You are here

ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ ປີ 2020, ອົງການ UNFPAອົງ​ການ​ມະຫາວິທະຍາ​ໄລທີ່​​​ໃຊ້​ພາສາ​ຝັ່ຣງ AUF(Agence Universitaire de la Francophonie), ສະຖາບັນຄົ້ນຄ້ວາເພື່ອການພັດທະນາ (Institut de Recherche pour le Développement (IRD)), ອົງການ Expertise France, ບໍລິສັດ The Beasts On The Moon Theater ແລະ ບໍລິສັດເຕັ້ນຟັງລາວ ຈະເລີ່ມແຄມປັນການສະແດງສີລະປະເພື່ອປູກຈິດສໍານຶກທີ່ມີຊື່ວ່າ: ຮ່າງກາຍຂອງຂ້ອຍ, ຊີວິດຂອງຂ້ອຍ, ອະນາຄົດຂອງຂ້ອຍ”  ໂດຍການສະໜັບສະໜູນຈາກກອງທຶນຄານາດາເພື່ອການລິເລີ່ມໃນທ້ອງຖິ່ນ (Canada Fund for Local Initiatives).

 

ພາຍໃຕ້ຫົວຂໍ້: ສ້າງຄວາມເຂັ້ມແຂງໃຫ້ໄວຫນຸ່ມ ເພື່ອຄວາມສະເຫມີພາບ ແລະ ການພັດທະນາຮ່ວມກັນ, ກິດຈະກໍາການປູກຈິດສໍານຶກ, ການສະແດງລະຄອນ ແລະ ການເຕັ້ນ ຢູ່ກັບມັນ ຈະເພີ່ມທະວີຄວາມຮັບຮູ້ໃຫ້ບັນດານັກສຶກສາໃນຫຼາຍໆແຂວງ ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງຊາວໜຸ່ມ, ສະຖານະພາບຂອງໄວໜຸ່ມຍິງ ແລະ ການຕໍ່ສູ້ຕ້ານການດູຖູກ ແລະ ຈໍາແນກ. 

 

ໃນປີທີ່ຜ່ານມາ, ດຣ. ປັສການ ອອງກາ ເປີຕິເຕ ຈາກສະຖາບັນຄົ້ນຄ້ວາເພື່ອການພັດທະນາ (Institut de Recherche pour le Développement (IRD) ແລະ ທ່ານດຣ ວັນພະນອມ ສີຈະເລີນ ຈາກມະຫາວິທະຍາໄລວິທະຍາສາດສຸຂະພາບ ໄດ້ສະຫຼຸບຜົນການຄົ້ນຄ້ວາກ່ຽວກັບ «ການເຄື່ອນຍ້າຍແຮງງານຂ້າມແດນ, ການເຄື່ອນຍ້າຍ ແລະ ຄວາມສ່ຽງໃນການຕິດເຊື້ອ». ການຄົ້ນຄ້ວາ ໄດ້ເນັ້ນໃສ່ສະພາບສັງຄົມ ແລະ ຄວາມສ່ຽງໃນການຕິດເຊື້ອຂອງແຮງງານທີ່ເຄື່ອນຍ້າຍ. ພາຍຫຼັງການຄົ້ນຄ້ວາດັ່ງກ່າວ, ການສະແດງ ຢູ່ກັບມັນ ກໍໄດ້ຖືກພັດທະນາໃນຮູບແບບທີ່ສ້າງສັນ ແລະ ປະດິດຄິດແຕ່ງ ເພື່ອເຜີຍແຜ່ຜົນຂອງການສຶກສາ ແລະ ໃຫ້ເຂົ້າເຖິງປະຊາຊົນ. ການສະແດງດັ່ງກ່າວ ແມ່ນການປະສົມປະສານລະຫວ່າງການສະແດງລະຄອນ ແລະ ການເຕັ້ນຮ່ວມສະໄໝ, ເຊິ່ງສະແດງເປັນພາສາລາວ, ພາສາຝຣັ່ງ ແລະ ພາສາອັງກິດ. ການສະແດງດັ່ງກ່າວແມ່ນສ້າງຂຶ້ນໂດຍ ທ່ານ ຕຽນ ຄຳວົງສາ ແລະ ສະແດງໂດຍ Beasts on the moon ແລະ ບໍລິສັດເຕັ້ນຟັງລາວ. ຂໍຂອບໃຈມາຍັງ ກອງທຶນຄານາດາເພື່ອການລິເລີ່ມໃນທ້ອງຖິ່ນ (Canada Fund for Local Initiatives), ໂດຍທົວຂອງການສະແດງໃນຫຼາຍໆແຂວງໃນ ສປປ ລາວຈະເກີດຂຶ້ນໃນລະຫວ່າງເດືອນທັນວາ ປີ 2020 ແລະ ມັງກອນ ປີ 2021 ນີ້. 

