Go Back Go Back
Go Back Go Back
Go Back Go Back

ເປັນຫຍັງນະໂຍບາຍດ້ານການຈະເລີນພັນ ຄວນສຸມໃສ່ບຸກຄົນ, ບໍ່ແມ່ນສຸມໃສ່ຕົວເລກ

ເປັນຫຍັງນະໂຍບາຍດ້ານການຈະເລີນພັນ ຄວນສຸມໃສ່ບຸກຄົນ, ບໍ່ແມ່ນສຸມໃສ່ຕົວເລກ

Statement

ເປັນຫຍັງນະໂຍບາຍດ້ານການຈະເລີນພັນ ຄວນສຸມໃສ່ບຸກຄົນ, ບໍ່ແມ່ນສຸມໃສ່ຕົວເລກ

calendar_today 11 July 2023

World Population Day Artwork © UNFPA HQ
World Population Day Artwork © UNFPA HQ

ບົດຄໍາຄິດຄໍາເຫັນ ໂດຍ ຜູ້ອຳນວຍການ UNFPA ປະຈໍາພາກພື້ນອາຊີ-ປາຊີຟິກ

ທ່ານ Bjorn Andersson

ເນື່ອງໃນໂອກາດວັນປະຊາກອນໂລກ, ທ່ານ Bjorn Andersson, ຜູ້ອຳນວຍການ UNFPA ປະຈໍາພາກພື້ນອາຊີ-ປາຊີຟິກ ເນັ້ນຢໍ້າເຖິງເຫດຜົນທີ່ວ່າ ເປັນຫຍັງຈຶ່ງເປັນສິ່ງສຳຄັນ ທີ່ລັດຖະບານຮັບປະກັນວ່າ ນະໂຍບາຍດ້ານປະຊາກອນ ແລະ ການພັດທະນາ ຖືເອົາຄວາມສະເໝີພາບທາງເພດ ແລະ ສິດທິມະນຸດເປັນໃຈກາງ, ກໍຍ້ອນເພື່ອສ້າງຄວາມເຂັ້ມແຂງໃຫ້ແມ່ຍິງສາມາດຕັດສິນໃຈໄດ້ຢ່າງເປັນເອກະລາດ ກ່ຽວກັບສຸຂະພາບຈະເລີນພັນຂອງເຂົາເຈົ້າ.

ໂລກ​ນີ້​ມີ​ຄົນ​ຫຼາຍເກີນໄປ ​ຫຼື ​ໜ້ອຍ​ເກີນ​ໄປ? ຄໍາຕອບແມ່ນວ່າ ມັນບໍ່ມີຕົວເລກຈໍານວນປະຊາກອນທີ່ສົມບູນແບບ, ແລະ ຜ່ານມານະໂຍບາຍທີ່ສຸມໃສ່ອັດຕາການຈະເລີນພັນ ໄດ້ທໍາລາຍສິດທິ ແລະ ທາງເລືອກດ້ານການຈະເລີນພັນຂອງແມ່ຍິງ ແລະ ເດັກຍິງ. ຂໍ້ຄວາມນີ້ໄດ້ຖືກເນັ້ນຢໍ້າຢູ່ໃນບົດລາຍງານສະພາບປະຊາກອນໂລກຂອງ UNFPA (State of World Population Report) ທີ່ຈັດພິມເມື່ອບໍ່ດົນມານີ້, ເຊິ່ງໄດ້ສ່ອງແສງເຖິງທັດສະນະຫຼາກຫຼາຍດ້ານໃນທົ່ວໂລກ ກ່ຽວກັບນະໂຍບາຍດ້ານປະຊາກອນ ແລະ ຜົນກະທົບທີ່ນະໂຍບາຍດັ່ງກ່າວອາດມີຕໍ່ສັງຄົມ.

