You are here

ບົດຄວາມຄຳຄິດເຫັນຮ່ວມ

ໂດຍ: ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ

ແລະ ທ່ານ ດຣ. ບາກທິຢໍ ກາດິເຣິບຜູ້ຕາງຫນ້າ ອົງການ UNFPA

 

ສປປ ລາວ ກໍາລັງມີການຫັນປ່ຽນທາງດ້ານປະຊາກອນຢ່າງໄວວາ ແລະ ຕໍ່ເນື່ອງ ເຊິ່ງເປັນການສ້າງໂອກາດອັນສໍາຄັນ ໃນການກຽມພ້ອມທີ່ຈະເກັບກ່ຽວຜົນປະໂຫຍດ ຈາກການປ່ຽນແປງທາງດ້ານປະຊາກອນ ເພື່ອເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ສູງສຸດ. ປະຊາກອນໃນ ສປປ ລາວ ຄາດວ່າຈະເພີ່ມຂຶ້ນເຖິງ 1 ລ້ານຄົນ ໃນປີ 2030 ເຊິ່ງຈະເຮັດໃຫ້ປະຊາກອນລວມເປັນ 8.1 ລ້ານຄົນໃນປີດັ່ງກ່າວ. ກຸ່ມອາຍຸທີ່ຫຼາຍທີ່ສຸດຈະແມ່ນຜູ້ທີ່ຢູ່ໃນອາຍຸການເຮັດວຽກ ແລະ ໄວຈະເລີນພັນ. ປັດໄຈດ້ານຊັບພະຍາກອນດັ່ງກ່າວ ຈະສົ່ງຜົນຕໍ່ການເຕີບໂຕທາງດ້ານເສດຖະກິດ ແລະ ສັງຄົມ  ຖ້າວ່າທຸກຄົນເຂົ້າເຖິງສິດທິ ແລະ ທາງເລືອກທີ່ສະເໝີພາບ.

ການພັດທະນາແບບຍືນຍົງຈະເປັນໄປໄດ້ກໍຕໍ່ເມື່ອການປ່ຽນແປງທາງດ້ານປະຊາກອນໄດ້ຖືກຈັດຕັ້ງປະຕິບັດ ໂດຍຮັບປະກັນວ່າໃຫ້ທຸກຄົນ ບໍ່ວ່າຈະມີຄວາມແຕກຕ່າງທາງອາຍຸ, ເພດ ຫຼື ພື້ນຖານເສດຖະກິດ-ສັງຄົມ ມີສິດສະເໝີພາບ ໃນການສຶກສາ, ການບໍລິການ ແລະ ການເບິ່ງແຍງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ແລະ ໂອກາດໃນການເຮັດວຽກ ເພື່ອປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງເສດຖະກິດ-ສັງຄົມຢ່າງເຕັມສ່ວນ.

ເຊັ່ນດຽວກັນ, ຄວາມກ້າວໜ້າຈະຖືກຢຸດສະງັກ ຖ້າຫາກທຸກຄົນ, ໂດຍສະເພາະເດັກຍິງທຸກຄົນ - ບໍ່ສາມາດສືບຕໍ່ສຶກສາຮໍ່າຮຽນ ຫຼື ການນຳທາງໄປສູ່ການເປັນຜູ້ໃຫຍ່ໂດຍມີສິດທິມະນຸດ. ການຮັບປະກັນດັ່ງກ່າວລວມເຖິງ ອິດສະຫຼະພາບໃນການຕັດສິນໃຈວ່າຈະແຕ່ງງານເມື່ອໃດ ແລະ ກັບໃຜ, ກຳນົດເວລາ ແລະ ຈະເອົາລູກຈັກຄົນ ແລະ ມີໝັ້ນໃຈໄດ້ວ່າມີຄວາມດຸ່ນດ່ຽງລະຫວ່າງການເຮັດວຽກ ແລະ ຊີວິດຄອບຄົວ.


H.E Dr. Bounfeng Phoummalaysith, Minister of Health

ສະນັ້ນ ເຮົາຄວນເຮັດແນວໃດຈຶ່ງຈະບັນລຸການປັນຜົນດ້ານປະຊາກອນ?