 

ທ່ານ ອີລິກ ດີຮາໂລ, ຕົວແທນຈາກສະຖາບັນຄົ້ນຄ້ວາເພື່ອການພັດທະນາ (IRD) ປະຈໍາລາວໄດ້ເວົ້າວ່າ:ໃນການສ້າງການສະແດງໃນຄັ້ງນີ້, ພວກເຮົາໄດ້ຄົ້ນຄ້ວາກ່ຽວກັບຜົນການສຳພາດເຊິງຊົນເຜົ່າວິທະຍາ (ethnographic interviews) ທີ່ເກັບກໍາໂດຍ ສະມາຄົມ LaoPha (ຜູ້ທີ່ຕິດເຊື້ຶອ HIV) ມາເປັນສ່ວນໜຶ່ງຂອງການສຶກສາ. ຂໍ້ມູນຊີວະປະຫວັດເຫຼົ່ານີ້ ມີຄວາມກ່ຽວຂ້ອງພົວພັນເຖິງສະພາບການເປັນຢູ່, ຄວາມກຽດຊັງຂອງສັງຄົມ ແລະ ການໃຊ້ຄວາມຮຸນແຮງຈາກຄູ່ຮັກ, ການຂາຍບໍລິການທາງເພດ, ພ້ອມທັງເລື່ອງລາວຄວາມຮັກທີ່ເກີດຂຶ້ນ ແລະ ບໍ່ສົມຫວັງ

 

ທ່ານ Antoine Blomquist, ຜູ້ຕາງໜ້າອົງ​ການ​ມະຫາວິທະຍາ​ໄລທີ່​​​ໃຊ້​ພາສາ​ຝັ່ຣງ AUF ປະຈໍາລາວ ໄດ້ແຈ້ງໃຫ້ຮູ້ວ່າ ກຸ່ມນັກສະແດງ ແລະ ຜູ້ຊ່ຽວຊານຈະຈັດການສະແດງ ແລະ ການແລກປ່ຽນຄວາມຮູ້ກັບບັນດາຊາວໜຸ່ມໃນວັນທີ 04 ທັນວາ ທີ່ມະຫາວິທະຍາໄລແຫ່ງຊາດ, ວັນທີ 08 ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ, ວັນທີ 15 ທີ່ École Normale Supérieure ຫຼວງພະບາງ, ວັນທີ 12 ມັງກອນທີ່ມະຫາວິທະຍາໄລສະຫວັນນະເຂດ ແລະ  ວັນທີ 14ມັງກອນທີ່ École Normale Supérieure ປາກເຊ.

 

ອົງການ UNFPA ສະໜັບສະໜູນການລິເລີ່ມໃນຄັ້ງນີ້ ເພື່ອເປັນສ່ວນໜຶ່ງໃນການໂຄສະນາເຜີຍແຜ່ສິດທິຂອງໄວໜຸ່ມຍິງ ພາຍໃຕ້ແຜນງານນາງນ້ອຍ ໂດຍນໍາໃຊ້ຫຼັກການເພດສຶກສາແບບຄົບຖ້ວນ ເຊິ່ງກວມເອົາຫົວຂໍ້ຕ່າງໆກ່ຽວກັບ ສຸຂະພາບ, ການເລືອກທີ່ມີຂໍ້ມູນ ແລະ ເສລີ, ການເຄົາລົບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການບໍ່ຍອມຈໍານົນຕໍ່ການຈໍາແນກ ແລະ ຄວາມຮຸນແຮງ. 

 

ທ່ານນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: “ເມື່ອຊາວໜຸ່ມມີສ່ວນຮ່ວມ ແລະ ກ່ຽວພັນກັບການພັດທະນາວິທີທາງການແກ້ໄຂເພື່ອຊຸມຊົນຂອງພວກເຂົາ, ພວກເຂົາຈະສາມາດນຳໄປສູ່ເສັ້ນທາງໃນການບັນລຸວາລະການພັດທະນາແບບຍືນຍົງ 2030”, ເພິ່ນຍັງກ່າວເພີ່ມເຕີມອີກວ່າ: “ຊາວໜຸ່ມແຕ່ລະຄົນ, ຫາກພວກເຂົາໄດ້ຮັບການສຶກສາ ແລະ ການສ້າງຄວາມເຂັ້ມແຂງ, ພວກເຂົາຈະສາມາດຕັດສິນໃຈທາງເລືອກທີ່ດີດ້ວຍຕົວຂອງພວກເຂົາເອງໄດ້, ເພື່ອຮຽກຮ້ອງສິດທິຂອງຕົນເອງໄດ້ ແລະ ເພື່ອສະໜັບສະໜູນສິດທິຂອງແມ່ຍິງ ແລະ ເດັກຍິງທີ່ຢູ່ອ້ອມຂ້າງພວກເຂົາໄດ້, ເຊິ່ງນັ້ນເປັນການປະກອບສ່ວນເຂົ້າໃນການສ້າງອະນາຄົດທີ່ສະເໝີພາບຍິ່ງຂຶ້ນ”.

ແອັບພິເຄຊັ່ນ ນ້ອຍຢາກຮູ້, ສຸຂະພາບທາງຈິດ ແລະ ສາຍດ່ວນໃຫ້ຄໍາປຶກສາດ້ານສຸຂະພາບທາງຈິດ ກໍຈະຖືກເຜີຍແຜ່ພາຍໃນງານດັ່ງກ່າວ ເພື່ອຊຸກຍູ້ໃຫ້ຊາວໜຸ່ມນໍາໃຊ້ຊັບພະຍາກອນເຫຼົ່ານີ້ໃນການເຂົ້າເຖິງບັນດາຂໍ້ມູນຂ່າວສານ ແລະ ການບໍລິການ. 

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: 

 ທ່ານ ໂອລົດ ແສນອາສາ (UNFPA)

ຜູ້ປະສານງານ UNFPA Lao ໂຄງການ SRH 

Email: sene-asa@unfpa.org 

 

ທ່ານ ນາງ ເພັດມະນີ ວິຍາເດດ

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.