Go Back Go Back
Go Back Go Back
Go Back Go Back

ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ນາງ ນ້ອຍ ຄົບຮອບ16 ປີ ພາຍໃຕ້ຄໍາຂວັນ "ປັດຈຸບັນແມ່ນເວລາຂອງພວກເຮົາ– ສິດທິຂອງພວກເຮົາ, ອະນາຄົດຂອງພວກເຮົາ"

ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ນາງ ນ້ອຍ ຄົບຮອບ16 ປີ ພາຍໃຕ້ຄໍາຂວັນ "ປັດຈຸບັນແມ່ນເວລາຂອງພວກເຮົາ– ສິດທິຂອງພວກເຮົາ, ອະນາຄົດຂອງພວກເຮົາ"

Press Release

ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ນາງ ນ້ອຍ ຄົບຮອບ16 ປີ ພາຍໃຕ້ຄໍາຂວັນ "ປັດຈຸບັນແມ່ນເວລາຂອງພວກເຮົາ– ສິດທິຂອງພວກເຮົາ, ອະນາຄົດຂອງພວກເຮົາ"

calendar_today 26 October 2022

ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ນາງ ນ້ອຍ ຄົບຮອບ16 ປີ
ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ນາງ ນ້ອຍ ຄົບຮອບ16 ປີ ພາຍໃຕ້ຄໍາຂວັນ "ປັດຈຸບັນແມ່ນເວລາຂອງພວກເຮົາ– ສິດທິຂອງພວກເຮົາ, ອະນາຄົດຂອງພວກເຮົາ"

ເນື່ອງໃນໂອກາດວັນເດັກຍິງສາກົນ (IDGC) ຄົບຮອບ 10 ປີ, ເຊິ່ງກົງກັບ ວັນຄ້າຍວັນເກີດ ຄົບຮອບ 16 ປີ ຂອງ ນາງ ນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ອົງການ ສະຫະປະຊາຊາດກອງທຶນປະຊາກອນ  (UNFPA), ຮ່ວມກັບ ອົງການ ແພຣນ ສາກົນປະຈໍາ ສປປ ລາວ ແລະ ບັນດາຄູ່ຮ່ວມງານໄດ້ພາກັນສະເຫຼີມສະຫຼອງໃຫ້ເດັກຍິງທຸກໆຄົນໃນ ສປປ ລາວ  ຈັດຂຶ້ນໃນວັນທີ 26 ຕຸລາ 2022 ທີ່ ນະຄອນຫຼວງວຽງຈັນ,
ຊຶ່ງມີຜູ້ຕາງໜ້າຈາກລັດຖະບານຄູ່ຮ່ວມພັດທະນາອົງການຈັດຕັ້ງສາກົນອົງການຈັດຕັ້ງສັງຄົມຈາກພາກເອກະຊົນ ພ້ອມດ້ວຍໄວໜຸ່ມ ໄດ້ເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງຄວາມຄືບໜ້າຜົນສຳເລັດທີ່ຕິດພັນກັບແຜນງານ ແລະ ລະບົບນິເວດ ນາງ ນ້ອຍ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ. ງານ​ສະ​ເຫຼີມ​ສະ​ຫຼອງ​ຄັ້ງ​ນີ້​ຍັງ​ໄດ້ຢໍ້າເຕືອນເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງຄູ່ຮ່ວມມືທຸກຝ່າຍ​ໃນ​ການ​ເປັນ​ພັນ​ທະ​ມິດ​ ແລະ ​ເປັນຕົວແບບ​​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ທາງ​ບົດບາດຍິງ-ຊາຍ ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ໄວໜຸ່ມ​ຍິງ.

ໃນພິທີ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ໄດ້ລົງທຶນໃນການໃຫ້ໂອກາດແກ່ໄວໜຸ່ມຍິງ ເພື່ອເປັນກຳລັງແຮງສໍາຄັນແກ່ການປ່ຽນແປງທີ່ດີຂຶ້ນເຊິ່ງບາງຕອນທ່ານໄດ້ກ່າວວ່າ:  "ການຈັດພິທີສະເຫຼີມສະຫຼອງໃນມື້ນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນຍິ່ງ ເນື່ອງຈາກເປັນວາລະຄົບຮອບ 03 ປີ   ຂອງການຈັດຕັ້ງປະຕິບັດກອບແຜນງານ ນາງ ນ້ອຍ ປີ 2030  ເພື່ອແກ້ໄຂສິ່ງທ້າທາຍຂອງເດັກຍິງລາວ ທີ່ປະເຊີນກັບບັນຫາເລື່ອງການເຂົ້າເຖິງການສຶກສາສຸຂະພາບຈະເລີນພັນເພດສຳພັນການຈ້າງງານ  ແລະ ຄວາມສະເໝີພາບຍິງ-ຊາຍ ລວມທັງໂອກາດໃນການມີສ່ວນຮ່ວມ ແລະ ການຕັດສິນໃຈໃນເລື່ອງຕ່າງໆ ໃນຊີວິດຂອງເຂົາເຈົ້າ. ການຈັດງານຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ໂດຍສະເພາະສູນກາງສະຫະພັນແມ່ຍິງລາວອົງການ UNFPA ແລະ ພາກສ່ວນຕ່າງໆ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຕົວຊີ້ວັດ ຂອງເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ ຕົວຊີ້ບອກ SDG2, SDG3, SDG4, SDG 5 ແລະ SDG8 ທີ່ເຊື່ອມໃສ່ຂອບວຽກນາງ ນ້ອຍ.”


