Go Back Go Back
Go Back Go Back
Go Back Go Back

ອົງການ UNFPA ແລະ ໂຮງແຮມ ຄຣາວ ພລາຊ່າ ຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ

ອົງການ UNFPA  ແລະ ໂຮງແຮມ ຄຣາວ ພລາຊ່າ ຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ

Press Release

ອົງການ UNFPA ແລະ ໂຮງແຮມ ຄຣາວ ພລາຊ່າ ຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ

calendar_today 29 August 2024

ອົງການ UNFPA  ແລະ ໂຮງແຮມ ຄຣາວ ພລາຊ່າ ຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ
UNFPA and Crowne Plaza join hands to Empower Youth and advocate for gender equality in Lao PDR

ອົງການ UNFPA  ແລະ ໂຮງແຮມ ຄຣາວ ພລາຊ່າ ຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ

ວັນທີ 29 ສິງຫາ 2024, ນະຄອນຫຼວງວຽງຈັນ, ສປປ ລາວ ງານອັນສຳຄັນໃນວັນນີ້, ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA), ໂຮງແຮມ ຄຣາວ ພລາຊາ ແລະ ໂຮງແຮມ ຮໍລີເດອິນ ແອນ ສວີດ ວຽງຈັນ ໄດ້ສານຕໍ່ການຮ່ວມມືກັນໂດຍຜ່ານຂໍ້ຕົກລົງອັນສຳຄັນ ເພື່ອເສີມຂະຫຍາຍການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດຂອງຊາວໜຸ່ມ ແລະ ເຍົາວະຊົນໃນຂອບເຂດທົ່ວປະເທດ ສປປ ລາວ. ການ​ຮ່ວມ​ມື​ດັ່ງກ່າວ​ໄດ້​​ປະກາດ​ໃນ​ພິທີ​ລົງ​ນາມ​ທີ່​ຈັດ​ຂຶ້ນ​ຢູ່​ໂຮງແຮມ ຄຣາວ ພລາຊາ ວຽງຈັນ ຮ່ວມ​ກັບ​ກະຊວງ​ສຶກສາ​ທິການ ​ແລະ ກິລາ.

ປະຊາກອນ ສປປ ລາວ ຫຼາຍກວ່າ 60% ມີອາຍຸຕ່ຳກວ່າ 30 ປີ, ຂໍ້ລິເລີ່ມນີ້ຊີ້ໃຫ້ເຫັນເຖິງບົດບາດສຳຄັນຂອງຊາວໜຸ່ມໃນປະຈຸບັນ ແລະ  ອານາຄົດຂອງຊາດ. ການ​ຮ່ວມ​ມືແມ່ນ​ເພື່ອ​ແນ​ໃສ່​ນຳໃຊ້ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຊາວ​ໜຸ່ມ ​ໂດຍ​ການ​ເຊື່ອມ​ໂຍງ​ການ​ສະໜັບສະໜູນ​ຈາກ​ລັດຖະບານ, ຄູ່​ຮ່ວມ​ມື​ພັດທະນາ ​ແລະ ພາກ​ເອກະ​ຊົນ.

 ທ່ານ ດຣ ແບັກທີຢໍ ຄາດີເລິບ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: “ມື້ນີ້, ພວກເຮົາໄດ້ມີບາດກ້າວອັນສຳຄັນເດີນໄປຂ້າງໜ້າຮ່ວມກັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມຂອງພວກເຮົາ. “ຂໍ້ຕົກລົງການຮ່ວມມືກັນໃນມື້ນີ້ກັບ ໂຮງແຮມ ຄຣາວ ພລາຊາ ແລະ ໂຮແຮມ ຮໍລີເດອິນ ແອນ ສວີດ ວຽງຈັນ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການສົ່ງເສີມການເປັນຜູ້ນຳຂອງຊາວໜຸ່ມ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນ ສປປ ລາວ. ຂໍ້​ລິ​ເລີ່ມ​ນີ້​ແມ່ນ​ກຸນ​ແຈ​ໃນການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ຊາວ​ໜຸ່ມ. ດັ່ງຄຳສຸພາສິດລາວເວົ້າວ່າ "ຊາວໜຸ່ມເປັນກະດູກສັນຫຼັງຂອງຊາດ."

