You are here

- ນະຄອນຫຼວງວຽງຈັນ, ວັນທີ 6 ເດືອນກໍລະກົດ 2021 - ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມມືກັນຈັດພິທີສະເຫຼີມສະຫຼອງວັນຜະດຸງຄັນສາກົທາງອອນລາຍ ທີ່ໂຮງແຮມ ດອນຈັນ , ພາຍໃຕ້ຫົວຂໍ້ປະຈຳປີທີ່ວ່າ: ເຊື່ອໝັ້ນໃນຂໍ້ມູນ-ໃຫ້ລົງທຶນໃນຜະດຸງຄັນ ເຊິ່ງມີເນື້ອໃນຈິດໃຈເພື່ອຍົກສູງຄວາມສຳຄັນຂອງະດຸງຄັນ ທີ່ໄດ້ຊ່ວຍຊີວິດແມ່ ແລະ ເດັກເກີດໃໝ່ ແລະ ຄວາມສຳຄັນໃນການລົງທຶນໃສ່ການພັດທະນາຜະດຸງຄັນໂດຍລວມ. ພາຍໃນງານດັ່ງກ່າວນີ້ ມີຫຼາກຫຼາຍພາກສ່ວນໄດ້ເຂົ້າຮ່ວມເຊັ່ນ ຕາງໜ້າຈາກກະຊວງສາທາລະນະສຸກ, ສມາຄົມຜະດຸງຄັນລາວ (LAMs), ສະມາຄົມ ການແພດນາລີເວດສູຕິສາດ ແຫ່ງປະເທດລາວ ລວມເຖິງ ຜະດຸງຄັນ ແລະ ນັກສຶກສາຜະດຸງຄັນໃນຂອບເຂດທົ່ວປະເທດ, ແລະ ຄູ່ຮ່ວມພັດທະນາຈາກຫຼາຍພາກສ່ວນ.

 

ຜະດຸງຄັນ ມີບົດບາດສຳຄັນຫຼາຍຕໍ່ການບໍລິການ ສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ, ພວກເຂົາແມ່ນຜູ້ໃຫ້ບໍລິການທີ່ສາມາດຊ່ວຍຊີວິດຂອງແມ່ແລະເດັກ, ເຂົາຍັງສາມາດໃຫ້ຄຳປຶກສາດ້ານສຸຂະພາບຂັ້ນຕົ້ນໃຫ້ແມ່ຍິງ ແລະ ເດັກຍິງເຊິ່ງນຳໄປສູ່ການປ້ອງກັນການຕາຍຂອງແມ່ຍິງຖືພາແລະເດັກເກີດໃໝ່ອີກດ້ວຍ. ຈາກຜົນສຳຫຼວດທົ່ວໂລກ, ໃນແຕ່ລະປີ ຜະດຸງຄັນສາມາດຊ່ວຍຊີວິດໄດ້ຫຼາຍກວ່າລ້ານຄົນ.

 

ທ່ານ ປອ ດຣ ຈັນຖະຫອມ ມະນີທິບ ,ຮັກສາການ ຫົວຫນ້າຫ້ອງການ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການຈັດຕັ້ງສະເຫຼີມສະຫຼອງ ວັນຜະດຸງຄັນຂຶ້ນໃນມື້ນີ້ ແມ່ນເຫດການໜຶ່ງທີ່ສຳຄັນ ແລະ ມີຄວາມໝາຍຢ່າງເລິກເຊີ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກແລະ ລັດຖະບານ ໃນການເພີ້ມທະວີຄວາມເອົາໃຈໃສ່ໃນການບໍລິການເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຕໍ່ສຸຂະພາບຂອງແມ່ຍິງ, ເດັກເກີດໃໝ່, ເດັກນ້ອຍ, ເຍົາວະຊົນ ແລະ ໄວໜຸ່ມ ທັງເປັນການ ຂໍການສະໜັບສະໜູນ ຈາກການນຳທຸກຂັ້ນ ນັບແຕ່ຂັ້ນສູນກາງ ແລະ ອຳນາດການປົກຄອງຂັ້ນຕ່າງໆ ໃຫ້ເກີດຄວາມເຂົ້າໃຈ ປຸກລະດົມບຸກຄົນ, ຄອບຄົວ ແລະ ຊຸມຊົນ ເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານການຮັກສາສຸຂະພາບຂອງຂອງແມ່ ແລະ ເດັກ ພ້ອມທັງ ສ້າງຄວາມເຂົ້າໃຈໃຫ້ ສາມີ ຍອມຮັບການຕັດສິນໃຈ ຂອງແມ່ຍິງໃນກໍລະນີ ທີ່ເຂົາເຈົ້າມີຄວາມຕ້ອງການໃນການຮັກສາສຸຂະພາບຂອງຕົນເອງ ລວມທັງ ການວາງແຜນຄອບຄົວ