ການລົງທຶນໃນເດັກຍິງແມ່ນການລົງທຶນໃນອະນາຄົດຮ່ວມກັນຂອງພວກເຮົາທຸກຄົນ. ຄໍາຂວັນ​ຂອງ​ວັນ​ເດັກ​ຍິງ​ສາ​ກົນ​ປີ​ນີ້​ແມ່ນ "ປັດຈຸບັນແມ່ນເວລາຂອງພວກເຮົາ– ສິດທິຂອງພວກເຮົາອະນາຄົດຂອງພວກເຮົາ" ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍຄວາມສໍາ​ຄັນ​ຂອງ​ການ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ໃຫ້​ເດັກ​ຍິງ​ມີ​ຄວາມ​ສຸກ ​ແລະ ສາມາດ​ໃຊ້​ສິດ​ຂອງ​ພວກເຂົາ​ ພ້ອມທັງ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ສ່ວນ ​ແລະ ຢ່າງ​ສະ​ເໝີ​ພາບໃນຊຸມ​ຊົນ ​ແລະ​ ສັງ​ຄົມ​.

ທ່ານ ນາງ ມາຣຽມ ເອ ຄານຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ “ໄວໜຸ່ມຍິງຈໍານວນຫຼາຍກວ່າ 600 ລ້ານຄົນໃນທົ່ວໂລກ ແລະ 700.000 ກວ່າຄົນໃນ ສປປ ລາວ ລ້ວນແຕ່ມີຄວາມຫວັງ ແລະ ຄວາມໄຟ່ຝັນທີ່ຢາກເຮັດໃຫ້ເກີດເປັນຈິງ. ການລົງທຶນຕໍ່ກັບສິດທິຂອງພວກເຂົາໃນຕອນນີ້ຈະສາມາດຖອດຖອນອຸປະສັກທີ່ມາປິດກັ້ນທ່າແຮງຂອງເດັກຍິງເຫຼົ່ານີ້ ເຊິ່ງກໍ່ຄື ຄວາມກ້າວໜ້າຂອງ ຊຸມຊົນ ແລະ ສັງຄົມ.” 

ການລະບາດຂອງພະຍາດໂຄວິດ-19 ໄດ້ເພີ່ມພາລະຕໍ່ໄວໜຸ່ມຍິງ ແລະ ກໍ່ໃຫ້ເກີດມີສິ່ງທ້າທາຍຕ່າງໆຕໍ່ການສຶກສາຕໍ່ຮ່າງກາຍ ແລະ ຈິດໃຈ ລວມໄປເຖິງການປົກປ້ອງພວກເຂົາຈາກຄວາມຮຸນແຮງ. "ໄວໜຸ່ມຍິງໄດ້ສະແດງໃຫ້ເຫັນແລ້ວວ່າຫາກພວກເຂົາໄດ້ຮັບໂອກາດ ແລະ ການພັດທະນາທັກສະພວກເຂົາສາມາດກາຍເປັນຜູ້ນໍາພາຊຸກຍູ້ ສ້າງຄວາມກ້າວໜ້າແກ່ຊຸມຊົນຂອງຕົນສາມາດຊ່ວຍໃຫ້ຕົນເອງແມ່ຍິງເດັກຊາຍ ແລະ ຜູ້ຊາຍ ໃນຊຸມຊົນສາມາດຟື້ນຟູຈາກຜົນກະທົບເຫຼົ່ານັ້ນ. ​ດັ່ງນັ້ນໃນ​ໄລຍະ​ການ​ຫັນປ່ຽນ​ດ້ານ​ປະຊາກອນ​ຂອງ ​ສປປ ລາວ ລວມໄປເຖິງ​ການ​ຟື້ນ​ຟູ​ເສດຖະກິດ​ຂອງຊາດ ​ການ​ລົງທຶນ​ຢ່າງ​ຮີບ​ດ່ວນ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອົງການຈັດຕັ້ງກ່ຽວຂ້ອງ ​ແລະ ຍົກລະດັບຄວາມ​ເປັນ​ຜູ້ນຳ​ຂອງ​ໄວ​ໜຸ່ມແມ່ນມີຄວາມສໍາຄັນທີ່ສຸດ,” ທ່ານ ນາງ ມາຣຽມ ກ່າວເສີມ.

