You are here

ນະຄອນຫຼວງວຽງຈັນ, ວັນທີ 12-13 ສິງຫາ 2022. ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (LYU) ແລະ ຄູ່ຮ່ວມງານອື່ນໆ ເພື່ອສະເຫຼີມສະຫຼອງວັນໄວໜຸ່ມສາກົນ ພາຍໃຕ້ຫົວຂໍ້: “ຄວາມສາມັກຄີລະຫວ່າງຄົນທຸກຮຸ່ນ: ການສ້າງໂລກສຳລັບຄົນທຸກເພດໄວ”.

ຫົວຂໍ້ຂອງວັນໄວໜຸ່ມສາກົນໃນປີນີ້ໄດ້ເນັ້ນຢໍ້າ ແລະ ກະຈາຍຂໍ້ຄວາມທີ່ວ່າ: ພວກເຮົາຕ້ອງການ ການປະກອບສ່ວນຈາກຄົນທຸກຮຸ່ນເພື່ອບັນລຸເປົ້າຫມາຍການພັດທະນາແບບຍືນຍົງ (SDGs) ແລະ ເພື່ອພ້ອມກັນກ້າວໄປ. ມັນຈໍາເປັນທີ່ຕ້ອງເລັ່ງ​ການຈັດຕັ້ງປະຕິບັດ ເພື່ອເສີມ​ສ້າງຂີດ​ຄວາມ​ສາ​ມາດ​ຂອງ​ໄວ​ໜຸ່ມ​ໃນ​ການ​ຕັດ​ສິນ​ໃຈຢ່າງມີຂໍ້ມູນ ໂດຍສະເພາະແມ່ນການຕັດສິນໃຈບັນຫາ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ທີ່​ສົມ​ດູນ ​ແລະ ໄດ້ຮັບສິດທິຢ່າງ​​ສົມ​ບູນ ກໍ່ຄືບັນຫາກ່ຽວ​ກັບ​ສຸ​ຂະ​ພາບ​ທາງ​ເພດ ແລະ ສຸ​ຂະ​ພາບ​​ຈະເລີນ​ພັນ​ ແລະ ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ການ​ສຶກ​ສາ, ໄດ້ດຳ​ລົງ​ຊີ​ວິດ​ໂດຍ​ປາສະຈາກ​ການຖືກ​ບີບ​ບັງ​ຄັບ​ ແລະ ​​ຄວາມ​ຮຸນ​ແຮງ ແລະ ສາມາດປະ​ກອບ​ສ່ວນ​ໃຫ້​ກຳ​ລັງ​ແຮງ​ງານ​ເພື່ອເພີ່ມພູນ​​ຜົນໄດ້ຮັບຈາກການປັນຜົນປະຊາກອນ​.

ພິທີສະເຫຼີມສະຫຼອງວັນໄວໜຸ່ມສາກົນ ນໍາພາໂດຍສູນກາງຊາວໜຸ່ມ ໄດ້ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ. ພາຍໃນງານມີກິດ​ຈະ​ກໍາ​ຫຼາກຫຼາຍ ​ນໍາພາ​ໂດຍ​ໄວ​ຫນຸ່ມ ເຊັ່ນ: ​ ການ​ແຕ້ມ​ຮູບ​, ການເຕັ້ນ​​, ການ​ວາງ​ສະ​ແດງຜະລິດຕະພັນ ​ແລະ ​ການ​ແຂ່ງ​ຂັນ​ໂຕ້​ວາ​ທີ​. ນອກນັ້ນຍັງມີເວທີສົນທະນາໃນຫົວຂໍ້ກ່ຽວທີ່ກໍາລັງເຄັ່ງຮ້ອນເຊັ່ນ: ການມີສ່ວນຮ່ວມຂອງໄວໜຸ່ມ ເພື່ອສະໜັບສະໜູນຊຸມຊົນທີ່ມີຄວາມຫຼາຍຫຼາຍທາງເພດ LGBTIQ, ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ວຽກງານປົກປັກຮັກສາສິ່ງແວດລ້ອມ. ພ້ອມນີ້ກໍ່ມີກິດຈະກໍາການຝຶກການຊ່ວຍເຫຼືອເບື້ອງຕົ້ນ (first aid) ແລະ ການບໍລິຈາກເລືອດ.

ທ່ານ ມອນ​ໄຊ ​ລາວມົວຊົງ​, ​ເລຂາຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມປະຊາຊົນປະຕິວັດ​ລາວ ​ໄດ້ກ່າວວ່າ: “ຊາວ​ໜຸ່ມ​ແມ່ນ​ກຳລັງ​ແນວໜ້າໃນການຂັບເຄື່ອນການ​ພັດທະນາ ​ແລະ ​ເສດຖະກິດ​ຂອງປະເທດ. ພວກເຂົາຢູ່ໃນເກນອາຍຸທີ່ພວມຮຽນຮູ້ ແລະ ເກັບກ່ຽວປະສົບການ. ສະນັ້ນ, ພວກ​ເຮົາ​ມີໜ້າທີ່ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອອໍານວຍເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງ​ການ​ສຶກສາ ​ແລະ ຊຸກຍູ້​ໃຫ້​ເຂົາ​ເຈົ້າ​​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ວາງ​ແຜນ​ເສດຖະກິດ​ສັງຄົມ . ”

