Go Back Go Back
Go Back Go Back

ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດ: ອົງການ UNFPA, ກະຊວງສຶກສາທິການ ແລະ ກິລາ ຢ້ຽມຢາມ ໂຄງການຝຶກງານຂອງນັກສຶກສາອາຊີວະຢູ່ທີ່ໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane

ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດ: ອົງການ UNFPA, ກະຊວງສຶກສາທິການ ແລະ ກິລາ ຢ້ຽມຢາມ ໂຄງການຝຶກງານຂອງນັກສຶກສາອາຊີວະຢູ່ທີ່ໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane

ຂ່າວ

ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດ: ອົງການ UNFPA, ກະຊວງສຶກສາທິການ ແລະ ກິລາ ຢ້ຽມຢາມ ໂຄງການຝຶກງານຂອງນັກສຶກສາອາຊີວະຢູ່ທີ່ໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane

calendar_today 21 March 2025

ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດ
ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດ

ອີກໜຶ່ງໃນຄວາມພະຍາຍາມໃນການຮ່ວມມືເພື່ອສົ່ງເສີມການສ້າງຄວາມເຂັ້ມແຂງ ແລະ ພັດທະນາທັກສະໃຫ້ແກ່ຊາວໜຸ່ມ, ຜູ້ຕາງໜ້າຈາກ ອົງການ UNFPA, ກົມອາຊີວະສຶກສາ ແລະ ວິທະຍາໄລເຕັກນິກວິຊາຊີບ, ກະຊວງສຶກສາທິການ ແລະ ກິລາ (MoES) ລົງຢ້ຽມຢາມໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane  ເພື່ອພົບປະກັບນັກຮຽນຝຶກງານໃນສາຂາ ສິລະປະການເຮັດອາຫານ, ເຂົ້າໜົມອົບ ແລະ ຂອງຫວານ.

Empowering Youth Through Skills and Opportunities

ການຢ້ຽມຢາມຄັ້ງນີ້ໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນໃນການສ້າງໂອກາດໃຫ້ແກ່ໄວໜຸ່ມ, ໂດຍສະເພາະແມ່ນແມ່ຍິງໜຸ່ມ, ເພື່ອໃຫ້ເຂົາເຈົ້າໄດ້ເຮັດພາກປະຕິບັດຕົວຈິງ, ເສີມສ້າງຄວາມໝັ້ນໃຈ ແລະ ກ້າວໄປສູ່ການມີວຽກງານທີ່ດີໃນອະນາຄົດ. ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນໄດ້ພົບປະກັບນັກສຶກສາຝຶກງານ, ພ້ອມຍັງໃດ້ໄປເບີ່ງການຝຶກງານ ແຕ່ງອາຫານຢູ່ຫ້ອງຄົວມືອາຊີບທີ່ໂຮງແຮມ. ນອກຈາກນັ້ນ ຄະນະຜູ້ແທນຍັງໄດ້ ສົນທະນາ ແລະ ປຶກສາຫາລືກ່ຽວກັບແຜນການຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປໃນການເພີ່ມ ທະວີການ ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ.

 

ໃນນາມນັກສຶກສາຂອງວິທະຍາໄລເຕັກນິກວິຊາຊີບປາກປ່າສັກ, ການມີໂອກາດໃດ້ມາປະຕິບັດຕົວຈິງຢູ່ໂຮງແຮມ Crowne Plaza ແລະ ໂຮງແຮມ Holiday Inn ບໍ່ພຽງແຕ່ເປັນການຝຶກງານເທົ່ານັ້ນ; ແຕ່ມັນຍັງເປີດທາງໃຫ້ພວກເຮົາໄດ້ມີການຮຽນຮູ້ທັກສະວິຊາຊີບທີ່ມີມາດຕະຖານສາກົນໃນຂະແໜງການບໍລິການ. ເປັນໂອກາດທີ່ນັກສຶກສາໃດ້ຮຽນຮູ້ຈາກປະສົບການຕົວຈິງທີ່ຈໍາເປັນເພື່ອຄວາມສໍາເລັດ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ໄວໜຸ່ມເປັນສ່ວນໜຶ່ງຂອງການສ້າງກໍາລັງແຮງງານທີ່ມີທັກ ສະເພື່ອປະກອບສ່ວນເຂົ້າໃນການສະໜັບສະໜູນຄວາມໝັ້ນຄົງຂອງເສດຖະກິດ,” ທ່ານ ດຣ. ບາກທິຢໍ ຄາດິເຣິບ,  ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ. 