 

ລັດຖະບານ ສປປ ລາວ ໄດ້ສະແດງໃຫ້ເຫັນຄວາມກ້າວໜ້າຂອງການພັດທະນາວຽກງານຜະດຸງຄັນ ໃນໄລຍະຫຼາຍປີຜ່ານມາ. ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ, ລັດຖະບານສາມາດສ້າງ ແລະ ບັນຈຸຜະດຸງຄັນເຂົ້າເຮັດວຽກຕົວຈິງໄດ້ຫຼາຍກວ່າ 1,500 ຄົນ ທົ່ວປະເທດ. ຜະດຸງຄັນ ມີສ່ວນຮ່ວມໃນການພັດທະນາສຸຂະພາບແມ່ຍິງຖືພາ ເຊັ່ນ ການດູແລສຸຂະພາບໃນໄລຍະຖືພາ ແລະ ການເກີດລູກແບບປອດໄພ ແລະ ການໃຫ້ຂ້ໍມູນໃນການວາງແຜນຄອບຄົວ. ຈາກການສຳຫຼວດຂອງອົງການສະຫະປະຊາຊາດ ໃຫ້ຮູ້ວ່າ, ອັດຕາການຕາຍສະເລ່ຍຂອງແມ່ຍິງຖືພາແມ່ນໄດ້ຫຼຸດລົງຈາກ 544 ຕໍ່ 100,000 ຄົນ ໃນປີ 2000 ເຫຼືອພຽງແຕ່ 185 ຕໍ່ 100,000 ຄົນ ໃນປີ 2017.

 

ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ສ້າງຄວາມທ້າທາຍໃຫ້ຂະແໜງການ, ລວມເຖິງວຽກງານສາທາລະນະສຸກ, ດັ່ງນັ້ນ ທາງພາກລັດຈຶ່ງໄດ້ປັບປ່ຽນນຳໃຊ້ວິທີການໃຫ້ບໍລິການດ້ານສາທາລະນະສຸກໃນຮູບແບບໃໝ່ ເພື່ອໃຫ້ການບໍລິການສາມາດດຳເນີນໄດ້ຢ່າງຕໍ່ເນື່ອງ. ຈາກການສະໜັບສະໜູນຂອງອົງການສາຫາປະຊາຊາດສຳລັບປະຊາກອນ (UNFPA) ແລະ ຄູ່ຮ່ວມງານອື່ນໆ, ໄດ້ມີການປະຍຸກການບໍລິການສາທາລະນະສຸກ, ເຊັ່ນ ການໃຫ້ບໍລິການສາທາລະນະສຸກໂດຍຜ່ານທາງໂທລະສັບ ເຊິ່ງເຮັດໃຫ້ແມ່ຍິງຖືພາ ແລະ ແມ່ລູກອ່ອນ ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການສຸຂະພາບໄດ້ ຢ່າງປອດໄພ.

 

