You are here

-ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 13 ພຶດສະພາ 2021, ເພື່ອສືບຕໍ່ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການຕອບ ໂຕ້ພະຍາດໂຄວິດ 19, ອົງການ UNFPA ແລະ ສູນກາງຊາວໜຸ່ມ ລາວ (LYU) ໄດ້ໃຫ້ການບໍລິການ ໂທລະສັບສາຍດ່ວນ ເພື່ອໃຫ້ຄໍາປຶກ ສາກ່ຽວກັບສຸຂະພາບຈິດ ແລະ ສະພາບຈິດໃຈແກ່ໄວຈະເລີນພັນ ແລະ ຊາວໜຸ່ມ. ທັ້ງນີ້ກໍເພື່ອສົ່ງເສີມໃຫ້ຊາວໜຸ່ມຮ່ວມມືກັນໃນການ ຕອບໂຕ້ພະຍາດໂຄວິດ 19. ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA)  ປະຈໍາ ສປປ ລາວ ໄດ້ມອບອຸປະກອນໃຫ້ແກ່ສູນກາງຊາວໜຸ່ມລາວ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ 19 ໃນໄວໜຸ່ມ.

 

ອຸປະກອນເຫຼົ່ານີ້ຈະຊ່ວຍໃນການປ້ອງກັນພະນັກງານທີ່ເຮັດວຽກຢູ່ໃນ18ແຂວງ . ເຊິ່ງ ປະກອບມີ ຜ້າອັດປາກ 400 ກັບ, ນໍ້າຢາຂ້າເຊື່ອເພື່ອລ້າງມື 200 ຂວດ ແລະ ເຄື່ອງວັດແທກອຸນນະພູມຮ່າງການ 50 ເຄື່ອງ. ບັນດາອຸປະກອນນີ້ຈະຖືກແຈກຢາຍໃຫ້ແກ່ສູນຊາວໜຸ່ມແຕ່ລະແຫ່ງທີ່ຢູ່ແຂວງຕ່າງໆ ແລະ ເຂດຫ່າງໄກສອກຫຼີກ. ເຖິງແມ່ນວ່າ ທາງສູນກາງຊາວໜຸ່ມໄດ້ສືບຕໍ່ປະຕິບັດມາດຕະການປິດເມືອງຂອງລັດຖະບານຢ່າງເຄັ່ງຄັດ, ແຕ່ຈະມີບາງໜ້າວຽກສໍາຄັນທີ່ຮຽກຮ້ອງໃຫ້ພະນັກງານຂອງສູນກາງຊາວໜຸ່ມສືບຕໍ່ປະຕິບັດງານໃນນອກສະຖານທີ່

 

ທ່ານ ອາລຸນໄຊ ສູນນະລາດ,ເລຂາທິການສູນກາງຊາວໜຸ່ມລາວໄດ້ກ່າວວ່າ:“ພວກຂ້າພະເຈົ້າຂໍຂອບໃຈມາຍັງອົງການ UNFPA ຕໍ່ກັບການປະກອບສ່ວນນີ້ ເພື່ອສົ່ງເສີມໃຫ້ຊາວໜຸ່ມເປັນຈຸດສູນກາງໃນການຕອບໂຕ້ພະຍາດໂຄວິດ 19. ໜ້າວຽກຂອງພວກເຮົາ ຍັງຄົງສືບຕໍ່ທ່າມກາງການລະບາດຂອງພະຍາດດັ່ງກ່າວ. ການທີ່ມີອຸປະກອນປ້ອງກັນທີ່ພຽງພໍ ຈະຊ່ວຍປົກປ້ອງພະນັກງານແລະອາສາສະໝັກຂອງພວກເຮົາຈາກເຊື້ອໂລກນີ້ໄດ້ບັນດາອຸປະກອນຈະຊ່ວຍໃຫ້ພວກເຂົາມີຄວາມປອດໄພ ,ສາມາດສືບຕໍ່ໃຫ້ບໍລິການ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງໄວໜຸ່ມຢ່າງເຕັມທີ່”

 

