Go Back Go Back
Go Back Go Back

ສັນລະເສີນ ຜະດຸງຄັນ: ວິລະສະຕີ ດ້ານສຸຂະພາບຂອງແມ່

ສັນລະເສີນ ຜະດຸງຄັນ: ວິລະສະຕີ ດ້ານສຸຂະພາບຂອງແມ່

Statement

ສັນລະເສີນ ຜະດຸງຄັນ: ວິລະສະຕີ ດ້ານສຸຂະພາບຂອງແມ່

calendar_today 09 May 2025

ສັນລະເສີນ ຜະດຸງຄັນ: ວິລະສະຕີ ດ້ານສຸຂະພາບຂອງແມ່
ສັນລະເສີນ ຜະດຸງຄັນ: ວິລະສະຕີ ດ້ານສຸຂະພາບຂອງແມ່

ບົດກ່າວຄຳເຫັນ ຂອງ ພະນະທ່ານ ສາດສະດາຈານ ປອ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ດຣ. ບາກທິຢໍ ກາດີເຣິບ, ຜູ້ຕາງໜ້າ ອົງການ UNFPA.

ມື້ນີ້, ແມ່ນວັນຜະດຸງຄັນສາກົນ, ພວກເຮົາພ້ອມກັນສະແດງ ຄວາມຮູ້ບຸນຄຸນ, ນັບຖື ແລະ ເຄົາລົບຕໍ່ບົດບາດອັນຍິ່ງໃຫຍ່ຂອງຜະດຸງຄັນ ທີ່ກຳລັງປະເຊີນໜ້າກັບຄວມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງຯ ລວມທັງການປະກອບສ່ວນຂອງພວກເຂົາ ເຂົ້າໃນວຽກງານຫຼຸດຜ່ອນ ອັດຕາການຕາຍຂອງແມ່ ແລະ ເດັກອ້ອມເກີດ ທີ່ສາມາດປ້ອງກັນໄດ້, ລວມທັງ ຕອບສະໜອງຄວາມຕ້ອງການຂອງການຄຸມກຳເນີດ ທີ່ຍັງບໍ່ທັນໄດ້ຮັບການຕອບສະໜອງ ແລະ ຕອບສະໜອງຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງກ່ຽວກັບການ ເຂົ້າເຖິງການບໍລິການ ສຸຂະພາບຈະເລີນພັນ. 

ພວກເຮົາມາຮ່ວມກັນມື້ນີ້ ເພື່ອສະເຫຼີມສະຫຼອງ ການປະກອບສ່ວນອັນໃຫຍ່ຫຼວງ ຂອງບັນດາ ວິລະສະຕີ ໃນຊຸດສີບົວ ສອງມືອັນຊຳນານ ແລະ ຫົວໃຈທີ່ເມດຕາ ຂອງພວກເຂົາ ໄດ້ຊ່ວຍຊີວິດມາແລ້ວນັບບໍ່ຖ້ວນ ໃນໄລຍະຫ້າທົດ ສະວັດທີ່ຜ່ານມາ.

ເລື່ອງລາວຂອງຜະດຸງຄັນຜະດຸງຄັນໃນລາວ ແມ່ນເລື່ອງລາວແຫ່ງຄວາມອົດທົນ, ຄວາມຫວັງ, ແລະ ຄວາມກ້າວໜ້າ. ຕັ້ງແຕ່ຊຸມປີ 1960, ເມື່ອຜະດຸງຄັນ ຮຸ່ນບຸກເບີກເປັນຕົ້ນ ແມ່ນ ທ່ານ ນາງ ມນີໂສ ແລະ ທ່ານ ນາງ ສ້ອຍແກ້ວ ສີບຸນເຮືອງ ເຊິ່ງເປັນທີ່ຮູ້ຈັກກັນດີ ໃນນາມານດາຜູ້ທຳອິດ ແລະ ມານດາຜູ້ທີສອງ ຂອງຜະດຸງດັນ, ພວກເຂົາທັງສອງເປັນຜູ້ທີ່ວາງຮາກຖານໃຫ້ແກ່ວິຊາຊີບນີ້ ແລະ ນັບຕັ້ງແຕ່ນັ້ນມາ ຜະດຸງຄັນໄດ້ເຕີບໃຫຍ່ຂະຫຍາຍຕົວ ຈົນກາຍເປັນໜຶ່ງໃນເສົາຄ້ຳຂອງລະບົບ ສາທາລະນະສຸກ ແຫ່ງຊາດຂອງພວກເຮົາ.

