You are here

21 ທັນວາ 2022, ນະຄອນຫຼວງວຽງຈັນສປປ ລາວ - ກະຊວງແຜນການ ແລະ ການລົງທຶນ (MPI) ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມປະຈຳປີ ເພື່ອທົບທວນຄວາມຄືບໜ້າຂອງແຜນຮ່ວມມືຄັ້ງທີ 7 (CP7). ກອງປະຊຸມດັ່ງກ່າວໄດ້ເຊື້ອເຊີນເອົາບັນດາ​ຄູ່​ຮ່ວມຈັດຕັ້ງປະຕິບັດ ​ແລະ ບັນດາຄູ່​ຮ່ວມ​ມື​ແຫ່ງ​ຊາດ ມາຮ່ວມນໍາສະ​ເໜີ​ການຈັດຕັ້ງ​ປະຕິບັດ​ວຽກງານຂອງປີ​ທໍາອິດຂອງຮອບວຽນດັ່ງກ່າວນໍາສະເໜີສິ່ງ​ທ້າ​ທາຍ ​ແລະ ແຜນ​ບຸລິມະສິດ​ປີ 2023.

ໃນລະຫວ່າງການກ່າວມີຄໍາເຫັນ, ທ່ານ ນາງ ສີສົມບູນ ອູນາວົງຫົວໜ້າກົມຮ່ວມມືສາກົນກະຊວງແຜນການ ແລະ ການລົງທຶນ ໄດ້ສະແດງຄວາມຊົມເຊີຍມາຍັງ ອົງການ UNFPA ຕໍ່ກັບຜົນງານອັນພົ້ນເດັ່ນໃນປີທີ່ຜ່ານມາທ່ານ ນາງ ສີສົມບູນ ກ່າວວ່າ, “ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ໃນປີ 2023 ນີ້, ອົງການ ສປຊ ກອງທຶນສຳລັບປະຊາກອນ ແລະ ບັນ​ດາ​ກະ​ຊວງ​ຂະ​ແໜງ​ການ​ທີ່​ເປັນ​ຄູ່​ຮ່ວມ​ງານ ຈະສຶບຕໍ່ເຮັດວຽກຮ່ວມກັນຢ່າງສະນິດແໜ້ນ ໃນການຈັດຕັ້ງແຜນກິດຈະກຳ ປະ​ຈຳ​ປີ 2023 ໃຫ້​ສຳ​ເລັດ​ຕາມ​ຈຸດ​ປະ​ສົງ​ແລະ​ຂາດ​ໝາຍ​ທີ່​ວາງ​ໄວ້ ໂດຍ​ສະ​ເພາະການ​ສຸມ​ງົບ​ປະ​ມານໃຫ້ການຊ່ວຍເຫຼືອແກ່ ລັດຖະບານ ສປປ ລາວ ກໍ່ຄືບັນດາກະຊວງ / ຂະແໜງການ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃຫ້ສາມາດບັນລຸໄດ້ຕາມຄາດໝາຍ ແລະ ປະກົດຜົນເປັນຈິງ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກໆພາກສ່ວນຕ້ອງເອົາ​ໃຈ​ໃສ ແລະ ໃຫ້ຄວາມສໍາຄັນ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບກະ​ຊວງຂະແໜງການຂອງຕົນ ເຊິ່ງ​ແຜນ​ງານ​ການ​ຮ່ວມ​ມື ຮອບ​ວຽນ 7 (2022-2026) ນີ້​ແມ່ນປະ​ກອບ​ມີ ຜົນ​ໄດ້​ຮັບຫຼັກ ຄືສຸ​ຂະ​ພາບ​ຈະ​ເລີນ​ພັນ; ໄວ​ໜຸ່ມ ແລະ ເຍົາ​ວະ​ຊົນຄວາມ​ສະ​ເໝີ​ພາບລະ​ຫວ່າງ ​ຍິງ-ຊາຍ ແລະ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແມ່​ຍິງ; ການ​ປ່ຽນ​ແປງ​ດ້ານ​ປະ​ຊາ​ກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບໃນຂະແໜງການ​ຜູ້​ຈັດ​ຕັ້ງ​ປະ​ຕິບັດຕົວ​ຈິງ ​ທີ່​ສາ​ມາດ​ສູ້​ຊົນ​ປະ​ກອບ​ສ່ວນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ​ຊາດ ປີ ຄັ້ງ​ທີ IX ກໍ່ຄືການປະກອບສ່ວນເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030.


