You are here

ວັນທີ 15 ມິຖຸນາ, ນະຄອນຫຼວງວຽງຈັນ, ສປປ ລາວ - ຄະນະຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ນໍາໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລົງຢ້ຽມຢາມແຜນງານທີ່ຢູ່ພາຍໃຕ້ການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ທີ່ແຂວງ ສະຫວັນນະເຂດ ເຊິ່ງເປັນແຂວງທີ່ມີປະຊາກອນຫຼາຍທີ່ສຸດໃນ ສປປ ລາວ.


ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ນາງ ຫຼິງທອງ ແສງຕະວັນ ຮອງເຈົ້າແຂວງ, ສະຫວັນນະເຂດ © UNFPA Laos/Insal Vannaseng

ການລົງຢ້ຽມຢາມດັ່ງກ່າວໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ນາງ ຫຼິງທອງ ແສງຕະວັນ ຮອງເຈົ້າແຂວງສະຫວັນນະເຂດ ໂດຍມີຈຸດປະສົງເພື່ອສັງເກດຄວາມຄືບໜ້າ ແລະ ຜົນສຳເລັດຂອງແຂວງ ຜ່ານແຜນງານການຮ່ວມມືປີ 2022-2026 ຂອງອົງການ UNFPA ທີ່ສອດຄ່ອງກັບແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ໄລຍະ 2021-2025, ຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ກັບ ກອງປະຊຸມສາກົນການພັດທະນາປະຊາກອນ (ICPD25), ແລະ ຂອບການຮ່ວມມືການພັດທະນາແບບຍືນຍົງຂອງ ສະຫະປະຊາຊາດ (UNSDCF).


ຜູ້ເຂົ້າຮ່ວມແຜນງານການມີສ່ວນຮ່ວມຂອງຜູ້ຊາຍ, ສະຫວັນນະເຂດ  © UNFPA Laos/Insal Vannaseng

ທີ່ນະຄອນໄກສອນ ພົມວິຫານ, ຄະນະຜູ້ແທນໄດ້ລົງຢ້ຽມຢາມແຜນງານການມີສ່ວນຮ່ວມຂອງຜູ້ຊາຍ ທີ່ໄດ້ນໍາເອົາບັນດາເຖົ້າແກ່ແນວໂຮມ ແລະ ອຳນາດການປົກຄອງບ້ານ ເຂົ້າຮ່ວມການຝຶກອົບຮົມເພື່ອເປັນຜູ້ນໍາພາໃນການປ້ອງກັນຄວາມຮຸນແຮງທາງເພດ, ການກະທຳທີ່ເປັນອັນຕະລາຍຕໍ່ແມ່ຍິງ ແລະ ເດັກຍິງ, ການສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃນຊຸມຊົນຂອງພວກເຂົາ. ແຜນງານດັ່ງກ່າວເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງ UNFPA ກັບ ສູນກາງສະຫະພັນແມ່ຍິງລາວ ເພື່ອລະດົມການມີສ່ວນຮ່ວມຂອງຜູ້ຊາຍ ແລະ ເດັກຊາຍ ເຂົ້າມາສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດ.


ຄະນະກໍ່ໄດ້ລົງຢ້ຽມຢາມ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ, ສະຫວັນນະເຂດ © UNFPA Laos/Insal Vannaseng

ຈາກນັ້ນ, ຄະນະກໍ່ໄດ້ລົງຢ້ຽມຢາມ ສູນປົກປ້ອງແມ່ຍິງຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ເພື່ອເບິ່ງວຽກງານອັນສໍາຄັນຂອງ ລັດຖະບານລາວ ຮ່ວມກັບ ອົງການ UNFPA ໃນການຢຸດຕິຄວາມຮຸນແຮງທຸກຮູບແບບໃນ ສປປ ລາວ. ສູນດັ່ງກ່າວແມ່ນໃຊ້ສໍາລັບເປັນບ່ອນພັກເຊົາຊົ່ວຄາວ, ຮັກສາສຸຂະພາບ, ສະໜອງອາຫານ ແລະ ເຄື່ອງນຸ່ງທີ່ຈຳເປັນໃຫ້ກັບຜູ້ລອດຊີວິດ ແລະ ລູກ, ໃຫ້ຄວາມຊ່ວຍເຫຼືອດ້ານຈິດໃຈ ແລະ ໃຫ້ຄຳປຶກສາດ້ານຈິດຕະວິທະຍາ, ທັກສະຊີວິດ ແລະ ການຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງ ແລະ ເດັກຍິງທີ່ຢາກລົບໜີອອກຈາກສະພາບແວດລ້ອມທີ່ຮຸນແຮງ ຫຼື ບໍ່ປອດໄພ.