ການລົງທຶນທີ່ຈຳເປັນທີ່ສຸດແມ່ນ: ການສ້າງຄວາມສາມາດຂອງປະຊາຊົນ ແລະ ຮັບປະກັນສິດ ແລະ ເສລີພາບເພື່ອບັນລຸທ່າແຮງຂອງຕົນ. ຊາວໜຸ່ມ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງ, ຜູ້ທີ່ຢູ່ໃນຊົນນະບົດ, ຊົນເຜົ່າ ແລະ ຄົນພິການ ຕ້ອງການໂອກາດທີ່ຈະໄດ້ຮັບການສຶກສາ, ທັກສະ ແລະ ປະສົບການເພື່ອປະສົບຜົນສໍາເລັດ. ພວກເຂົາຕ້ອງການຄວາມຮູ້ທີ່ພຽງພໍ ແລະ ການເຂົ້າເຖິງການບໍລິການທີ່ເທົ່າທຽມ ເພື່ອສາມາດມີສິດຕໍ່ຮ່າງກາຍຂອງພວກເຂົາໄດ້, ພ້ອມທັງເປັນການຕໍ່ສູ້ ແລະ ລົບລ້າງຄວາມເຂົ້າໃຈຜິດ ແລະ ໄດ້ຮັບການປົກປ້ອງຈາກການປະຕິບັດທາງສັງຄົມ ແລະ ວັດທະນະທໍາທີ່ເປັນອັນຕະລາຍ ເຊັ່ນ: ການແຕ່ງງານ ແລະ ການເກີດລູກແຕ່ກ່ອນໄວ. ພວກເຂົາຕ້ອງການການເຂົ້າເຖິງສິດທິມະນຸດຢ່າງເຕັມສ່ວນ.

ການວາງແຜນຄອບຄົວທີ່ປອດໄພ ແລະ ໂດຍສະໝັກໃຈແມ່ນສິດທິມະນຸດຂັ້ນພື້ນຖານ. ການວາງແຜນຄອບຄົວແມ່ນຈຸດໃຈກາງຂອງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເປັນປັດໄຈຫຼັກໃນການຫຼຸດຜ່ອນຄວາມທຸກຍາກ, ເພີ່ມຄວາມສາມາດຂອງປະຊາຊົນ ເພື່ອສ້າງອະນາຄົດທີ່ດີກວ່າໃຫ້ແກ່ຕົນເອງ, ຄອບຄົວ, ຊຸມຊົນ ແລະ ປະເທດຊາດ.

ການວາງແຜນຄອບຄົວ ບໍ່ແມ່ນພຽງແຕ່ແມ່ນການມີລູກໜ້ອຍຄົນ ແຕ່ແມ່ນການຕັດສິນໃຈມີລູກໃນເວລາທີ່ຕ້ອງການ ແລະ ໄລຍະຫ່າງຂອງການເກີດລູກ. ສິ່ງດັ່ງກ່າວປະກອບສ່ວນໃນການປັບປຸງສຸຂະພາບແມ່ ແລະ ເດັກຢ່າງຕໍ່ເນື່ອງ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນຄອບຄົວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນການບັນລຸເປົ້າໝາຍ ທາງການສຶກສາ ຫຼື ອາຊີບ ເພື່ອປະກອບສ່ວນເຂົ້າໃນການປັບປຸງເສດຖະກິດໃຫ້ດີຂຶ້ນ. ການວາງແຜນຄອບຄົວຍັງເປັນປະໂຫຍດຫຼາຍຕໍ່ຜູ້ທີ່ບໍ່ພ້ອມທີ່ຈະມີລູກ ຫຼື ເຊື່ອວ່າຕົນເອງມີລູກພຽງພໍແລ້ວ.

