Go Back Go Back
Go Back Go Back
Go Back Go Back

ອັງກິດ, ອົງການ UNFPA ແລະ ສະຫະພັນແມ່ຍິງລາວ ໃນການເປີດທີ່ພັກຫຼົບໄພແຫ່ງໃໝ່ໃຫ້ແກ່ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ

 ອັງກິດ, ອົງການ UNFPA ແລະ ສະຫະພັນແມ່ຍິງລາວ ໃນການເປີດທີ່ພັກຫຼົບໄພແຫ່ງໃໝ່ໃຫ້ແກ່ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ

Press Release

ອັງກິດ, ອົງການ UNFPA ແລະ ສະຫະພັນແມ່ຍິງລາວ ໃນການເປີດທີ່ພັກຫຼົບໄພແຫ່ງໃໝ່ໃຫ້ແກ່ແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ

calendar_today 18 December 2020

ນະຄອນຫຼວງວຽງຈັນ, ວັນທີ 14ທັນວາ, ປີ 2020. ສະຖານທູດອັງກິດປະຈໍາລາວ ແລະ ອົງການ UNFPA ໄດ້ໃຫ້ການສະໜັບສະໜູນ ສະຫະພັນແມ່ຍິງລາວໃນການເປີດທີ່ພັກຫຼົບໄພແຫ່ງໃໝ່ໃຫ້ແກ່ແມ່ຍິງ ແລະ ເດັກຍິງຜູ້ລອດຊີວິດຈາກຄວາມຮຸນແຮງ ເຊິ່ງເປັນສ່ວນໜຶ່ງຂອງໂຄງການທີ່ຮ່ວມມືກັນ: ສ້າງຄວາມເຂັ້ມແຂງໃນການປ້ອງກັນ ແລະ ຕອບໂຕ້ໃນໄລຍະການແຜ່ລະບາດ COVID-19” ໂດຍພິທີເປີດການນໍາໃຊ້ ແມ່ນຈະຈັດຂຶ້ນຢູ່ແຂວງສະຫວັນນະເຂດໃນວັນທີ 14 ທັນວານີ້. 

ມາຮອດປະຈຸບັນ, ຢູ່ສປປ ລາວ ແມ່ນມີທີ່ພັກຫຼົບໄພແຫ່ງດຽວເທົ່ານັ້ນ ທີ່ໃຫ້ບໍລິການໃນນະຄອນຫຼວງວຽງຈັນ ແລະ ມີ “ເຮືອນເພື່ອນມິດ” (Women’s Friendly Spaces) ສອງແຫ່ງໃນເມືອງສະໜາມໄຊ, ແຂວງອັດຕະປື. ການເປີດພຶ້ນທີ່ໃໝ່ນີ້ ຈະເປັນການເພີ່ມຂີດຄວາມສາມາດໃນການອໍານວຍຄວາມສະດວກໃນແຂວງສະຫວັນນະເຂດ, ພ້ອມດຽວກັນກັບການສະໜອງການບໍລິການທີ່ຈໍາເປັນ ເປັນຕົ້ນ ການບໍລິການທາງດ້ານສັງຄົມ, ສຸຂະພາບ ແລະ ກົດໝາຍ, ແລະ ມີຈຸດປະສົງເພື່ອຊຸກຍູ້ໃຫ້ແມ່ຍິງ ແລະ ເດັກຍິງຜູ້ລອດຊີວິດ ຊອກຫາການຊ່ວຍເຫຼືອ ແລະ ອອກຈາກວົງຈອນຄວາມຮຸນແຮງພາຍໃນຄອບຄົວ ແລະ ສະຖານະການທີ່ຖືກຄຸກຄາມຕ່າງໆຫຼາຍຂຶ້ນ. 

ຫຼັກຖານໃນທົ່ວໂລກສະແດງໃຫ້ເຫັນວ່າ ວິກິດການຕ່າງໆຍິ່ງເພີ່ມຄວາມສ່ຽງທີ່ຫຼາຍຂຶ້ນຕໍ່ແມ່ຍິງໃຫ້ໄດ້ຮັບຄວາມຮູນແຮງ. ມາດຕະການທີ່ວາງອອກເພື່ອຫຼຸດຜ່ອນການແຜ່ລະບາດຂອງ COVID-19 ເປັນຕົ້ນ ການຈໍາກັດບໍລິເວນ, ການຮັກສາໄລຍະຫ່າງທາງສັງຄົມ ແລະ ການຈໍາກັດການເຄື່ອນຍ້າຍໃນຮູບແບບອື່ນໆ, ພາໃຫ້ເກີດຄວາມສ່ຽງທີ່ສູງຂຶ້ນ ເປັນຕົ້ນຄວາມຮຸນແຮງພາຍໃນຄອບຄົວ, ການກົດຂີ່ຂູດຮີດທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍອື່ນໆ. ການຫວ່າງງານ, ຄວາມບໍ່ສະຖຽນລະພາບທາງດ້ານເສດຖະກິດ ແລະ ຄວາມກົດດັນຕ່າງໆ ອາດຈະເພີ່ມພຶດຕິກໍາ ຄວາມຮຸນແຮງ ຂຶ້ນເລື້ອຍໆ. ພ້ອມດຽວກັນນັ້ນ, ວິກິດການກໍຍິ່ງກໍາລັງເພີ່ມທະວີ ສິ່ງກີດຂວາງເພີ່ມຂຶ້ນໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນການເຂົ້າເຖິງ ການບໍລິການທີ່ຈໍາເປັນໃນການຊ່ວຍຊີວິດ ເປັນຕົ້ນ ການໃຫ້ຄໍາປຶກສາ, ສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ການຄຸມກໍາເນີດ, ຄວາມຍຸຕິທໍາ ແລະ ຄໍາປຶກສາທາງດ້ານກົດໝາຍ; ແລະ ການຊ່ວຍເຫຼືອໃນທາງການແພດ ຫຼື ສັງຄົມອື່ນໆທີ່ສໍາຄັນ; ແລະ ການຈັດຫາບ່ອນລີ້ໄພ. 

