ແຂວງບໍ່ແກ້ວ, ສປປ ລາວ - ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າ ໂດຍ ສູນກາງສະຫະພັນແມ່ຍິງລາວ, ອົງການ UNFPA ແລະ ລັດຖະບານ ອົດສະຕຣາລີ ໃນວັນທີ 20 ກຸມພາ ໄດ້ລົງຢຽ້ມຍາມ ແຂວງບໍ່ແກ້ວ ເພື່ອກວດກາຄວາມຄືບໜ້າ ການດຳເນີນງານ ຂອງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍທີ່ມີໜ້າທີ່ໃຫ້ການຊ່ວຍເຫຼືອ ຜູ້ລອດຊິວິດຈາກຄວາມຮຸນແຮງ ບົນພື້ນຖານ ທາງເພດ ໃນ ສປປ ລາວ. ການຢຽ້ມຢາມຄັ້ງນີ້ ເປັນການຢືນຢັນຄືນການເປັນຄູ່ຮວມມື ລະຫວ່າງ ສູນກາງສະຫະພັນແມ່ຍິງລາວ, ອົງການ UNFPA ແລະ ອົດສະຕຮາລີໃນ ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ກໍ່ຄືເສີມຂະຫຍາຍກົນໄກ ຕອບໂຕ້ຄວາມ ຮຸນແຮງບົນພື້ນຖານທາງເພດ.
ໃນລະຫວ່າງ ການຢຽ້ມຢາມ, ປະທານ ສູນກາງສະຫະພັນແມ່ຍິງລາວ, ຜູ້ຕາງໜ້າ ອົງການ UNFPA, ຮອງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ໄດ້ພົບປະສົນທະນາກັບພະນັກງານຂອງສູນ ແລະ ຜູ້ໃຫ້ບໍລິການ, ເປັນສັກຂີພະຍານ ຜົນສຳເລັດຂອງການດຳເນີນງານພາຍໃນສູນ ໃນນັ້ນລວມມີ ການສະໜອງທີ່ຢູ່ອາໄສທີ່ປອດໄຟ, ການຮັກສາສຸຂະພາບ, ໃຫ້ຄຳປຶກສາທາງດ້ານຈິດໃຈ, ການຊ່ວຍເຫຼືອທາງດ້ານກົດໝາຍ, ການຝືກອົບຮົບວີຊາຊີບແນໃສ່ໃຫ້ຜູ້ລອດຊິວິດ ສ້າງຊີວິດຄືນໃໝ່. ຜູ້ເຄາະຮ້າຍຈາກຄວາມຮຸນແຮງບົດພື້ນຖານທາງເພດຍັງໄດ້ບອກເລົ່າປະສົບການຊີວິດ, ຊີ້ໃຫ້ເຫັນວ່າສູນ ແຫ່ງນີ້ໄດ້ສ້າງຄວາມເຂັ້ມແຂງໃຫ້ພວກເຂົາ, ເຮັດໃຫ້ເຂົາເຈົ້າມີຄວາມໝັ້ນໃຈ, ເປັນເຈົ້າຕົນເອງ ແລະ ມີກຽດສັກສີ.
ການຮ່ວມມືລະຫວ່າງ ສູນກາງສະຫະພັນແມ່ຍິງລາວ, UNFPA ແລະ ອົດສະຕຮາລີ ໄດ້ກາຍເປັນກົນໄກໃນການສ້າງຄວາມ ເຂັ້ມແຂງໃຫ້ການປະສານງານຕອບໂຕຄວາມຮຸນແຮງບົນພື້ນຖານທາງເພດ, ຮັບປະກັນໃຫ້ຜູ້ລອດຊິວິດໄດ້ຮັບການ ຊ່ວຍເຫຼືອຮອບດ້ານ ໂດຍຜ່ານການສ້າງຄວາມເຂັ້ມແຂງຄວາມອາສາມາດໃຫ້ກັບສູນ, ສ້າງກົນໄກປະສານງານ ແລະ ລະບົບເສັ້ນທາງການສົ່ງຕໍ່ການຊ່ວຍເຫຼືອຜູ້ເຄາະຮ້າຍ. ການຮ່ວມມື ຍັງແນໃສ່ ສ້າງມາດຕະການປ້ອງກັນ ໂດຍການສົ່ງເສີມ ການມີສ່ວນຮ່ວມຂອງເພດຊາຍ, ສະມາຊິກຊຸມຊົນ ເຂົ້າໃນວຽກງານ ຕໍ່ຕ້ານຄ່ານິຍົມ ແລະ ການປະພຶດທີ່ເປັນອັນຕະລາຍ.