MoU UNFPA and Crowne Plaza

ການ​ຮ່ວມ​ມືຂອງ​ຫຼາຍ​ຂະ​ແໜງ​ການ​ນີ້​ສອດຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ ແຫ່ງ​ຊາດ​ຄັ້ງ​ທີ 9 (NSEDP), ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD), ແຜນງານນາງນ້ອຍ 2030, ​ແລະ ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDGs) ລວມ​ທັງ​ແຜນການ​ດຳ​ເນີນ​ທຸລະ​ກິດ​ທີ່​ມີ​ຄວາມ​ຮັບຜິດຊອບ 10 ປີ.  “ການເດີນທາງສູ່ອະນາຄົດ” ຂອງກຸ່ມໂຮງແຮມ ອິນເຕີຄອນຕີເນັນໂທ (IHG).

ທ່ານ ມູຣາລິ ວິດວັນເນຕັນ (Murali Viswanathan), ຜູ້ຈັດການຂອງກຸ່ມໂຮງແຮມ  ໄດ້ສະແດງການສະຫນັບສະຫນູນແຜນງານນາງນ້ອຍຢ່າງເຕັມທີ່, ໂດຍກ່າວວ່າ: "ກຸ່ມໂຮງແຮມ IHG ຖືວ່າການມອບຄືນສິ່ງທີ່ດີໃຫ້ແກ່ຊຸມຊົນທີ່ພວກເຮົາໄດ້ເປັນສ່ວນໜຶ່ງນຳ ໃນປະເທດທີ່ພວກເຮົາດໍາເນີນທຸລະກິດຢູ່ - ເປັນຮາກທີ່ຝັງເລິກຢູ່ໃນຈັນຍາບັນຂອງພວກເຮົາ. ຄໍາໝັ້ນສັນຍາດັ່ງກ່າວແມ່ນໄດ້ສືບຕໍ່ດຳເນີນໄປກັບໂຮງແຮມ ຄຣາວ ພລາຊາ ແລະ ໂຮງແຮມ ຮໍລີເດອິນ ວຽງຈັນ - ເຊິ່ງຈະເຮັດໃຫ້ຊາວໜຸ່ມຍິງ ແລະ ຊາຍ ແລະ ຊາວໜຸ່ມທີ່ຂາດໂອກາດຢູ່ເຂດຊົນນະບົດ ໄດ້ຮັບໂອກາດການຝຶກອົບຮົມໃນຂະແຫນງການບໍລິການໂຮງແຮມ ແລະ ສ້າງເສັ້ນທາງການມີວຽກເຮັດງານທຳທີ່ມີທ່າແຮງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ລວມທັງ ການ​ລົງ​ທຶນ​ໃສ່ຊາວ​ໜຸ່ມ​ໃນ ສປປ ລາວ ຢ່າງມີຄຸນນະພາບ ແລະ ທັນເວລາ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ”.