ໜຶ່ງໃນຜູ້ນຳສະເໜີ, ທ່ານ ສັນຕິ ຊົງນາວົງ, ຮັກສາການຫົວໜ້າພະແນກອົງການ ສປຊ, ກະຊວງແຜນການ ແລະ ການລົງທຶນ, ກຳລັງນຳສະເໜີຜົນສຳເລັດ, ບົດຮຽນທີ່ຖອດຖອນໄດ້ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດໃນປີທຳອິດຂອງແຜນງານຮອບວຽນທີ / ພາບໂດຍ: sisavath@UNFPALaos

CP7 ໄດ້ຖອດຖອນບົດຮຽນຈາກຮອບວຽນທີ່ຜ່ານມາ ແລະ ນໍາໃຊ້ຂໍ້ມູນຈາກການສຶກສາດ້ານປະຊາກອນລາວ 2030 ຄຽງຄູ່ກັບການສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ XI ປີ 2021-2025, ຄໍາໝັ້ນສັນຍາແຫ່ງຊາດຕໍ່ກອງປະຊຸມສາກົນກ່ຽວກັບການພັດທະນາປະຊາກອນ (ICPD25) ຄັ້ງທີ 25 ແລະ ຂອບການຮ່ວມມືການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (UNSDCF).

 

ແຜນງານການຮ່ວມມືດັ່ງກ່າວມີເປົ້າໝາຍທີ່ຈະເລັ່ງຄວາມຄືບໜ້າຂອງການເຂົ້າເຖິງການບໍລິການ ແລະ ສິດທິທາງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢ່າງຄອບຄຸມຜ່ານການລົງທຶນໃນການພັດທະນາຊັບພະຍາກອນມະນຸດຄື: ຊ່ວຍໃຫ້ເດັກຍິງ ແລະ ເດັກຊາຍ ຖືພາ ແລະ ແຕ່ງງານໃນໄວອາຍຸທີ່ເໝາະສົມຊ່ວຍໃຫ້ພວກເຂົາໄດ້ຮັບທັກສະ ແລະ ຄວາມສາມາດຕ່າງໆໄດ້ຜ່ານການຮຽນຫຼັກສູດເພດສຶກສາຮັບປະກັນວ່າທຸກໆການຖືພາແມ່ນທາງເລືອກ ແລະ ບໍ່ໃຫ້ມີແມ່ຍິງ ຫຼື ເດັກຍິງເສຍຊີວິດຍ້ອນການເກີດລູກພ້ອມນັ້ນແມ່ຍິງ ແລະ ເດັກຍິງຈະຕ້ອງສາມາດດຳລົງຊີວິດໄດ້ໂດຍປາສະຈາກການລ່ວງລະເມີດ ແລະ ຄວາມຮຸນແຮງ. ສິ່ງ​ເຫຼົ່າ​ນີ້​ລ້ວນ​ມີຄວາມ​ຈຳ​ເປັນຕໍ່ການເຮັດ​ໃຫ້​ໄວ​ໜຸ່ມ​​ສາມາດເຕີບໂຕພັດທະນາໄດ້ຢ່າງ​ເຕັມ​ທີ່ ​ແລະ ​ເພື່ອ​ໃຫ້​ປະ​ເທດ​ລາວສາມາດໝູນໃຊ້ການ​​ປັນຜົນ​ດ້ານ​ປະຊາກອນຢ່າງເຕັມສ່ວນ.

 

ທ່ານ ນາງ ມາຣຽມ ຄານຜູ້ຕາງໜ້າອົງການ UNFPA ກ່າວວ່າ, “ພວກ​ເຮົາ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ລາວ​ເພື່ອ​ບັນ​ລຸ​ຜົນ​ການ​ຫັນ​ປ່ຽນ 3 ປະ​ການ​ຄື: ຫຼຸດການ​ຕາຍ​ຂອງ​ແມ່ທີ່ປ້ອງກັນໄດ້ໃຫ້ເປັນສູນຫຼຸດຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງໃຫ້ເຫຼືອສູນ​ແລະ​ ຫຼຸດການໃຊ້​ຄວາມ​ຮຸນ​ແຮງ​ບົນພື້ນຖານທາງເພດໃຫ້ເຫຼືອສູນ​ເພື່ອ​ບໍ່ປະຖິ້ມໃຜໄວ້ຢູ່ເບື້ອງຫຼັງ.”


The official group photo at the Annual Meeting to review the progress of the 7th Country Programme (CP7), 21st December 2022, Vientiane Capital, Laos / Photo by: sisavath@UNFPALaos

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສຳລັບຂໍ້ມູນເພີ່ມຕື່ມຕິດຕໍ່:

laos.office@unfpa.org