ເນື່ອງຈາກວ່າ ຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນໂລກທັງໝົດ 8 ຕື້ຄົນ ແມ່ນອາໄສຢູ່ໃນເຂດອາຊີ ແລະ ປາຊີຟິກ, ເຊິ່ງຫຼາຍກວ່າ 50 ສ່ວນຮ້ອຍ ແມ່ນແມ່ຍິງ ແລະ ເດັກຍິງ, ສະນັ້ນ ການສົນທະນາກ່ຽວກັບນະໂຍບາຍດ້ານປະຊາກອນ ຖືເປັນໂອກາດທີ່ສໍາຄັນ ທີ່ຈະປ່ຽນແປງວິທີການຄິດ ແລະ ການສົນທະນາ ຂອງລັດຖະບານ ແລະ ສັງຄົມ ກ່ຽວກັບທ່າອ່ຽງທາງດ້ານປະຊາກອນ, ລວມໄປເຖິງອັດຕາການຈະເລີນພັນ.

ໃນໄລຍະທີ່ຜ່ານມາ, ຫຼາຍປະເທດໄດ້ພະຍາຍາມບັນລຸສິ່ງທີ່ພວກເຂົາຄິດວ່າເປັນ ‘ຈໍານວນປະຊາກອນທີ່ສົມບູນແບບ.’ ແຕ່ຜ່ານປະສົບການຂອງບັນດາປະເທດເຫຼົ່ານີ້, ເຂົາເຈົ້າໄດ້ຮຽນຮູ້ວ່າ ວ່າການກໍານົດເປົ້າໝາຍປະຊາກອນບໍ່ໄດ້ສະໜອງທາງແກ້ໄຂຕໍ່ບັນຫາຕ່າງໆເຊັ່ນ: ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ວິກິດການດ້ານດິນຟ້າອາກາດ. ໃນຄວາມເປັນຈິງແລ້ວ ການກໍານົດເປົ້າໝາຍຕົວເລກປະຊາກອນ ຊໍ້າພັດກໍ່ໃຫ້ເກີດການລະເມີດສິດທິມະນຸດ ແລະ ອິດສະຫຼະພາບຂອງບຸກຄົນ, ໂດຍສະເພາະ ເມື່ອແມ່ຍິງຖືກກົດດັນໃຫ້ມີລູກ ຫຼື ຖືກຈໍາກັດບໍ່ໃຫ້ມີລູກ. ເມື່ອການຂະຫຍາຍຕົວຂອງປະຊາກອນຫາກຊ້າລົງ ອາດນໍາໄປສູ່ການປະຕິບັດມາດຕະການທີ່ຮຸນແຮງ ກ່ຽວກັບການຄຸມກໍາເນີດ. ເຊັ່ນດຽວກັນ, ປະເທດທີ່ພວມແກ້ໄຂອັດຕາການເກີດທີ່ເພີ່ມຂຶ້ນ ກໍໄດ້ປະຕິບັດນະໂຍບາຍຈໍາກັດຈໍານວນລູກ ແລະ ຍິ່ງໄປກວ່ານັ້ນ, ຖ້າສະຖານະການຫາກບໍ່ດີຂຶ້ນ, ກໍອາດມີການປະຕິບັດມາດຕະການຮຸນແຮງ ເຊັ່ນ: ການເຮັດໝັນຖາວອນແບບບໍ່ສະໝັກໃຈ.

ໃນປີ 1994, ກອງ​ປະ​ຊຸມ​ສາ​ກົນຄັ້ງ​ປະ​ຫວັດ​ສາດ​ກ່ຽວ​ກັບ​ປະ​ຊາ​ກອນ ແລະ ການ​ພັດ​ທະ​ນາ ​ໄດ້​ເຕົ້າໂຮມບັນ​ດາ​ປະ​ເທດ​ ເຂົ້າ​ຮ່ວມໃນ​​ຂໍ້ຕົກລົງ​ ທີ່ຖືເອົາ ສິດ​ທິ ແລະ ທາງເລືອກ​​ຂອງ​ແມ່​ຍິງ ແລະ ເດັກ​ຍິງໃນການຈະເລີນພັນ ເປັນໃຈກາງ​ຂອງ​ນະ​ໂຍ​ບາຍ​ປະ​ຊາ​ກອນ ແລະ ການ​ພັດ​ທະ​ນາ. ຜ່ານມາເກືອບ 30 ປີ ເຖິງວ່າຈະມີຄວາມຄືບໜ້າຫຼາຍດ້ານ, ແຕ່ການເຂົ້າເຖິງ ການບໍລິການ ແລະ ຂໍ້ມູນດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນນະພາບ ຂອງແມ່ຍິງ ແລະ ເດັກຍິງຈໍານວນຫຼາຍໃນທົ່ວອາຊີ ແລະ ປາຊີຟິກ ຍັງມີຈຳກັດ ຫຼື ບໍ່ມີເລີຍ. ຜູ້ທີ່ມາຈາກຊຸມຊົນທີ່ດ້ອຍໂອກາດຍັງສືບຕໍ່ດໍາລົງຊີວິດຢູ່ໃນຄວາມທຸກຍາກ, ແລະ ບໍ່ມີສ່ວນຮ່ວມໃນໂອກາດດ້ານການສຶກສາ ແລະ ການຈ້າງງານ.