“ເນື່ອງຈາກວ່າ  ສປປ ລາວ ມີປະຊາກອນໜຸ່ມອາຍຸຕໍ່າກວ່າ 25 ປີ ຈໍານວນຫລາຍ ກວມ 60% ຂອງພົນລະເມືອງທົ່ວປະເທດ, ນີ້ເປັນໂອກາດທີ່ດີທີ່ສຸດ ທີ່ພວກເຮົາຈະໄດ້ປະຕິບັດໂດຍການຕັດສິນໃຈຮວ່ມກັນເພື່ອພັດທະນາໄວໜຸ່ມຂອງພວກເຮົາໃຫ້ເຂັ້ມແຂງ, ບໍ່ພຽງແຕ່ດ້ານທັກສະ ແລະ ວຽກເຮັດງານທໍາເທົ່ານັ້ນ, ລວມເຖິງ ຄວາມພາກພູມໃຈ ແລະ ຄວາມເປັນຕົວຂອງຕົວເອງອີກດ້ວຍ.”

 

ການຢ້ຽມຢາມຄັ້ງນີ້ຍັງເປັນການຍົກໃຫ້ເຫັນພາລະບົດບາດຂອງພາກເອກະຊົນໃນການປະກອບສ່ວນສະໜັບສະໜູນການຂະຫຍາຍການຝຶກອົບວິຊາຊີບໃຫ້ແກ່ໄວໜຸ່ມ ແລະ ສົ່ງເສີມຄວາມກ້າວໜ້າສຳລັບໜົດທຸກຄົນ.

ການຮ່ວມມືຄັ້ງນີ້ສະທ້ອນໃຫ້ເຫັນພະລັງຂອງວິໄສທັດ ແລະ ຄວາມຮັບຜິດຊອບຮ່ວມກັນ,” ທ່ານ ຕິ່ງຄໍາ ສຸລິນທາ, ຮອງຫົວໜ້າກົມອາຊີວະສຶກສາ , ກະຊວງສຶກສາທິການ ແລະ ກິລາກ່າວ. 

“ຊາວໜຸ່ມຈະເຂັ້ມແຂງໄດ້ກໍ່ຕໍ່ເມື່ອເຂົາເຈົ້າມີຄວາມຮູ້ ແລະ ທັກສະຈາກການປະຕິບັດຕົວຈິງ, ເຊີ່ງພວກເຂົາເຫຼົ່ານັ້ນຈະກາຍເປັນຕົວແທນແຫ່ງການປ່ຽນແປງ, ບໍ່ພຽງແຕ່ການປ່ຽນແປງພາຍໃນຄອບຄົວຂອງພວກເຂົາເທົ່ານັ້ນ, ຍັງລວມທັງທົ່ວປະເທດ. ນີ້ເປັນໂຄງການລິເລີ່ມເພື່ອເປັນຂົວຕໍ່ໃນການສ້າງຄວາມຍືດຍຸ່ນ, ຄວາມໝັ້ນໃຈ ແລະ ການພັດທະນາປະເທດໃນອະນາຄົດ.

ໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane ໄດ້ເປີດຮັບນັກສຶກສາຝຶກງານຢູ່ຫ້ອງຄົວຈໍານວນ 7 ຄົນ ເຊິ່ງເປັນໂອກາດພິເສດໃຫ້ແກ່ໄວ ໜຸ່ມໄດ້ສໍາຜັດກັບພາກປະຕິບັດຕົວຈິງຢູ່ໃນຂະແໜງການບໍລິການ.

Empowering Youth Through Skills and Opportunities

 

ໃນນາມໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane, ພວກເຮົາເຊື່ອວ່າ ບົດບາດຂອງພວກເຮົາມີຫລາຍກວ່າການສະໜອງບໍລິການໃຫ້ລູກຄ້າ. ແຕ່ ພວກເຮົາຍັງເປັນສະຖານທີ່ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ,” ຜູ້ຈັດການໃຫຍ່ຂອງກຸ່ມໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane.

ສັງເກດເຫັນນັກສຶກສາຝຶກງານໜຸ່ມເຫຼົ່ານີ້ເຕີບໃຫຍ່, ຮຽນຮູ້, ແລະ ພັດທະນາຄວາມໝັ້ນໃຈຂອງພວກເຂົາເຈົ້າ ເປັນສິ່ງທີ່ສ້າງແຮງບັນດານໃຈໃຫ້ກັບທີມງານທັງໝົດຂອງພວກເຮົາ. ພວກເຮົາພູມໃຈທີ່ໄດ້ປະກອບສ່ວນເຂົ້າ ໃນການສ້າງແຮງງານໃຫ້ມີຄວາມຫຼາກຫຼາຍໃນ ສປປ ລາວ ແລະ ຫວັງວ່າພາກສ່ວນອື່ນໆໃນຂະແໜງເອກະຊົນຈະເປັນສວນໜຶ່ງຂອງຄວາມພະຍາຍາມນີ້. ປະຈຸບັນ, ພະນັກງານ 367 ຄົນໃນຈຳນວນ ທັງໜົດ 400 ຄົນທີ່ເຮັດວຽກໃນໂຮງແຮມຂອງ ພວກເຮົາ ເຮົາແມ່ນຄົນລາວ. ພວກເຮົາຈະສືບຕໍ່ ແລະ ຂະຫຍາຍຄວາມເຊື່ອໜັ້ນໃນສິ່ງທີ່ພວກເຮົາກຳລັງຈັດຕັ້ງປະຕິບັດ ເພື່ອ ສົ່ງເສີມເຍົາວະຊົນທີ່ມີພອນສະຫວັນຂອງລາວ.”

