You are here

ເນື່ອງໃນໂອກາດວັນເດັກຍິງສາກົນ (IDGC) ຄົບຮອບ 10 ປີ, ເຊິ່ງກົງກັບ ວັນຄ້າຍວັນເກີດ ຄົບຮອບ 16 ປີ ຂອງ ນາງ ນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ອົງການ ສະຫະປະຊາຊາດກອງທຶນປະຊາກອນ  (UNFPA), ຮ່ວມກັບ ອົງການ ແພຣນ ສາກົນປະຈໍາ ສປປ ລາວ ແລະ ບັນດາຄູ່ຮ່ວມງານໄດ້ພາກັນສະເຫຼີມສະຫຼອງໃຫ້ເດັກຍິງທຸກໆຄົນໃນ ສປປ ລາວ  ຈັດຂຶ້ນໃນວັນທີ 26 ຕຸລາ 2022 ທີ່ ນະຄອນຫຼວງວຽງຈັນ, ຊຶ່ງມີຜູ້ຕາງໜ້າຈາກລັດຖະບານຄູ່ຮ່ວມພັດທະນາອົງການຈັດຕັ້ງສາກົນອົງການຈັດຕັ້ງສັງຄົມຈາກພາກເອກະຊົນ ພ້ອມດ້ວຍໄວໜຸ່ມ ໄດ້ເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງຄວາມຄືບໜ້າຜົນສຳເລັດທີ່ຕິດພັນກັບແຜນງານ ແລະ ລະບົບນິເວດ ນາງ ນ້ອຍ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ. ງານ​ສະ​ເຫຼີມ​ສະ​ຫຼອງ​ຄັ້ງ​ນີ້​ຍັງ​ໄດ້ຢໍ້າເຕືອນເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງຄູ່ຮ່ວມມືທຸກຝ່າຍ​ໃນ​ການ​ເປັນ​ພັນ​ທະ​ມິດ​ ແລະ ​ເປັນຕົວແບບ​​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ທາງ​ບົດບາດຍິງ-ຊາຍ ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ໄວໜຸ່ມ​ຍິງ.

ໃນພິທີ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ໄດ້ລົງທຶນໃນການໃຫ້ໂອກາດແກ່ໄວໜຸ່ມຍິງ ເພື່ອເປັນກຳລັງແຮງສໍາຄັນແກ່ການປ່ຽນແປງທີ່ດີຂຶ້ນເຊິ່ງບາງຕອນທ່ານໄດ້ກ່າວວ່າ:  "ການຈັດພິທີສະເຫຼີມສະຫຼອງໃນມື້ນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນຍິ່ງ ເນື່ອງຈາກເປັນວາລະຄົບຮອບ 03 ປີ   ຂອງການຈັດຕັ້ງປະຕິບັດກອບແຜນງານ ນາງ ນ້ອຍ ປີ 2030  ເພື່ອແກ້ໄຂສິ່ງທ້າທາຍຂອງເດັກຍິງລາວ ທີ່ປະເຊີນກັບບັນຫາເລື່ອງການເຂົ້າເຖິງການສຶກສາສຸຂະພາບຈະເລີນພັນເພດສຳພັນການຈ້າງງານ  ແລະ ຄວາມສະເໝີພາບຍິງ-ຊາຍ ລວມທັງໂອກາດໃນການມີສ່ວນຮ່ວມ ແລະ ການຕັດສິນໃຈໃນເລື່ອງຕ່າງໆ ໃນຊີວິດຂອງເຂົາເຈົ້າ. ການຈັດງານຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ໂດຍສະເພາະສູນກາງສະຫະພັນແມ່ຍິງລາວອົງການ UNFPA ແລະ ພາກສ່ວນຕ່າງໆ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຕົວຊີ້ວັດ ຂອງເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ ຕົວຊີ້ບອກ SDG2, SDG3, SDG4, SDG 5 ແລະ SDG8 ທີ່ເຊື່ອມໃສ່ຂອບວຽກນາງ ນ້ອຍ.”