ເປັນ​ຫຍັງ​ແມ່​ຍິງ​ຈຶ່ງ​ບໍ່​ສາມາດ​ຕັດສິນ​ໃຈໄດ້ຢ່າງ​ເປັນ​ເອກະລາດ ກ່ຽວກັບບັນຫາທີ່ຕິດພັນກັບ ການ​ສ້າງ​ຊີວິດ, ອາຊີບ, ແລະ  ຄອບຄົວ ​ທີ່​ເຂົາ​ເຈົ້າ​ປາຖະໜາ? ຄໍາຕອບກໍຄື: ຄວາມບໍ່ສະເໝີພາບທາງເພດ ແມ່ນສາເຫດຮາກເຫງົ້າຂອງບັນຫານີ້. ຕົວຢ່າງ: ແມ່ຍິງອາດຈະຕ້ອງໄດ້ເລືອກ ລະຫວ່າງ ການມີລູກ ຫຼື ອາຊີບຂອງຕົນ, ຍ້ອນວ່າຢູ່ເຮືອນຂອງນາງບໍ່ມີການແບ່ງໜ້າທີ່ຮັບຜິດຊອບວຽກເຮືອນ ຫຼື ຢູ່ສະຖານທີ່ເຮັດວຽກບໍ່ນີນະໂຍບາຍການເຮັດວຽກແບບໂຍ່ນຍານດ້ານເວລາເຮັດວຽກ. ເດັກຍິງອາດຈະເຕີບໃຫຍ່ຂຶ້ນມາ ໂດຍບໍ່ຮູ້ເຖິງທາງເລືອກດ້ານການຈະເລີນພັນຂອງຕົນ ຫຼື ຄວາມສາມາດທີ່ຕົນມີໃນການສ້າງອະນາຄົດຂອງຕົນເອງ. ເຖິງແມ່ນວ່ານາງຮູ້, ນາງອາດຈະບໍ່ສາມາດເຂົ້າເຖິງການຄຸມກໍາເນີດໄດ້ ເນື່ອງຈາກນະໂຍບາຍໃນທ້ອງຖິ່ນທີ່ນາງຢູ່ບໍ່ສົ່ງເສີມການວາງແຜນຄອບຄົວ ຫຼື  ບໍ່ມີການບໍລິການທີ່ບໍ່ມີຄຸນນະພາບ.

ຄວາມບໍ່ຍຸຕິທຳ ແລະ ຄວາມບໍ່ສະເໝີພາບທີ່ແຜ່ລາມໃນວົງກວ້າງ ເປັນສິ່ງກີດຂວາງການເຂົ້າເຖິງຂອງແມ່ຍິງ ແລະ ເດັກຍິງໃນດ້ານການສຶກສາ, ການດູແລສຸຂະພາບ, ໂອກາດໃນການຈ້າງງານ, ແລະ ບົດບາດການເປັນຜູ້ນໍາ. ຄວາມບໍ່ຍຸຕິທຳ ແລະ ຄວາມບໍ່ສະເໝີພາບດັ່ງກ່າວ ກີດຂວາງຄວາມເປັນເອກະລາດ ແລະ ຄວາມສາມາດຂອງເຂົາເຈົ້າ ໃນການເລືອກທາງເລືອກຢ່າງຊາບຂໍ້ມູນກ່ຽວກັບເລື່ອງທາງເພດ ແລະ ສຸຂະພາບຈະເລີນພັນຂອງຕົນເອງ, ນອກນັ້ນຍັງເພີ່ມຄວາມສ່ຽງຕໍ່ການຕາຍຂອງແມ່, ຄວາມຮຸນແຮງບົນພື້ນຖານທາງເພດ, ແລະ ສືບຕໍ່ບັນທັດຖານທາງສັງຄົມທີ່ເປັນອັນຕະລາຍ ທີ່ສາມາດຫຼີກລ່ຽງໄດ້.

