You are here

ເດືອນ ພະຈິກ ປີ 2021, ທີ່ ນະຄອນຫຼວງວຽງຈັນ - ສະມາຄົມແພດຜະດຸງຄັນ (LMA) ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດປະຊຸມທາງໄກໃນທ້າຍເດືອນ ກັນຍາ ທີ່ຜ່ານມາ ຮ່ວມກັບຜູ້ຕາງໜ້າ ລະດັບພາກພື້ນຂອງສະມາຄົມ ເພື່ອປຶກສາຫາລື ແລະ ກະກຽມເປີດບໍລິການສາຍດ່ວນໃໝ່.

ການບໍລິການສາຍດ່ວນນີ້ ແມ່ນເລັງໃສ່ 2​ ກຸ່ມເປົ້າໝາຍກຸ່ມທໍາອິດ ແມ່ນແມ່ຍິງຖືພາແມ່ລູກອ່ອນ ແລະ ຄອບຄົວຂອງເຂົາເຈົ້າ ລວມທັງຊຸມຊົນ ແລະ ຜູ້ຄົນທີ່ອາໄສຢູ່ຊຸມຊົນອ້ອມຂ້າງຂອງເຂົາເຈົ້າກຸ່ມທີ ສອງ ແມ່ນບັນດາແພດຜະດຸງຄັນ ເຊິ່ງພວກເຂົາຈະສາມາດຕິດຕໍ່ມາຍັງສາຍດ່ວນດັ່ງກ່າວນີ້ ເພື່ອຂໍຂໍ້ມູນ ແລະ ຄໍາແນະນໍາກ່ຽວກັບການຖືພາການລ້ຽງລູກດ້ວຍ ນົມແມ່ ແລະ ການສະໜັບສະໜູນແບບເພື່ອນຊ່ວຍເພື່ອນກ່ຽວກັບແພດຜະດຸງຄັນ.

ທ່ານ ນາງ ພູທອນ ຈັນທະລັງສີຮອງປະທານສະມາຄົມແພດຜະດຸງຄັນ ໄດ້ມີຄວາມຍິນດີ ຮັບເອົາແນວຄວາມຄິດ ໃນການສ້າງການບໍລິການສາຍດ່ວນທ່ານ ນາງ ພູທອນ ໄດ້ອະທິບາຍວ່າ: “ນີ້ແມ່ນການຝຶກອົບຮົມເບື້ອງຕົ້ນເພື່ອກະກຽມ ຄວາມພ້ອມໃຫ້ແກ່ບັນດາແພດຜະດຸງຄັນໃນການໃຫ້ການຊ່ວຍເຫຼືອແກ່ ແມ່ຍິງຖືພາ ແລະ ແມ່ ຜ່ານສາຍດ່ວນ ດັ່ງກ່າວໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ການທີ່ແມ່ຍິງຖືພາ ແລະ ແມ່ສາມາດຕິດຕໍ່ຫາແພດຜະດຸງຄັນ ເພື່ອຂໍຄໍາແນະນໍາ ແລະ ຄໍາປຶກສາ ຖືເປັນສິ່ງທີ່ສໍາຄັນທີ່ສຸດສະນັ້ນຂ້າພະເຈົ້າມີຄວາມດີໃຈຫຼາຍ ທີ່ໄດ້ເຫັນ ສະມາຄົມແພດຜະດຸງຄັນ ນໍາໃຊ້ນະວັດຕະກໍາເພື່ອປະກອບສ່ວນເຂົ້າໃນການປັບປຸງສຸຂະພາບຂອງແມ່ໃນ ສປປ ລາວ”.

ການບໍລິການສາຍດ່ວນນີ້ ຍັງແນໃສ່ເພື່ອເປັນຊ່ອງທາງໜຶ່ງໃນການໃຫ້ການສະໜັບສະໜູນແບບເພື່ອນຊ່ວຍເພື່ອນສໍາລັບ ແພດໝໍ ແລະ ນັກສຶກສາຜະດຸງຄັນໃນທົ່ວປະເທດທາງສະມາຄົມໄດ້ວ່າຈ້າງແພດຜະດຸງຄັນ 1 ຄົນ ເພື່ອມາເຮັດວຽກ ເຕັມເວລາເປັນຄັ້ງທໍາອິດ ເພື່ອສະໜັບສະໜູນກິດຈະກໍານີ້ ແລະ ມັນກໍ່ເປັນບາດກ້າວທີ່ໜ້າຕື່ນເຕັ້ນອັນໜຶ່ງສໍາລັບສະມາຄົມສໍາລັບສະມາຄົມແພດຜະດຸງຄັນນີ້ແມ່ນໂອກາດອັນໜຶ່ງໃນການຂະຫຍາຍການຊ່ວຍເຫຼືອ ແລະ ເພີ່ມທະວີຄວາມໜ້າດຶງດູດໃຈ ແລະ ຂະຫຍາຍຖານສະມາຊິກຂອງສະມາຄົມ.

ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບ ຄູ່ມືຂັ້ນຕອນມາດຕະຖານໃນການດໍາເນີນງານ (SOP) ແລະ ວິທີການໃຫ້ບໍລິການສາຍດ່ວນວ່າຈະເຮັດແນວໃດ ເພື່ອສະໜອງພື້ນທີ່ໃຫ້ແມ່ຍິງໄດ້ຮັບຂໍ້ມູນທີ່ທັນເຫດການ ແລະ ມີຄວາມຊັດເຈນ ລວມທັງຂໍ້ມູນກ່ຽວກັບຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການຖືພາ ແລະ ການລ້ຽງລູກດ້ວຍນົມແມ່ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນຄວາມຄິດເຫັນຮ່ວມກັນ ໂດຍການເຮັດແບບຝຶກຫັດ ແລະ ການໂອ້ລົມແບບແອນນິເມຊັ້ນ ເພື່ອກໍານົດບັນດາຄວາມສ່ຽງຝຶກກ່ຽວກັບຫຼາກຫຼາຍຄໍາຖາມທີ່ເປັນໄປໄດ້ການຕອບຄໍາຖາມ ແລະ ແນະນໍາການບໍລິການ ອື່ນໆໃຫ້ແກ່ແມ່ຍິງໃນເວລາທີ່ຈໍາເປັນ ພ້ອມທັງແນະນໍາແພດປະດຸງຄັນຜູ້ອື່ນທີ່ຕິດຕໍ່ເຂົ້າມາເພື່ອປຶກສາ ກ່ຽວກັບ ກໍລະນີຄົນເຈັບຮ້າຍແຮງທີ່ເຂົ້າເຈົ້າກໍາລັງປະເຊີນຢູ່.

ຂ້າພະເຈົ້າໄດ້ຮຽນຮູ້ສິ່ງໃໝ່ທີ່ບໍ່ເຄີຍໄດ້ເຮັດມາກ່ອນ ແລະ ຂ້າພະເຈົ້າໄດ້ມີໂອກາດແລກປ່ຽນຄໍາຄິດເຫັນກັບຄູອາຈານແພດ ຜະດຸງຄັນ ແລະ ໝູ່ເພື່ອນນັກສຶກສາດ້ວຍກັນ” ນາງ ນິລາວັນ ມາໄລສອນພະນັກງານສາຍດ່ວນທີ່ເຂົ້າຮ່ວມໃນກອງປະຊຸມ ກ່າວ.

 

ຜູ້ເຂົ້າຮ່ວມອີກຜູ້ໜຶ່ງນາງ ລົດຈະນາສະມາຊິກ ສະມາຄົມແພດຜະດຸງຄັນ ໄດ້ເວົ້າວ່າ ລາວມີຄວາມຕື່ນເຕັ້ນທີ່ໄດ້ແລກປ່ຽນຄໍາເຫັນກັບຄູ ແລະ ນັກສຶກສາ ແພດະດຸງຄັນລາວກ່າວວ່າ: “ຂ້າພະເຈົ້າໄດ້ຮຽນຮູ້ວິທີການຫຼາຍຢ່າງຈາກການເຮັດກິດຈະກໍາໃນກອງປະຊຸມ”.

 

ພາຍໃຕ້ຂໍ້ຈໍາກັດຫຼາຍຢ່າງໃນປັດຈຸບັນແພດະດຸງຄັນຍັງບໍ່ທັນສາມາດພົບກັບຄົນເຈັບແບບໜ້າຕໍ່ໜ້າໄດ້ ແຕ່ໃນຂະນະດຽວກັນກໍ່ບໍ່ສາມາດຢຸດສືບຕໍ່ໜ້າທີ່ຂອງຕົນ ແລະ ປັບຕົວເຂົ້າກັບສະພາບເພື່ອໃຫ້ມີການແລກປ່ຽນບົດຮຽນ ແລະ ຮຽນຮູ້ ໄປພ້ອມກັນຕົວຢ່າງສະມາຄົມແພດຜະດຸງຄັນ ໄດ້ນໍາໃຊ້ຊ່ອງທາງອອນລາຍເພື່ອການຝຶກອົບຮົມໃນໄລຍະໜຶ່ງປີທີ່ຜ່າານມາເພື່ອສືບຕໍ່ການຈັດ ກອງປະຊຸມປຶກສາຫາລືຝຶກອົບຮົມ ແລະ ສ້າງຄວາມອາດສາມາດ.