ຜົນປະໂຫຍດຂອງການວາງແຜນຄອບຄົວ ນັບຕັ້ງແຕ່ການປັບປຸງສຸຂະພາບແມ່ ແລະ ເດັກໃຫ້ດີຂຶ້ນ ຈົນໄປເຖິງການສຶກສາທີ່ເພີ່ມຂຶ້ນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ຄອບຄົວທີ່ມີຄວາມໝັ້ນຄົງທາງດ້ານການເງິນຫຼາຍຂຶ້ນ, ພ້ອມທັງເສດຖະກິດຂອງຊາດທີ່ເຂັ້ມແຂງຂຶ້ນ. ອີງຕາມການສຶກສາກໍລະນີການລົງທຶນ ໃຫ້ບູລິມະສິດໃນການລົງທຶນດ້ານສຸຂະພາບ ເພື່ອການພັດທະນາຊັບພະຍາກອນ, ເຊິ່ງໄດ້ຈັດຕັ້ງປະຕິບັດໂດຍ ອົງການ UNFPA ປະຈຳ ສປປ ລາວ ໃນປີ 2022, ສະແດງໃຫ້ເຫັນວ່າ ທຸກໆໂດລາທີ່ຖືກລົງທຶນໃນການວາງແຜນຄອບຄົວ ຈະໄດ້ຮັບເງິນຄືນ 33.6 ໂດລາ. ໂດຍຖືວ່າເປັນການລົງທຶນໃນການສະໜັບສະໜູນທີ່ປະຫຍັດທີ່ສຸດ: ວິທີການວາງແຜນຄອບຄົວໂດຍອີງໃສ່ສິດທິ ແລະ ໂດຍໃຫ້ມີການຈັດຕັ້ງປະຕິບັດຢູ່ທຸກແຂວງ, ພວກເຮົາສາມາດຫຼີກລ້ຽງການຖືພາໂດຍບໍ່ຕັ້ງໃຈໄດ້ເຖິງ 1,044,888 ຄັ້ງ, ເຊິ່ງຈະສົ່ງຜົນໃຫ້ການຫຼຸດຜ່ອນຄວາມຕ້ອງການໃນຄ່າໃຊ້ຈ່າຍ ສໍາລັບການສະໜັບສະໜູນດ້ານສຸຂະພາບອື່ນໆ ແລະ ນໍາໄປສູ່ຜົນປະໂຫຍດທາງດ້ານເສດຖະກິດ ຈາກການມີສ່ວນຮ່ວມຂອງກໍາລັງແຮງງານທີ່ເພີ່ມຂຶ້ນ, ອັດຕາການສຶກສາທີ່ເພີ່ມຂຶ້ນສຳລັບໄວໜຸ່ມ, ແລະ ເພີ່ມລາຍຮັບຕະຫຼອດຊີວິດຂອງແມ່ຍິງ. ການວາງແຜນຄອບຄົວເຮັດໃຫ້ຄູ່ຜົວເມຍ ແລະ ບຸກຄົນສາມາດທ້ອນໂຮມເງິນໃນຄົວເຮືອນໄດ້ຫຼາຍຂຶ້ນ ແລະ ສາມາດລົງທຶນໃສ່ສຸຂະພາບ ແລະ ການສຶກສາຂອງລູກຂອງພວກເຂົາໄດ້ຫຼາຍຂຶ້ນເຊັ່ນກັນ. ພ້ອມກັນນັ້ນ, ພໍ່​ແມ່​ຈະ​ມີ​ໂອ​ກາດ​​ລົງ​ທຶນໃສ່​ເວ​ລາ ​ແລະ ​ຊັບ​ພະ​ຍາ​ກອນ​ໃຫ້ແກ່​ເດັກ​ນ້ອຍ​ແຕ່​ລະ​ຄົນຫຼາຍ​ຂຶ້ນ.

 


