You are here

22 ມິຖຸນາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ, - ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຮ່ວມກັບ ສູນຝຶກອົບຮົມວິຊາຊີບ MVC ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຮ່ວມແຮງຮ່ວມໃຈກັນ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໂດຍຜ່ານການຝຶກອົບຮົມທັກສະຊີວິດທີ່ຈຳເປັນ.

“ຂໍ້ລິເລີ່ມດັ່ງກ່າວ ເປັນສ່ວນໜຶ່ງຂອງວາລະນະວັດຕະກໍາຂອງອົງການ UNFPA, ໂດຍມີຈຸດປະສົງເພື່ອເຕົ້າໂຮມການມີສ່ວນຮ່ວມຂອງບັນດາບໍລິສັດຈາກພາກເອກະຊົນໃນລາວ ເຂົ້າໃນການປ່ຽນແປງທາງດ້ານສັງຄົມ, ການສຶກສາ ແລະ ເສດຖະກິດ. ສູນຝຶກອົບຮົມວິຊາຊີບ MVC ມີຄວາມຊ່ຽວຊານທີ່ສາມາດສົ່ງເສີມວຽກງານ ແລະ ຈຸດປະສົງຂອງອົງການ UNFPA, ແລະ ສູນດັ່ງກ່າວ ກໍມີຄວາມພ້ອມທີ່ຈະສະໜອງການຝຶກອົບຮົມທັກສະທາງດ້ານເສດຖະກິດ ໃຫ້ແກ່ບຸກຄົນທີ່ໄດ້ຮັບການຝຶກອົບຮົບດ້ານສຸຂະພາບ, ການສຶກສາ ແລະ ທັກສະຊີວິດທີ່ຈໍາເປັນອື່ນໆຜ່ານໂຄງການ UNFPA ໄປພ້ອມໆກັນ,” ກ່າວໂດຍ ທ່ານ ນາງ ມາຣຽມ ຄານ, ຜູ້ຕາງຫນ້າອົງການ UNFPA.


ຝຶກອົບຮົມການປູກເຫັດ © Mekong Vocational Center

ສູນຝຶກອົບຮົມວິຊາຊີບ MVC ເປັນພາກເອກະຊົນທີ່ມີອົງປະກອບດ້ານການຊ່ວຍເຫຼືອສັງຄົມ ທີ່ສະໜອງທັກສະດ້ານໂພຊະນາການ ແລະ ການກະສິກໍາໃຫ້ແກ່ຊຸມຊົນທ້ອງຖິ່ນໃນລາວ. ສູນ MVC ຕັ້ງຢູ່ແຂວງຫຼວງພະບາງ, ເປັນສູນຝຶກອົບຮົບວິຊາຊີບ ທີ່ສະໜອງທັກສະທີ່ສາມາດປ່ຽນແປງອະນາຄົດໄດ້ ພ້ອມທັງໃຫ້ການສະໜັບສະໜູນໄວໜຸ່ມ ແລະ ແມ່ຍິງຜູ້ດ້ອຍໂອກາດ ໃຫ້ໄດ້ຮຽນຮູ້ທັກສະວິຊາຊີບ ແລະ ເລີ່ມທຸລະກິດຂອງຕົນເອງຂະແໜງກະສິກຳ ແລະ ການເຮັດໄຮ່ເຮັດສວນ.

ພາຍໃຕ້ການຮ່ວມມືນີ້, ອົງການ UNFPA ແລະ ສູນ MVC ຕົກລົງທີ່ຈະຮ່ວມມື ແລະ ສະໜັບສະໜູນ “ລະບົບນິເວດ ນາງ ນ້ອຍ” ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມຍິງ ແລະ ຊາຍ, ສົ່ງເສີມພຶດຕິກຳທີ່ມີສຸຂະພາບດີ ພ້ອມທັງເສີມສ້າງທັກສະຊີວິດຂອງໄວໜຸ່ມຍິງ ແລະ ຊາຍ ທີ່ອອກຈາກໂຮງຮຽນ ຫຼື ຜູ້ທີ່ມາຈາກຄອບຄົວທີ່ມີຄວາມສ່ຽງ ແລະ ທຸກຍາກ. ຈຸດປະສົງແມ່ນເພື່ອເລັ່ງລັດການຈັດຕັ້ງປະຕິບັດ ແຜນປະຕິບັດງານຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD POA) ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs).

