“ພວກເຮົາມີລູກນໍາກັນສີ່ຄົນ, ຕອນນີ້ ພວກເຮົາມີຄວາມສຸກຫຼາຍ ແລະ ພວກເຮົາບໍ່ຕ້ອງການທີ່ຈະມີລູກອີກ. ສະນັ້ນ, ຂ້ອຍຈຶ່ງຕັດສິນໃຈເຮັດໝັນ. ຂ້ອຍເຊື່ອວ່າການວາງແຜນຄອບຄົວເປັນເລື່ອງຂອງຄູ່ຜົວເມຍ. ເພາະສະນັ້ນ, ຂ້ອຍ ແລະ ເມຍຂອງຂ້ອຍໄດ້ມີການປຶກສາຫາລືກັນ ແລະ ຕັດສິນໃຈຮ່ວມກັນວ່າໃຜຈະໃຊ້ວິທີຄຸມກຳເນີດ”, ກ່າວໂດຍ ທ້າວ.ໄຊ (ນາມສົມມຸດ) ຈາກ ເມືອງ ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ.
ການເຮັດໝັນຊາຍ (vasectomy) ແມ່ນການຜ່າຕັດຂະໜາດນ້ອຍເພື່ອປ້ອງກັນບໍ່ໃຫ້ນໍ້າເຊື້ອອະສຸຈິເຂົ້າໄປ ເພື່ອບໍ່ໃຫ້ເກີດການຖືພາ. ເມື່ອລາວສົນທະນາເລື່ອງນີ້ກັບເມຍຂອງລາວ, ທ້າວ. ໄຊ ໄດ້ມີຄວາມລັງເລໃຈຄືກັນກັບຜູ້ຊາຍຄົນອື່ນໆ. ແຕ່ລາວກໍຮັບຮູ້ໄດ້ຢ່າງທັນທີວ່າ ເຫດຜົນທີ່ຢູ່ເບື້ອງຫຼັງຄວາມລັງເລນັ້ນແມ່ນ: ຄວາມຢ້ານ ແລະ ຄວາມເຂົ້າໃຈຜິດຕໍ່ກັບການເຮັດໝັນຊາຍ. ລາວກ່າວວ່າ “ສ່ວນຫຼາຍ, ຜູ້ຊາຍມັກຈະມີຄວາມຢ້ານກົວວ່າການເຮັດໝັນຊາຍຈະເຮັດໃຫ້ເກີດຄວາມຜິດປົກກະຕິທາງເພດ ຫຼື ສົ່ງຜົນກະທົບຕໍ່ຄວາມເປັນຜູ້ຊາຍຂອງພວກເຂົາ. ສະນັ້ນ, ພວກເຂົາຈຶ່ງປະຕິເສດທີ່ຈະເຮັດໝັນຊາຍ.”
ແຕ່ສິ່ງທີ່ເຮັດໃຫ້ ທ້າວ. ໄຊ ຕັດສິນໃຈຮັບເຮັດໝັນ ແມ່ນຄວາມເຫັນອົກເຫັນໃຈຕໍ່ເມຍຂອງລາວບວກກັບການຕັດສິນໃຈໂດຍອີງຕາມຂໍ້ມູນທີ່ຖືກຕ້ອງ. ລາວນຶກເຖິງເວລາທີ່ເມຍຂອງລາວຖືພາ ແລະ ການເກີດລູກເຖິງສີ່ຄັ້ງພ້ອມທັງການປະສົບຜົນຂ້າງຄຽງຈາກການຄຸມກຳເນີດ. ລາວບໍ່ຕ້ອງການໃຫ້ເມຍຂອງລາວທົນກັບຄວາມເຈັບປວດ ແລະ ຄວາມທຸກທໍລະມານອີກຕໍ່ໄປ. ລາວຮູ້ດີວ່າມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດເພື່ອດູແລເມຍຂອງລາວ, ລາວຍັງໄດ້ກ່າວຕື່ມອີກວ່າ, “ ຂ້ອຍຢາກໃຫ້ເມຍຂອງຂ້ອຍມີສຸຂະພາບແຂງແຮງດີ ແລະ ມີຄວາມສຸກ.”
“ ການປຶກສາກັບ ທ່ານໝໍ ແມ່ນສິ່ງສໍາຄັນ ແລະ ຍັງຊ່ວຍໃຫ້ຂ້ອຍເຂົ້າໃຈດີຂຶ້ນກ່ຽວກັບການເຮັດໝັນ ແລະ ເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈລວມທັງມີຄວາມໝັ້ນໃຈທີ່ຈະເຮັດໝັນໄດ້”, ກ່າວໂດຍ ທ້າວ. ໄຊ ຜູ້ທີ່ໄດ້ຮັບການຜ່າຕັດເຮັດໝັນຊາຍເມື່ອຫົກເດືອນກ່ອນ, ລາວໄດ້ປຶກສາກັບ ທ່ານ ໝໍ ພ້ອມກັບເມຍຂອງລາວຫຼາຍຄັ້ງກ່ອນທີ່ຈະຕັດສິນໃຈຮັບການຜ່າຕັດໄດ້ຢ່າງຖືກຕ້ອງ.