Midwife Op-ed
ຜະດຸງຄັນ ສ້ອຍແກ້ວ

ຜະດຸງຄັນ ເປັນໝາກຫົວໃຈສຳຄັນຂອງວາລະສາກົນປີ 2030. ວຽກງານຂອງພວກເຂົາ ກຳລັງຊ່ວຍ ສົ່ງເສີມ ແລະ ປັບປຸງລະບົບສຸຂະພາບຂອງປະເທດລາວ ໃຫ້ຍັບເຂົ້າໃກ້ສອງເປົ້າ ໝາຍສາກົນ ທີ່ໄດ້ຖຶກກຳນົດໄວ້. ໃນນັ້ນມີເປົ້າໝາຍການພັດທະນາແບບຍືນຍົງ 3.1 ທີ່ຫມຸ່ງເນັ້ນໃສ່ ການຫຼຸດອັດຕາ ການຕາຍຂອງແມ່ໃຫ້ໄດ້ຕ່ຳກວ່າ 70 ຄົນຕໍ່ການເກີດ 100,000 ຄັ້ງ, ແລະ ເປົ້າໝາຍການພັດທະນາແບບຍືນຍົງ 3.2 ທີ່ຫມຸ່ງເນັ້ນໃສ່ ການຫຼຸດຜ່ອນອັດຕາການຕາຍ ຂອງເດັກເກີດໃໝ່ ແລະ ເດັກນ້ອຍທີ່ສາມາດປ້ອງກັນໄດ້. 

ການປະກອບສ່ວນອັນເສຍສະຫຼະຂອງຜະດຸງຄັນ ໃນການຊ່ວຍເບິ່ງແຍງສຸຂະພາບຂອງແມ່ຍິງ
ໃນສະຖານະການສຸກເສີນ ແລະ ການໃຫ້ຄຳປຶກສາດ້ານການວາງແຜນຄອບຄົວ ໄດ້ເຮັດໃຫ້ອັດ ຕາການຕາຍຂອງ ແມ່ຫຼຸດລົງຈາກ 609 ຄົນໃນປີ 2000 ມາເປັນ 112 ຄົນຕໍ່ການເກີດ 100,000 ຄັ້ງ (ອີງຕາມການປະເມີນຂອງອົງການສະຫະປະຊາຊາດໃນປີ 2025).

ຜົນສຳເລັດທີ່ກ່າວມາຂ້າງເທິງນັ້ນ ແມ່ນມາຈາກການປັບປຸງການຝຶກອົບຮົມຜະດຸງຄັນໃນປີ 2010. ນັບຕັ້ງແຕ່ນັ້ນມາ, ມີຜະດຸງຄັນຫຼາຍກວ່າ 3,000 ຄົນໄດ້ສຳເລັດການຝຶກອົບຮົມ. ມາຮອດປະຈຸບັນ, ມີຜະດຸງຄັນ 1,600 ຄົນ ໄດ້ຖືກສົ່ງໄປປະຈຳການໃນຂອບເຂດທົ່ວປະເທດ, ເຊິ່ງໄດ້ຂະຫຍາຍ ການດູແລຮັກສາທີ່ມີຄຸນນະພາບໄປເກືອບທຸກພື້ນທີ່ໃນທົ່ວປະເທດ. ເບື້ອງຫຼັງຄວາມປອດໄພຂອງແມ່, ເບື້ອງຫຼັງການຊ່ວຍຊີວິດເດັກເກີດໃໝ່ ແລະ ເບື້ອງຫລັງ ສຸຂະພາບທີ່ແຂງແຮງ ຂອງເດັກເກີດໃໝ່ ແຕ່ລະຄົນ, ແມ່ນຜະດຸງຄັນ ເຊິ່ງເປັນຜູ້ທີ່ບໍ່ພຽງແຕ່ໃຫ້ການດູ ແລເທົ່ານັ້ນ, ແຕ່ພວກເຂົາຍັງເປັນຄວາມ ຫວັງສຳລັບອະນາຄົດ ທີ່ສົດໃສອີກດ້ວຍ.

