽວກັບການຖືພາ ແລະ ໄລຍະຫ່າງ ຂອງການຖືພາ. ໃນທົ່ວ 6 ປະເທດໃນອາຊີໃຕ້, ສະເລ່ຍແລ້ວ 22.7 ສ່ວນຮ້ອຍຂອງແມ່ຍິງ ທີ່ມີລູກສາມຄົນຂຶ້ນໄປ ໄດ້ປະສົບກັບການຖືພາທີ່ບໍ່ໄດ້ຕັ້ງໃຈ.
ສິ່ງທີ່ພວກເຮົາຍັງບໍ່ຄ່ອຍຮັບຮູ້ແມ່ນວ່າ ການຂາດທາງເລືອກຂອງແມ່ຍິງກຸ່ມນີ້ ສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນທົ່ວໂລກ. ການຖືພາທີ່ບໍ່ໄດ້ຕັ້ງໃຈສົ່ງຜົນສະທ້ອນອັນໃຫຍ່ຫຼວງເຊັ່ນ: ຄ່າໃຊ້ຈ່າຍຕໍ່ສຸຂະພາບ, ການສຶກສາ ແລະ ອະນາຄົດລະດັບບຸກຄົນ ພ້ອມທັງຜົນກະທົບຕໍ່ລະບົບສາທາລະນະສຸກ, ກໍາລັງແຮງງານ, ແລະ ສັງຄົມໂດຍລວມ. ມີເດັກຍິງຈໍານວນຫຼາຍ ທີ່ຮຽນຊ້າ, ປະລະການຮຽນ ຫຼື ຂາດການມີສ່ວນຮ່ວມໃນກໍາລັງແຮງງານເນື່ອງຈາກເຂົາເຈົ້າຖືພາໂດຍບໍ່ໄດ້ຕັ້ງໃຈ ເຊິ່ງມັນໄດ້ມີຜົນກະທົບຢ່າງຕໍ່ເນື່ອງຕໍ່ລາຍຮັບ ແລະ ສຸຂະພາບໄປຕະຫຼອດຊີວິດ ແລະ ຈາກຮຸ່ນຄົນໜຶ່ງໄປສູ່ອີກຮຸ່ນຄົນໜຶ່ງ.
ຜົນກະທົບຕໍ່ຄ່າໃຊ້ຈ່າຍໃນລະດັບບຸກຄົນກໍ່ມີ, ມີຜົນສະທ້ອນທາງດ້ານສຸຂະພາບທາງສັງຄົມ, ທາງຈິດໃຈ ແລະ ທາງຮ່າງກາຍລວມທັງຜົນກະທົບຈາກການເອົາລູກອອກທີ່ບໍ່ປອດໄພ. ຄວາມສ່ຽງຕໍ່ຄວາມທຸກຍາກກໍ່ເພີ່ມຂຶ້ນ. ຈໍານວນການຖືພາເຫຼົ່ານີ້ ບໍ່ໄດ້ຖືກເບິ່ງເຫັນເປັນເວລາດົນນານມາແລ້ວ. ເຖິງແມ່ນວ່າຜ່ານມາພວກເຮົາສາມາດປະເມີນຄ່າໃຊ້ຈ່າຍໃນການດູແລສຸຂະພາບ ແລະ ຕິດຕາມອັດຕາການປະລະໂຮງຮຽນ ແຕ່ສິ່ງເຫຼົ່ານີ້ເປັນພຽງແຕ່ບັນຫາໃນລະດັບຕື້ນ ຫຼື ຜິວເຜີນເທົ່ານັ້ນ.
ນອກຈາກນີ້, ການຖືພາໂດຍບໍ່ຕັ້ງໃຈ ຍັງເປັນປັດໄຈຂັບເຄື່ອນການແຕ່ງງານໃນເດັກ. ຄວາມເຊື່ອທາງວັດທະນະທໍາໃນພາກພື້ນທີ່ຕ້ອງຮັກສາກຽດສັກສີຂອງຄອບຄົວ ກົດດັນໃຫ້ເດັກຍິງຫຼາຍຄົນຕ້ອງແຕ່ງງານ, ເຊິ່ງມັນໄດ້ກີດຂວາງການສຶກສາ ພ້ອມທັງຄວາມຝັນຂອງພວກເຂົາທີ່ຈະບັນລຸຄວາມສາມາດຂອງຕົນເອງໄດ້ຢ່າງເຕັມເມັດເຕັມໜ່ວຍ.
