You are here

ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 29 ມີນາ 2024 – ລັດຖະບານແຫ່ງ ສປປ ລາວ, ຕາງໜ້າໂດຍກະຊວງສາທາລະນະສຸກ ໄດ້ເຜີຍແຜ່ການເລີ່ມຕົ້ນປະຕິບັດຄຳໝາຍໝັ້ນແຫ່ງຊາດກ່ຽວກັບການວາງແຜນຄອບຄົວ 2030 (Family Planning 2030 - FP2030), ເຊິ່ງເປັນການຮ່ວມມືໃນທົ່ວໂລກ ເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນສາມາດເຂົ້າເຖິງການດູແລສຸຂະພາບຈະເລີນພັນທີ່ຈໍາເປັນສໍາລັບເຂົາເຈົ້າໃນການສ້າງອະນາຄົດທີ່ດີກວ່າ.

ງານເຜີຍແຜ່ຄັ້ງນີ້ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນຂີດໝາຍການເລີ່ມຕົ້ນຢ່າງເປັນທາງການຂອງການປະຕິບັດຄໍາໝາຍໝັ້ນ ແຫ່ງຊາດ FP2030. ຜູ້ຕາງໜ້າຈາກບັນດາພະແນກການຂອງກະຊວງສາທາລະນະສຸກ ຕະຫຼອດຮອດບັນດາກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມໃນວາລະດັ່ງກ່າວກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຄັ້ງນີ້ ເຊິ່ງລວມມີ: ກະຊວງສຶກສາທິການ ແລະ ກິລາ, ສູນກາງຊາວໜຸ່ມລາວ, ສະຫະພັນແມ່ຍິງລາວ ແລະ ອື່ນໆ ເພື່ອຢືນຢັນການມີສ່ວນຮ່ວມ ແລະ   ການປະກອບສ່ວນຈາກຂະແໜງການຂອງຕົນ.

ຄໍາໝາຍໝັ້ນແຫ່ງຊາດ FP2030 ເປັນຂີດໝາຍອັນສໍາຄັນຂອງຄວາມພະຍາຍາມຂອງລາວ ໃນການເລັ່ງຄວາມຄືບໜ້າໄປສູ່ການບັນລຸການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດຂອງໄວໜຸ່ມທົ່ວປວງຊົນໃນປີ 2030. ຄໍາໝາຍໝັ້ນແຫ່ງຊາດ FP2030 ສອດຄ່ອງກັບຄໍາໝາຍໝັ້ນຂອງ ສປປ ລາວ ຕໍ່ກັບກອງປະຊຸມສາກົນດ້ານປະຊາກອນ ແລະ ການພັດທະນາ (ICPD) ​ແລະ ຕໍ່ຍອດບັນດາ​ນະ​ໂຍບາຍ, ​ໂຄງການ ​ແລະ ຄວາມ​ຄືບ​ໜ້າ​ຂອງ​ລັດຖະບານ​ໃນ​ໄລຍະ 30 ປີ​ທີ່​ຜ່ານ​ມາ, ນັບ​ຕັ້ງ​ແຕ່ ສປປ ລາວ ​ໄດ້ໃຫ້ຄໍາໝາຍໝັ້ນໃນ ICPD ​ໃນ​ປີ 1994.

ພາຍໃຕ້ FP2030, ສປປ ລາວ ໝາຍໝັ້ນທີ່ຈະ ກ) ປັບປຸງການເຂົ້າເຖິງລະບົບສຸຂະພາບທີ່ຕອບສະໜອງຄວາມຕ້ອງການຂອງເຍົາວະຊົນ ແລະ ໄວໜຸ່ມ ເພື່ອສົ່ງເສີມການຄຸມກຳເນີດ; ຂ) ຮັບປະກັນໃຫ້ມີການບໍລິການທີ່ເປັນມິດຕໍ່ໄວໜຸ່ມທີ່ມີຄຸນນະພາບ ແລະ ປອດໄພ ພ້ອມທັງມີຂໍ້ມູນ ແລະ ການບໍລິການ ການວາງແຜນຄອບຄົວ ເພື່ອຫຼຸດຜ່ອນຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງ ຂອງເຍົາວະຊົນ ແລະ ໄວໜຸ່ມອາຍຸ 15-24 ປີ ໃຫ້ເຫຼືອ 12 ສ່ວນຮ້ອຍໃນປີ 2030; ຄ) ເພີ່ມການມີຢາຄຸມກຳເນີດ ແລະ ຜະລິດຕະພັນຄຸມກໍາເນີດຈາກ 53 ສ່ວນຮ້ອຍ ເປັນ 100 ສ່ວນຮ້ອຍ ໃນຂະນະດຽວກັນກໍຮັບປະກັນບໍ່ໃຫ້ຜະລິດຕະພັນຂາດສາງ; ແລະ ງ) ເພີ່ມກອງທຶນວາງແຜນຄອບຄົວເພື່ອສະໜັບສະໜູນການມີຜະລິດຕະພັນຄຸມກໍາເນີດໃນຊຸມຊົນ ແລະ ຂັ້ນຮາກຖານ.

ພະນະທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ໄດ້ກ່າວຕໍ່ພິທີດັ່ງກ່າວວ່າ: “ຮຽນ ບັນດາທ່ານ ແຂກຜູ້ມີກຽດ ທັງພາຍໃນ ແລະ ຕ່າງປະເທດ ຂ້າພະເຈົ້າຕາງໜ້າໃຫ້ກັບລັດຖະບານແຫ່ງ ສປປ ລາວ ໃນການທີ່ຈະບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ SDG3 ນັ້ນ ຂ້າພະເຈົ້າ ຂໍຖືໂອກາດນີ້ ປະກາດເປັນທາງການວ່າ ຄຳໝາຍໝັ້ນຂອງ ສປປ ລາວ ຕໍ່ກັບວິໄສທັດ ວຽກງານງານວາງແຜນຄອບຄົວ ປີ 2030 ແມ່ນ ເພື່ອອະນາຄົດທີ່ສາມາດເຂົ້າເຖິງທາງເລືອກ ແລະ ການບໍລິການ ສຳລັບທຸກຄົນ ທີ່ມີຄວາມຕ້ອງການ ວາງແຜນຄອບຄົວ ແລະ ມີສຸຂະພາບຈະເລີນພັນທີ່ດີ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນ ທີ່ສະຫຼະເວລາເຂົ້າຮ່ວມງານໃນຄັ້ງນີ້ ແລະ ຫວັງຢ່າງຍິງວ່າ ພວກເຮົາທຸກຄົນ, ທຸກຂະແໜງການ, ທຸກອົງການຈັດຕັ້ງຈະຮ່ວມແຮງຮ່ວມໃຈກັນ ໃນການບັນລຸເປົ້າ  ໝາຍຕ່າງໆ ໃນຄຳໝາຍໝັ້ນນີ້ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ມີສຸຂະພາບຈະເລີນພັນທີ່ດີຂຶ້ນທຸກທົ່ວໜ້າ”.

"ສປປ ລາວ ມີຜົນຮັບອັນໃຫຍ່ຫຼວງຕໍ່ການປະຕິບັດວິໄສທັດຂອງ ICPD ທີ່ຈະຖືເອົາກຽດສັກສີຂອງແມ່ຍິງ, ເດັກຍິງ ແລະ ໄວຫນຸ່ມ ແລະ ສິດທິມະນຸດ ລວມທັງສິດທິໃນການວາງແຜນຄອບຄົວຂອງຕົນເອງ ເປັນໃຈກາງຂອງວາລະການພັດທະນາໃນປະເທດ. ໃນປັດຈຸບັນ, ດ້ວຍການສະຫນັບສະຫນູນຂອງ UNFPA ແລະ ຄູ່ຮ່ວມງານອື່ນໆ  ພວກເຮົາຈໍາເປັນຕ້ອງໄດ້ກ້າວໄປໄວກ່ວາເກົ່າ, ພວກເຮົາຈໍາເປັນຕ້ອງເຂົ້າໃຫ້ເຖິງທຸກຄົນ, ຮັບປະກັນການມີບໍລິການ ທີ່ສາມາດເຂົ້າເຖິງໄດ້ ແລະ ມີຄຸນນະພາບດີ ແລະ ບໍ່ປະໃຜໄວ້ຂ້າງຫຼັງ. ຄໍາໝາຍໝັ້ນ FP2030 ມາໃນເວລາທີ່ເໝາະສົມ, ກ່ອນໜ້າທີ່ລັດຖະບານ ແຫ່ງ ສປປ ລາວຈະເຂົ້າຮ່ວມກອງປະຊຸມຄະນະກໍາມະການກ່ຽວກັບປະຊາກອນ ແລະ ການພັດທະນາ ຄັ້ງທີ 57 ເພື່ອແລກປ່ຽນການປະຕິບັດທີ່ດີທີ່ສຸດຂອງປະເທດລາວກ່ຽວກັບວຽກງານຜະດຸງຄັນ   ພ້ອມທັງເນັ້ນເຖິງການມີສ່ວນຮ່ວມຢ່າງເຕັມທີ່ຂອງພວກເຮົາ ເພື່ອເຮັດໃຫ້ການພັດທະນາມະນຸດເປັນໃຈກາງຂອງນະໂຍບາຍ ແລະ ແຜນງານຂອງພວກເຮົາ.'' ກ່າວໂດຍ ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ກອງ​ປະຊຸມ​ລະດັບ​ສູງ​ຄັ້ງ​ນີ້ ຍັງ​ເປັນ​ໂອກາດ​ສໍາຄັນເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ບັນດາ​ພາກສ່ວນ​ກ່ຽວຂ້ອງ​ກ່ຽວ​ກັບ​ຜົນ​ຕອບ​ແທນ​ຈາກການ​ລົງທຶນ​ໃນ​ການ​ບໍລິການ​ວາງ​ແຜນ​ຄອບຄົວ​ແບບ​ສະໝັກ​ໃຈ​ເພື່ອ​ແນ​ໃສ່​ຮັບປະກັນ​ຄໍາໝາຍ​ໝັ້ນ​ຈາກ​ທຸກ​ກະຊວງ, ແລະ ຊຸກຍູ້​ການ​ລະດົມ​ແຫຼ່ງທຶນ​ຕື່ມ​ອີກ​ ທັງຈາກ​​ພາຍ​ໃນ​ປະ​ເທດ ​ແລະ ການ​ໜູນ​ຊ່ວຍ​ຈາກ​ສາກົນ.

