ທ່ານ ອານຸພາບ ວົງໜໍ່ແກ້ວ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການ ສະຫະປະຊາດ (ສປຊ) ໄດ້ນຳພາ ຄະນະຜູ້ແທນ ສປປ ລາວ ເຊິ່ງປະກອບມີຜູ້ແທນຈາກກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມ ກອງປະຊຸມຄັ້ງທີ 58 ຂອງຄະນະກຳມາທິການ ວຽກປະຊາກອນ ແລະ ການພັດທະນາ (CPD 58) ຈັດຂຶ້ນລະຫວ່າງ ວັນທີ 7 ຫາ 11 ເມສາ ປີ 2025 ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມລິກາ.
ຫົວຂໍ້ຂອງກອງປະຊຸມແມ່ນ “ຮັບປະກັນການມີສຸຂະພາບທີ່ດີ ແລະ ສົ່ງເສີມການເປັນຢູ່ທີ່ດີ ສຳລັບທຸກໄວອາຍຸ” ກອງປະຊຸມດັ່ງກ່າວມີຄະນະຜູ້ແທນຈາກບັນດາປະເທດຕ່າງໆທົ່ວໂລກເຂົ້າຮ່ວມເພື່ອຢືນຢັນຄຳໝາຍໝັ້ນຕໍ່ແຜນດຳເນີນງານຂອງກອງປະຊຸມສາ ກົນວ່າ ດ້ວຍປະຊາກອນ ແລະ ການພັດທະນາ (ICPD PoA).
ໃນກອງປະຊຸມຄັ້ງນີ້, ທ່ານ ອານຸພາບ ໄດ້ຢືນຢັນຄຳໝາຍໝັ້ນອັນໜັກແໜ້ນຂອງ ສປປ ລາວ ຕໍ່ການຈັດຕັ້ງປະຕິບັດ ແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ (SDGs).
ແຜນດຳເນີນງານຂອງກອງປະຊຸມສາກົນວ່າ ດ້ວຍປະຊາກອນ ແລະ ການພັດທະນາ ທີ່ຖືກຮັບຮອງເອົາຢູ່ນະຄອນ ໄຄໂຣ ໃນປີ 1994 ໂດຍບັນດາປະເທດສະມາຊິກອົງການສະຫະປະຊາຊາດ ມີຈຸດປະສົງ ສົ່ງເສີມສຸຂະພາບ ແລະ ສະຫວັດດີພາບ,ຄວາມຜາສຸກ ຂອງປະຊາຊົນ, ເຊິ່ງມັນ ເປັນໜຶ່ງໃນພື້ນຖານທີ່ສໍາຄັນສໍາຄັນໃຫ້ ບັນດາປະເທດສະມາຊິກອົງການສະຫະປະຊາດ ການບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ. ການບັນລຸເປົ້າໝາຍ, ກ່ອນອື່ນໜົດ ຕ້ອງມີການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມຜ່ານການເຂົ້າເຖິງການສຶກສາ ແລະ ການບໍລິການດ້ານສຸຂະພາບຈະເລີນພັນຢ່າງທົ່ວເຖິງ, ລວມທັງການວາງແຜນຄອບຄົວ, ພ້ອມທັງການສົ່ງເສີມຄວາມສະເໜີພາບລະຫວ່າງຍິງ-ຊາຍ.
ໃນກອງປະຊຸມດັ່ງກ່າວ, ທ່ານ ອານຸພາບ ຍັງຊີ້ໃຫ້ເຫັນຄວາມຄືບໜ້າທີ່ສຳຄັນຫຼາຍດ້ານຂອງ ສປປ ລາວ ນັບຕັ້ງແຕ່ ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ (NCPD) ຄັ້ງທຳອິດ ທີ່ຈັດຂຶ້ນໃນເດືອນຕຸລາ ປີ 2023. ໜຶ່ງໃນຜົນສຳເລັດນີ້ແມ່ນ ການສະເໜີ ຂໍ້ສະເໜີແນະ 14 ຂໍ້, ທີ່ແນໃສ່ຊ່ວຍໃຫ້ລັດຖະບານສາມາດກຳນົດທິດທາງ ແລະ ບູລິມະສິດຂອງ ການພັດທະນາປະເທດ. ບັນດາຂໍ້ສະເໜີແນະ ແລະ ຄຳໝາຍໝັ້ນ ທີ່ຖືກຮັບຮອງ ໃນກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ (NCPD) ມີຈຸດປະສົງເລັ່ງລັດການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດວ່າ ດ້ວຍປະຊາກອນ ແລະ ການພັດທະນາສຳລັບປີ 2019–2030, ໄດ້ຢືນຢັນຄືນໃນກອງປະຊຸມລະດັບພາກພື້ນ ແລະ ສາກົນ, ລວມທັງກອງປະຊຸມປະຊາກອນອາຊີ ແລະ ປາຊີຟິກ ຄັ້ງທີ 7 ໃນເດືອນພະຈິກ ປີ 2023 ແລະ ກອງປະຊຸມຄະນະກຳມາທິການ ວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ 57 ໃນປີ 2024.
ພາຍຫຼັງກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທຳອິດ, ສປປ ລາວ ເອົາໃຈໃສ່ ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ແລະ ສາມາດຍາດຜົນສຳເລັດຫຼາຍດ້ານ. ໃນນັ້ນລວມມີ ການເຊື່ອມໂຍງ ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026–2030). ນອກຈາກນີ້ ສ ປປ ລາວ ຍັງໄດ້ເລີ່ມຕົ້ນປະຕິບັດຄຳໝາຍໝັ້ນຕໍ່ວຽກງານວາງແຜນຄອບຄົວ (Family Planning 2030 commitment) ເພື່ອຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ. ນອກຈາກນີ້, ສປປ ລາວ ຍັງໄດ້ມີການກະກຽມສ້າງຕັ້ງຄະນະປະສານງານວຽກງານນະໂຍບາຍປະຊາກອນ, ເຊິ່ງມີໜ້າທີ່ຊີ້ນຳການຈັດຕັ້ງປະຕິບັດແຜນ ປະຕິບັດງານຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD PoA) ແລະ ເປົ້າໝາຍການພັດທະນາແບບ ຍືນຍົງ (SDGs). ປັດຈຸບັນ, ສປປ ລາວ ກຳລັງສຸມໃສ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານຜະດຸງຄັນ ແລະ ກຳນົດວຽກນີ້ໄວ້ ໃນຍຸດທະສາດປີ 2026 ແລະ 2030. ຄຽງຄູ່ກັນນີ້, ສປປ ລາວ ກຳລັງຢູ່ໃນຂະບວນການກະກຽມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ, ເຊິ່ງເປັນການສຳຫຼວດແບບດິຈິຕອນຄັ້ງທຳອິດຂອງ ສປປ ລາວ.
ແຜນວຽກຕໍ່ໃນອະນາຄົດ, ສປປ ລາວ ຈະພັດທະນາຍຸດທະສາດໃໝ່ ກຽ່ວກັບສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ, ຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ແລະ ແຜນດຳເນີນງານ ແຫ່ງຊາດເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 2026–2030. ນອກຈາກນີ້ ສປປ ລາວ ກຳລັງສ້າງແຜນດຳເນີນງານກ່ຽວກັບຜົນປະໂຫຍດດ້ານປະຊາກອນ ເພື່ອເລັ່ງລັດໃຫ້ໄດ້ຮັບຜົນປະໂຫຍດຈາກການປ່ຽນແປງໂຄງສ້າງປະຊາກອນ ແລະ ປະຊາກອນໜຸ່ມ. ຄວາມພະຍາຍາມເຫຼົ່ານີ້ຈະສ້າງຄວາມເຂັ້ມແຂງໃຫ້ວຽກງານບັງຄັບໃຊ້ກົດໝາຍ ແລະ ບັນລຸຄຳໝາຍໝັ້ນຂອງ ສປປ ລາວ ຕໍ່ແຜນດຳເນີນງານຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD PoA).
ນອກຈາກນີ້, ລັດຖະບານ ສ້າງຄູ່ຮ່ວມງານ ແນໃສ່ແກ້ໄຂ ແລະ ຫຸດຜ່ອນການກະທຳທີ່ບໍ່ເໜາະສົມເຊັ່ນ: ການແຕ່ງງານໃນໄວເດັກ ແລະ ການຖືພາໃນໄວໜຸ່ມ, ຄຽງຄູ່ກັບການສ້າງເງື່ອນໄຂຮັບປະກັນການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ປະຕິບັດສິດທິທີ່ກ່ຽວຂ້ອງຢ່າງທົ່ວເຖິງ.
ສປປ ລາວ ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ເພື່ອແລກປ່ຽນບົດຮຽນທີ່ດີ ແລະ ສົ່ງເສີມເປົ້າໝາຍ ການພັດທະນາຮ່ວມກັນ. ທ່ານ ອານຸພາບ ກ່າວວ່າ:
ພວກເຮົາຢັງຄົງຢືນຢັນຄຳໝາຍໝັ້ນໃນການສືບຕໍ່ສົ່ງເສີມຍຸດທະສາດດ້ານສຸຂະພາບຈະເລີນພັນ, ປັບປຸງລະບົບການຈົດທະບຽນ ພົນລະເຮືອນເພື່ອເອກະສານຢັ້ງຢືນຕົວຕົນທາງກົດໝາຍຢ່າງທົ່ວເຖິງ, ຕໍ່ສູ້ຕ້ານຮິດຄອງທີ່ບໍ່ເໜາະສົມເຊັ່ນ: ການແຕ່ງງານ ຂອງເດັກ ແລະ ນຳໃຊ້ການເປັນຫຸ້ນສ່ວນກັບອາຊຽນ ເພື່ອຮັກສາບູລິມະສິດຂອງ ICPD ໃນລະດັບພາກພື້ນ."
ສະຫຼຸບແລ້ວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ຢືນຢັນຄຳໝາຍໝັ້ນຂອງ ສປປ ລາວ ຕໍ່ການຈັດຕັ້ງແຜນປະຕິບັດ ງານຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ. ທ່ານໄດ້ສະແດງຄວາມຂອບໃຈຕໍ່ UNFPA ແລະ ບັນດາຄູ່ຮ່ວມງານທັງໝົດ ສຳລັບການ ສະໜັບສະໜູນຢ່າງຕໍ່ເນື່ອງ ໃນການສົ່ງເສີມສິດທິດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການແກ້ໄຂຄວາມຮຸນແຮງບົນພື້ນຖານຍິງ-ຊາຍ.