You are here

ແມ່​ ແລະ ​ລູກ​ສາວ ນາງ ລິຊາ ແລະ ນາງ ແອັກເນສ ທີ່ອາ​ໃສ​ຢູ່​ໃນ​ຊຸມ​ຊົນຂະ​ຫນາດ​ນ້ອຍ​ແຄມ​ທະ​ເລ​ໃນ ເຊັນ ເບີນາດ (St. Bernard) ປະເທດ ​ຟີ​ລິບ​ປິນ ໄດ້ເລົ່າຄືນຄວາມຊົງ​ຈໍາຂອງພວກເຂົາໃນ​ວັນ​ທີ່ເກີດພາຍຸໄຕ້ຝຸ່ນ ຣາຍ. 

ເມື່ອຂ້າພະເຈົ້າໄປຢາມພວກເຂົາ, ເຂົາເຈົ້າ​​ເລົ່າສູ່ຂ້າພະເຈົ້າຟັງວ່າ  ຂະນະທີ່ລົມພາຍຸໄຕ້ຝຸ່ນດ້ຊັດເຂົ້າມາ ສຽງລົມນັ້ນດັງແຮງ ເໝືອນດັ່ງສຽງມ້ານັບພັນໂຕ​​ກຳລັງມຸ່ງໜ້າເຂົ້າມາໃນຊຸມຊົນຂອງພວກ ສົ່ງຜົນໃຫ້​​ບ້ານເຮືອນ ​ແລະ ຄອບຄົວຕ້ອງພັດພາກຢ່າງຮຸນແຮງທຳລາຍຊີວິດຂອງຄົນນັບພັນ ແລະ ຮັດໃຫ້ການເຂົ້າເຖິງການບໍລິການດ້ານສຸຂະພາບທີ່ຈໍາເປັນຕ້ອງຢຸດສະງັກ.

ລິຊາ ແລະ ແອັກເນສ ພ້ອມທັງເດັກຍິງອີກຫຼາຍລ້ານຄົນ ທີ່ພົບວ່າຕົນເອງກໍາລັງຖືພາທ່າມກາງສະຖານະການທີ່ອັນຕະລາຍຈາກໄພພິບັດທໍາມະຊາດ ໄປຈົນເຖິງໂລກລະບາດ ແລະ ຄວາມຂັດແຍ່ງ  ຖືວ່າແມ່ນຜູ້ເຄາະຮ້າຍທີ່ແທ້ຈິງ. ຫຼັກຖານຜ່ານມາໄດ້ສະແດງໃຫ້ພວກເຮົາເຫັນວ່າ ທ່າມກາງສະຖານະການດ້ານມະນຸດສະທໍາ, ມີອັດຕາການຕາຍຂອງແມ່ສູງເຖິງ 50 ສ່ວນຮ້ອຍ ແລະ ຄວາມຮຸນແຮງບົນພື້ນຖານທາງເພດສູງເຖິງ 70 ສ່ວນຮ້ອຍ.

ບັນຫານີ້ຍິ່ງເຫັນໄດ້ຊັດເຈນ ໃນເຂດອາຊີ ແລະ ປາຊີຟິກ ເຊິ່ງເປັນພາກພື້ນທີ່ເກີດໄພພິບັດສູງທີ່ສຸດໃນໂລກ ເຊິ່ງແມ່ຍິງ ແລະ ເດັກຍິງມີຄວາມສ່ຽງສູງ. ຄວາມສ່ຽງນັ້ນຈະສູງທີ່ສຸດເມື່ອເຂົາເຈົ້າຂາດການເຂົ້າເຖິງຂໍ້ມູນ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ລວມທັງການຄຸມກຳເນີດ.