​ເມື່ອ​ແມ່​ຍິງ​ໄດ້​ຮັບ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ, ​ເຂົາ​ເຈົ້າ​ສາມາດ​ປະກອບສ່ວນໃນການສ້າງ​ສັງຄົມ ​ແລະ ປະ​ເທດ​ ໃນລະດັບກວ້າງ​ໄດ້.

ຕົວຢ່າງ ຊີວິດຂອງນາງ ຣາຊິນີ. ນາງ ມີ ອາຍຸ 35 ປີ, ເປັນແມ່ຂອງເດັກແຮກເກີດ ມີຕໍາແໜ່ງວຽກງານເປັນຜູ້ຈັດການອາວຸໂສຂອງບໍລິສັດໂທລະຄົມມະນາຄົມຊັ້ນນໍາ. ເມື່ອຕອນນາງເປັນໄວໜຸ່ມ, ຣາຊິນີໄດ້ຮຽນຮູ້ກ່ຽວກັບເພດສຶກສາ, ຈົບການສຶກສາລະດັບປະລິນຍາ ແລະ ສືບຕໍ່ເຮັດວຽກໃນສາຍອາຊີບທີ່ເປັນທີ່ຕ້ອງການ. ຣາຊິນີ ເປັນຜູ້ຕັດສິນໃຈເອງວ່າ ເມື່ອໃດທີ່ນາງພ້ອມສ້າງຄອບຄົວຂອງຕົນເອງ.

ຣາຊິນີ  ມີສະພາບແວດລ້ອມພາຍໃນເຮືອນທີ່ເອື້ອຍອໍານວຍໃຫ້ການເຕີບໃຫຍ່ຂອງນາງ, ມີພໍ່ແມ່ ແລະ ສາມີເປັນຜູ້ສະໜັບສະໜູນການຕັດສິນໃຈຂອງນາງ. ນາງຍັງໄດ້ເຂົ້າເຖິງລະບົບ ແລະ ການບໍລິການທີ່ເອື້ອອໍານວຍ. ການມີນະໂຍບາຍທີ່ເປັນມິດກັບຄອບຄົວ, ແຜນປະກັນສັງຄົມ ແລະ ການປະຕິບັດໃນສະຖານທີ່ເຮັດວຽກ ທີ່ສົ່ງເສີມຄວາມສົມດູນລະຫວ່າງຊີວິດເຮັດວຽກ ແລະ ຊີວິດສ່ວນຕົວ  ແລະ ການຫຼຸດຜ່ອນພາລະດູແລຄອບຄົວ ແມ່ນສໍາຄັນຫຼາຍຕໍ່ການເຮັດໃຫ້ແມ່ຍິງມີເອກະລາດໃນການຕັດສິນໃຈຢ່າງຊາບຂໍ້ມູນກ່ຽວກັບທາງເລືອກດ້ານການຈະເລີນພັນຂອງເຂົາເຈົ້າ. ນະໂຍບາຍທີ່ສະໜັບສະໜູນແມ່ຍິງ ໃຫ້ສາມາດເລືອກທີ່ຈະເລື່ອນເວລາມີລູກ ຫຼື ເລືອກບໍ່ມີລູກ ແມ່ນມີຄວາມສໍາຄັນເທົ່າທຽມກັນ, ເຊິ່ງນະໂຍບາຍດັ່ງກ່າວສາມາດເພີ່ມການເຂົ້າເຖິງການບໍລິການວາງແຜນຄອບຄົວ, ລວມທັງການຄຸມກໍາເນີດ ແລະ ເຮັດໃຫ້ການຖືພາສາມາດວາງແຜນໄດ້. ນະໂຍບາຍດັ່ງກ່າວທີ່ຕັ້ງຢູ່ບົນພື້ນຖານຄວາມສະເໝີພາບທາງເພດ ເຮັດໃຫ້ແມ່ຍິງສາມາດປະຕິບັດສິດທິການຈະເລີນພັນຂອງເຂົາເຈົ້າ, ແລະ ພ້ອມກັນນັ້ນກໍ່ຊ່ວຍສ້າງບຸກຄົນ, ຄອບຄົວ, ຊຸມຊົນ ແລະ ປະເທດຊາດທີ່ອີງໃສ່ຫຼັກການດ້ານສິດທິມະນຸດ.

