You are here

-ນະຄອນຫຼວງວຽງຈັນ, ວັນທີ 10 ມິຖຸນາ 2021 - ເພື່ອເປັນການສະໜັບສະໜູນວຽກງານທີ່ເປັນລິມະສິດຂອງ ກະຊວງສຶກສາທິການ ແລະ ກິລາ (MoES), ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA) ໂດຍໄດ້ຮັບຄວາມສະໜັບສະໜຸນຈາກອົງການAHFໄດ້ລົງນາມບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືເພື່ອສ້າງທັກສະ ແລະ ຄວາມຮູ້ຄວາມສາມາດໃຫ້ແກ່ເຍົາວະຊົນ ແລະ ຊາວໜຸ່ມ ທີ່ກຳລັງສຶກສາຢູ່ໃນວິທະຍາໄລເຕັກນິກວິຊາຊີບ ພາຍພາຍໃຕ້ແຜນງານນາງນ້ອຍ”

 

ທ່ານ ປອ ຈັນສີ ພິມພະຈັນ, ປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ກ່າວວ່າ: “ການເຂົ້າເຖິງຂໍ້ມູນສຸຂະພາບຈະເລີນພັນທີ່ຖືກຕ້ອງ, ລວມທັງ HIV/AIDs ແລະ ການບໍລິການວາງແຜນຄອບຄົວ ແມ່ນມີຄວາມສຳຄັນຫຼາຍ, ໂດຍສະເພາະແມ່ນສຳລັບໄວໜຸ່ມທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ທີ່ຍັງມີຂໍ້ຈຳກັດໃນການເຂົ້າເຖິງບໍລິການສຸຂະພາບທີ່ຈຳເປັນ. ສະນັ້ນ, ຈິ່ງເປັນໂອກາດທີ່ໄດ້ຮ່ວມມືກັບ ອົງການ UNFPA ແລະ ກະຊວງສຶກສາທິການ ແລະ ກິລາ ທີ່ຈະໄດ້ສ້າງຄູເຝິກ ເພື່ອນສອນເພື່ອນ ເພື່ອໃຫ້ເຂົາເຈົ້າໄດ້ເຜີຍແພ່ຂໍ້ມູນຂ່າວສານໃຫ້ເຂົ້າເຖິງໄວໜຸ່ມຍິງ ແລະ ຊາຍ ໄດ້ຢ່າງເຖິງຖອງ ແລະ ມີປະສິດທິພາບ.

 

ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ແມ່ນເພື່ອເນັ້ນໜັກເຖິງການສ້າງໃຫ້ເກີດມີຄວາມເທົ່າທຽມທາງເພດ ແລະ ສ້າງພະລັງໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ ຜ່ານການຮຽນ-ການສອນ ເພດສຶກສາ (CSE) ຢູ່ວິທະຍາໄລເຕັກນິກວິຊາຊີບ (TVET) ໃນ 4 ແຂວງພາກໃຕ້ ໄດ້ແກ່ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ໂດຍການນໍາໃຊ້ຫຼັກສູດການຮຽນ-ການສອນເພດສຶກສາທີ່ລັດຖະບານປະກາດໃຫ້ໃຊ້ເປັນທາງການ ພ້ອມດ້ວຍອຸປະກອນປະກອບການຮຽນ - ການສອນຕ່າງໆ.

ການຮ່ວມມືດັ່ງກ່າວຈະເປັນການເພີ່ມຊ່ອງທາງໃນການເຂົ້າເຖິງຂໍ້ມູນ ແລະ ການບໍລິການທີ່ເປັນມິດແກ່ເຍົາວະຊົນ ແລະ ໄວໜຸ່ມ ກ່ຽວກັບ ສຸຂະພາບທາງເພດ ແລະ ສຸຂະພາບ ຈະເລີນພັນ ລວມເຖິງການຊ່ວຍເຫຼືອດ້ານຈິດສັງຄົມ, ຜ່ານແອັບພລີເຄເຊັນ ນ້ອຍຢາກຮູ້ ໃນໂທລະສັບມື ແລະ ໂທລະສັບສາຍດ່ວນ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNFPA.

 