ສະຖານທີ່ພັກຫຼົບໄພທີ່ປອດໄພເປັນບ່ອນທີ່ຜູ້ຍິງແລະເດັກຍິງ  ທີ່ມີຄວາມສ່ຽງສາມາດ ພື່ງພາອາໄສ  ແລະເອົາຕົວເອງອອກ ມາຈາກສະພາບແວດລ້ອມທີ່ຮຸນແຮງ ແລະບໍ່ປອດໄພໄດ້. ສະຫະພັນແມ່ຍິງລາວໄດ້ສະເໜີ ວິທີການແບບຮອບດ້ານ (holistic approach) ທີ່ປະກອບໄປດ້ວຍ ທີ່ພັກຫຼົບໄພ, ການເບິ່ງແຍງສຸຂະພາບ, ອາຫານ ແລະ ເຄື່ອງນຸ່ງຫົ່ມສໍາລັບຜູ້ລອດຊີວິດ ແລະ ລູກຂອງພວກເຂົາ; ລວມເຖິງການໃຫ້ຄໍາປຶກສາທາງດ້ານສຸຂະພາບທາງຈິດ ແລະ ສະພາບຈິດໃຈ; ທັກສະຊີວິດ ແລະ ການຝຶກອົບຮົມວິຊາຊີບ.  ເພື່ອເສີມສ້າງຄວາມພະຍາຍາມໃນການລົບລ້າງຄວາມຮຸນແຮງຕໍ່ແມ່ຍິງແລະເດັກ, ເມື່ອບໍ່ດົນມານີ້ພາຍໃຕ້ ການນຳພາຂອງສຳນັກງານນາຍຍົກລັດຖະມົນຕີ, ບັນດາຮອງລັດຖະມົນຕີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ, ລວມທັງການປະຕິບັດທີ່ເປັນຄວາມຮຸນແຮງທຸກຮູບແບບ. 

ທ່ານນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໄດ້ກ່າວຢ້ຳເຖິງຄວາມຈຳເປັນ ທີ່ຕ້ອງເອົາວາລະນີ້ ເຂົ້າໃນແຜນປະຕິບັດງານຂອງແຂວງສະຫວັນນະເຂດ ແລະຕິດຕາມການຈັດຕັ້ງປະຕິບັດ. ການເຂົ້າເຖິງພື້ນທີ່ປອດໄພແມ່ນປັດໃຈສຳຄັນໃນການຕັດສິນໃຈຂອງແມ່ ຍິງແລະເດັກຍິງທີ່ຈະໜີ ອອກຈາກສະຖານະການຄວາມຮຸນແຮງ. ອົງການອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ມີຄວາມຍິນດີຢ່າງສູງທີ່ໄດ້ຮ່ວມມືນຳລັດຖະບານອັງກິດ , ສະຫະພັນແມ່ຍິງລາວ ເພື່ອໃຫ້ແຂວງສະຫວັນນະເຂດສາມາດສ້າງ ແລະຮັກສາທີ່ພັກອາໄສນີ້ໄດ້.

ທ່ານ ຈອນ ເພຍສອນ ເອກອັກຄະລັດຖະທູດອັງກິດ ປະຈຳ ສປປລາວ ໄດ້ກ່າວວ່າ: ການປ້ອງກັນການໃຊ້ ຄວາມຮຸນແຮງ ແລະການສະໜັບສະໜຸນ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແມ່ນຈຸດປະສົງຫຼັກສຳລັບລັດຖະບານອັງກິດໃນທົ່ວໂລກ ແລະໃນປະເທດລາວ. ໃນຊ່ວງບໍ່ດົນມານີ້ ສະຖານທູດອັງກິດໄດ້ສະໜັບສະໜຸນໂຄງການສຳລັບແມ່ຍິງ ແລະເດັກຍິງ ຜ່າ ສະຫະພັນຣັກບີ້ລາວ ,ໃຫ້ທຶນແກ່ອົງການ Aide et Action ແລະ Lone buffalo , ຂ້ອຍແມ່ນມີຄວາມດີໃຈຫຼາຍທີ່ພວກເຮົາ ສາມາດສະໜັບສະໜຸນທີ່ພັກຫຼົບໄພ ໃນແຂວງສະຫວັນນະເຂດ ເຊິ່ງມີທ່າແຮງໃນການປັບປຸງຊີວິດຂອງເດັກຍິງ ແລະແມ່ຍິງຫຼາຍຄົນ.

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ສີສຸວັນ ວໍລະບຸດ 

ຜູ້ຮັບຜິດຊອບແຜນງານ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ

ອີເມວ:vorabouth@unfpa.org

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

 

************

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.