You are here

ວັນທີ 12 ເດືອນ ຕຸລາ ປີ 2021, ທີ່ນະຄອນຫຼວງວຽງຈັນ - ມື້ນີ້ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ມອບ ເຄື່ອງອຸປະກອນສຳລັບການໃຫ້ບໍລິການຈຳເປັນພື້ນຖານ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກ ຜ່ານທາງໂທລະສັບ ໃຫ້ກັບກະຊວງສາທາລະນະສຸກ. ຊຸດເຄື່ອງອຸປະກອນລວມມີ ໂທລະສັບມືຖື, ເຄື່ອງແທກອຸນຫະພູມ, ເຄື່ອງແທກຄວາມດັນເລືອດ, ເຄື່ອງວັດແທກອົກຊີແຊນໃນເລືອດ, ສິ່ງສື່ພິມຂໍ້ມູນຂ່າວສານ, ການສຶກສາ ແລະ ການສື່ສານ. ເຄື່ອງອຸປະກອນດັ່ງກ່າວຈະໄດ້ນຳໄປແຈກຢາຍໃຫ້ພະນັກງານແພດຢູ່ ຫົກແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ບໍລິຄຳໄຊ, ຄຳມ່ວນ, ຈຳປາສັກ, ແລະ ສາລະວັນ.

 

ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ພວກເຮົາກຳລັງປະເຊີນກັບພາວະສຸກເສີນ ແລະ ເຫດການທີ່ໜ້າເສົ້າເກີດຂຶ້ນກັບແມ່ຍິງຖືພາຢູ່ສູນຈຳກັດບໍລິເວນ. ດ້ວຍການສະໜັບສະໜຸນຈາກອົງການ UNFPA, ພວກເຮົາແນໃສ່ການສະໜອງການບໍລິການສຸຂະພາບໃຫ້ຫຼາຍທີ່ສຸດເພື່ອຫຼີກລ້ຽງການເສຍຊີວິດຂອງແມ່. ການບໍລິການສຸຂະພາບທາງໂທລະສັບເປັນວິທີການແບບໃໝ່ໃນການສະໜອງການບໍລິການ. ພວກເຮົາໄດ້ທົດລອງປີກາຍນີ້ ໃນໄລຍະປິດເມືອງ, ແມ່ຍິງໄດ້ຮັບຄຳປຶກສາກັບຜະດຸງຄັນຜ່ານທາງໂທລະສັບ. ມັນໄດ້ຮັບຜົນດີຫຼາຍ. ສະນັ້ນ, ພວກເຮົາຈຶ່ງໄດ້ນຳມາໃຊ້ຢູ່ໃນສູນຈຳກັດບໍລິເວນນີ້.

 

ທ່ານນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ: ການບໍລິການສຸຂະພາບທາງໂທລະສັບຈະຮັບປະກັນວ່າ ແມ່ຍິງ ແລະ ໄວໜຸ່ມຍິງໄດ້ຮັບການບໍລິການ ຈຳເປັນພື້ນຖານ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກ RMNCAH ເຖິງແມ່ວ່າຢູ່ໃນໄລຍະຈຳກັດບໍລິເວນກໍ່ຕາມ. ເຄື່ອງອຸປະກອນການແພດນີ້ ມີຄວາມສຳຄັນຫຼາຍຕໍ່ພະນັກງານແພດ ເພື່ອໃຫ້ສາມາດສະໜອງບໍລິການແບບທາງໄກໄດ້ຢ່າງທັນເວລາ ແລະ ໄດ້ຮັບປະສິດທິພາບດີ. ໃນໄລຍະ 2 ປີ ຜ່ານມານີ້, ມີ ທັງໝົດ 26 ກໍລະນີທີ່ເສຍຊີວິດເນື່ອງຈາກພະຍາດໂຄວິດ19, ເລີ່ມແຕ່ ເດືອນ ມັງກອນ ຫາ ເດືອນ ຕຸລາ ປີ 2021, ໄດ້ມີການເສຍຊີວິດຂອງແມ່ 73 ກໍລະນີ ທີ່ໄດ້ຖືກບັນທຶກໄວ້! ອົງການ UNFPA ຈະເຮັດສຸດຄວາມສາມາດ ເພື່ອສະໜັບສະໜຸນ ລັດຖະບານລາວ ເພື່ອຮັບປະກັນວ່າ ແມ່ຍິງ ແລະ ໄວໜຸ່ມຍິງ ສາມາດເຂົ້າເຖິງການບໍລິການສຸຂະພາບທີ່ຊ່ວຍຊີວິດ ໃນຮູບແບບທີ່ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອຂອງພະຍາດໂຄວິດ19.

