You are here

ເພື່ອປັບປຸງການຕອບໂຕ້ຕໍ່ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ (GBV) ແລະ ເຝົ້າລະວັງເຫດການ GBV,ດັ່ງນັ້ນ ໃນວັນທີ 9 ພະຈິກ 2022 ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ມອບອຸປະກອນ IT, ເຄື່ອງໃຊ້ຫ້ອງການ ແລະ ເຄື່ອງສຸຂະພິບານໃນການຊ່ວຍເຫຼືອຜູ້ລອດຊີວິດຈາກຄວາມຮຸນແຮງ ໃຫ້ແຫ່ສູນກາງສະຫະພັນແມ່ຍິງລາວ ຫຼາຍກວ່າ 78,000 ໂດລາສະຫະລັດ. ຜູ້ໃຫ້ທຶນລວມມີອົງການ UNFPA, ກົມການຕ່າງປະເທດ ແລະ ການຄ້າອົດສະຕຣາລີ (DFAT), ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ອົງການພັດທະນາ ແລະ ການຮ່ວມມືສະວິດ (SDC).

ພາຍໃຕ້ການສະໜັບສະໜູນຂອງອົງການ UNFPA ໄດ້ຊ່ວຍລັດຖະບານ ໃນການຈັດຕັ້ງປະຕິບັດຊຸດການບໍລິການທີ່ຈຳເປັນ (ESP) ສຳລັບແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງຕໍ່ຄວາມຮຸນແຮງ, ບັນດາເຄື່ອງການປິ່ນປົວຫຼັງການຖືກຂົ່ມຂືນ ແມ່ນໄດ້ມອບໃຫ້ສູນກາງສະຫະພັນແມ່ຍິງລາວ ເພື່ອແຈກຢາຍໃຫ້ກະຊວງສະທາລະນະສຸກໃນ 2 ໂຮງໝໍທົດລອງໃນເບື້ອງຕົ້ນ ເຊັ່ນ: ໂຮງໝໍມະໂຫສົດ ແລະ ໂຮງໝໍແມ່ ແລະ ເດັກ ຢູ່ ນະຄອນຫຼວງວຽງຈັນ.

ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຜູ້ປະຈຳການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ: “ອຸປະກອນການແພດ ແລະ ອຸປະກອນທີ່ສະໜອງໃຫ້ນີ້ ແມ່ນຈະຊ່ວຍທ່ານໝໍ ແລະ ພະຍາບານໃຫ້ການປິ່ນປົວຜູ້ລອດຊີວິດໃນເບື້ອງຕົ້ນ, ແນະນຳການຄຸມກຳເນີດແບບສຸກເສີນ, ພ້ອມທັງດຳເນີນການກວດສອບເອົາຕົວຢ່າງສຳຄັນໃຫ້ໄດ້ທ່ວງທັນ. ເຄື່ອງດັ່ງກ່າວແມ່ນສ່ວນໜຶ່ງຂອງການປະຕິບັດງານຂອງຜູ້ໃຫ້ບໍລິການທາງການແພດໂດຍການເບິ່ງແຍງຜູ້ລອດຊີວິດຈາກການຖືກຂົ່ມຂືນ ດ້ວຍຄວາມເຫັນອົກເຫັນໃຈ, ເຂົ້າໃຈ ແລະ ສາມາດນຳສົ່ງຕໍ່ ເພື່ອການຊ່ວຍເຫຼືອດ້ານອື່ນທີ່ຈຳເປັນຈາກພາກສ່ວນທີ່ກ່ຽວຂ້ອງ ໂດຍການຈັດໃຫ້ມີການບໍລິການດ້ານສຸຂະພາບທີ່ມີຄຸນນະພາບ ລວມທັງການກະກຽມເຄື່ອງນຸ່ງຫົ່ມທີ່ສະອາດ ແລະ ນຳໃຊ້ອຸປະກອນການແພດທີ່ຖືກສຸຂະອະນາໄມ”.

