You are here

ທ່ານນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ, ທ່ານ ຈອນ ເພຍສອນ, ເອກອັກຄະລັດສະທູດອັງກິດປະຈໍາ ສປປ ລາວ,​ ແລະ ທ່ານ ເຈນ ແຊນເລີອຸປະທູດອົດສະຕາລີປະຈໍາ ສປປ ລາວ

ຊຸດການບໍລິການທີ່ຈໍາເປັນ (ESP) ແມ່ນເຄື່ອງມືທີ່ຊີ້ນໍາການສະໜອງ ຊຸດການບໍລິການຈາກຫຼາຍຂະແໜງການທີ່ຈໍາເປັນ ແລະ ມີຄຸນະພາບ ເພື່ອສະໜອງໃຫ້ແກ່ແມ່ຍິງ ແລະ ເດັກຍິງທີ່ປະເຊີນກັບຄວາມຮຸນແຮງບົນພຶ້ນຖານທາງເພດ (GBV), ເຊິ່ງປະກອບມີການບໍລິການທີ່ຄວນສະໜອງໃຫ້ທາງດ້ານສຸຂະພາບ, ການບໍລິການທາງສັງຄົມ, ຕໍາຫຼວດ ແລະ ດ້ານຄວາມຍຸຕິທໍາ. ESP ໄດ້ສື່ເຂົ້າເຖິງຄໍາໝັ້ນໝາຍສາກົນໃນການຢຸດຕິ ແລະ ຕອບໂຕ້ຕໍ່ກັບ GBV ລົງປະຕິບັດຕົວຈິງໃນຂັ້ນລະດັບປະເທດ ຜ່ານວິທີການທີ່ມີຜູ້ລອດຊີວິດເປັນຈຸດໃຈກາງ.ESP ແມ່ນວຽກງານທີ່ໂດດເດັ່ນ ຍ້ອນວ່າເປັນແບບແຜນງານທໍາອິດຂອງໂລກ ທີ່ກໍານົດການປະສານສົມທົບການບໍລິການທີ່ມີຄຸນນະພາບ ໃຫ້ແກ່ຜູ້ລອດຊີວິດຈາກຄວາມຮຸນແຮງທີ່ຄວນໄດ້ຮັບ ໃນທຸກໆບ່ອນ ແລະ ທຸກໆທີ່!

 

ການຢຸດຕິ GBV ຜ່ານການຈັດຕັ້ງປະຕິບັດວຽກງານ ESP ແມ່ນໜຶ່ງໃນຄຳໝາຍ​ໝັ້ນ ​ລະດັບຊາດຂອງ ສປປ ລາວໃນປີ 2019. ການແຜ່ລະບາດ COVID-19 ຍິ່ງເພີ່ມທະວີຄວາມຕ້ອງການຕໍ່ການບໍລິການດັ່ງກ່າວ. ການປະຕິບັດ ESP ຕ້ອງອາໄສຄວາມສາມັກຄີກົມກຽວແລະ ການສົ່ງເສີມ ເຊິ່ງຈະຊ່ວຍໃຫ້ອໍານາດການປົກຄອງໃນລາວມີຄວາມກ້າວໜ້າ ຕາມຄໍາໝັ້ນໝາຍສາກົນອີງໃສ່ສະພາບຂອງທ້ອງຖິ່ນໃນປະເທດ. ສະຖານທູດອັງກິດປະຈໍານະຄອນຫຼວງວຽງຈັນ ກໍກໍາລັງເພີ່ມທະວີການບໍລິການທາງສັງຄົມ ເພື່ອປັບປຸງທີ່ພັກຫຼົບໄພຂອງແມ່ຍິງ ທີ່ແຂວງສະຫວັນນະເຂດ, ແລະ ການມີສ່ວນຮ່ວມຂອງເພດຊາຍຕໍ່ກັບການປ້ອງກັນ GBV ຢູ່ໃນລະດັບຊຸມຊົນ. ສ່ວນສະຖານທູດອົດສະຕາລີປະຈໍານະຄອນຫຼວງວຽງຈັນ ກໍພວມເພີ່ມທະວີການປະສານງານລະດັບຊາດລະຫວ່າງຜູ້ສະໜອງການບໍລິການໃນ ສປປ ລາວ ແລະ ການສະໜັບສະໜູນເສັ້ນທາງການສົ່ງຕໍ່ ເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງທີ່ໄດ້ຮັບຜົນກະທົບຈາກ GBV