ໃນໄລຍະ 20 ປີທີ່ຜ່ານມາ, ໃນພາກພື້ນອາຊີ ແລະ ປາຊີຟິກ ໄດ້ມີຄວາມຄືບໜ້າທີ່ໜ້າປະທັບໃຈໃນດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ເຖິງຢ່າງໃດກໍ່ຕາມ, ຍັງມີແມ່ຍິງອີກ 140 ລ້ານຄົນໃນຂົງເຂດນີ້ ທີ່ຄວາມຕ້ອງການດ້ານການວາງແຜນຄອບຄົວຍັງບໍ່ທັນໄດ້ຮັບການສະໜອງ.
ຫຼາຍກວ່າ 60 ສ່ວນຮ້ອຍຂອງການຖືພາທີ່ບໍ່ໄດ້ຕັ້ງໃຈ ຈົບລົງດ້ວຍການເອົາລູກອອກທີ່ບໍ່ປອດໄພ ແລະ ປະມານ 45 ສ່ວນຮ້ອຍຂອງການເອົາລູກອອກທັງໝົດແມ່ນບໍ່ປອດໄພ ແລະ ມັນກວມເອົາ 5 ຫາ 13 ສ່ວນຮ້ອຍ ຂອງການຕາຍຂອງແມ່ທັງໝົດ, ອີງຕາມບົດລາຍງານ ສະຖິຕິປະຊາກອນໂລກ 2022 ຂອງ UNFPA (UNFPA’s Flagship State of World Population 2022)
ສິ່ງດັ່ງກ່າວຍັງມີຜົນກະທົບອັນໃຫຍ່ຫຼວງຕໍ່ຄວາມສາມາດຂອງບັນດາປະເທດ ໃນການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ (ພປຍ) ພາຍໃນປີ 2030.
ການແກ້ໄຂສິ່ງທ້າທາຍໃຫຍ່ທີ່ສຸດຂອງໂລກແມ່ນຢູ່ຕໍ່ໜ້າພວກເຮົາ: ການບັນລຸຄວາມສະເໝີພາບທາງເພດ ແລະ ສິດທິ ແລະ ທ່າແຮງຂອງແມ່ຍິງ ແລະ ເດັກຍິງຢ່າງເຕັມສ່ວນ. ສິ່ງນີ້ສາມາດບັນລຸໄດ້ໂດຍການຮັບຟັງ, ການລົງທຶນ, ການກໍ່ສ້າງ ແລະ ຄວາມພະຍາຍາມທີ່ຈະກ້າວຫນ້າໃນທຸກໆມິຕິ ເພື່ອຫັນປ່ຽນບູລິມະສິດຂອງສັງຄົມ ໂດຍການອະນຸຍາດ ໃຫ້ແມ່ຍິງ ແລະ ເດັກຍິງບັນລຸຄວາມເປັນເອກະລາດໃນການປົກຄອງຮ່າງກາຍຂອງເຂົາເຈົ້າ.
UNFPA ອົງການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງສະຫະປະຊາຊາດ, ຮຽກຮ້ອງໃຫ້ຜູ້ວາງນະໂຍບາຍ, ຜູ້ນໍາຊຸມຊົນ ແລະທຸກຄົນເຮັດວຽກຮ່ວມກັນ ເພື່ອປ່ຽນແປງບູລິມະສິດຂອງສັງຄົມ ໂດຍການຂະຫຍາຍທາງເລືອກ ແລະ ຊັບພະຍາກອນສໍາລັບແມ່ຍິງ ແລະ ເດັກຍິງ ເພື່ອໃຫ້ພວກເຂົາສາມາດໃຊ້ທາງເລືອກໄດ້ຢ່າງແທ້ຈິງ ກ່ຽວກັບສຸຂະພາບ, ຮ່າງກາຍ ແລະ ອະນາຄົດຂອງເຂົາເຈົ້າ. ພວກເຮົາສາມາດສ້າງວົງຈອນເພື່ອເພີ່ມພູນຜົນປະໂຫຍດນີ້ໄດ້.
ໂດຍຜ່ານການເຊີນຊວນໃຫ້ມີການລົງມືປະຕິບັດທີ່ເປັນເອກະພາບ, ຄວາມພະຍາຍາມຮ່ວມຂອງພວກເຮົາ ຈະພາໃຫ້ພວກເຮົາເຂົ້າໃກ້ວິໄສທັດຮ່ວມກັນຂອງມວນມະນຸດ. ພວກເຮົາຈະບັນລຸໂລກທີ່ທຸກໆການຖືພາມີການວາງແຜນ ແລະ ໂລກທີ່ທຸກຄົນຈະມີຄວາມສຸກໃນການປະຕິບັດສິດທິ ແລະ ທ່າແຮງຂອງຕົນ.