ບໍ່ຄວນມີແມ່ຍິງຄົນໃດ ທີ່ຈະຕ້ອງເກີດລູກດ້ວຍຄວາມຢ້ານກົວ ຫຼື ປາດສະຈາກການດູແລທີ່ ເໝາະສົມ. ຢູ່ແຂວງຜົ້ງສາລີ, ເດັກຍິງຄົນໜຶ່ງຊື່ ນາງ ໄພລິນ ໄດ້ເຫັນແມ່ຂອງລາວເອງໃຫ້ກຳເນີດນ້ອງຊາຍ ຢູ່ແຄມທາງ, ໂດຍບໍ່ມີການຊ່ວຍເຫຼືອທາງການແພດໃດໆ ເຮັດໃຫ້ ແມ່ ແລະ ເດັກນ້ອຍ ຕົກຢູ່ໃສະພາບການທີ່ເປັນອັນຕະລາຍ. ປະສົບການຄັ້ງນັ້ນໄດ້ສ້າງ ຄວາມຊົງຈຳທີ່ບໍ່ມີວັນລືມສຳລັບ ນາງ ໄພລິນ. ຫຼາຍປີຕໍ່ມາ, ນາງ ໄພລິນໄດ້ຕັດສິນໃຈ ຫັນໂຕເອງມາເປັນຜະດຸງຄັນ, ຫວັງວາ ແມ່ຍິງຄົນອື່ນໆໃນຊຸມຊົນຂອງລາວ ຈະບໍ່ຕ້ອງໄດ້ປະສົບກັບ ຄວາມຫຍຸ້ງຍາກຄືກັບທີ່ລາວພົບພໍ້. ເລື່ອງຂອງລາວ ກາຍເປັນຂໍ້ພິສູດອັນມີພະລັງທີ່ສະແດງໃຫ້ເຫັນເຖິງ ຜົນງານຂອງຜະດຸງຄັນ ໃນການຊ່ວຍກອບກູ້ຊີວິດ ແລະ ສ້າງແຮງບັນດານໃຈ ໃຫ້ຄົນຮຸ່ນໃໝ່ ກ້າວອອກມາຮັບໃຊ້ສັງຄົມ.

Midwife Phailine while she was a student at the health college.
ຜະດຸງຄັນ ໄພລິນ ໃນຊ່ວງເວລາທີ່ລາວເປັນນັກຮຽນຢູ່ວິທະຍາໄລສຸຂະພາບ.

ຂອບເຂດຂອງວຽກຜະດຸງຄັນນັ້ນ ກວ້າງອອກໄປຫຼາຍກວ່າການເກີດລູກ ແລະ ການດູແລ ຮັກສາສຸຂະພາບແມ່. ຫຼັກຖານສະແດງໃຫ້ເຫັນວ່າ ຜະດຸງຄັນສາມາດໃຫ້ບໍລິການ ທີ່ຈໍາເປັນດ້ານສຸຂະພາບທາງເພດ, ສຸຈະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ເຍົາວະຊົນໄວໜຸ່ມ (SRMNCAH) ທີ່ຈຳເປັນໄດ້ເຖິງ 90%. 

ໃນຖານະທີ່ເປັນຜູ້ຊ່ຽວຊານດ້ານສຸຂະພາບທີ່ໄດ້ຮັບຄວາມເຊື້ອໜັ້ນ ພວກເຂົາຊ່ວຍໃຫ້ບຸກຄົນອື່ນໆ ສາມາດບົ່ງບອກທາງເລື້ອກຂອງການຕັດສິນໃຈ ກ່ຽວກັບສຸຂພາບຈະເລີນພັນ ຜ່ານການສະໜອງການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) ຢ່າງຄົບຖ້ວນ, ລວມທັງການໃຫ້ຄຳປຶກສາ ແລະ ການດູແລ ດ້ານການວາງແຜນຄອບຄົວ (FP) ທີ່ສຳຄັນ.