ຄະນະຜູ້ແທນທີ່ລົງເຄື່ອນໄຫວຢູ່ແຂວງ ບໍ່ແກ້ວ ຍັງໄດ້ປຶກສາຫາລື ກ່ຽວກັບການສືບຕໍ່ເປັນຄູ່ຮ່ວມ ແລະ ການຮ່ວມມືໃນ 4 ປີ ຂ້າງໜ້າໃນຫຼາຍຂົງເຂດລວມໄປເຖິງການຂະຫຍາຍຕາໜ່າງບໍລິການໃຫ້ຜູ້ປະສົບເຄາະຮ້າຍ, ການເສີມຂະຫຍາຍການປະສານ ງານຂອງຫຼາຍພາກສ່ວນ ແລະ ສົ່ງເສີມການມີສ່ວນຮ່ວມຂອງເພດຊາຍໃນວຽກງານຕ້ານຄວາມຮຸນແຮງທາງເພດ. ນອກຈາກນີ້ ຄະນະຜູເແທນ ຍັງພາກັນຄົ້ນຄວ້າ ໃຫ້ການຊ່ວຍເຫຼືອວຽກງານສຳຫຼວດລະດັບຊາດກຽ່ວກັບ ຄວາມຮຸນແຮງຕໍ່ແມ່ຍິງຄັ້ງທີ 2. ການສຳຫຼວດຄັ້ງທໍາອິດ ແມ່ນຈັດຂຶ້ນໃນປິ 2014. ການສຳຫຼວດຄັ້ງໃໝ່ຈະເປັນບ່ອນອີງໃຫ້ມີການກຳນົດມາດຕະການ ຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ໃນອະນາຄົດ.
ການຮັບປະກັນ ຄວາມປອດໄພ ແລະ ຊີວີດການເປັນຢູ່ຂອງ ແມ່ຍິງ ແລະ ເດັກຍິງ ບໍ່ພຽງແຕ່ເປັນວຽກບູລິມະສິດ ແຕ່ຍັງເປັນ ຄວາມຮັບຜິດຊອບ. ອົດສະຕຮາລີ ພາກພູມໃຈທີ່ໄດ້ໃຫ້ການຊ່ວຍເຫຼຶອຕໍ່ຄວາມພະຍາຍາມຂອງ ສປປ ລາວ ໃນການສ້າງຄວາມເຂັ້ມແຂງຕໍ່ວຽກງານປ້ອງກັນຄວາມຮຸນແຮງບົນພຶ້ນຖານທາງເພດ, ຮັບປະກັນໃຫ້ຜູ້ລອດ ຊີວິດທຸກຄົນສາມາດ ເຂົ້າເຖິງການປົກປ້ອງ ກໍ່ຄືການບໍລິການທີ່ຈຳເປັນ,” ກ່າວໂດຍ ທ່ານນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ.
ແຂວງ ບໍ່ແກ້ວ ຕັ້ັງຢູ່ຈຸດຍຸດທະສາດ, ຄຽງຄູ່ກັນນີ້ ໂອກາດທາງເສດຖະກິດ ເປັນສິ່ງດຶງດູດໃຫ້ນັກທ່ອງທ່ຽວ ເດີນທາງເຂົ້າມາ ຢ້ຽມຢາມ ແລະ ດຳເນີນທຸລະກິດ. ໃນທາງກັບກັນ, ໂອກາດເຫຼົ່ານີ້ໄດ້ ເຮັດໃຫ້ ແມ່ຍິງທັງພາຍໃນ ແລະ ຕ່າງປະເທດ ຕົກຢູ່ໃນ ຄວາມສ່ຽງໃນການປະເຊີນກັບຄວາມຮຸນແຮງ, ເປັນເຍື່ອຂອງການຄ້າມະນຸດ, ການຄຸກຄາມທາງເພດ ແລະ ຄວາມຮຸນແຮງບົນ ພື້ນຖານທາງເພດ ແລະ ການຖືກກົດຂີ່ຂູດຮີດ.