ການຮ່ວມມືລະຫວ່າງ UNFPA ແລະ ພາກເອກະຊົນແມ່ນໜຶ່ງໃນຜົນງານພົ້ນເດັ່ນຂອງການລົງຢ້ຽມຢາມດັ່ງກ່າວ. ໃນລະຫວ່າງການຢ້ຽມຢາມ ໂຮງງານຜະລິດເຄື່ອງສຳອາງ ແລະ ເຄື່ອງຫຼິ້ນ KP Beau Lao, ຄະນະຜູ້ແທນໄດ້ມີໂອກາດເຂົ້າເບິ່ງການເຊື່ອມສານວຽກງານໃຫ້ຂໍ້ມູນແລະການບໍລິການທີ່ເປັນມິດຕໍ່ໄວໜຸ່ມ ແລະ ເຍົາວະຊົນ ເຂົ້າໃນການເບິ່ງແຍງສະຫວັດດີການພະນັກງານຂອງໂຮງງານ. ໂຮງງານດັ່ງກ່າວ ໄດ້ມີການຈັດສັນ ພື້ນທີ່ສະເພາະທີ່ປອດໄພ ແລະ ປິດລັບ ໄວ້ໃຫ້ພະນັກງານໄວໜຸ່ມສາມາດເຂົ້າ ໄປປຶກສາຫາລືກ່ຽວກັບ ສຸຂະພາບຈະເລີນພັນ, ບັນຫາການຕິດພະຍາດຕິດຕໍ່ທາງເພດສຳພັນ (STIs), ວິທີການປ້ອງກັນການຖືພາແບບບໍ່ຕັ້ງໃຈ, ການປ້ອງກັນຄວາມຮຸນແຮງທາງເພດ, ສິ່ງທ້າທາຍດ້ານຊີວິດ ແລະ ສຸຂະພາບອື່ນໆ.


 ໃນຂະນະລົງຢ້ຽມຢາມໂຮງງານ KP Beau Lao, ສະຫວັນນະເຂດ © UNFPA Laos/Insal Vannaseng

ການລົງຕິດຕາມໄດ້ສໍາເລັດລົງຢ່າງຈົບງານ ແລະ ສິ້ນສຸດທີ່ໂຮງໝໍເມືອງອຸທຸມພອນ ແລະ ພະແນກສາທາລະນະສຸກແຂວງ, ເຊິ່ງຄະນະໄດ້ຮຽນຮູ້ກ່ຽວກັບບົດບາດສຳຄັນຂອງຂະແໜງສາທາລະນະສຸກ ໃນການ ສະໜອງເຄື່ອງອຸປະກອນ ແລະ ສະໜອງການບໍລິການສຸຂະພາບແມ່ທີ່ມີຄຸນະພາບໃຫ້ແກ່ ປະຊາຊົນແຂວງ ສະຫວັນນະເຂດ.


ທີ່ໂຮງໝໍຊຸມຊົນເມືອງອຸທຸມພອນ, ສະຫວັນນະເຂດ © UNFPA Laos/Insal Vannaseng

ຜ່ານການຮ່ວມມື ກັບ ກະຊວງສາທາລະນະສຸກ, UNFPA ສືບຕໍ່ຊຸກຍູ້ສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການກ້າວຜ່ານອຸປະສັກໃນການວາງແຜນຄອບຄົວ ແລະ ວາງຮາກຖານເພື່ອຄວາມຍືນຍົງ. ການມີທາງເລືອກ ໃນການໃຊ້ຢາຄຸມກຳເນີດທີ່ທັນສະໄໝ ແລະ ຮັບປະກັນວ່າການສະໜອງຢາປິ່ນປົວສຸຂະພາບແມ່ໄດ້ຖືກແຈກຢາຍ ຮອດສະຖານທີ່ບໍລິການແລະ ສມາດສະໜອງໄວໜຸ່ມ ແລະ ແມ່ຍິງທີ່ມີຄວາມຈໍາເປັນຕ້ອງໃຊ້.

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ກ່າວວ່າ, “ພວກເຮົາຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ລັດ ຖະບານລາວ ໃນຂັ້ນສູນກາງ,  ຂັ້ນແຂວງ ແລະ ລົງໄປເຖິງຂັ້ນຊຸມຊົນຮາກຖານເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງສາມາດເຂົ້າເຖິງ ແລະ ມີທາງເລືອກໃນການນໍາໃຊ້ຜະລິດຕະພັນສຸຂະພາບຈະເລີນພັນທີ່ມີຄຸນນະພາບ, ລວມທັງຢາຄຸມກໍາເນີດສໍາລັບການວາງແຜນຄອບຄົວ, ທຸກຄັ້ງທີ່ພວກເຂົາຕ້ອງການ ຫຼື ຈໍາເປັນນໍາໃຊ້".

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org