ບົດບາດຂອງຜະດຸງຄັນ ມີຄວາມສຳຄັນຫຼາຍ  ໂດຍ ສະເພາະ ໃນຊ່ວງເວລາເກີດມີວິກິດການ. ໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19, ຜະດຸງຄັນ, ໜຶ່ງໃນນັ້ນ  ແມ່ນ ນາງ ລົດຈະນາ ນົນະສິດ ໄດ້ສືບຕໍ່ຮັບໃຊ້ຊຸມຊົນເຖິງວ່າ ຈະຕົກຢູ່ໃນຄວາມສ່ຽງຢ່າງໃຫຍ່ຫຼວງ ການສ້າງສາຄວາມສົມດຸນ ລະຫວ່າງຄວາມຮັບຜິດຊອບຕໍ່ຄອບຄົວ ແລະ ການປັບປຸງການບໍລິການເພື່ອຮັບປະກັນໃຫ້ແມ່ ຍິງຍັງສາມາດເກີດລູກໄດ້ ຢ່າງປອດໄພ ເຖິງແມ່ນວ່າຈະມີການຈຳກັດການເດີນທາງ ແລະມີຄວາມຢ້ານກົວກໍ່ຕາມ.


ການໂຕ້ຕອບສຸກເສີນ — ບໍ່ວ່າຈະເປັນໃນເວລາເກີດມີ ນໍ້າຖ້ວມ, ພະຍາດລະບາດ, ຫຼື ໄພທຳມະຊາດຕ່າງໆ ໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ມີຄຸນຄ່າທີ່ບໍ່ສາມາດທົດແທນໄດ້ຂອງຜະດຸງຄັນ. ຢູ່ຄລີນິກໃນເຂດຊົນນະບົດ ແລະ ທີ່ມີການແບ່ງກະເຂົ້າປະຈຳການ ໃນສູນພັກພິງຊົ່ວຄາວ, ຜະດຸງຄັນຍັງໄດ້ ໃຫ້ການດູແລ ເພື່ອຊ່ວຍກອບກູ້ຊີວິດ ໃນເມື່ອລະບົບສາທາລະນະສຸກມີຂໍ້ຈຳກັດ. ຄວາມສາມາດຂອງຜະດຸງຄັນ ໃນການປັບຕົວ ເພື່ອສະໜອງບໍລິການພາຍ ໃຕ້ຄວາມກົດດັນມີ ຄວາມສຳຄັນຫຼາຍ ຕໍ່ການປົກປ້ອງສິດທິຂອງແມ່ຍິງ ແລະ ເຮັດໃຫ້ແມ່ ຍິງມີຄວາມປອດໄພ, ເຖິງແມ່ນວ່າໃນຊ່ວງເວລາທີ່ຫຍຸ້ງຍາກທີ່ສຸດກໍຕາມ.

ອີກກ້າວໜຶ່ງທີ່ສຳຄັນໃນວຽກງານການຜະດຸງຄັນ ແມ່ນການຝຶກອົບຮົມ ຜະດຸງຄັນທີ່ເປັນຄົນຊົນເຜົ່າ: ຜົນສຳເລັດນີ້ເປັນບາດກ້າວແຫ່ງການ ປ່ຽນແປງທີ່ຊ່ວຍໃຫ້ ຊຸມຊົນທີ່ຫ່າງ ໄກສອກຫຼີກ ແລະ ດ້ອຍໂອກາດສາມາດເຂົ້າເຖິງການບໍລິການໄດ້. ຢູ່ໃນບ້ານທີ່ຫ່າງໄກຈາກ ຕົວເມືອງຫຼວງພະບາງ, ແມ່ຍິງໜຸ່ມຈາກກຸ່ມຊົນເຜົ່າຕ່າງໆ ເຊັ່ນ: ມົ້ງ, ກຳລັງປະຕິບັດໜ້າທີ່ ເປັນຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມ. ພວກເຂົາໃຫ້ບໍລິການເບິ່ງແຍງຮັກສາຊີວິດຂອງແມ່ຍິງດ້ວຍພາສາ ແລະ ປະຕິບັດຕາມຮີດຄອງປະເພນີອັນດີງາມ ຂອງເຜົ່າພວກເຂົາ. ອີກກ້າວໜຶ່ງທີ່ສຳຄັນໃນວຽກງານຜະດຸງຄັນ.