 

ເນື່ອງຈາກວ່າແຂວງດັ່ງກ່າວ ໄດ້ຮັບແຮງງານເຄື່ອນຍ້າຍກັບຄືນມາປະເທດເປັນຈຳນວນຫຼວງຫຼາຍ, ຄວາມຕ້ອງການການບໍລິການ ຈຳເປັນພື້ນຖານ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກ RMNCAH ກໍ່ເພີ່ມຂຶ້ນ ສຳລັບແຮງງານຍິງຢູ່ສູນຈຳກັດບໍລິເວນ. ເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ, ອົງການ UNFPA ໄດ້ຈັດຝຶກອົບຮົມກ່ຽວກັບການສະໜອງບໍລິການໃຫ້ ແພດ 42 ທ່ານ ທີ່ມາຈາກແຂວງດັ່ງກ່າວ ໃນເດືອນສິງຫາທີ່ຜ່ານມານີ້. ນອກຈາກນີ້, ເພື່ອເປັນການສົ່ງເສີມການຈັດຕັ້ງປະຕິບັດການບໍລິການທາງໂທລະສັບ, ພະນັກງານແພດກໍ່ຍັງຈະໄດ້ຮັບເຄື່ອງອຸປະກອນ ແລະ ສິ່ງສື່ພິມ ເຫຼົ່ານີ້ ເພື່ອນຳໄປປະຕິບັດໜ້າທີ່.

 

ການບໍລິການທາງໂທລະສັບໄດ້ນຳສະເໜີ ແລະ ທົດລອງ ຄັ້ງທຳອິດ ຢູ່ ແຂວງຫຼວງພະບາງ ໃນປີ 2020. ການທົດລອງດັ່ງກ່າວໄດ້ເຫັນເຖິງໝາກຜົນທີ່ດີ ແລະ ໄດ້ຮັບການເສີມຂະຫຍາຍໄປແຂວງອື່ນ ລວມທັງ ຫົກແຂວງດັ່ງກ່າວ. ວິທິການນະວັດຕະກຳໃໝ່ແບບນີ້ ເປັນວິທີການໃໝ່ ສຳລັບສືບຕໍ່ສະໜອງການບໍລິການ ຈຳເປັນພື້ນຖານ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກ RMNCAH ໃນໄລຍະການລະບາດຂອງພະຍາດໂຄວິດ 19 ແລະ ຢູ່ເຂດຫ່າງໄກສອກຫຼີກ ທີ່ການເຂົ້າເຖິງການບໍລິການສຸຂະພາບທາງມີຄວາມທ້າທາຍ. ໂດຍຜ່ານການບໍລິການສຸຂະພາບທາງໂທລະສັບ, ພະນັກງານແພດສາມາດຕິດຕໍ່ກັບແມ່ຍິງ ແລະ ໃຫ້ການຊ່ວຍເຫຼືອ, ໃຫ້ຄຳປຶກສາ ແລະ ການສົ່ງຕໍ່ ໄດ້ທັນທີ ເພື່ອຮັບປະກັນວ່າ ແມ່ນຍິງຖືພາ, ແມ່ ແລະ ເດັກ ໄດ້ຮັບການບໍລິການດູແລທີ່ທັນເວລາ ແລະ ປອດໄພ.

 

*********************

ອົງການ UNFPA, ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (United Nations Population Fund) ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນການທາງເພດ ໃຫ້ເປັນ 0 .

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

ທ່ານ ນາງ ອຸໄລວັນ ໄຊຍະລາດ,

ຜູ້ຮັບຜິດຊອບວຽກແຜນງານ - ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ,

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ.

ອີເມລ: sayarath@unfpa.org

 

ທ່ານ ນາງ ວັນລີ ລໍກ່ວາງມິງ

ຜູ້ຮັບຜິດຊອບວຽກງານການສື່ສານ ແລະ ການເປັນຄູ່ຮ່ວມມື,

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ ລາວ

ອີເມລ: lorkuangming@unfpa.org