ທ່ານ Andrew Hepburn, ຜູ້ຮ່ວມກໍ່ຕັ້ງສູນຝຶກອົບຮົມວິຊາຊີບ MVC ກ່າວວ່າ, “ພວກເຮົາພູມໃຈເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບອົງການ UNFPA ຜ່ານວິໄສທັດຮ່ວມກັນຂອງພວກເຮົາ ກໍຄືການສ້າງຄວາມເຂັ້ມແຂງໃຫ້ແກ່ຊີວິດຂອງໄວໜຸ່ມລາວ ໃຫ້ເຂົາເຈົ້າສາມາດສ້າງອະນາຄົດທີ່ສົດໃສຂຶ້ນ. ພວກເຮົາມີປະສົບການເຮັດທຸລະກິດນີ້ມາໄດ້ 34 ປີ ແລະ ພວກເຮົາດີໃຈທີ່ໄດ້ນໍາໃຊ້ປະສົບການນີ້ຊ່ວຍໃຫ້ຄົນຮຸ່ນຕໍ່ໄປປະສົບຜົນສໍາເລັດ ຜ່ານການຝຶກທັກສະດ້ານກະສິກໍາ ແລະ ການຄ້າທີ່ສາມາດສ້າງຄວາມແຕກຕ່າງທີ່ແທ້ຈິງຕໍ່ຄວາມຄືບຫນ້າໃນການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ (SDGs).


ຝຶກອົບຮົມການປູກເຫັດ © Mekong Vocational Center

ໃນການເລີ່ມຕົ້ນການຮ່ວມມືນີ້, ສູນ MVC ຮັບຜູ້ໄດ້ຮັບການຝຶກອົບຮົມ 05 ຄົນ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບປະສົບການນີ້ ແລະ ຄົ້ນຄວ້າຄວາມເປັນໄປໄດ້ຕ່າງໆທີ່ສາມາດສະເຫນີໃຫ້ແມ່ຍິງ, ເດັກຍິງ ແລະ ໄວຫນຸ່ມໃນດ້ານການສ້າງທັກສະ. ນອກຈາກນັ້ນ, ສູນ MVC ຍັງຈະປະຕິບັດມາດຕະຖານທຸລະກິດທີ່ເປັນມິດຕໍ່ ນາງ ນ້ອຍ ໂດຍເພີ່ມການລົງທຶນໃສ່ພະນັກງານຂອງຕົນເພື່ອໃຫ້ສາມາດເຂົ້າເຖິງການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ ແລະ ຮັບຮູ້ສິດທິຂອງເຂົາເຈົ້າໃນຂົງເຂດສຸຂະພາບ, ບົດບາດທາງເພດ, ການສຶກສາ ແລະ ການປົກປ້ອງ.

ສູນ MVC ຈະສືບຕໍ່ຮ່ວມມືກັບ UNFPA ແລະ ບັນດາຄູ່ຮ່ວມງານອື່ນໆ ເພື່ອການເປັນຄູ່ຮ່ວມງານນະວັດຕະກໍາ ແລະ ສ້າງກິດຈະກໍາຕ່າງໆເຊັ່ນ ການລ້ຽງໝູ, ການສ້ອງແປງລົດຈັກ, ການລ້ຽງເຜິ້ງປ່າ, ການປູກເຫັດ ແລະ ເຕັກນິກການລ້ຽງປາ.

***
ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org