“ການສົ່ງເສີມໃຫ້ມີການສະໜອງດ້ານສຸຂະພາບທີ່ຈຳເປັນໃຫ້ແກ່ຜູ້ຊ່ຽວຊານທາງການແພດ ແລະ ຜູ້ລອດຊີວິດຈາກການຖືກຂົ່ມຂືນນີ້ ແມ່ນສ່ວນໜຶ່ງຂອງການກຳນົດມາດຕະຖານ ແລະ ການປະສານງານໃຫ້ມີການຊ່ວຍເຫຼືອເພື່ອຕອບໂຕ້ GBV ຕາມການຮັບຮອງມາດຕະຖານການດຳເນີນງານ (SOP) ທີ່ບໍ່ດົນມານີ້ ໂດຍຜ່ານຂະແໜງສາທາ, ສັງຄົມ ແລະ ລວມເຖິງມາດຕະຖານການດຳເນີນງານການປະສານງານ. SOP ຂະແໜງສາທາແມ່ນໄດ້ລະບຸໄວ້ຢ່າງຊັດເຈນໃນການກວດສອບ/ການບົ່ງຊີ້ຜູ້ລອດຊີວິດຈາກຄວາມຮຸນແຮງ, ການຈັດການປິ່ນປົວ, ການໃຫ້ບໍລິການຄຳປຶກສາດ້ານຈິດຕະສັງຄົມ, ການເກັບຕົວຢ່າງ ລວມໄປເຖິງການປິ່ນປົວຫຼັງຖືກຂົ່ມຂືນ. ໃນປັດຈຸບັນນີ້, ຂະແໜງສາທາລະນະສຸກແມ່ນມີອຸປະກອນທາງການແພດທີ່ເໝາະສົມ ຕໍ່ກັບການສະໜອງການບໍລິການດ້ານສຸຂະພາບຢ່າງມີປະສິດທິຜົນ” ກ່າວໂດຍ ທ່ານນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA).

ນອກນັ້ນ, ການຕອບໂຕ້ກັບໄພພິບັດນໍ້າຖ້ວມຢູ່ແຂວງອຸດົມໄຊ ກໍເປັນອີກໜຶ່ງວຽກງານດ້ານມະນຸດສະທຳ ຂອງອົງການ UNFPA ທີ່ໄດ້ແຈກຢາຍຊຸດເຄື່ອງໃຊ້ຈຳເປັນໃຫ້ແກ່ແມ່ຍິງ ແລະ ເດັກຍິງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທີ່ຜ່ານມາ, ເຊິ່ງຊຸດເຄື່ອງໃຊ້ຈຳເປັນດັ່ງກ່າວແມ່ນມີເຄື່ອງສຸຂະອະນາໄມຕ່າງໆ, ຜ້າອະນາໄມ, ສິ້ນ, ຊຸດຊ້ອນໃນ  ລວມທັງອຸປະກອນດ້ານຄວາມປອດໄພ ເຊັ່ນ: ໂຄມໄຟ ແລະ ອຸປະກອນຈຳເປັນອື່ນໆອີກສຳລັບແມ່ຍິງ ແລະ ເດັກຍິງ.

ພາຍໃຕ້ຊຸດການບໍລິການທີ່ຈຳເປັນນີ້, ຍັງມີເຄື່ອງ IT ທີ່ໄດ້ມອບໃຫ້ຂະແໜງສັງຄົມ ແລະ ສາທາຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອນຳໃຊ້ເຂົ້າໃນລະບົບເກັບກຳ, ວິເຄາະ ແລະ ຈັດການຂໍ້ມູນຕໍ່ກັບບັນຫາ GBV ໃນແຕ່ລະກໍລະນີທີ່ຖືກລາຍງານຢູ່ໃນ ສປປ ລາວ. ອຸປະກອນດັ່ງກ່າວລວມມີ ເຄື່ອງພິມເອກະສານ, ຈໍສາຍພາບ, ກ້ອງຖ່າຍຮູບ, ຄອມພິວເຕີ ພ້ອມກັບຕິດຕັ້ງລະບົບປະຊຸມທາງໄກ ລວມທັງເຄື່ອງໃຊ້ຫ້ອງການອື່ນໆອີກດ້ວຍ.

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສຳລັບຂໍ້ມູນເພີ່ມຕື່ມຕິດຕໍ່:

laos.office@unfpa.org