You are here

ວັນທີ 03 ມິຖຸນາ 2022, ນະຄອນຫຼວງວຽງຈັນ - ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ລັດຖະບານຟີລິບປິນ ໄດ້ຮ່ວມມືກັນເພື່ອສະຫນອງການຊ່ວຍເຫຼືອທາງດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ (MHPSS) ໃຫ້ແກ່ໄວໜຸ່ມ, ເພື່ອເປັນສ່ວນໜຶ່ງໃນການຕອບໂຕ້ຕໍ່ພະຍາດໂຄວິດ-19 ໃນລາວ.

 

 ທ່ານ ນາງດີນາຈອຍ ອາມາຕອງ, ເອກອັກຄະລັດຖະທູດແຫ່ງສາທາລະນະລັດຟີລິບປິນໄດ້ກ່າວວ່າ: “ພວກເຮົາເຊື່ອໝັ້ນໃນຄວາມສໍາຄັນຂອງການຮ່ວມມືເພື່ອເສີມຂະຫຍາຍຄວາມສະຫວັດດິພາບຂອງໄວໜຸ່ມ. ພ້ອມນັ້ນ, ດ້ວຍ​ກົນ​ໄກ​ແຫ່ງ​ຊາດໄດ້​ທີ່​ວາງ​ອອກໂດຍສຸນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ​ການ​ສະ​ໜັບ​ສະ​ໜູນ​ຂອງອົງການ UNFPA, ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ວ່າ ການ​ປະ​ກອບ​​ສ່ວນຂອງ​ພວກ​ເຮົາໃນຄັ້ງນີ້ຈະຊ່ວຍໃຫ້ວຽກງານດັ່ງກ່າວນີ້ເກີດດອກອອກຜົນເປັນຢ່າງດີ.”

 

ເພື່ອເລັ່ງການຈັດຕັ້ງປະຕິບັດບັນດາຂົງເຂດບູລິມະສິດໃນຍຸດທະສາດແຫ່ງຊາດເພື່ອການພັດທະນາໄວໜຸ່ມ ແລະ ເຍົາວະຊົນ, ໂດຍສະເພາະໃນຂົງເຂດການປົກປ້ອງທາງສັງຄົມ, ໂຄງການດັ່ງກ່າວ ຈະປະກອບສ່ວນເຂົ້າໃນການບັນລຸກອບແຜນວຽກນາງນ້ອຍ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ. ການຮ່ວມມືນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງໃນການບໍລິການສາຍດ່ວນເພື່ອໃຫ້ຄໍາປຶກສາດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ  (MHPSS) ໃຫ້ແກ່ແມ່ຍິງ, ເດັກຍິງ, ແລະ ໄວຫນຸ່ມ ທີ່ອົງການ UNFPA ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ແລະ ແຜນເຄື່ອນໄຫວຕໍ່ໜ້າໂດຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈະເປັນເຈົ້າການໃນການຈັດຕັ້ງປະຕິບັດວຽດງານເຊີ່ງລວມມີການຝຶກອົບຮົມເພື່ອສ້າງຂີດຄວາມສາມາດໃຫ້ຜູ້ໃຫ້ຄໍາປຶກສາໄວຫນຸ່ມໃນຂົງເຂດຕ່າງໆເຊັ່ນ: ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການຈັດການກັບຄວາມຕຶງຄຽດ ແລະ ຄວາມສໍາພັນລະຫວ່າງໄວໜຸ່ມ. ຫຼັງ​ຈາກ​ການ​ຝຶກ​ອົບ​ຮົມ ຜູ້ໃຫ້ຄໍາປຶກສາ​ຈະ​ສາ​ມາດ​ ໃຫ້​ການ​ບໍ​ລິ​ການ​​ທີ່​ມີຄຸນນະພາບ ແລະ ເປັນ​ມິດ​ກັບ​ໄວ​ຫນຸ່ມ​​.