ນາງ ຕ່າຍ ສະໝອນ ແມ່ນໜຶ່ງໃນນາງພະຍາບານຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມ ແລະ ເປັນຜູ້ໜຶ່ງທີ່ໄດ້ຕັດສິນໃຈກັບຄືນສູ່ບ້ານເກີດເມືອງນອນຂອງຕົນ ເພື່ອໃຫ້ການຊ່ວຍເຫຼືອ ແລະ ດູແລແມ່ຍິງຖືພາ. ລາວເຮັດວຽກຢູ່ສຸກສາລາແຫ່ງໜຶ່ງໃນເຂດພູດອຍທີ່ຫ່າງໄກຈາກຕົວເມືອງ ແລະ ໄດ້ເລົ່າເຖິງວິທີທີ່ລາວເດີນທາງໄປຊ່ວຍດູແລແມ່ຍິງຖືພາ, ບາງຄັ້ງກໍຜ່ານພູຜາສູງຊັນ, ເພື່ອຮັບປະກັນວ່າແມ່ຍິງຖືພາຈະໄດ້ຮັບການດູແລກ່ອນເກີດ ແລະ ມີການເກີດລູກທີ່ປອດໄພ. ໃນສະພາບແວດລ້ອມທີ່ກ່າວມາຂ້າງເທິງນັ້ນ, ຜະດຸງຄັນເປັນ ຫຼາຍກວ່າຜູ້ໃຫ້ບໍລິການດ້ານສຸຂະພາບ; ພວກເຂົາເປັນສະມາຊິກທີ່ ໄດ້ຮັບຄວາມໄວ້ວາງໃຈຂອງ ຊຸມຊົນ ແລະ ເປັນຜູ້ເຊື່ອມຕໍ່ທີ່ສຳຄັນກັບລະບົບສຸຂະພາບທີ່ເປັນທາງການ.

ການຊ່ວຍເຫຼືອຂອງພວກເຂົາກຳລັງທຳລາຍສິ່ງກີດຂວາງທີ່ມີມາແຕ່ດົນນານຕໍ່ການເຂົ້າເຖິງການດູແລ ແລະ ຮັບປະກັນວ່າບໍ່ມີແມ່ຍິງຄົນໃດຖືກປະໄວ້ຂ້າງຫຼັງ ເນື່ອງຈາກເຫດຜົນທາງດ້ານ ພູມສັນຖານ, ພາສາ, ຫຼື ຄວາມແຕກຕ່າງທາງດ້ານວັດທະນະທຳ.

ປະເທດຊາດ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈທີ່​ໄດ້​ສະ​ເຫຼີມ​ສະ​ຫຼອງ​ອີກໜຶ່ງໃນ​ຜົນ​ສໍາ​ເລັດ​ທີ​ເປັນ​ປະ​ຫວັດ​ສາດຂອງປະເທດຄື: ສປປ ລາວ ເປັນ​ປະ​ເທດ​ທໍາ​ອິດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ທີ່​ມີ 3 ສະ​ຖາ​ບັນ​ການ​ສຶກ​ສາ​ດ້ານ​ການ​ຜະ​ດຸງ​ຄັນ ທີ່​ໄດ້​ຮັບ​ການ​ຢັ້ງ​ຢືນ​ໃນ​ລະ​ດັບ​ສາກົນ ໂດຍ​ສະຫະພັນ ຜະດຸງຄັນ ສາກົນ (ICM). 

ການ​ຮັບ​ຮອງ​ນີ້​ສະແດງ​ໃຫ້​ເຫັນ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ພວກ​ເຮົາ: ລັດ​ຖະ​ບານ, ຄູ່​ຮ່ວມ​ງານ ແລະ ຜະດຸງຄັນໃນ​ການ​ສ້າງ​ຄວາມ​ເປັນ​ມື​ອາ​ຊີບ ແລະ ​ຍົກ​ລະ​ດັບ​ການ​ສຶກ​ສາ ແລະ​ ການ​ປະ​ຕິ​ບັດ​ດ້ານ​ການ​ຜະ​ດຸງ​ຄັນ.