ເລື່ອງລາວຊີວິດຂອງ ນາງ ຣາຊິນີ ເປັນຕົວຢ່າງທີ່ສົມບູນແບບ, ແຕ່ໜ້າເສຍດາຍທີ່ມັນບໍ່ແມ່ນເລື່ອງທີ່ເຮົາເຫັນເປັນປົກກະຕິປະຈໍາວັນ.

ໂດຍລວມແລ້ວ, ເຖິງວ່າອັດຕາການຈະເລີນພັນເພີ່ມຂຶ້ນ ຫຼື ຫຼຸດລົງ, ແມ່ຍິງບໍ່ຄວນຖືກກົດດັນຈາກລັດຖະບານ ຫຼື ສັງຄົມ ໃຫ້ມີລູກ ຫຼື ບໍ່ມີລູກ. ການຮັບປະກັນຄວາມສະເໝີພາບທາງເພດ ໝາຍເຖິງການລົງທຶນໃນທຸກຂັ້ນຕອນຂອງຊີວິດຂອງແມ່ຍິງ - ຕັ້ງແຕ່ເກີດ, ຈົນເຖິງຕອນເປັນໄວໜຸ່ມ ແລະ ເປັນຜູ້ໃຫຍ່. ເດັກຍິງທຸກຄົນຄວນເຂົ້າເຖິງເພດສຶກສາຮອບດ້ານ, ເພື່ອໃຫ້ນາງສາມາດຄວບຄວມຊີວິດຊ່ວງໄວໜຸ່ມຂອງຕົນເອງ ແລະ ເລືອກທາງເລືອກຢ່າງມີຄວາມເຂົ້າໃຈກ່ຽວກັບບັນຫາທີ່ປ່ຽນແປງຊີວິດ. ແມ່ຍິງທຸກຄົນຄວນເຂົ້າເຖິງການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນະພາບ, ການດູແລສຸຂະພາບຂອງແມ່ເພື່ອການເກີດລູກທີ່ປອດໄພ ແລະ ການຄຸມກໍາເນີດຖ້າຍັງບໍ່ຕ້ອງການຖືພາ. ແມ່ຍິງທຸກຄົນຄວນຈະສາມາດເລືອກອາຊີບ ແລະ ຊີວິດຂອງຕົນເອງ, ພ້ອມທັງສາມາດວາງແຜນອະນາຄົດ ແລະ ໃຊ້ຊີວິດຢ່າງມີກຽດສັກສີ.

ບໍ່ວ່າອັດຕາການເຕີບໂຕຂອງປະຊາກອນໃນປະເທດຈະເປັນແບບໃດກໍຕາມ, ການນໍາໃຊ້ວິທີການ ທີ່ຍຶດຖືສິດທິມະນຸດ ແລະ ສຸມໃສ່ທຸກບາດກ້າວຂອງຊີວິດແມ່ຍິງ ຈະເຮັດໃຫ້ສັງຄົມ, ຊຸມຊົນ ແລະ ປະເທດມີຄວາມຍືດຍຸ່ນ ແລະ ສາມາດຈະເລີນເຕີບໂຕໄດ້. ພວກເຮົາຈະສາມາດສ້າງຄວາມເປັນໄປໄດ້ທີ່ບໍ່ມີຂອບເຂດສໍາລັບທຸກຄົນ ກໍຕໍ່ເມື່ອນະໂຍບາຍດ້ານປະຊາກອນ ແລະ ການພັດທະນາຂອງປະເທດ ຖືເອົາສິດທິຂອງບຸກຄົນເປັນໃຈກາງ.