ດຣ, ຊາຍຄຳ ພັນທະວົງ, ຮອງຫົວໜ້າກົມອະຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ ຂ້າພະເຈົ້າເຫັນວ່າ ວຽກງານເພດສຶກສາ ມີຄວາມສຳຄັນຫຼາຍ ແລະ ພວກເຮົາຄວນຈັດ ເພດສຶກສາ ເຂົ້າໃນວາລະປະທິທິນການຮຽນ-ການສອນແຫ່ງຊາດໃນຂອບເຂດທົ່ວປະເທດ, ໂດຍສະເພາະສຸມໃສ່ສ້າງ ໃຫ້ໄວໜຸ່ມ ແລະ ເຍົາວະຊົນ ໃຫ້ມີຄວາມເຂົ້າໃຈໃນ ເພດສຶກສາ ຢ່າງແທ້ຈິງ ເພື່ອນຳໃຊ້ຕົວຈິງໃນຊີວິດປະຈຳວັນໄດ້ ເພື່ອໃຫ້ມີທັກສະໃນການຕັດສິນໃຈ, ການເຂົ້າເຖິງຂໍ້ມູນ, ທັກສະໃນການອອກຄຳຄິດເຫັນ ແລະ ທັກສະທາງດ້ານສັງຄົມ ເພື່ອໃຫ້ກາຍເປັນຜູ້ອອກແຮງງານທີ່ມີປະສິດທິພາບ ແລະ ສອດຄ່ອງກັບສະພາບການຂອງ ສະຕະວັດທີ 21 ໄດ້ຢ່າງແທ້ຈິງ.

 

ການຮ່ວມມືໃນຄັ້ງນີ້ ຄາດວ່າຈະມີຄູ-ອາຈານທີ່ວິທະຍາໄລເຕັກນິກວິຊາຊີບຈຳນວນ 120 ທ່ານທີ່ຢູ່ໃນແຂວງເປົ້າໝາຍຈະ ໄດ້ຮັບການຝຶກອົບຮົມ. ຄູ-ອາຈານທີ່ໄດ້ຮັບການຝຶກອົບຮົມນີ້ຈະໄດ້ສິດສອນວິຊາເພດສຶກສາ ໃຫ້ແກ່ ນັກສຶກສາເຕັກນິກວິຊາຊີບຈຳນວນທັງໝົດ 5,399 ຄົນ, ໃນນັ້ນ ມີ ນັກສຶກສາໃນ ແຂວງ ຈຳປາສັກ 3,470 ຄົນ, ແຂວງ ສາລະວັນ 595 ຄົນ, ແຂວງ ເຊກອງ 642 ຄົນ ແລະ ແຂວງ ອັດຕະປື 692 ຄົນ.

 

ເຍົາວະຊົນ ແລະ ໄວໜຸ່ມ ເຫຼົ່ານີ້ຈະມີຄວາມຮູ້ ຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຄຸນຄ່າຂອງຕົເອງ ແລະ ທັກສະຊີວິດທີ່ຈຳເປັນ ທີ່ຈະຊ່ວຍໃນການຕັດສິນໃຈ ແລະ ເລືອກເສັ້ນທາງເດີນໃນຊີວິດຢ່າງມີສະຕິ ແລະ ດ້ວຍຄວາມເຕັມໃຈ.

 

ຫຼັກສູດການຮຽນເພດສຶກສາ ຈະຊ່ວຍເສີມສ້າງໃຫ້ເຍົາວະຊົນ ແລະ ໄວໜຸ່ມ ໃນການຕັດສິນໃຈຢ່າງມີຂໍ້ມູນ, ຄົບຖ້ວນ ແລະ ມີຄວາມຮັບຜິດຊອບ ເພື່ອໃຫ້ມີຊີວິດທີ່ດີ. ຫຼັກສູດເພດສຶກສາ (CSE) ຍົກສູງຄຸນຄ່າຂອງຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດຕ່າງໆ ແລະ ການເພີ່ມຂີດຄວາມສາມາດຂອງເຍົາວະຊົນ ແລະ ໄວໜຸ່ມ ດ້ວຍການອີງໃສ່ ຫຼັກສິດທິມະນຸດເປັນພື້ນຖານ.

 

ອົງການ UNFPA ສະໜັບສະໜູນລັດຖະບານແຫ່ງ ສປປ ລາວໃນການຍົກລະດັບການປະຕິບັດວຽກງານເພດສຶກສາແບບຄົບຖ້ວນໃນ 3 ຂົງເຂດຫຼັກຄື:

1. ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສິດສອນໃນຫຼັກສູດເພດ ສຶກສາ ໃນໂຮງຮຽນປະກອບມີ ການຝຶກອົບຮົມການສິດສອນເບື້ອງຕົ້ນໃຫ້ແກ່ຄູ-ອາຈານ; ຈັດຝຶກອົບຮົມ ທັກສະຊີວິດທີ່ຈໍາເປັນ ໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມທີ່ອອກໂຮງຮຽນ ແລະ ວິທີການຕອບໂຕ້ພະຍາດໂຄວິດ-19 ໂດຍຜ່ານນະວັດຕະກຳ ແລະ ຜ່ານລະບົບການສື່ສານທາງໄກ.