 

ທ່ານ ນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: “ຈໍາເປັນທີ່ຕ້ອງເຊື່ອມສານການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມໃຫ້ຫຼາຍຂຶ້ນເພື່ອປົກປ້ອງສຸຂະພາບ ແລະ ກຽດສັກສີຂອງ ແມ່ຍິງ, ໄວໜຸ່ມຍິງ, ເດັກຊາຍ ແລະ ຜູ້ຊາຍ. ການ​ຮ່ວມ​ມື​ສາມ​ຝ່າຍຄັ້ງນີ້ ແມ່ນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງອົງການ UNFPAລັດຖະບານຟີ​ລິບ​ປິນ ແລະ ສ​ປ​ປ ລາວ ເຊິ່ງ​ວິ​ທີ​ການຮ່ວມມືໃນລັກສະນະນີ້ຈະມີຄວາມສໍາຄັນຍິ່ງໆຂຶ້ນໄປ ເພື່ອ​ແກ້​ໄຂ​ບັນດາສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ​ອາ​ຊຽນ.”

 

ອົງການ UNFPA ໄດ້ສະຫນັບສະຫນູນຄູ່ຮ່ວມງານໃນປະເທດ ເພື່ອສ້າງການຝຶກອົບຮົມທີ່ໄດ້ມາດຕະຖານກ່ຽວກັບການຊ່ວຍເຫຼືອດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ   (MHPSS) ເຊິ່ງປະກອບມີອຸປະກອນຈໍາເປັນສໍາລັບຜູ້ໃຫ້ຄໍາປຶກສາ ແລະ ອາສາສະຫມັກ.

 

ຜ່ານມາມີຜູ້ໃຫ້ຄໍາປຶກສາ 63 ທ່ານ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (LYU), ສະຫະພັນແມ່ຍິງ (LWU) ແລະ ສູນໄວໜຸ່ມນະຄອນຫຼວງວຽງຈັນ (VYC) ພ້ອມດ້ວຍ ຊາວໜຸ່ມອາສາສະໝັກ ຈາກມະຫາວິທະຍາໄລແຫ່ງຊາດ ຈຳນວນ 320 ຄົນ ໄດ້ຮັບການຝຶກອົບຮົມ ກ່ຽວກັບເອກະສານ ແລະ ແນະນຳວິທີການເຊື່ອມສານກັບການບໍລິການອື່ນໆ ເຊັ່ນ: ເພດສຶກສາ (CSE), ການບໍລິການທີ່ເປັນມິດກັບໄວໜຸ່ມ ແລະ ເຍົາວະຊົນ  ແລະ ການປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ.

 

ທ່ານ ນວນທອງ ສຸວັນວິໄຊ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: ຂ້າພະເຈົ້າສະແດງຄວາມຂອບໃຈ ແລະ ຊົມເຊີຍລັດຖະບານຟີລິບປິນ ທີ່ໄດ້ຮ່ວມມືກັບອົງການ UNFPA ໃນການສະໜັບສະໜູນການພັດທະນາໄວໜຸ່ມ ແລະ ເຍົາວະຊົນລາວ, ໂດຍສະເພາະ ແມ່ນການບໍລິການໃຫ້ຄຳປຶກສາກ່ຽວກັບສຸຂະພາບຈິດ ແລະ ບັນຫາທົ່ວໄປສຳລັບໄວໜຸ່ມ ພ້ອມທັງສົ່ງເສີມໃຫ້ມີການ ເຂົ້າເຖິງການບໍລິການໃຫ້ຄໍາປຶກສາເພື່ອຮັບມືກັບຄວາມກົດດັນແລະບັນຫາທີ່ເຂົາເຈົ້າກໍາລັງປະເຊີນຢ່າງຖືກວິທີ."

 

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

 

ທ່ານ ສີວົງໄຊ ຈັງປິຕິກຸນ

ຜູ້ຮັບຜິດຊອບແຜນງານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ,

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວchanpitikoun@unfpa.org   

 

ທ່ານ ນາງ ຟາຕິມາ ຊາຣ່າ ເບັນຢາເຮຍ

ຜູ້ຊ່ຽວຊານດ້ານການຮ່ວມມື ແລະ ນະວັດຕະກໍາ, 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA)

ອີເມວfbenyahia@unfpa.org