ນີ້ແມ່ນໜຶ່ວິກິດການທີ່ຮ້າຍແຮງທີ່ສຸດໃນໂລກ ແລະ ມັນກໍ່ເກີດຂຶ້ນຢູ່ຕໍ່ໜ້າຕໍ່ຕາພວກເຮົາ. ແຕ່ມັນຍັງບໍ່ຖືກເບິ່ງເຫັນ. ໃນຍຸກສະໄໝໃໝ່ນີ້,  ແມ່ຍິງແລະ ເດັກຍິງຫຼາຍຄົນ ຍັງບໍ່ໄດ້ໃຊ້ສິດທິພື້ນຖານຂອງມະນຸດເຊັ່ນ ຄວາມເປັນເອກະລາດໃນການປົກຄອງຮ່າງກາຍຂອງຕົນເອງ ກໍ່ຄືຄວາມສາມາດໃນການເລືອກວ່າຈະຖືພາເວລາໃດ ແລະ ຖືພາກັບໃຜ. ທ່າມກາງຈຸດສູງສຸດຂອງວິວັດທະນາການທາງດ້ານເຕັກໂນໂລຊີຂອງໂລກມະນຸດ,ມີຈໍານວນເຄິ່ງຫນຶ່ງຂອງການຖືພາທັງຫມົດ ແມ່ນບໍ່ໄດ້ມີການວາງແຜນລ່ວງໜ້າ. ການຖືພາຈໍານວນຫຼາຍແມ່ນການຖືພາທີ່ບໍ່ຕ້ອງການ. ຄໍາຖາມກໍ່ຄືປະກົດການນີ້ເປັນໄປໄດ້ແນວໃດ ໃນຍຸກທີ່ການຄຸມກໍາເນີດມີຄວາມທັນສະໄຫມ ແລະ ປະສິດທິພາບສູງ?

ການຖືພາແບບບໍ່ໄດ້ຕັ້ງໃຈ ບໍ່ພຽງແຕ່ເກີດຂຶ້ນຢູ່ໃນສະພາບການມະນຸດສະທໍາເທົ່ານັ້ນ. ແມ່ຍິງ ແລະ ເດັກຍິງ      ໃນຫຼາຍຊຸມຊົນໃນທົ່ວອາຊີປາຊີຟິກ ຍັງຖືກຄວບຄຸມຈາກການຕັດສິນໃຈຢ່າງເສລີ ກ່ຽວກັບການຖືພາ ແລະ ໄລຍະຫ່າງ ຂອງການຖືພາ. ໃນທົ່ວ ປະເທດໃນອາຊີໃຕ້, ສະເລ່ຍແລ້ວ 22.7 ສ່ວນຮ້ອຍຂອງແມ່ຍິງ ທີ່ມີລູກສາມຄົນຂຶ້ນໄປ ໄດ້ປະສົບກັບການຖືພາທີ່ບໍ່ໄດ້ຕັ້ງໃຈ.

ສິ່ງ​ທີ່​ພວກ​ເຮົາຍັງ​ບໍ່​​ຄ່ອຍ​ຮັບ​ຮູ້​ແມ່ນ​ວ່າ ການ​ຂາດ​ທາງ​ເລືອກ​ຂອງແມ່ຍິງກຸ່ມນີ້  ສົ່ງຜົນກະທົບຕໍ່​ຄ່າ​ໃຊ້​ຈ່າຍ​ໃນ​ທົ່ວ​ໂລກ ການຖືພາທີ່ບໍ່ໄດ້ຕັ້ງໃຈສົ່ງຜົນສະທ້ອນອັນໃຫຍ່ຫຼວງເຊັ່ນ: ຄ່າໃຊ້ຈ່າຍຕໍ່ສຸຂະພາບ, ການສຶກສາ ແລະ ອະນາຄົດລະດັບບຸກຄົນ ພ້ອມທັງຜົນກະທົບຕໍ່ລະບົບສາທາລະນະສຸກ, ກໍາລັງແຮງງານ, ແລະ ສັງຄົມໂດຍລວມມີເດັກຍິງຈໍານວນຫຼາຍ ທີ່ຮຽນຊ້າ, ປະລະການຮຽນ ຫຼື ຂາດການມີສ່ວນຮ່ວມໃນກໍາລັງແຮງງານເນື່ອງຈາກເຂົາເຈົ້າຖືພາໂດຍບໍ່ໄດ້ຕັ້ງໃຈ ເຊິ່ງມັນໄດ້ມີຜົນກະທົບຢ່າງຕໍ່ເນື່ອງຕໍ່ລາຍຮັບ ແລະ ສຸຂະພາບໄປຕະຫຼອດຊີວິດ ແລະ ຈາກຮຸ່ນຄົນໜຶ່ງໄປສູ່ອີກຮຸ່ນຄົນໜຶ່ງ.