 

ສປປ ລາວ ມີພັນທະຕໍ່ກັບ ສົນທິສັນຍາສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25) ເຊິ່ງມີຈຸດປະສົງທີ່ຊັດເຈນໃນການຝຶກອົບຮົມການຈັດສັນແພດຜະດຸງຄັນລົງປະຕິບັດໜ້າທີ່ຢູ່ຊຸມຊົນ ແລະ ບົດບາດຂອງເຂົາເຈົ້າໃນການປົກປ້ອງສຸຂະພາບແມ່ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນອົງການ UNFPA ໄດ້ໃຫ້ການສະໜັບສະໜູນແກ່ ລັດຖະບານລາວ ແລະ ຄູ່ຮ່ວມມືໃນທ້ອງຖິ່ນ ເຊັ່ນ ສະມາຄົມແພດຜະດຸງຄັນ ເພື່ອເພີ່ມຄວາມອາດສາມາດຈໍານວນຄວາມຫຼາກຫຼາຍ ແລະ ຄວາມຊ່ຽວຊານຂອງແພດປະດຸງຄັນ ລວມທັງການນໍາໃຊ້ນະວັດຕະກໍາ ແລະ ການຮ່ວມມືຢ່າງເຂັ້ມແຂງກັບ ລັດຖະບານລຸກຊໍາບວກອົງການ KOFIH, ກອງທຶນສໍາລັບວຽກງານດ້ານສຸຂະພາບແມ່ (MHTF) ແລະ ທຶນສູນກາງຂອງ UNFPA.

ຂໍ້ມູນກ່ຽວກັບສະມາຄົມແພດຜະດຸງຄັນ

ສະມາຄົມແພດຜະດຸງຄັນ ໄດ້ຖືກສ້າງຕັ້ງໃນປີ 2020, ແນໃສ່ເພື່ອໃຫ້ການສະໜັບສະໜູນ ແລະ ເປັນຕົວແທນ ໃຫ້ແກ່ກຸ່ມແພດຜະດຸງຄັນ ແລະ ນັກສຶກສາແພດຜະດຸງຄັນ ພ້ອມທັງສົ່ງເສີມການປະຕິບັດວຽກງານ ແພດຜະດຸງຄັນ ທີ່ປົກປ້ອງສຸຂະພາບ ແລະ ຄວາມຜາສຸກຂອງແມ່ຍິງໃນ ສປປ ລາວ. LMA ສະໜອງໂອກາດ ໃນການພັດທະນາຄວາມສາມາດ ແລະ ການຝຶກອົບຮົມພະນັກງານ ເປັນຕົ້ນ ກອງປະຊຸມປຶກສາຫາລືກ່ຽວກັບ ການດູແລຂັ້ນພື້ນຖານໃນການປະສູດສຸກເສີນ ເພື່ອ ການພັດທະນາຄວາມຊ່ຽວຊານຢ່າງຕໍ່ເນື່ອງ. LMA ຮັບສະມາຊິກໂດຍ ບໍ່ເສຍຄ່າ ສໍາລັບແພດຜະດຸງຄັນ ແລະ ນັກສຶກສາແພດຜະດຸງຄັນ ຫຼື ຜູ້ໃຫ້ການສະໜັບສະໜູນແພດປະດຸງຄັນໃນທົ່ວປະເທດຖ້າທ່ານມີຄໍາຖາມເພີ່ມເຕີມກ່ຽວກັບ ການເປັນສະມາຊິກກະລຸນາຕິດຕໍ່ຫາພວກເຮົາໄດ້ທີ່midwiveslao@gmail.com

 

**********

UNFPA ແມ່ນອົງການສະຫະປະຊາຊາດເພື່ອສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວເຊິ່ງມີເປົ້າໝາຍເພື່ອ ລຶບລ້າງການຕາຍຂອງແມ່ຄວາມຕ້ອງການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງ ແລະ ການໃຊ້ຄວາມຮຸນແຮງທາງເພດ.

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

 

ທ່ານນາງ Esther Arendt

ວິຊາການດ້ານແພດຜະດຸງຄັນ

ອົງການ UNFPA ປະຈໍາ ສປປ ລາວ

arendt@unfpa.org

 

ນາງ ວັນລີ ລໍກວງມິງ

ນັກວິໄຈດ້ານການສື່ສານ ແລະ ການຮ່ວມມື

ອົງການ UNFPA ປະຈໍາ ສປປ ລາວ

lorkuangming@unfpa.org