ອົງການ UNFPA ແລະ ສູນກາງຊາວໜຸ່ມລາວ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ພາຍໃຕ້ໂຄງການ “ນາງນ້ອຍ” ເພື່ອເສີມສ້າງພະລັງໃຫ້ໄວຈະເລີນພັນ ແລະໄວໜຸ່ມ.ໜຶ່ງໃນການຮ່ວມມືນີ້ການວິເຄາະສະພາບການຮ່ວມມືຂອງໄວໜຸ່ມ ແມ່ນໄດ້ຖືກຈັດຕັ້ງ ແລະ ກໍເປັນຄັ້ງທໍາອິດທີ່ຍຸດທະສາດການພັດທະນາໄວຈະເລີນພັນ ແລະ ໄວໜຸ່ມແຫ່ງຊາດໄດ້ຖືກພັດທະນາຂຶ້ນ ເຊິ່ງໄດ້ສຸມໃສ່ການ ສຶກສາ, ສຸຂະພາບ, ການຈ້າງງານ, ການປ້ອງກັນ ແລະ ການເຂົ້າຮ່ວມຂອງຊາວໜູ່ມ. ການຮ່ວມມືນີ້ ຍັງປະກອບດ້ວຍການໂຄສະນາເຜີຍແຜ່ ແລະ ກິດຈະກຳສົ່ງເສີມຕ່າງໆທີ່ໂຮງຮຽນ, ຊຸມຊົນ, ສູນກັກຕົວ ແລະ ຍັງເປັນການໃຫ້ເວທີແກ່ຊາວໜຸ່ມ ໃນການລົງມື ປະຕິບັດຕໍ່ກັບບັນຫາທີ່ສ້າງຜົນກະທົບແກ່ພວກເຂົາແລະແບ່ງປັນມຸມມອງຂອງຕົນເອງກັບບັນດາຜູ້ສ້າງນະໂຍບາຍຕ່າງໆ. ໃນປີທີ່ຜ່ານມາ, ສູນກາງຊາວໜຸ່ມຮ່ວມກັບອົງການ UNFPA ແລະ ກະຊວງສາທາລະນະສຸກ ໄດ້ເປີດໂຕກິດຈະກຳໂຄສະນາເຜີຍແຜ່ ຜ່ານແອັບພລິເຄຊັນທາງມືຖື “ນ້ອຍຢາກຮູ້” ເພື່ອເປັນຊ່ອງທາງໃຫ້ຊາວໜຸ່ມໄດ້ເຂົ້າເຖິງຂໍ້ມຸນຂ່າວສານກ່ຽວກັບເພດສຶກສາ ແລະ ສຸຂະພາບຈະເລີນພັນ.

 

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າຂອງອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ: “ອົງການ UNFPA ຮ່ວມກັບສູນກາງຊາວໜຸ່ມ ສະໜັບສະໜູນໃຫ້ຊາວໜຸ່ມ ມີສ່ວນຮ່ວມໃຫ້ເປັນພົນລະເມືອງທີ່ມີຄວາມຫ້າວຫັນ, ໃຫ້ການຊ່ວຍເຫຼືອພະນັກງານ ແລະ ອາສາສະໝັກ ເພື່ອເຮັດໃຫ້ກິດຈະກຳການຕອບໂຕ້ພະຍາດໂຄວິດ 19 ມີຄວາມປອດໄພ ແລະ ຄວາມຮັບຜິດຊອບຮ່ວມກັນ” ທ່ານນາງ ມາຣຽມ ໄດ້ກ່າວຕື່ມອີກວ່າ: “ພວກເຮົາຈະສືບຕໍ່ເຮັດວຽກ ຮ່ວມກັບສຸນການຊາວໜຸ່ມ ເພື່ອຮັບປະກັນວ່າຊາວໜຸ່ມ ໄດ້ມີການດຳລົງຊີວິດຢ່າງປອດໄພແລະສືບຕໍ່ເຂົ້າເຖິງຂໍ້ມູນຂ່າວສານ,ການບໍລິການຕ່າງໆລວມເຖິງການສະໜັບສະໜູນທີ່ພວກເຂົາຕ້ອງການ.ພວກເຮົາຍັງຄົງສືບຕໍ່ປະຕິບັດງານຢ່າງໃກ້ສິດກັບສູນກາງຊາວໜຸ່ມເພື່ອແກ້ໄຂບັນຫາທີ່ກ່ຽວກັບໄວຈະເລີນພັນ ແລະ ໄວໜຸ່ມຢູ່ໃນ ສປປ ລາວ.”

 

ໄວຈະເລີນພັນ ແລະ ໄວໜຸ່ມ ທີ່ຕ້ອງການການສະໜັບສະໜູນ ແລະ ປຶກສາກ່ຽວກັບຄວາມຮຸນແຮງໃນຄອບຄົວ ຫຼື ການທໍາຮ້າຍ ຮ່າງກາຍ ສາມາດໂທຫາໄດ້ທີ່ເບີ: 1362

ຊາວໜຸ່ມຜູ້ທີ່ມີບັນຫາກ່ຽວກັບພາວະຊຶມເສົ້າ, ຄວາມກັງວົນ, ບັນຫາຊີວິດ, ບັນຫາຄວາມຮັກ ແລະ ສາຍສຳພັນຕ່າງໆ ສາມາດໂທ ຫາໄດ້ທີ່ 1554 ແລະ ສົ່ງຂໍ່ຄວາມຜ່ານທາງແວັດສ໌ແອັບທີ່ເບີ 97721042 - 55774438 – 23999629 ສຳລັບຂໍ້ມູນເພີ່ມເຕີມແລະການໃຫ້ຄຳປຶກສາ

 

ສອບຖາມຂໍ້ມູນ ແລະ ຄໍາແນະນໍາເພີ່ມເຕີມສໍາຫຼັບຊາວໜຸ່ມ ກ່ຽວກັບເພດ ແລະ ສຸຂະພາບຈະເລີນພັນ ທີ່ໂທລະສັບສາຍດ່ວນ 1361 ສໍາຫຼັບແມ່ຍິງ ແລະ 137 ສໍາຫຼັບຜູ້ຊາຍ.

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org