ແນວໃດກໍຕາມ, ເຖິງວ່າທາງເຮົາໄດ້ດຳເນີນວຽກງານ ແລະ ມີຜົນໄດ້ຮັບຕົວຈິງແລ້ວກໍຕາມ, ແຕ່ເຮົາຍັງຕ້ອງໄດ້ເພີ່ມການລົງທຶນໃນການພັດທະນາຜະດຸງຄັນ ເພາະເຮົາຍັງຕ້ອງການບຸກຄາລະກອນໃນດ້ານນີ້ອີກຫຼາຍ. ອີງຕາມບົດລາຍງານຂອງສະພາບການຜະດຸງຄັນສາກົນ (SoWMY) ຂອງປີ 2021, ະດຸງຄັນທີ່ຜ່ານການສຶກສາທີ່ໄດ້ມາດຕະຖານ, ຜ່ານການອະນຸມັດ ແລະ ການເຝິກອົບຮົມຢ່າງດີ ສາມາດລົງມືວຽກງານບໍລິການທີ່ກ່ຽວກັບສຸຂະພາບຈະເລີນພັນຂອງແມ່ແລະເດັກໄດ້ເຖິງ 90% ຂອງໄລຍະຊີວິດ, ແຕ່ໃນແຮງງານດ້ານສຸຂະພາບຈະເລີນພັນທົ່ວໂລກ ພັດມີບຸກຄາລະກອນຜະດຸງຄັນໜ້ອຍກວ່າ 10% ຂອງ ບຸກຄະລາກອນທີ່ເຮັດວຽກກ່ຽວກັບການບໍລິການ ສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).

 

ໃນບົດລາຍງານຂອງສະພາບການຜະດຸງຄັນສາກົນ (SoWMY) ສຳລັບ ສປປ ລາວ ເອງ, ໄດ້ເຫັນວ່າ ມີການເພີ່ມຂຶ້ນຂອງຕົວເລກບຸກຄາລະກອນຜະດຸງຄັນໃນວຽກງານສຸຂະພາບຈະເລີນພັນຈາກ 19% ໃນປີ 2014 ຂຶ້ນມາເປັນ 62% ໃນປີ 2021, ແຕ່ຈາກບຸກຄາລະກອນຜະດຸງຄັນທັງໝົດແມ່ນມີພຽງ 12% ເທົ່ານັ້ນທີ່ໄດ້ຮັບການເຝິກອົບຮົບໄດ້ມາດຕະຖານສາກົນ. ແລ້ວເພື່ອໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້ໃນປີ 2030, ປະເທດເຮົາຕ້ອງໄດ້ເຝິກບຸກຄາລະກອນຜະດຸງຄັນໃຫ້ໄດ້ມາດຕະຖານສາກົນເພີ່ມອີກຫຼາຍກວ່າ 3000 ຄົນ. ສະນັ້ນ, ເຮົາຕ້ອງມີແຜນການລົງທຶນທີ່ພົ້ນເດັ່ນໃນການພັດທະນາບຸກຄາລະກອນຜະດຸງຄັນຊຸດໃໝ່ ແລະ ຕ້ອງໄດ້ຍົກລະດັບຄວາມສາມາດຂອງຜະດຸງຄັນ 1,500 ຄົນ ໃຫ້ໄດ້ມາດຕະຖານພຽງພໍ.

 

ແຕ່ພັດທະນາໃສ່ການສຶກສາຢ່າງດຽວແມ່ນບໍ່ພຽງພໍ; ຕ້ອງໄດ້ມີການແຈກຢາຍຜະດຸງຄັນ ແລະ  ຮອງຮັບການບໍລິການໃຫ້ແມ່ຍິງ ແລະ ເດັກຍິງໃຫ້ພຽງພໍ, ໂດຍສະເພາະໃນຂົງເຂດທີ່ຂາດໂອກາດໃນການເຂົ້າເຖິງການບໍລິການຫຼາຍທີ່ສຸດ. ຕາມບົດລາຍງານຂອງ SoWMY, ມີ 4 ປັດໃຈສຳຄັນໃນການພັດທະນາະດຸງຄັນທີ່ ຕ້ອງໄດ້ແກ້ໄຂ ແລະ ລົງທຶນຕື່ມ; ຂະແໜງການສຶກສາ ແລະ ການເຝິກອົບຮົມະດຸງຄັນ; ການວາງແຜນບຸກຄາລາກອນທາງການແພດ; ການຄຸ້ມຄອງ ແລະ ການບໍລິຫານ ແລະ ສຸດທ້າຍ ແມ່ນສະພາບແວດລ້ອມການເຮັດວຽກ, ການນຳພາແລະການບໍລິຫານຈາກພາກລັດ ແລະ ການພັດທະນາການເຂົ້າເຖິງບໍລິການໃຫ້ແກ່ປະຊາຊົນ.