ຜົນກະທົບຕໍ່ຄ່າໃຊ້ຈ່າຍໃນລະດັບບຸກຄົນກໍ່ມີ, ມີ​ຜົນ​ສະ​ທ້ອນ​ທາງ​ດ້ານ​ສຸ​ຂະ​ພາບ​ທາງ​​ສັງ​ຄົມ, ທາງຈິດ​ໃຈ ແລະ ​ທາງ​ຮ່າງ​ກາຍ​ລວມ​ທັງຜົນກະທົບຈາກ​ການ​ເອົາ​ລູກ​ອອກ​ທີ່​ບໍ່​ປອດ​ໄພ​​​ຄວາມ​ສ່ຽງ​ຕໍ່​ຄວາມ​ທຸກ​ຍາກກໍ່ເພີ່ມຂຶ້ນ. ຈໍານວນການຖືພາເຫຼົ່ານີ້ ບໍ່ໄດ້ຖືກເບິ່ງເຫັນປັນເວລາດົນນານມາແລ້ວ. ເຖິງແມ່ນວ່າຜ່ານມາພວກເຮົາສາມາດປະເມີນຄ່າໃຊ້ຈ່າຍໃນການດູແລສຸຂະພາບ ແລະ ຕິດຕາມອັດຕາການປະລະໂຮງຮຽນ ແຕ່ສິ່ງເຫຼົ່ານີ້ເປັນພຽງແຕ່ບັນຫາໃນລະດັບຕື້ນ ຫຼື ຜິວເຜີນເທົ່ານັ້ນ.

ນອກຈາກນີ້, ການຖືພາໂດຍບໍ່ຕັ້ງໃຈ ຍັງເປັນປັດໄຈຂັບເຄື່ອນການແຕ່ງງານໃນເດັກ. ຄວາມເຊື່ອທາງວັດທະນະທໍາໃນພາກພື້ນທີ່ຕ້ອງຮັກສາກຽດສັກສີຂອງຄອບຄົວ ກົດດັນໃຫ້ເດັກຍິງຫຼາຍຄົນຕ້ອງແຕ່ງງານ, ເຊິ່ງມັນໄດ້ກີດຂວາງການສຶກສາ ພ້ອມທັງຄວາມຝັນຂອງພວກເຂົາທີ່ຈະບັນລຸຄວາມສາມາດຂອງຕົນເອງໄດ້ຢ່າງເຕັມເມັດເຕັມໜ່ວຍ.

​ໃນ​ໄລຍະ 20 ປີ​ທີ່​ຜ່ານ​ມາ, ​ໃນ​ພາກ​ພື້ນ​ອາຊີ ​ແລະ ປາຊີ​ຟິກ ​ໄດ້​ມີຄວາມຄືບໜ້າ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ດ້ານ​ສຸຂະພາບ​ທາງ​ເພດ ​ແລະ ສຸຂະພາບ​ຈະເລີນ​ພັນ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍັງ​ມີ​ແມ່ຍິງອີກ 140 ລ້ານ​ຄົນ​ໃນ​ຂົງ​ເຂດ​ນີ້ ​ທີ່ຄວາມຕ້ອງການດ້ານການວາງແຜນຄອບຄົວຍັງບໍ່ທັນໄດ້ຮັບການສະໜອງ.

