Go Back Go Back
Go Back Go Back
Go Back Go Back

ອົງການ UNFPA ຮ່ວມກັບ ສູນພາສາ UTD Education ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມໄວໜຸ່ມໃນ ສປປ ລາວ

ອົງການ UNFPA ຮ່ວມກັບ ສູນພາສາ UTD Education ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມໄວໜຸ່ມໃນ ສປປ ລາວ

Press Release

ອົງການ UNFPA ຮ່ວມກັບ ສູນພາສາ UTD Education ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມໄວໜຸ່ມໃນ ສປປ ລາວ

calendar_today 30 May 2023

ອົງການ UNFPA ຮ່ວມກັບ ສູນພາສາ UTD Education ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມໄວໜຸ່ມໃນ ສປປ ລາວ
ອົງການ UNFPA ຮ່ວມກັບ ສູນພາສາ UTD Education ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມໄວໜຸ່ມໃນ ສປປ ລາວ

30 ພຶດສະພາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ມື້ນີ້ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ສູນພາສາ ແລະ ທີ່ປຶກສາຮຽນຕໍ່ຕ່າງປະເທດ UTD Education ໄດ້ຮ່ວມກັນລົງນາມໃນ ບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມກັນສົ່ງເສີມໄວໜຸ່ມຜ່ານແຜນງານ ນາງ ນ້ອຍ.

“ການຮ່ວມມືດັ່ງກ່າວນີ້ແມ່ນການນໍາເອົາຄວາມຮູ້ທາງດ້ານວິຊາການຂອງ UNFPA ມາລວມເຂົ້າກັບ ປະສົບການຄວາມຊໍານິຊໍານານໃນການເຮັດວຽກຮ່ວມກັບໄວໜຸ່ມຂອງ UTD ເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມທັງຍິງ ແລະ ຊາຍ,  ສົ່ງເສີມພາວະການເປັນຜູ້ນໍາ ແລະ ການມີສ່ວນຮ່ວມໃນສັງຄົມຂອງບັນດາໄວໜຸ່ມ ຄຽງຄູ່ໄປກັບການຈັດຕັ້ງປະຕິບັດຄໍາໝັ້ນສັນຍາຂອງລັດຖະບານລາວໃນ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs),” ກ່າວໂດຍ ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າ UNFPA ປະຈໍາ ສປປ ລາວ.

UTD Education ແມ່ນສູນພາສາຊັ້ນນໍາຂອງລາວທີ່ສະໜອງການບໍລິການ ແລະ ໃຫ້ຄໍາແນະນໍາແກ່ນ້ອງໆນັກຮຽນເພື່ອໄປສານຝັນຮຽນຕໍ່ຕ່າງປະເທດ ຜ່ານການຮ່ວມມືຄັ້ງນີ້ສູນດັ່ງກ່າວຈະເຂົ້າມາຊ່ວຍອໍານວຍຄວາມສະດວກໃນການປະສານງານ ແລະ ເຂົ້າເຖິງເຄືອຂ່າຍໄວໜຸ່ມ ທີ່ຂະຫຍາຍຕົວຢ່າງໄວວາໃນທົ່ວປະເທດ.

 

UNFPA ມຸ່ງໝັ້ນທີ່ຈະຊ່ວຍໃຫ້ໄວໜຸ່ມສາມາດບັນລຸຂີດຄວາມອາດສາມາດຂອງພວກເຂົາຢ່າງເຕັມສ່ວນ, ສະນັ້ນ ການຮ່ວມມືດັ່ງກ່າວນີ້ ຈະຊ່ວຍລະດົມສົ່ງເສີມໃຫ້ໄວໜຸ່ມໃຊ້ຊີວິດຢ່າງມີສຸຂະພາບດີ ແລະ ຊ່ວຍສ້າງທັກສະຊີວິດໃນຂົງເຂດຕ່າງໆເຊັ່ນ: ສິດທິທາງສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ສຸຂະພາບຈິດ, ບົດບາດຍິງຊາຍ ແລະ ຄວາມຮຸນແຮງທາງເພດ, ຄວາມເປັນເອກະລາດທາງຮ່າງກາຍ, ພາສາ, ການສື່ສານ, ຄວາມເປັນຜູ້ນໍາ, ແລະ ການປ່ຽນແປງດິນຟ້າອາກາດໂດຍຜ່ານກິດຈະກໍາການມີສ່ວນຮ່ວມຕ່າງໆ.

ທ່ານ ນາງ ເພັດມະນີ ວິຍະເດດ, ຜູ້ກໍ່ຕັ້ງ UTD Education, ກ່າວວ່າ, "ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍ ທີ່ໄດ້ລິເລີ່ມການຮ່ວມມືໃນຄັ້ງນີ້. ຫວັງຢ່າງຍິ່ງວ່າພວກເຮົາຈະສາມາດເປັນແບບຢ່າງທີ່ດີໃຫ້ກັບພາກເອກະຊົນໃນການສົ່ງເສີມໄວໜຸ່ມລາວ ແລະ ຊຸກຍູ້ການເຕີບໂຕຂອງພວກເຂົາ. ຂ້າພະເຈົ້າເຄີຍຄິດວາດພາບໄວ້ສະເໝີວ່າຢາກໃຫ້ອະນາຄົດຂອງພວກເຮົາເຕັມໄປດ້ວຍໄວໜຸ່ມທີ່ສາມາດເດີນຕາມຄວາມຝັນ ເຂົ້າເຖິງການຮຽນຢູ່ຕ່າງປະເທດໄດ້ຜ່ານທຶນການສຶກສາ ແລ້ວນໍາເອົາຄວາມຮູ່ຄວາມສາມາດໄດ້ກັບມາພັດທະນາປະເທດຊາດ, ຊຸມຊົນ ຄຽງຄູ່ກັບການໄດ້ໃຊ້ຊີວິດຢ່າງເຕັມທີ່."

UNFPA ໄດ້ເຮັດວຽກຮ່ວມກັບຄູ່ຮ່ວມງານທີ່ຫຼາກຫຼາຍເພື່ອບັນລຸເປົ້າໝາຍຮ່ວມກັນ ເຊິ່ງໄດ້ສືບຕໍ່ຂະຫຍາຍການຮ່ວມມືກັບພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການເງິນ, ສະຖາບັນການິດສອນ ແລະ ສື່ມວນຊົນ ເພື່ອຊ່ວຍລັດຖະບານລາວໃຫ້ບັນລຸຕາມແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດຄັ້ງທີ IX.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org