MoU UNFPA and Crowne Plaza

ຜ່ານມາ, ພາຍ​ໃຕ້​ແຜນງານ​ນາງນ້ອຍ, ໂຮງແຮມ ຄຣາວ ພລາຊາ ວຽງຈັນ ໄດ້​ສະ​ໜັບ​ສະ​ໜູນ​ກຸ່ມ​ເດັກ​ຍິງ​ນາງ​ນ້ອຍ ໂດຍ​ຜ່ານການ​ຝຶກ​ອົບ​ຮົມ​ອັນ​ລ້ຳ​ຄ່າ​ໃນ​ດ້ານ​ການ​ປຸງ​ແຕ່ງ, ການ​ຕັ້ງ​ທຸ​ລະ​ກິດ ແລະ ທັກ​ສະ​ອາ​ຊີບ. ຂໍ້ລິເລີ່ມນີ້ໄດ້ຮ່ວມມືກັບວິທະຍາໄລເຕັກນິກປາກປ່າສັກ, ທະນາຄານ BFL ແລະ ສູນໄວໜຸ່ມນະຄອນຫຼວງວຽງຈັນ ເພື່ອໃຫ້ການສະໜັບສະໜູນຢ່າງຮອບດ້ານ ລວມທັງການຮູ້ດ້ານການເງິນ ແລະ ການບໍລິການສຸຂະພາບຈະເລີນພັນ.

ສປປ ລາວ ປະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ ລວມທັງອັດຕາການແຕ່ງງານໄວສູງ (26.6% ຂອງເດັກຍິງໜຸ່ມ ອາຍຸແຕ່ 15 ຫາ 19 ປີ ທີ່ໄດ້ແຕ່ງງານແລ້ວ ຢູ່ໃນ ສປປ ລາວ) ແລະ ການເກີດລູກໃນຊາວໜຸ່ມ (89 ຕໍ່ 1000) ໃນອາຊຽນ, ສົມທົບກັບອັດຕາການອອກໂຮງຮຽນໃນຊັ້ນມັດທະຍົມ. ການ​ສືບຕໍ່ຮ່ວມ​ມືໃນຄັ້ງ​ນີ້ ແມ່ນ​ພະຍາຍາມ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້ ​ໂດຍ​ສຸມ​ໃສ່​ການ​ພັດທະນາ​ສີມື​ແຮງ​ງານ​ຂອງ​ຊາວ​ໜຸ່ມ, ການມີວຽກ​ເຮັດ​ງານ​ທຳ, ການສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ການເປັນຜູ້​ປະກອບ​ການ.

ອົງປະກອບສຳຄັນຂອງການເປັນຄູ່ຮ່ວມງານປະກອບມີດັ່ງນີ້: ສະໜັບສະໜູນ​ຂໍ້​ລິ​ເລີ່ມ​ພັດທະນາ​ສີມື​ແຮງ​ງານ​ຂອງ​ຊາວ​ໜຸ່ມ ​ແລະ ສ້າງ​ໂອກາດ​ໃນການມີວຽກ​ເຮັດ​ງານທຳ ​ແລະ ການ​ເປັນຜູ້ປະກອບ​ການ.

  • ຈັດຕັ້ງປະຕິບັດເງື່ອນໄຂມາດຖານທຸລະກິດທີ່ເປັນມິດກັບນາງ 'ນ້ອຍ' ເພື່ອຮັບປະກັນການເຂົ້າເຖິງອາຫານທີ່ດີຕໍ່ສຸຂະພາບ, ການສຶກສາ, ຂໍ້ມູນສຸຂະພາບ ແລະ ການປົກປ້ອງສັງຄົມ.
  • ປະສານງານໃນການໂຄສະນາເຜີຍແຜ່ ແລະ ການສື່ສານ ເພື່ອສົ່ງເສີມການສຶກສາທັກສະຊີວິດ, ການມີສ່ວນຮ່ວມທາງດ້ານເສດຖະກິດ-ສັງຄົມ, ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມທີ່ຂາດໂອກາດ.