ຫຼັງຈາກການຜ່າຕັດເຮັດໝັນ, ທ້າວ. ໄຊ ໄດ້ຫາຍດີໄວພາຍໃນໜຶ່ງເດືອນ ແລະ ສາມາດດຳລົງຊີວິດຂອງລາວໄດ້ຕາມປົກກະຕິ. ທ້າວ. ໄຊ ໄດ້ເປັນກະບອກສຽງໃນການຮຽກຮ້ອງໃຫ້ຜູ້ຊາຍຄົນອື່ນໝັ່ນສຶກສາ ແລະ ປຶກສາກັບ ທ່ານໝໍ ເລື້ອຍໆເພື່ອທໍາຄວາມເຂົ້າໃຈຕໍ່ກັບການເຮັດໝັນ. “ຖ້າພວກເຮົາມີຂໍ້ມູນທີ່ຖືກຕ້ອງ ແລະ ສຶກສາຢ່າງພຽງພໍ, ປຶກສານໍາ ທ່ານໝໍ ແລະ ຜູ້ຊາຍທີ່ເຄີຍເຮັດໝັນມາກ່ອນ, ພວກເຮົາກໍ່ຈະຮູ້ວ່າສິ່ງທີ່ພວກເຮົາໄດ້ຍິນຢູ່ຂ້າງນອກນັ້ນບໍ່ແມ່ນຄວາມຈິງສະເໝີໄປ; ມີຂ່າວລືທີ່ບໍ່ແມ່ນຄວາມຈິງ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງຫຼາຍຢ່າງກ່ຽວກັບການເຮັດໝັນ.”
ການໄດ້ຮັບຂໍ້ມູນທີ່ຖືກຕ້ອງແມ່ນສິ່ງທີ່ຈໍາເປັນຫຼາຍ, ແຕ່ ທ້າວ. ໄຊ ຍັງຍອມຮັບວ່າແນວຄວາມຄິດທາງດ້ານວັດທະນະທໍາຍັງມີຂໍ້ຈໍາກັດຕໍ່ຄວາມຮັບຜິດຊອບຮ່ວມກັນຂອງຄູ່ຜົວເມຍໃນການນໍາໃຊ້ການຄຸມກໍາເນີດ. “ນອກຈາກນັ້ນ, ຄົນສ່ວນຫຼາຍ ມັກຈະຄິດວ່າແມ່ຍິງເປັນຜູ້ໃຊ້ວິທີການຄຸມກໍາເນີດເທົ່ານັ້ນ ແລະ ມີຜູ້ຊາຍພຽງຈໍານວນໜ້ອຍທີ່ໃຊ້ວິທີການວາງແຜນຄອບຄົວ ” ທ້າວ. ໄຊ ກ່າວຕື່ມອີກ.
ອັດຕາສ່ວນຂອງແມ່ຍິງທີ່ແຕ່ງງານແລ້ວໃນໄວຈະເລີນພັນ ( ຫຼື ຄູ່ຜົວເມຍ )ມີ 46% ໃນ ສປປ ລາວ ແມ່ນບໍ່ໄດ້ນໍາໃຊ້ວິທີການຄຸມກໍາເນີດ. ໃນບັນດາຄູ່ຜົວເມຍທີ່ແຕ່ງງານແລ້ວ, ມີພຽງແຕ່ 1.1% ທີ່ໃຊ້ຖົງຢາງອະນາໄມຂອງຜູ້ຊາຍ ແລະ ຜູ້ຊາຍທີ່ເຮັດໝັນແລ້ວແມ່ນຫາຍາກຫຼາຍ (ມີພຽງ 0.3% ໃນ ແຂວງ ບໍ່ແກ້ວ, 0.1% ໃນ ແຂວງ ເຊກອງ ແລະ ແຂວງ ໄຊສົມບູນ). ໃນບັນດາແມ່ຍິງທີ່ບໍ່ໄດ້ແຕ່ງງານທີ່ມີເພດສຳພັນ, ການນໍາໃຊ້ວິທີການຄຸມກຳເນີດແມ່ນມີພຽງແຕ່ 14.8%.
ທ້າວ. ໄຊ ເຊື່ອວ່າທຸກຄົນຕ້ອງຮູ້ຈັກການວາງແຜນຄອບຄົວເຊິ່ງເປັນຄວາມຮັບຜິດຊອບຮ່ວມກັນຂອງຄູ່ຜົວເມຍ. ບໍ່ວ່າເມຍ ຫຼື ຜົວຈະຕັດສິນໃຈດຳເນີນວິທີການຄຸມກຳເນີດແບບໃດກໍ່ຕາມ, ການໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ການບໍລິການທີ່ມີຄຸນະພາບກ່ຽວກັບການວາງແຜນຄອບຄົວຈະຕ້ອງສາມາດເຂົ້າເຖິງໄດ້ ແລະ ສາມາດຕອບສະໜອງໃຫ້ທຸກຄົນຢູ່ທົ່ວທຸກຫົນແຫ່ງ.
ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA ໄດ້ສະໜັບສະໜູນລັດຖະບານລາວເພື່ອເຮັດໃຫ້ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ສາມາດເຂົ້າເຖິງໄດ້ທຸກຄົນ, ລວມທັງການໃຫ້ຂໍ້ມູນຂ່າວສານ ແລະ ການວາງແຜນຄອບຄົວສຳລັບທຸກຄົນໂດຍຜ່ານ ການສ້າງຄວາມເຂັ້ມແຂງຂອງລະບົບສາທາລະນະສຸກ, ການສ້າງຂີດຄວາມສາມາດ ແລະ ການສະໜອງການບໍລິການທີ່ມີຄຸນະພາບ. ການມີສ່ວນຮ່ວມຂອງຜູ້ຊາຍ ແລະ ໄວໜຸ່ມຊາຍ ແມ່ນໄດ້ຮັບການຈັດຕັ້ງປະຕິບັດໃນກິດຈະກຳຕ່າງໆທີ່ນຳໃຊ້ນະວັດຕະກຳໃໝ່ເຊັ່ນ: ການບໍລິການທາງໂທລະສັບ, ການໃຫ້ບໍລິການສາຍດ່ວນທີ່ເປັນມິດກັບໄວໜຸ່ມ, ການເຂົ້າເຖິງສຸຂະພາບຜ່ານທາງມືຖື. ແຫຼ່ງຂໍ້ມູນອອນໄລນ໌ ເຊັ່ນວ່າ: ແອັບມືຖື ນ້ອຍ ຢາກຮູ້ Noi-Yakhoo ແລະ ອຸປະກອນການຮຽນອອນໄລນ໌ ຫຼ້າສຸດນັບຕັ້ງແຕ່ການລ໋ອກດາວໃນໄລຍະການລະບາດຂອງພະຍາດ ໂຄວິດ-19 COVID-19 ແລະ ສາຍດ່ວນທີ່ບໍລິຫານໂດຍສູນສໍາລັບຊາວໜຸ່ມໃນນະຄອນຫຼວງວຽງຈັນ. ສິ່ງເຫຼົ່ານີ້ແມ່ນໄດ້ປະກອບສ່ວນເຂົ້າໃນເພດສຶກສາແບບຄົບຖ້ວນຢູ່ໃນຫຼັກສູດຂອງໂຮງຮຽນ ແລະ ການເຂົ້າຮ່ວມທີ່ນໍາພາໂດຍຊຸມຊົນສໍາລັບໄວໜຸ່ມທີ່ບໍ່ໄດ້ເຂົ້າໂຮງຮຽນ ແລະ ຊຸມຊົນ. ການປະກອບສ່ວນເຫຼົ່ານີ້ ແມ່ນນໍາພາໂດຍບັນດາກະຊວງ, ເຊິ່ງໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA ແລະ ບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານຕ່າງໆເຊັ່ນວ່າ: ລັດຖະບານ ລຸກຊໍາບວກ, KOFIH, KOICA, PSI, CHAI, Plan International, ADRA, WB, SRC, PFHA, ແລະ LaoPHA.
ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA ຈະຍັງຄົງສືບຕໍ່ໃຫ້ການສະໜັບສະໜູນ ລັດຖະບານລາວເພື່ອເພີ່ມການຮ່ວມມື, ການເຂົ້າເຖິງ ແລະ ຮັບປະກັນຄວາມຫຼາກຫຼາຍຂອງວິທີການຄຸມກຳເນີດເຊິ່ງເປັນສ່ວນໜຶ່ງຂອງຄຳໝັ້ນໝາຍ ຂອງ ສປປ ລາວ ຕໍ່ກັບກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ ICPD25 ເພື່ອສົ່ງເສີມສິດທິຂອງບຸກຄົນ ແລະ ຄູ່ຜົວເມຍຕໍ່ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງພວກເຂົາ - ແມ່ຍິງ ແລະ ຜູ້ຊາຍ, ທຸກໆຄູ່ຜົວເມຍສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ ແລະ ເລືອກວິທີການທີ່ ເໝາະສົມກັບພວກເຂົາໃຫ້ໄດ້ຫຼາຍທີ່ສຸດ.
******************************
ຊື່ທີ່ໄດ້ກ່າວມາໃນຂ້າງເທິງນີ້ ແມ່ນໄດ້ຮັບການປ່ຽນແປງເພື່ອປົກປ້ອງສິດທິສ່ວນບຸກຄົນ.
ແຫຼ່ງຂໍ້ມູນ: LSIS 2017
ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:
ທ່ານ ນາງ ອຸໄລວັນ ໄຊຍະລາດ,
ຜູ້ຮັບຜິດຊອບວຽກແຜນງານ - ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ.
ອີເມລ: sayarath@unfpa.org
ທ່ານ ນາງ ວັນລີ ລໍກ່ວາງມິງ,
ຜູ້ຮັບຜິດຊອບວຽກງານການສື່ສານ ແລະ ຄູ່ຮ່ວມມື, ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ.ລາວ
ອີເມລ: lorkuangming@unfpa.org