 

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ ກ່່າວວ່າ: ພວກເຮົາມີຄວາມປິຕິຍິນດີທີ່ໄດ້ຮ່ວມມືກັບສະມາຄົມ ສົ່ງເສີມ ສຸຂະພາບຄອບຄົວ ເພື່ອໃຫ້ເຂົ້າເຖິງເຍົາວະຊົນ ແລະ ໄວໜຸ່ມ ໂດຍສະເພາະແມ່ນຢູ່ບັນດາໃນແຂວງພາກໃຕ້”. ເຍົາວະຊົນ ແລະ ໄວໜຸ່ມຍິງ ແລະ ຊາຍ ຈະໄດ້ຮັບຄວາມຮູ້ ແລະ ມີຄວາມສາມາດຕັດສິນໃຈທີ່ເຮັດໃຫ້ມີສຸຂະພາບແຂງແຮງ ພ້ອມທັງມີສິດໃນຮ່າງກາຍຂອງຕົນເອງ ແລະ ຄວາມສຳພັນຕ່າງໆ ຈິ່ງຈະເຮັດໃຫ້ໄວໜຸ່ມມີວິທີການຮັບມືກັບຄວາມກົດດັນຂອງເພື່ອນທີ່ຢູ່ອ້ອມຂ້າງ ແລະ ການຫຼີກລ້ຽງການຕິດເຊື້ອພະຍາດທາງເພດສຳພັນ, ເຊື້ອ HIV/AIDs ແລະ ການຖືພາໂດຍບໍ່ໄດ້ຕັ້ງໃຈ.

 

ການຮ່ວມມືຂອງອົງການ UNFPA ແລະ ສະມາຄົມ ສົ່ງເສີມ ສຸຂະພາບຄອບຄົວ PFHA ປະກອບມີການໂຄສະນາເພື່ອເພີ່ມທະວີການລົງທຶນໃສ່ໄວໜຸ່ມຍິງ, ໂຄສະນາສົ່ງເສີມສິດທິຂອງໄວໜຸ່ມຍິງ, ເພີ່ມທະວີການມີສ່ວນຮ່ວມຂອງຊາວໜຸ່ມ ໃນການຕັດສິນໃຈ ແລະ ສົ່ງເສີມການໂຄສະນາໃຫ້ໄວໜຸ່ມໃຫ້ຄໍານຶງເຖິງ ຄວາມເປັນຕົວຕົນຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍໂດຍການມີສ່ວນຮ່ວມທີ່ເຮັດໃຫ້ຊາວໜຸ່ມຢາກລົງມືຮັກສາສະພາບແວດລ້ອມ, ຮັກສາສຸຂະພາບຂອງພວກເຂົາ, ປົກປ້ອງຮ່າງກາຍ ແລະ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງໃນ ສປປ ລາວ.

 

ການຮ່ວມງານຂອງອົງການ UNFPA ແລະ ສະມາຄົມ PFHA ແມ່ນນອນໃນຂອບການຮ່ວມມືຂອງອົງການ UNFPA ກັບລັດຖະບານ ສປປ ລາວ, ເຊິ່ງຈຸດປະສົງລວມແມ່ນການຈັດຕັ້ງປະຕິບັດແຜນງານຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD PoA) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).

 

ອົງການ UNFPA ແມ່ນໜຶ່ງໃນອົງການຂອງສະຫະປະຊາຊາດທີ່ເເຮັດວຽກເພື່ອສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ປະຕິບັດງານຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸອັດຕາການຕາຍຂອງແມ່ໃຫ້ເຫຼືອສູນ, ທຸກຄອບຄົວຈະໄດ້ຮັບການວາງແຜນຄອບຄົວ ແລະ ບໍ່ໃຫ້ມີຄວາມຮຸນແຮງບົນພື້ນຖານທາງເພດເກີດຂຶ້ນ

 

ສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA) ແມ່ນສະມາຄົມບໍ່ສະແຫວງຜົນກຳໄລຢູ່ໃນ ສປປ ລາວ (NPA). ສະມາ ຄົມນີ້ໄດ້ຮັບການອະນຸມັດຈາກກະຊວງພາຍໃນ (MOHA) ໃນວັນທີ 28 ມິຖຸນາ 2012 ເພື່ອຊ່ວຍເຫຼືອກຸ່ມທີ່ມີຄວາມສ່ຽງ ແລະ ຜູ້ດ້ອຍໂອກາດ. ສະມາຄົມ PFHA ເຮັດວຽກກັບຊຸມຊົນທັງໃນຕົວເມືອງ ແລະ ຊົນນະບົດເພື່ອສ້າງປະໂຫຍດ ດ້ານສຸຂະພາບຕໍ່ຊຸມຊົນ. ສະມາຄົມ PFHA ປະຈຸບັນເຮັດວຽກຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ເຊກອງ ແລະ ສະຫວັນນະເຂດ.

 

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

ທ່ານ ໂອລົດ ແສນອາສາ

National Programme Analyst for ASRH, UNFPA Lao PDR

ອີເມວ: sene-asa@unfpa.org

 

ທ່ານ ປອ ສຸພົນ ໄຊຍະວົງ, Executive Director, PFHA, Lao PDR

ອີເມວ: souphon.laopfha@gmail.com