ຫຼາຍກວ່າ 60 ສ່ວນຮ້ອຍຂອງການຖືພາທີ່ບໍ່ໄດ້ຕັ້ງໃຈ ຈົບລົງດ້ວຍການເອົາລູກອອກທີ່ບໍ່ປອດໄພ ແລະ ປະມານ 45 ສ່ວນຮ້ອຍຂອງການເອົາລູກອອກທັງໝົດແມ່ນບໍ່ປອດໄພ ແລະ ມັນກວມເອົາ 5 ຫາ 13 ສ່ວນຮ້ອຍ ຂອງການຕາຍຂອງແມ່ທັງໝົດ, ອີງຕາມບົດລາຍງານ ສະຖິຕິປະຊາກອນໂລກ 2022 ຂອງ UNFPA  (UNFPA’s Flagship State of World Population 2022)

ສິ່ງດັ່ງກ່າວຍັງມີຜົນກະທົບອັນໃຫຍ່ຫຼວງຕໍ່ຄວາມສາມາດຂອງບັນດາປະເທດ ໃນການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ (ພປຍ) ພາຍໃນປີ 2030.

ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ແມ່ນ​ຢູ່​ຕໍ່ໜ້າ​ພວກ​ເຮົານ​ບັນລຸ​ຄວາມ​ສະ​ເໝີ​ພາບ​ທາງເພດ ​ແລະ ສິດທິ​ ​ແລະ ທ່າ​ແຮງ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງຢ່າງເຕັມສ່ວນສິ່ງນີ້ສາມາດບັນລຸໄດ້ໂດຍການັບຟັງ, ການລົງທຶນ, ການກໍ່ສ້າງ ແລະ ຄວາມພະຍາຍາມທີ່ຈະກ້າວຫນ້າໃນທຸກໆມິຕິ ເພື່ອຫັນປ່ຽນບູລິມະສິດຂອງສັງຄົມ ໂດຍການອະນຸຍາດ ໃຫ້ແມ່ຍິງ ແລະ ເດັກຍິງບັນລຸຄວາມເປັນເອກະລາດໃນການປົກຄອງຮ່າງກາຍຂອງເຂົາເຈົ້າ.

UNFPA ອົງການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງສະຫະປະຊາຊາດ, ຮຽກຮ້ອງໃຫ້ຜູ້ວາງນະໂຍບາຍ, ຜູ້ນໍາຊຸມຊົນ ແລະທຸກຄົນເຮັດວຽກຮ່ວມກັນ ເພື່ອປ່ຽນແປງບູລິມະສິດຂອງສັງຄົມ ໂດຍການຂະຫຍາຍທາງເລືອກ ແລະ ຊັບພະຍາກອນສໍາລັບແມ່ຍິງ ແລະ ເດັກຍິງ ເພື່ອໃຫ້ພວກເຂົາສາມາດໃຊ້ທາງເລືອກໄດ້ຢ່າງແທ້ຈິງ ກ່ຽວກັບສຸຂະພາບ, ຮ່າງກາຍ ແລະ ອະນາຄົດຂອງເຂົາເຈົ້າ. ພວກເຮົາສາມາດສ້າງວົງຈອນເພື່ອພີ່ມພູນຜົນປະໂຫຍດນີ້ໄດ້.

ໂດຍຜ່ານການເຊີນຊວນໃຫ້​ມີການລົງມືປະຕິບັດທີ່​ເປັນ​ເອກະ​ພາບ, ຄວາມ​ພະຍາຍາມ​ຮ່ວມ​ຂອງ​ພວກ​ເຮົາ​ ຈະ​ພາ​ໃຫ້​ພວກ​ເຮົາ​ເຂົ້າ​ໃກ້​ວິ​ໄສ​ທັດ​ຮ່ວມ​ກັນ​ຂອງມວນ​ມະນຸດ. ພວກເຮົາຈະບັນລຸໂລກ​ທີ່​ທຸກໆການຖືພາ​ມີການວາງແຜນ ​ແລະ ໂລກທີ່ທຸກ​ຄົນ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ປະຕິບັດ​ສິດທິ ​ແລະ ທ່າ​ແຮງ​ຂອງ​ຕົນ.