ການ​ຮ່ວມ​ມື​ຄັ້ງ​ນີ້​ຈະ​ມີ​ການ​ຝຶກ​ອົບ​ຮົມ​ນັກ​ສຶກ​ສາ TVET 20 ຄົນ​ໃນ​ດ້ານ​ການ​ຕ້ອນ​ຮັບ, ພັດ​ທະ​ນາ​ທັກ​ສະ​ດ້ານ​ການ​ຕ້ອນ​ຮັບ​ໃຫ້​ແກ່​ຊາວ​ໜຸ່ມ 60 ຄົນ​ທີ່​ມາ​ຈາກ​ເຂດ​ຊົນ​ນະ​ບົດ, ແລະ ສະ​ຫນັບ​ສະ​ຫນູນ​ການ​ຕະ​ຫຼາດ​ຜະ​ລິດ​ຕະ​ພັນ​ທີ່​ເຮັດ​ໂດຍ​ກຸ່ມ​ທີ່​ດ້ອຍ​ໂອ​ກາດ, ເຊັ່ນ​: ຫັດ​ຖະ​ກໍາ​ທີ່​ສ້າງ​ໂດຍ​ຄົນ​ພິ​ການ. ນອກນີ້, ຍັງຈະລວມເຖິງການໃຫ້ການຝຶກອົບຮົມກ່ຽວກັບສະຫວັດດີການຂອງພະນັກງານ ແລະ ການສະໜັບສະໜູນກິດຈະກໍາສາກົນ ເພື່ອແນໃສ່ສົ່ງເສີມສິດທິ ແລະ ສະຫວັດດີການຂອງເຍົາວະຊົນ, ໄວໜຸ່ມ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ.

MoU UNFPA and Crowne Plaza

ທ່ານ ສຸກ​ສະໝອນ ຊາ​ພູ​ວົງ ຮອງ​ຫົວໜ້າ​ພະ​ແນ​ກ​ຄຸ້ມຄອງ​ໂຄງການ, ກົມ​ແຜນການ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ກ່າວ​ວ່າ: “ພວກ​ເຮົາ​ເຊື່ອ​ໝັ້ນ​ໃນ​ຊາວ​ໜຸ່ມ. ເຂົາ​ເຈົ້າ​ແມ່ນ​ອະ​ນາ​ຄົດ​ ດັ່ງ​ນັ້ນ​ພວກ​ເຮົາ​ຈະຢືນ​ຢູ່​ຄຽງ​ຂ້າງ​ເຂົາ​ເຈົ້າ​ ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ຂິດຄວາມ​ສາ​ມາດ​ ແລະ​ ເຊື່ອ​ໃນ​ຕົນ​ເອງ. ນີ້​ແມ່ນ​ໂອກາດ​ອັນ​ລ້ຳ​ຄ່າ​ ທີ່ຈະຊຸກຍູ້​ບັນດາ​ຄວາມ​ພະຍາຍາມ​ຕ່າງໆກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​​ຍິງ​-ຊາຍ ​ແລະ ​ການສ້າງຄວາມເຂັ້ມແຂງ ໃນການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ພາຍ​ໃຕ້​ຍຸດ​ທະ​ສາດ​ເຍົາວະຊົນ ​ແລະ ຊາວ​ໜຸ່ມ ​ແລະ ກອງ​ປະຊຸມ​ສາກົນ​ວ່າດ້ວຍປະຊາກອນ ​ແລະ ການ​ພັດທະນາ”.

MoU UNFPA and Crowne Plaza

ໃນຊຸມປີຜ່ານມານີ້, ລະບົບນິເວດນາງນ້ອຍ  ໄດ້ສ່ອງແສງເຖິງຄວາມຈໍາເປັນອັນຮີບດ່ວນໃນການລົງທຶນໃສ່ຊາວໜຸ່ມ. ອີງຕາມການສຳຫຼວດກຳລັງແຮງງານ ໃນປີ 2022, ຢູ່ລາວ ມີຄົນຊອກວຽກໃໝ່ເຂົ້າສູ່ຕະຫຼາດແຮງງານຈຳນວນ 43.519 ຄົນຕໍ່ປີ, ເຂົາເຈົ້າເປັນຄົນລຸ້ນໃໝ່ທີ່ຕ້ອງການທັກສະ, ຄວາມໝັ້ນໃຈ ແລະ ໂອກາດໃນປັດຈຸບັນ. ແຜນງານນາງ​ນ້ອຍ, ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ລັດຖະບານ​ລາວ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກອົງການຈັດຕັ້ງທາງສັງຄົມ​, ການຮ່ວມມືສອງ​ຝ່າຍ, ສື່​ມວນ​ຊົນ ​ແລະ ພາກ​ເອກະ​ຊົນ, ​ໄດ້​ຊ່ວຍ​ໃຫ້​​ຍິງ​ໜຸ່ມ, ​​ຊາຍໜຸ່ມ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ​​ສະໜັບສະໜູນ​ໃຫ້​ເດັກ​ຍິງ​ເຂົ້າ​ໂຮງຮຽນ ​ແລະ ​ໄດ້ຮັບການຊຸກຊູ້ ​ແລະ ​ແກ້​ໄຂ​ວົງ​ຈອນ​ຄວາມທຸກ​ຍາກ.