ການປົກປ້ອງ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງ ເປັນໝາກຫົວໃຈສໍາຄັນຂອງການພັດທະນາ ສປປ ລາວ. ສູນປົກປ້ອງ ເປັນຫຼາຍກວ່າສະຖານທີ່ປອດໄພ ມັນເປັນສັນຍາລັກແຫ່ງຄວາມຫວັງ, ຄວາມທົນທານ ແລະ ຄຳໝາຍໝັ້ນ ຮ່ວມກັນຂອງລັດຖະບານ ແລະ ຄູ່ຮ່ວມງານໃນການຄໍ້າປະກັນໃຫ້ແມ່ຍິງ ແລະ ເດັກຍິງ ປອດໄພຈາກຄວາມຮຸນແຮງ. ຂະນະທີ່ພວກເຮົາເຮັດວຽກມຸ່ງໜ້າໃສ່ເປົ້າໝາຍເຮັດໃຫ້ຄວາມຮຸນແຮງເປັນສູນໃນປີ 2030, ພວກເຮົາ ມີຄວາມມຸ່ງມາດປາດຖະນາ ໃນການສ້າງສູນປົກປ້ອງໃນທຸກໆແຂວງ. ໂດຍປະສົມປະສານກັບການກຳນົດມາດຕະຖານຂັ້ນຕອນດຳເນີນງານ ກ່ຽວກັບຂັ້ນຕອນດຳເນີນງານ ທີ່ແນ່ໃສ່ໃຫ້ມີການປະສານສົມທົບການໃຫ້ບໍລິການດ້ານສຸຂະພາບ, ສັງຄົມ ແລະ ຍຸດຕິທຳໄປພ້ອມກັນ, ການສ້າງຄວາມເຂັ້ມແຂງໃຫ້ວຽກງານປ້ອງກັນ, ພວກເຮົາໄດ້ສ້າງການຕອບໂຕ້ແບບຮອບດ້ານ ຕໍ່ຄວາມຮຸນ ແຮງບົນພື້ນຖານທາງເພດ, ໜຶ່ງໃນນັ້ນແມ່ນຮັບປະກັນໃຫ້ຜູ້ລອດຊີວິດໄດ້ຮັບການປົກປ້ອງ, ດູແລສຸຂະພາບ ແລະ ຄວາມ ຍຸດຕິທຳທີ່ພວກເຂົາສົມຄວນໄດ້ຮັບ ຂະນະທີ່ພວກເຮົາພວມເຮັດວຽກ ປ້ອງກັນຄວາມ ຮຸນແຮງ ຕັ້ງແຕ່ຕົ້ນ." ກ່າວ ພະນະທ່ານ ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ປະທານສະຫະພັນແມ່ຍິງລາວ.
ໂດຍໄດ້ຮັບ ການສະໜັບສະໜູນຈາກ ກະຊວງການຕ່າງປະເທດ ອົດສະຕຮາລີ, ການສ້າງຄວາມເຂັ້ມແຂງຂອງວຽກງານປ້ອງກັນ ແລະ ຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ ໄດ້ມີບາດກ້າວໃໝ່ບໍ່ພຽງແຕ່ໃນ ແຂວງ ບໍ່ແກ້ວ ແຕ່ຍັງ ໃນຫຼາຍແຂວງ ທົ່ວປະເທດ. ການເປັນຄູ່ຮ່ວມ ເຮັດໃຫ້ພວກເຮົາສາມາດ ຂະຫຍາຍສູນປົກປ້ອງ ແລະໃຫ້ຄຳປຶກສາ, ແນ່ໃສ່ສະໜອງທີ່ຢູ່ທີ່ປອດໄພ, ການຊ່ວຍເຫຼືອດ້ານຈິດໃຈ ແລະ ຝືກອົບຮົມວິຊາຊີບ ໃຫ້ຜູ້ລອດຊີວິດ. ມາດຕະຖານຂັ້ນຕອນດຳເນີນງານໄດ້ຖືກຮັບຮອງ ແລະ ຈັດຕັ້ງປະຕິບັດ ເພື່ອປັບປຸງການປະສານງານ ຂອງຂະແໜງ ການສາທາ, ສັງຄົມ ແລະ ຍຸດຕິທຳ ຮັບປະກັນໃຫ້ມີການນຳ ໃຊ້ວິທີການຈັດຕັ້ງປະຕິບັດທີ່ຖືເອົົາຜູ້ລອດຊີວິດເປັນໃຈກາງ. ຄວາມພະຍາຍາມໃນການສ້າງຄວາມອາດສາມາດເຮັດໃຫ້ ຜູ້ສະໜອງບໍລິການມິຄວາມສາມາດສະໜອງຮັກສາສຸຂະພາບທີ່ມີຄຸນະພາບ, ມີການໂຄສະນາທີ່ດຶງດູດ ແລະ ສາມາດຈູງໃຈໃຫ້ຊຸມຊົນປະກອບສ່ວນເຂົ້າໃນການປ້ອງກັນຄວາຮຸນແຮງບົນພື້ນຖານທາງເພດກ່ອນເຫດການຈະເກີດຂື້ນ. ສິ່ງສຳຄັນ ອົດສະຕຮາລີ ໄດ້ຊ່ວຍສ້າງ ຄວາມເຂັ້ມແຂວງລະບົບແຫ່ງຊາດ, ຮັບປະກັນໃຫ້ມີຄວາມຍືນຍົງຂອງ ການບໍລິການກຽ່ວ ກັບຄວາມຮຸນແຮງບົນພື້ນຖານທາງເພດ ເຊິ່ງມັນຊ່ວຍໃຫ້ ສປປ ລາວ ປະຕິບັດຄຳໝາຍໝັ້ນ ທີ່ຈະລົບລ້າງຄວາມຮຸນແຮງ ແລະ ສ້າງຄວາມເຂັ້ມແຂງໃຫ້ ແມ່ຍິງ ແລະ ເດັກຍິງ.