ເຖິງຢ່າງໃດກໍຕາມ, ວຽກງານຂອງພວກເຮົາຍັງບໍ່ທັນສິ້ນສຸດ. ສປປ ລາວ ຍັງສືບຕໍ່ປະເຊີນກັບ ສິ່ງທ້າທາຍ: ຈຳນວນ ຜະດຸງຄັນຍັງບໍ່ ສາມາດສະໜອງການບໍລິການ ໄດ້ທົ່ວເຖິງ, ຫຼາຍຄົນເຮັດວຽກໃນສະພາບແວດລ້ອມທີ່ ຊັບພະຍາກອນ, ແລະ ການລົງ ທຶນໃສ່ການຝຶກອົບຮົມ ທີ່ຈຳກັດ, ການພັດທະນາ, ແລະ ຄວາມກ້າວໜ້າທາງ ດ້ານອາຊີບຂອງ ພວກເຂົາຍັງຈະຕ້ອງສືບຕໍ່ປັບປຸງ. 

ໃນຂະນະທີ່ການປ່ຽນແປງທາງດ້ານປະຊາກອນ ແລະ ເປົ້າໝາຍການໃຫ້ສຸຂະພາບທົ່ວປວງຊົນ ຜັກດັນ ໃຫ້ຄວາມຕ້ອງການບໍລິການດ້ານຜະດຸງຄັນເພີ່ມຂຶ້ນ.

ພວກເຮົາຂໍຮຽກຮ້ອງມາຍັງພາກສ່ວນ ທີ່ກ່ຽວຂ້ອງໃຫ້ຊ່ວຍສົ່ງເສີມ ແລະ ເພີ່ມທະວີການລົງທຶນໃສ່ວຽກງານການຜະດຸງຄັນ. ກ່ອນອື່ນໜົດ ພວກເຮົາຕ້ອງ ຮັບຮູ້ວ່າ ຜະດຸງຄັນເປັນກຳລັງແຮງງານທີ່ສຳຄັນ ແລະ ຊ່ວຍຊີວິດປະຊາຊົນ — ໂດຍສະເພາະກໍລະນີສຸກເສີນ.

ຢູ່ ສປປ ລາວ, ການລົງທຶນພຽງ 3,000 ໂດລາສະຫະລັດ ກໍສາມາດຝຶກອົບຮົມຜະດຸງຄັນໄດ້ໜຶ່ງຄົນ, ເຊິ່ງການລົງທຶນຈຳນວນ ນີ້ອາດຈະໃຫ້ບໍລິການແກ່ ແມ່ຍິງໄວຈະເລີນພັນຫຼາຍກວ່າ 1,000 ຄົນ. 

ການສ້າງຄວາມເຂັ້ມແຂງໃຫ້ຜະດຸງຄັນ, ພວກເຮົາຊ່ວຍຊີວິດ, ປົກປ້ອງສັກສີ, ແລະ ຮັບປະກັນວ່າແມ່ຍິງທຸກຄົນຈະໄດ້ຮັບການດູແລໃນເວລາເກີດລູກ ດ້ວຍຄວາມປອດໄພ, ໄດ້ຮັບຄວາມເຫັນອົກເຫັນໃຈ, ແລະ ຄວາມເຄົາລົບ. 

ໃນໂອກາດວັນຜະດຸງຄັນສາກົນ ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈທີ່ ທ່ານເປັນຜູ້ໃຫ້ການສຶກສາ, ຜູ້ສົ່ງເສີມ, ຜູ້ຊ່ວຍຊີວິດ, ແລະ ເປັນຜູ້ປົກປ້ອງສິດທິຂອງແມ່ຍິງ. 

ໃນມື້ນີ້, ພວກເຮົາຂໍສະແດງຄວາມນັບຖືຕໍ່ ພວກທ່ານ, ພວກເຮົາສັນຍາວ່າຈະສືບຕໍ່ເດີນ ຄຽງຂ້າງທ່ານໃນເສັ້ນທາງສູ່ການສ້າງຄວາມປອດໄພສຳລັບແມ່ຍິງທຸກຄົນໃນການໃຫ້ກຳເນີດຊີວິດໃໝ່, ທຸກແຫ່ງຫົນ.