ການລົງທຶນໃນເດັກຍິງແມ່ນການລົງທຶນໃນອະນາຄົດຮ່ວມກັນຂອງພວກເຮົາທຸກຄົນ. ຄໍາຂວັນ​ຂອງ​ວັນ​ເດັກ​ຍິງ​ສາ​ກົນ​ປີ​ນີ້​ແມ່ນ "ປັດຈຸບັນແມ່ນເວລາຂອງພວກເຮົາ– ສິດທິຂອງພວກເຮົາອະນາຄົດຂອງພວກເຮົາ" ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍຄວາມສໍາ​ຄັນ​ຂອງ​ການ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ໃຫ້​ເດັກ​ຍິງ​ມີ​ຄວາມ​ສຸກ ​ແລະ ສາມາດ​ໃຊ້​ສິດ​ຂອງ​ພວກເຂົາ​ ພ້ອມທັງ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ສ່ວນ ​ແລະ ຢ່າງ​ສະ​ເໝີ​ພາບໃນຊຸມ​ຊົນ ​ແລະ​ ສັງ​ຄົມ​.

ທ່ານ ນາງ ມາຣຽມ ເອ ຄານຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ “ໄວໜຸ່ມຍິງຈໍານວນຫຼາຍກວ່າ 600 ລ້ານຄົນໃນທົ່ວໂລກ ແລະ 700.000 ກວ່າຄົນໃນ ສປປ ລາວ ລ້ວນແຕ່ມີຄວາມຫວັງ ແລະ ຄວາມໄຟ່ຝັນທີ່ຢາກເຮັດໃຫ້ເກີດເປັນຈິງ. ການລົງທຶນຕໍ່ກັບສິດທິຂອງພວກເຂົາໃນຕອນນີ້ຈະສາມາດຖອດຖອນອຸປະສັກທີ່ມາປິດກັ້ນທ່າແຮງຂອງເດັກຍິງເຫຼົ່ານີ້ ເຊິ່ງກໍ່ຄື ຄວາມກ້າວໜ້າຂອງ ຊຸມຊົນ ແລະ ສັງຄົມ.” 

ການລະບາດຂອງພະຍາດໂຄວິດ-19 ໄດ້ເພີ່ມພາລະຕໍ່ໄວໜຸ່ມຍິງ ແລະ ກໍ່ໃຫ້ເກີດມີສິ່ງທ້າທາຍຕ່າງໆຕໍ່ການສຶກສາຕໍ່ຮ່າງກາຍ ແລະ ຈິດໃຈ ລວມໄປເຖິງການປົກປ້ອງພວກເຂົາຈາກຄວາມຮຸນແຮງ. "ໄວໜຸ່ມຍິງໄດ້ສະແດງໃຫ້ເຫັນແລ້ວວ່າຫາກພວກເຂົາໄດ້ຮັບໂອກາດ ແລະ ການພັດທະນາທັກສະພວກເຂົາສາມາດກາຍເປັນຜູ້ນໍາພາຊຸກຍູ້ ສ້າງຄວາມກ້າວໜ້າແກ່ຊຸມຊົນຂອງຕົນສາມາດຊ່ວຍໃຫ້ຕົນເອງແມ່ຍິງເດັກຊາຍ ແລະ ຜູ້ຊາຍ ໃນຊຸມຊົນສາມາດຟື້ນຟູຈາກຜົນກະທົບເຫຼົ່ານັ້ນ. ​ດັ່ງນັ້ນໃນ​ໄລຍະ​ການ​ຫັນປ່ຽນ​ດ້ານ​ປະຊາກອນ​ຂອງ ​ສປປ ລາວ ລວມໄປເຖິງ​ການ​ຟື້ນ​ຟູ​ເສດຖະກິດ​ຂອງຊາດ ​ການ​ລົງທຶນ​ຢ່າງ​ຮີບ​ດ່ວນ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອົງການຈັດຕັ້ງກ່ຽວຂ້ອງ ​ແລະ ຍົກລະດັບຄວາມ​ເປັນ​ຜູ້ນຳ​ຂອງ​ໄວ​ໜຸ່ມແມ່ນມີຄວາມສໍາຄັນທີ່ສຸດ,” ທ່ານ ນາງ ມາຣຽມ ກ່າວເສີມ.