30 ປີ ກ່ອນໜ້ານີ້, ຢູ່ທີ່ ກອງປະຊຸມສາກົນ ກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD), ທັງໂລກໄດ້ໃຫ້ຄຳໝາຍໝັ້ນ ທີ່ຈະສົ່ງເສີມ ສິດທິ ແລະ ກຽດສັກສີຂອງທຸກຄົນ. ມື້ນີ້ ສູນແຫ່ງນີ້ ແລະ ອີກ 5 ບ່ອນໃນແຂວງຕ່າງໆ ທົ່ວປະເທດເປັນສັນຍາລັກ ຂອງຄຳໝາຍໝັ້ນເຫຼົ່ານັ້ນ, ເປັນບ່ອນປິ່ນປົວ, ຄວາມຫວັງ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ລອດຊີວິດ. ຢູ່ເບືຶ້ອງຫຼັງ ໂຕເລກສະຖິຕິ ແມ່ນ ແມ່ຍິງ, ເດັກຍິງ, ຄອບຄົວ ທີ່ສູ້ຊົນເຮັດໃຫ້ຊີວິດປາດສະຈາກ ຄວາມຢ້້ນກົວ, ພວກເຮົາຕ້ອງສືບຕໍ່ເຮັດວຽກຮ່ວມກັນ ເພື່ອທັບມ້າງວົງຈອນຂອງຄວາມຮຸນແຮງ, ສ້າງຄວາມເຂັ້ມແຂງໃຫ້ວຽກງານກວດກາ, ຮັບປະກັນໃຫ້ແມ່ຍິງທຸກຄົນ ແລະ ເດັກຍິງໃນ ສ ປປ ລາວສາມາດ ດຳລົງຊີວິດ ດ້ວຍຄວາມປອດໄພ, ມີກຽດສັກສີ ແລະ ໂອກາດທີ່ຈະມີຊິວິດດີຂື້ນໃນອະນາຄົດ." ກ່າວໂດຍ ດຣ. ບາກທິຢໍ ກາດີເຣິບ ຜູ້ຕ່າງໜ້າ ອົງການ UNFPA ປະຈຳ ສ ປປ ລາວ.
ການລົງຢຽ້ມຢາມ ແຂວງບໍ່ແກ້ວ ຂອງຄະນະຜູ້ແທນ ຊີ້ໃຫ້ເຫັນຄວາມສຳຄັນຂອງ ຄຳໝາຍໝັ້ນຮ່ວມກັນຂອງ ອົງການ UNFPA, ສູນກາງສະຫະພັນແມ່ຍິງລາວ, ປະເທດອົດສະຕຮາລີ ໃນການຄໍ້າປະກັນວາ: ແມ່ຍິງ ແລະ ເດັກຍິງຈະບໍ່ຖືກປ່ອຍປະ ໄວ້ຂ້າງຫຼັງ. ສືບຕໍ່ເດີນໄປຂ້າງໜ້າ, ສືບຕໍ່ການລົງທຶນ ແລະ ການຮ່ວມມື ແລະ ຮັບປະກັນໃຫ້ ສ ປປ ລາວ ສາມາດບັນລຸພັນທະຕໍ່ ກອງປະຊຸມສາກົນ ກອງປະຊຸມສາກົນ ກ່ຽວກັບປະຊາກອນ ແລະ ການພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.