ການສານຕໍ່ການຮ່ວມມືລະຫວ່າງ ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA), ໂຮງແຮມ ຄຣາວ ພລາຊາ ແລະ ໂຮແຮມ ຮໍລີເດອິນ ແອນ ສວີດ ວຽງຈັນ ສະແດງໃຫ້ເຫັນເຖິງຂີດໝາຍອັນສຳຄັນໃນການຮັບປະກັນສິດທິ ແລະ ທາງເລືອກສຳລັບຊາວໜຸ່ມໃນ ສປປ ລາວ. ສົ່ງເສີມ​ສະພາບ​ແວດ​ລ້ອມ​ທີ່​ຊາວ​ໜຸ່ມ​ສາມາດ​ບັນລຸ​​ຄວາມ​ສາມາດ​ບົ່ມ​ຊ້ອນ​​ຂອງ​ຕົນໄດ້ຢ່າງເຕັມທີ່, ​ແລະ ​ເນັ້ນ​ໜັກ​ເຖິງ​ບົດບາດ​ລວມຂອງ​ທຸກ​ຂະ​ແໜງ​ການ​ໃນ​ການ​ຫັນປ່ຽນ​ສິ່ງ​ທ້າ​ທາຍ​ໃຫ້​ກາຍ​ເປັນ​ໂອກາດ.

mou

******************

ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA)  ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ອົງການ UNFPA ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ແລະ ພາກພື້ນ ເພື່ອຮັບປະກັນວ່າ ການຖືພາທຸກຄັ້ງແມ່ນໄດ້ມີການວາງແຜນ, ການເກີດລູກທຸກຄັ້ງມີຄວາມປອດໄພ ແລະ ຊາວໜຸ່ມທຸກຄົນໄດ້ບັນລຸຄວາມສາມາດບົ່ມຊ້ອນຂອງຕົນເອງ.

ໂຮງແຮມ ຄຣາວ ພລາຊາ ວຽງຈັນ ເປັນໂຮງແຮມຈຸດໝາຍປາຍທາງຢູ່ ສປປ ລາວ, ເປັນທີ່ຮູ້ຈັກກັນດີສໍາລັບຄວາມມຸ່ງໝັ້ນໃນການໃຫ້ບໍລິການອັນດີເລີດ ແລະ ການມີສ່ວນຮ່ວມຂອງຊຸມຊົນ. ໂຮງແຮມ ຄຣາວ ພລາຊາ ວຽງຈັນ ສະໜັບສະໜູນຂໍ້ລິເລີ່ມຕ່າງໆ ທີ່ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃນທ້ອງຖິ່ນ.

ໂຮງແຮມ ຮໍລີເດອິນ ແອນ ສວີດ ວຽງຈັນ ໃຫ້ການບໍລິການໂຮງແຮມຊັ້ນນຳໜ້າຂອງໂລກ ແລະ ມຸ້ງໝັ້ນໃນການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ສະໜັບສະໜູນການພັດທະນາແບບຍືນຍົງ.

ອົງການ UNFPA ແລະ ໂຮງແຮມ ຄຣາວ ພລາຊ່າ ຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ

Related Content

No content available.