ອີງຕາມບົດລາຍງານປະຈຳປີ 2022 ກ່ຽວກັບສະພາບການຂອງເດັກຍິງທົ່ວໂລກ ຂອງອົງການແພລນສາກົນທ່ານ ນາງ ແຄໂຣລ໌ ມໍເທັນຊັນຜູ້ອໍານວຍການ ອົງການແພລນສາກົນ ປະຈໍາ ສປປ ລາວ ໄດ້ກ່າວວ່າ “ໃນປະເທດລາວກໍຄືໃນທົ່ວໂລກພວກເຮົາບໍ່ສາມາດຈັດປະເພດໃຫ້ເດັກຍິງເປັນກຸ່ມດຽວກັນ ຫຼື ເປັນກຸ່ມໃດກຸ່ມໜຶ່ງໄດ້ຍ້ອນວ່າ ພວກເຂົາມີຄວາມຄິດເຫັນ ແລະ ປະສົບການທີ່ຫຼາກຫຼາຍພວກເຂົາມີຄວາມແຕກຕ່າງກັນທາງດ້ານຕັ້ງພູມລໍາເນົາຊົນເຜົ່າສາສະໜາລັກສະນະທາງເພດ ແລະ ລົດນິຍົມທາງເພດ ແລະ ປັດໄຈທີ່ຕິດພັນອື່ນໆ.

ຈຸດປະສົງຫຼັກຂອງການຄົ້ນຄວ້ານີ້ແມ່ນເພື່ອສຶກສາ ແລະ ທໍາຄວາມເຂົ້າໃຈກ່ຽວກັບທັດສະນະຄະຕິ ແລະ ປະສົບການຂອງເດັກຍິງ ແລະ ໄວໜຸ່ມຍິງຕໍ່ກັບການມີສ່ວນຮ່ວມທາງດ້ານການເມືອງດ້ານພົນລະເມືອງ ແລະ ດ້ານສະຖາບັນຕ່າງໆ ຜ່ານການສຶກສາຄົ້ນຄວ້າທີ່ອີງໃສ່ເດັກຍິງທີ່ມີຄວາມແຕກຕ່າງກັນທາງດ້ານພື້ນຖານຕ່າງໆໃນນັ້ນພວກເຮົາຍັງໄດ້ເບິ່ງວ່າ ຈຸດໃດທີ່ພວກເຂົາແຕກຕ່າງກັນ ແລະ ແລະ ຈຸດໃດທີ່ພວກເຂົາມີຄວາມຄ້າຍຄືກັນ.”

ໃນ​ຕອນ​ບ່າຍ​ຂອງພິທີສະເຫຼີມສະຫຼອງດັ່ງກ່າວ ໄດ້​ມີ​ການຈັດວາລະ​ສົນທະນາຂອງໄວໜຸ່ມ​ໃຫ້ຄວາມຮູ້ຂໍ້ມູນ ​ແລະ ການ​ສະ​ແດງ​ວັດທະນະທຳ ​ເພື່ອ​​ຍົກ​ໃຫ້​ເຫັນ​ບັນດາ​ບັນຫາຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຄວາມ​ສ້າງສັນ​ຂອງໄວໜຸ່ມຍຸກໃໝ່

ນາງ ສຸວັນນາ ອາຍຸ 17 ປີ ຈາກ ແຂວງບໍ່ແກ້ວຫົວໜ້າທີມທີ່ຊະນະເລີດໃນກິດຈະກໍາການໂຕ້ວາທີຂອງ ວັນເດັກຍິງສາກົນ ໄດ້ສະແດງຄວາມຄິດເຫັນວ່າ: “ງານສະຫຼີມສະຫຼອງວັນເດັກຍິງສາກົນ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຕໍ່ໄວໜຸ່ມຍິງ. ປີນີ້ເປັນປີພິເສດສຳລັບໝູ່ເພື່ອນ ແລະ ຂ້າພະເຈົ້າເອງ ເພາະພວກເຮົາສາມາດສະແດງຄວາມຄິດເຫັນກ່ຽວກັບສິດທິ ແລະ ຮ່າງກາຍຂອງພວກເຮົາຜ່ານການແຂ່ງຂັນໂຕ້ວາທີ ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ງານດັ່ງກ່າວ ເປັນໂອກາດທີ່ພິເສດສຸດທີ່ຜູ້ຄົນໄດ້ມາຮັບຟັງສຽງຂອງພວກເຮົາ.”