 

ທ່ານນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ໄດ້ກ່າວເນັ້ນໜັກວ່າ ການຮັບຮູ້ສິດທິຂອງແມ່ຍິງ ແລະ ເດັກຍິງ ໃນການດໍາລົງຊີວິດໂດຍປາສະຈາກຄວາມຮຸນແຮງນັ້ນ ແມ່ນຄວາມພະຍາຍາມປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ, ເຊິ່ງໄດ້ຈັດຕັ້ງປະຕິບັດໃນ ສປປ ລາວ ໂດຍອົງການ UNFPA  ແລະ ບັນດາຄູ່ຮ່ວມງານ ເພື່ອປະຕິບັດການບໍລິການທີ່ຈໍາເປັນ (ESP) ທີ່ມີປະສິດທິຜົນທາງດ້ານລາຄາ ແລະ ມີຜົນຕອບຮັບທີ່ເປັນປະໂຫຍດທີ່ສຸດໃຫ້ແກ່ແມ່ຍິງ ແລະ ເດັກຍິງ. ວິທີການດັ່ງກ່າວສາມາດຮັບປະກັນວ່າ ສິດທິມະນຸດຂອງແມ່ຍິງ ແລະ ເດັກຍິງໄດ້ຮັບການປົກປ້ອງ ເຊິ່ງທັງເປັນການສ້າງສະພາບແວດລ້ອມທີ່ພວກເຂົາໄດ້ຮັບການປະຕິບັດຢ່າງມີກຽດ ແລະ ດ້ວຍຄວາມເຄົາລົບ.



ທ່ານ ຈອນ ເພຍສອນ ເອກອັກຄະລັດສະທູດອັງກິດ, ໄດ້ອະທິບາຍວ່າ ໃນການປ້ອງກັນຄວາມຮຸນແຮງບົນພຶ້ນຖານທາງເພດ ແລະ ການສະໜັບສະໜູນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນເປົ້າໝາຍຫຼັກຂອງລັດຖະບານອັງກິດ, ທັງໃນຂອບເຂດທົ່ວໂລກ ແລະ ໃນສປປ ລາວ. ລວມເຖິງການສະໜັບສະໜູນຕໍ່ກັບທີ່ພັກຫຼົບໄພຢູ່ແຂວງສະຫວັນນະເຂດ ແລະ ນອກນັ້ນ ໃນຊຸມປີທີ່ຜ່ານມາ ສະຖານທູດອັງກິດກໍໄດ້ໃຫ້ການຊ່ວຍເຫຼືອບັນດາໂຄງການສໍາລັບແມ່ຍິງ ແລະ ເດັກຍິງ ຜ່ານສະຫະພັນກິລາຣັກບີ້ລາວAide et ActionLone Buffalo ແລະ ອື່ນໆ. 

 

ທ່ານ ເຈນ ແຊນເລີອຸປະທູດອົດສະຕາລີ ກ່າວວ່າ ອົດສະຕາລີມີຄວາມພາກພູມໃຈຫຼາຍໃນການເຮັດວຽກຮ່ວມກັນກັບລັດຖະບານລາວ ແລະ ບັນດາຄູ່ຮ່ວມມືສາກົນ ໃນການລິເລີ່ມສ້າງພື້ນຖານນີ້ ທີ່ຈະເປັນການເພີ່ມທະວີການສະໜັບສະໜູນໃຫ້ແກ່ຜູ້ເຄາະຮ້າຍຈາກ GBV. ອົດສະຕາລີ ແມ່ນຜູ້ສະໜັບສະໜູນທີ່ເຂັ້ມແຂງເພື່ອສິດທິຂອງແມ່ຍິງ ແລະ ເດັກຍິງໃນ ສປປ ລາວ ທີ່ຍັງໃຫ້ການສະໜັບສະໜູນຜ່ານໂຄງການດ້ານການສຶກສາຂັ້ນພຶ້ນຖານ, ການປົກປ້ອງທາງສັງຄົມ, ການຟຶ້ນຟູທາງດ້ານເສດຖະກິດ ແລະ ສິດທິມະນຸດອີກດ້ວຍ.  

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ສີສຸວັນ ວໍລະບຸດ

 

ຜູ້ຮັບຜິດຊອບແຜນງານ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ

 

ອີເມວ:vorabouth@unfpa.org

 

 

ທ່ານ ນາງ ເພັດມະນີ ວິຍາເດດ

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.