ອີງຕາມບົດລາຍງານປະຈຳປີ 2022 ກ່ຽວກັບສະພາບການຂອງເດັກຍິງທົ່ວໂລກ ຂອງອົງການແພລນສາກົນທ່ານ ນາງ ແຄໂຣລ໌ ມໍເທັນຊັນຜູ້ອໍານວຍການ ອົງການແພລນສາກົນ ປະຈໍາ ສປປ ລາວ ໄດ້ກ່າວວ່າ “ໃນປະເທດລາວກໍຄືໃນທົ່ວໂລກພວກເຮົາບໍ່ສາມາດຈັດປະເພດໃຫ້ເດັກຍິງເປັນກຸ່ມດຽວກັນ ຫຼື ເປັນກຸ່ມໃດກຸ່ມໜຶ່ງໄດ້ຍ້ອນວ່າ ພວກເຂົາມີຄວາມຄິດເຫັນ ແລະ ປະສົບການທີ່ຫຼາກຫຼາຍພວກເຂົາມີຄວາມແຕກຕ່າງກັນທາງດ້ານຕັ້ງພູມລໍາເນົາຊົນເຜົ່າສາສະໜາລັກສະນະທາງເພດ ແລະ ລົດນິຍົມທາງເພດ ແລະ ປັດໄຈທີ່ຕິດພັນອື່ນໆ.

ຈຸດປະສົງຫຼັກຂອງການຄົ້ນຄວ້ານີ້ແມ່ນເພື່ອສຶກສາ ແລະ ທໍາຄວາມເຂົ້າໃຈກ່ຽວກັບທັດສະນະຄະຕິ ແລະ ປະສົບການຂອງເດັກຍິງ ແລະ ໄວໜຸ່ມຍິງຕໍ່ກັບການມີສ່ວນຮ່ວມທາງດ້ານການເມືອງດ້ານພົນລະເມືອງ ແລະ ດ້ານສະຖາບັນຕ່າງໆ ຜ່ານການສຶກສາຄົ້ນຄວ້າທີ່ອີງໃສ່ເດັກຍິງທີ່ມີຄວາມແຕກຕ່າງກັນທາງດ້ານພື້ນຖານຕ່າງໆໃນນັ້ນພວກເຮົາຍັງໄດ້ເບິ່ງວ່າ ຈຸດໃດທີ່ພວກເຂົາແຕກຕ່າງກັນ ແລະ ແລະ ຈຸດໃດທີ່ພວກເຂົາມີຄວາມຄ້າຍຄືກັນ.”

ໃນ​ຕອນ​ບ່າຍ​ຂອງພິທີສະເຫຼີມສະຫຼອງດັ່ງກ່າວ ໄດ້​ມີ​ການຈັດວາລະ​ສົນທະນາຂອງໄວໜຸ່ມ​ໃຫ້ຄວາມຮູ້ຂໍ້ມູນ ​ແລະ ການ​ສະ​ແດງ​ວັດທະນະທຳ ​ເພື່ອ​​ຍົກ​ໃຫ້​ເຫັນ​ບັນດາ​ບັນຫາຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຄວາມ​ສ້າງສັນ​ຂອງໄວໜຸ່ມຍຸກໃໝ່

ນາງ ສຸວັນນາ ອາຍຸ 17 ປີ ຈາກ ແຂວງບໍ່ແກ້ວຫົວໜ້າທີມທີ່ຊະນະເລີດໃນກິດຈະກໍາການໂຕ້ວາທີຂອງ ວັນເດັກຍິງສາກົນ ໄດ້ສະແດງຄວາມຄິດເຫັນວ່າ: “ງານສະຫຼີມສະຫຼອງວັນເດັກຍິງສາກົນ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຕໍ່ໄວໜຸ່ມຍິງ. ປີນີ້ເປັນປີພິເສດສຳລັບໝູ່ເພື່ອນ ແລະ ຂ້າພະເຈົ້າເອງ ເພາະພວກເຮົາສາມາດສະແດງຄວາມຄິດເຫັນກ່ຽວກັບສິດທິ ແລະ ຮ່າງກາຍຂອງພວກເຮົາຜ່ານການແຂ່ງຂັນໂຕ້ວາທີ ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ງານດັ່ງກ່າວ ເປັນໂອກາດທີ່ພິເສດສຸດທີ່ຜູ້ຄົນໄດ້ມາຮັບຟັງສຽງຂອງພວກເຮົາ.”