ຂ້ອຍມີຄວາມສຸກ ແລະ ຮູ້ສຶກຂອບໃຈໂຮງແຮມ Crowne Plaza Vientiane ທີ່ໃຫ້ໂອກາດຂ້ອຍຝຶກງານ ຢູ່ໂຮງແຮມ. ຂ້ອຍໄດ້ຮຽນຮູ້ກ່ຽວກັບວຽກງານຕ່າງໆ ແລະ ປະສົບການໃໝ່ໆ. ມັນເຮັດໃຫ້ຂ້ອຍມີມຸມມອງໃໝ່, ເຊິ່ງ ຂ້ອຍຈະນຳໃຊ້ບົດຮຽນນີ້ເພື່ອພັດທະນາຕົວເອງໃຫ້ດີຍິ່ງຂຶ້ນ ແລະ ນຳໃຊ້ເຂົ້າໃນການປະກອບອາຊີບ ໃນຂະແໜງການໂຮງແຮມ ໃນອະນາຄົດ,”ທ່ານ  ໂພນປະເສີດ ທໍ, ນັກສຶກສາທີ່ໃດ້ຜ່ານການຝຶກງານຢູ່ ໂຮງແຮມກ່າວ ສະແດງຄວາມຮູ້ສຶກ. 

 ການຝຶກງານຂອງຂ້ອຍຢູ່ທີ່ນີ້ເປັນປະສົບການທີ່ປ່ຽນແປງຊີວິດ ຂອງຂ້ອຍ, ທັງສ່ວນຕົວ ແລະ ທາງດ້ານອາຊີບ. ຂ້ອຍບໍ່ພຽງແຕ່ພັດທະນາທັກສະທີ່ຈຳເປັນເຊັ່ນ: ຄວາມຮັບຜິດຊອບ, ການເຮັດວຽກເປັນທີມ ແລະ ຄວາມສາມາດໃນການປັບຕົວເທົ່ານັ້ນ, ແຕ່ຍັງຄົ້ນພົບຄວາມໝັ້ນໃຈໃໝ່ໃນຄວາມສາມາດຂອງຂ້ອຍອີກດ້ວຍ. ຂ້ອຍຕື່ນເຕັ້ນທີ່ຈະນຳໃຊ້ບົດຮຽນທີ່ມີຄ່ານີ້ໃນອະນາຄົດ ແລະ ສືບຕໍ່ການເດີນ ທາງບົນເສັ້ນທາງແຫ່ງການເຕີບໃຫຍ່ ແລະ ການພັດທະນາຂອງຂ້ອຍ,” ທ່ານ ຄຳລາ ດວງດີ. ນັກສຶກສາທີ່ໃດ້ຜ່ານການຝຶກງານ

 

ໃນອະນາຄົດ, UNFPA, ກະຊວງສຶກສາທິການ ແລະ ກິລາ, ແລະ Crowne Plaza ແລະ Holiday Inn & Suites ວາງແຜນທີ່ຈະຂະຫຍາຍໂຄງການນີ້, ເຮັດໃຫ້ໄວໜຸ່ມເຂົ້າເຖິງການຝຶກງານຫຼາຍຂື້ນ, ໂດຍສະເພາະໄວໜຸ່ມດ້ອຍໂອກາດ ແລະ ເຂດຊົນນະບົດ ໂດຍມີການເຊື່ອມສານທັກສະຊີວິດ, ການສຶກສາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ລວມທັງ ຄວາມສະເໝີພາບທາງເພດເຂົ້າໃນໂຄງການວິຊາຊີບ. ການຢ້ຽມຢາມ ຄັ້ງນີ້ໄດ້ຢືນ ຢັນຄຳໝາຍໝັ້ນຂອງຄູ່ຮ່ວມງານທັງໝົດແນໃສ່ຮັບປະກັນວ່າບໍ່ມີເຍົາວະຊົນຄົນໃດ ຖືກປະໄວ້ຂ້າງຫລັງ ບົນເສັ້ນທາງແຫ່ງການພັດທະນາສຳລັບໜົດທຸກຄົນ ແລະ ຍືນຍົງຂອງ ສປປ ລາວ.