 

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສ.ປ.ປ.ລາວ ໄດ້ກ່າວວ່າ: ການລົງທືນໃນຜະດຸງຄັນແມ່ນໄດ້ຊ່ວຍຊີວິດຂອງແມ່ຍິງແລະເດັກນ້ອຍ, ແລະໃນປີນີ້ພວກເຮົາໄດ້ພົບວ່າປະເທດລາວ ແມ່ນໜຶ່ງໃນບັນດາປະເທດທີ່ ຜົນກະທົບຂອງຜະດຸງຄັນ ມີແນວໂນ້ມສູງທີ່ສຸດໃນໂລກ.ໃນຄວາມເປັນຈິງແລ້ວ,ປະມານສອງໃນສາມຂອງແມ່ຍິງແລະເດັກນ້ອຍທີ່ເສຍຊີວິດ ສາມາດລອດຊີວິດໄດ້ ຖ້າຫາກວ່າພວກເຂົາໄດ້ເຂົ້າເຖິງການບໍລິການຜະດຸງຄັນສາກົນ.

 

ນີ້ແມ່ນເຫດຜົນທີ່ UNFPA ຮຽກຮ້ອງໃຫ້ລັດຖະບານແລະບັນດາຄູ່ຮ່ວມພັດທະນາທັງໝົດຈົ່ງລົງທືນໃນຜະດຸງຄັນ. ການຂາດແຄນຂອງແພດຜະດຸງຄັນທົ່ວໂລກ, ເຊິ່ງໄດ້ບັນທຶກຈະແຈ້ງໃນບົດລາຍງານສະພາບການຜະດຸງ ຄັນສາກົນຂອງປີນີ້. ໃນປະເທດລາວ, ເພື່ອບັນລຸຈຳນວນຕົວເລກຂອງແພດ ແພດຜະດຸງຄັນ, ມີຄວາມຈຳເປັນໃນການບັນຈຸຜະດຸງຄັນເພີ່ມຕື່ມ 2000 ຄົນແລະ ຈຳນວນ1000ຄົນທີ່ເປັນແພດຜະດຸງຄັນຕ້ອງໄດ້ຍົກລະດັບ ແລະເພີ່ມທັກສະໃນປີ 2030”

 

ເພື່ອເປັນສ່ວນໜຶ່ງໃນການສະເຫຼີມສະຫຼອງວັນດັ່ງກ່າວ, ທາງກະຊວງສາທາລະນະສຸກ ແລະ ອົງກອນ UNFPA ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດງານແຂ່ງຂັນຖ່າຍຮູບ ລົງໃນສື່ສັງຄົມອອນລາຍ ແລະ ໄດ້ເຊີນຊວນຜະດຸງຄັນ ແລະ ນັກສຶກສາະດຸງຄັນທຸກຄົນເຂົ້າຮ່ວມການແຂ່ງຂັນ. ກິດຈະກຳດັ່ງກ່າວ ໄດ້ຈັດເປັນສື່ກາງໃນການອອກຄຳຄິດເຫັນແລະການວາງຄາດໝາຍຂອງຜູ້ເຂົ້າຮ່ວມ ຕໍ່ອະນາຄົດຂອງຕົນເອງ ໃນວຽກງານະດຸງຄັນ.

 

ສາມາດອ່ານບົດລາຍງານຂອງ SoWMy ປະຈຳປີ 2021 ໄດ້ເພີ່ມຕື່ມທີ່: https://lao.unfpa.org/en/publications

 

 

ເພື່ອສອບຖາມຂໍ້ມູນເພີ່ມຕື່ມສາມາດຕິດຕໍ່:

 

ທ່ານ ເອສເທີ ອາເຣັນ

ເຈົ້າໜ້າທີ່ຝ່າຍການແພດຜະດຸງຄັນ, ປະຈຳອົງກອນ UNFPA ສປປ ລາວ.

arendt@unfpa.org

 

ທ່ານ ພູວັນ ນັນທະວົງ

ພະນັກງານການແພດ, ປະຈຳ ກະຊວງສາທາລະນະສຸກ ສປປ ລາວ.

t_phouvanh345@hotmail.com