Dr. Bakhtiyor Kadyrov, UNFPA Representative in Lao PDR

ໃນປີ 1994, ສປປ ລາວ ເປັນໜຶ່ງໃນຈຳນວນລັດຖະບານ 179 ປະເທດ ທີ່ຮັບຮອງເອົາແຜນດໍາເນີນງານຂອງ ກອງປະຊຸມສາກົນດ້ານປະຊາກອນ ແລະ ການພັດທະນາ (ICPD) ແລະ ເປັນການຍອມຮັບສິດທິຕ່າງໆ ແລະ ສຸຂະພາບຈະເລີນພັນ ລວມທັງການວາງແຜນຄອບຄົວແບບສະໝັກໃຈເຊິ່ງເປັນພື້ນຖານໃຫ້ແກ່ການພັດທະນາ. ນັບ​ແຕ່​ນັ້ນ​ມາ, ສປປ ລາວ ​ໄດ້​ສົມທົບ​ກັບ​ ອົງການສະຫະປະຊາຊາດ ກອງ​ທຶນສຳລັບ​ປະຊາກອນ​ ຢ່າງ​ໃກ້ຊິດ ​ເພື່ອ​ປັບປຸງ​ຕ່ອງ​ໂສ້​ການ​ສະໜອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ລະບົບ​ສາທາລະນະ​ສຸກ​ແຫ່ງ​ຊາດ, ວາງ​ນະ​ໂຍບາຍ​ຊຸກຍູ້​ສິດທິ​ທາງ​ເພດ ​ແລະ ສຸຂະພາບ​ຈະເລີນ​ພັນ, ສ້າງ​ສະພາບ​ແວດ​ລ້ອມ ​ທີ່​ເອື້ອ​ອໍານວຍ​ ເພື່ອລົບລ້າງ​ຄວາມ​ເຂົ້າໃຈ​ຜິດ, ການ​ປະນາມ, ການ​ຈຳ​ແນ​ກ​ ແລະ ບັນທັດຖານທາງສັງຄົມທີ່ເປັນອັນຕະລາຍ. ການຮ່ວມກັນຂອງລັດຖະບານລາວ ແລະ ອົງການ UNFPA ໄດ້ຊ່ວຍປິດຊ່ອງຫວ່າງ ຄວາມຕ້ອງການໃນການວາງແຜນຄອບຄົວ ທີ່ຍັງບໍ່ໄດ້ຮັບການຕອບສະໜອງ ແລະ ປ້ອງກັນການຖ່ວງດຶງຄວາມຄືບໜ້າ ຈາກການແຜ່ລະບາດຂອງພະຍາດ ແລະ ສະພາບການສຸກເສີນອື່ນໆ. ການນໍາພາໃນການປະຊຸມກັບຄູ່ຮ່ວມງານນີ້ ນຳໄປສູ່ການບໍລິການ ແລະ ການປູກຈິດສໍານຶກທີ່ສອດຄ່ອງກົມກຽວ ໂດຍນໍາໃຊ້ຫຼັກຖານ ແລະນະໂຍບາຍທີ່ເຂັ້ມແຂງ. ໂດຍການມີນະວັດຕະກໍາ ແລະ ວິທີການທີ່ຫຼາກຫຼາຍ ລວມທັງການມີສ່ວນຮ່ວມຂອງສື່ມວນຊົນ ແລະ ພາກເອກະຊົນ, ການທົດລອງລະບົບໃຫ້ບໍລິການສຸຂະພາບທາງໄກ ແລະ ການຈັດຕັ້ງລົດຕູ້ເຄື່ອນທີ່ ແລະ ຫ້ອງບໍລິການທີ່ເປັນມິດຕໍ່ ໄວໜຸ່ມ, ຕະຫຼອດຮອດການຝຶກອົບຮົມ ແລະ ການສົ່ງເສີມຜະດຸງຄັນຊົນເຜົ່າ, ສະແດງໃຫ້ເຫັນວ່າ ການສຸມໃສ່ສະພາບການເປັນຢູ່ທີ່ດີຂອງປະຊາຊົນ ແມ່ນຜົນປະໂຫຍດສູງສຸດຕໍ່ລະບົບນິເວດທັງໝົດ.

ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງວັນຄຸມກໍາເນີດໂລກນີ້, ພວກເຮົາຂໍສະຫນັບສະໜູນໃຫ້ການສ້າງຄອບຄົວ ແລະ ການຖືພາ ເກີດຈາກທາງເລືອກ, ບໍ່ແມ່ນໂດຍບໍ່ຕັ້ງໃຈ ຫຼື ຖືກບັງຄັບ. ພວກເຮົາສະໜັບສະໜູນສິດທິຂອງແມ່ຍິງ ແລະ ເດັກຍິງ ໃນການຕັດສິນໃຈກ່ຽວກັບຮ່າງກາຍ ແລະ ຊີວິດຂອງພວກເຂົາ.

ໂດຍທາງເລືອກ, ບໍ່ແມ່ນໂດຍບໍ່ໄດ້ຕັ້ງໃຈ: ທາງເລືອກການຄຸມກຳເນີດເຮັດໃຫ້ຄົນເຮົາມີອຳນາດ ໃນການກຳນົດອະນາຄົດຂອງຕົນເອງ. ມັນ​ເປັນ​ອຳນາດ​ໃນ​ການ​ຕັດສິນ​ໃຈ​ວ່າ​ຈະ​ສ້າງ​ຄອບຄົວ​ ຫຼື ບໍ່ ແລະ ໃນ​ເວລາ​ໃດ, ເພື່ອບັນລຸເປົ້າ​ໝາຍ​ການ​ສຶກສາ ​ແລະ ການ​ເຮັດ​ວຽກ ​ແລະ ການດຳລົງ​ຊີວິດ​ຢ່າງ​ມີ​ຄຸນ​ນະພາ​ບ, ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຊີວິດ​ສົມບູນ​ ​ແລະ ​ອະນາຄົດ​ທີ່​ສົດ​ໃສ.

ເນື່ອງໃນວັນຄຸມກຳເນີດໂລກນີ້, ຂໍໃຫ້ພວກເຮົາສະເຫຼີມສະຫຼອງ ພະລັງແຫ່ງທາງເລືອກນີ້ ແລະ ຢືນຢັນຄຳໝັ້ນສັນຍາ ຂອງພວກເຮົາອີກຄັ້ງໜຶ່ງ ວ່າຈະເຮັດໃຫ້ການວາງແຜນຄອບຄົວເຂົ້າເຖິງທຸກໆຄົນ.