ນອກຈາກງານທີ່ສູນການຄ້າລາວ-ໄອເຕັກ ກໍ່ຍັງມີງານສະເຫລີມສະຫລອງວັນໄວໜຸ່ມສາກົນ ນຳໂດຍສູນຊາວໜຸ່ມນະຄອນຫຼວງວຽງຈັນ (VYC) ຈັດຂຶ້ນທີ່ຖະໜົນລ້ານຊ້າງ ພາຍໃຕ້ຫົວຂໍ້: ໄວໜຸ່ມສ້າງສັນຜົນງານເພື່ອແມ່. ພາຍໃນງານມີການວາງສະແດງຜະລິດຕະພັນທ້ອງຖິ່ນ ຈາກແມ່ຍິງ, ໄວໜຸ່ມຈາກກຸ່ມທີ່ມີຄວາມສ່ຽງ ແລະ ກຸ່ມທີ່ມີຄວາມຫຼາກຫຼາຍທາງເພດ LGBTIQ. ໃນຕອນບ່າຍ ​ກໍ່ມີເວທີສົນທະນາ​ກ່ຽວ​ກັບ​ບັນຫາ​ສຸຂະພາບຈິດ, ການ​ໃຊ້​ຢາ​ເສບ​ຕິດ ​ແລະ ຄວາມ​ມຸ່ງ​ຫວັງ ​ແລະ ຄວາມ​ຝັນ​ຂອງ​ໄວໜຸ່ມ. ຜ່ານ​ການ​ພົບ​ປະ​ແລກປ່ຽນ​ດັ່ງກ່າວ, ​ໄວ​ໜຸ່ມກໍ່​ມີຄວາມກຽມພ້ອມ​ທີ່​ຈະ​​ສົນທະນາ​ກັບ​ພໍ່​ແມ່ຜູ້ປົກຄອງ ​ແລະ ຜູ້ມີອໍານາດໃນການຕັດສິນໃຈອື່ນໆ. 

ສປປ ລາວ ມີປະຊາກອນໄວໜຸ່ມຫຼາຍ, ເຊິ່ງເກືອບເຄິ່ງໜຶ່ງຂອງປະຊາກອນມີອາຍຸຕໍ່າກວ່າ 25 ປີ. ຊາວໜຸ່ມແມ່ນກຳລັງ ຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ, ສະຫວັດດີການສັງຄົມ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດທັງໃນປັດຈຸບັນ ແລະ ອະນາຄົດ.

ທ່ານນາງ ມາຣຽມ ຄານ , ຜູ້ຕາງໜ້າອົງການ UNFPA ປະຈຳລາວ ກ່າວວ່າ: “ຊາວໜຸ່ມໃນທຸກມື້ນີ້ມີພອນສະຫວັນ, ມີຄວາມຫວັງ ແລະ ມີຄວາມສາມາດ. ການສົ່ງເສີມຄວາມເປັນຜູ້ນໍາ ແລະ ການມີສ່ວນຮ່ວມຂອງໄວໜຸ່ມ ແມ່ນພື້ນຖານ ສໍາຄັນຂອງວຽກງານຂອງ UNFPA. ອົງການ UNFPA ແລະ ຄູ່ຮ່ວມງານຂອງພວກເຮົາ ລົງທຶນໃສ່ການພັດທະນາ ທັກສະ ແລະ  ການຫາຄວາມຮູ້ເພື່ອໃຫ້ໄວໜຸ່ມສາມາດເລືອກທາງເລືອກຢ່າງມີຂໍ້ມູນ ກ່ຽວກັບຮ່າງກາຍ, ຊີວິດ, ຄອບຄົວ, ແລະ ຊຸມຊົນຂອງພວກເຂົາ”

ສຸກສະຫວັນ ສີພິນິດ, ອາສາສະໝັກຈາກ ສູນໄວໜຸ່ມນະຄອນຫຼວງວຽງຈັນ ກ່າວວ່າ: “ໄວໜຸ່ມຕ້ອງການຂໍ້ມູນຂ່າວສານດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແຕ່ເຂົາເຈົ້າຍັງເຂີນອາຍ ແລະ ລັງເລໃຈທີ່ຈະຊອກຮູ້. ຂ້າພະເຈົ້າຮູ້ສຶກພູມໃຈ ໃນນາມໄວໜຸ່ມດ້ວຍກັນເອງ ທີ່ໄດ້ສະໜັບສະໜູນໃຫ້ເຂົາເຈົ້າເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທີ່ເໝາະສົມຢູ່ສູນຊາວໜຸ່ມວຽງຈັນ ທີ່ໃຫ້ບໍລິການຢ່າງເປັນມິດກັບໄວໜຸ່ມ ໂດຍບໍ່ມີການຕັດສິນ, ເຄົາລົບຄວາມເປັນສ່ວນຕົວ ແລະ ຄວາມລັບ ແລະ ຮັບປະກັນການດູແລໂດຍບໍ່ມີການຈຳແນກ.”

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

ສີວົງໄຊ ຈັງປິຕິກຸນ

ຜູ້ຮັບຜິດຊອບແຜນງານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ, 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

chanpitikoun@unfpa.org   

 

ທ່ານ ນາງ Fatima Zahra Benyahia

ຜູ້ຊ່ຽວຊານດ້ານການຮ່ວມມື ແລະນະວັດຕະກໍາ, 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: fbenyahia@unfpa.org