FP2030 ເປັນ​ການ​ຮ່ວມ​ມື​ໃນທົ່ວ​ໂລກ​ ທີ່ປະກອບດ້ວຍ 100 ກວ່າ​ປະ​ເທດ, ຜູ້​ໃຫ້​ທຶນ, ອົງ​ການ​ຈັດ​ຕັ້ງ​ທາງສັງ​ຄົມ​ ແລະ​   ພາກ​ເອ​ກະ​ຊົນ ເພື່ອ​ຮັບ​ປະ​ກັນ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ການ​ດູ​ແລ​ສຸ​ຂະ​ພາບ​​ຈະເລີນ​ພັນ​ທີ່​ຈຳ​ເປັນ​ເພື່ອ​ສ້າງ​ອາ​ນາ​ຄົດ​ທີ່​ດີກ​ວ່າ. ນັບຕັ້ງແຕ່ເລີ່ມເຜີຍແຜ່ FP2030 ໃນປີ 2012, FP2030 ໄດ້ຊ່ວຍໃຫ້ບັນລຸຄວາມຄືບຫນ້າທີ່ສໍາຄັນໃນການປັບປຸງສຸຂະພາບຈະເລີນພັນ ແລະ ສິດທິຂອງໄວໜຸ່ມໃນທົ່ວໂລກ.

ທ່ານ ນາງ ສຸມິຕາ ບາເນີຈີ (Sumita Banerjee), ຜູ້ອໍານວຍການ ໜ່ວຍງານວາງແຜນຄອບຄົວອາຊີ ແລະ ປາຊີຟິກ FP2030, ກ່າວວ່າ “ພວກເຮົາຈາກ FP2030 ຂໍສະແດງຄວາມຍິນດີກັບກະຊວງສາທາລະນະສຸກ, UNFPA, ພາກສ່ວນກ່ຽວຂ້ອງທັງໝົດ, ແລະ ພົນລະເມືອງຂອງ ສປປ ລາວ ຕໍ່ກັບຄໍາໝາຍໝັ້ນ FP2030 ຂອງລາວ. ຂໍ້ລິເລີ່ມນີ້ ແມ່ນບາດກ້າວອັນສໍາຄັນໃນການພັດທະນາການວາງແຜນຄອບຄົວ ແລະ ສິດທິດ້ານສຸຂະພາບຈະເລີນພັນ ແລະ ທາງເລືອກສຳລັບທຸກຄົນ, ໂດຍເນັ້ນໃສ່ການປັບປຸງລະບົບສຸຂະພາບທີ່ຕອບສະໜອງຕາມຄວາມຕ້ອງການຂອງໄວໜຸ່ມ, ການສະໜອງການບໍລິການທີ່ມີຄຸນນະພາບ ແລະ ການຮັບປະກັນການຄຸມກຳເນີດ ແລະ ການມີຜະລິດຕະພັນຄຸມກໍາເນີດ. ຊ່ວງເວລາແຫ່ງປະຫວັດສາດນີ້ ສະແດງໃຫ້ເຫັນເຖິງທ່າກ້າວອັນສຳຄັນໃນການຫຼຸດຄວາມຕ້ອງການດ້ານການວາງແຜນຄອບຄົວທີ່ບໍ່ໄດ້ຮັບການຕອບສະໜອງ, ສະກັດກັ້ນການຖືພາຂອງໄວໜຸ່ມ, ເພີ່ມການສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ ໂດຍສະເພາະສະໜັບສະໜູນສຸຂະພາບຈະເລີນພັນຂອງແມ່ຍິງໃຫ້ສອດຄ່ອງກັບກົດລະບຽບດ້ານສຸຂະພາບສາກົນ. ຄໍາໝາຍໝັ້ນດັ່ງກ່າວ ໝາຍເຖິງພັນທະສັນຍາ​ວ່າ ປະເທດລາວ ​ແລະ ປະຊາຊົນ​ລາວ ຈະ​ມີ​ອະນາຄົດ​ທີ່​ສົດ​ໃສ​ແລະ ມີ​ສຸຂະພາບ​ເຂັ້ມ​ແຂງ​ກວ່າ​ເກົ່າ​.​”

ການເລີ່ມຕົ້ນ ຄໍາໝາຍໝັ້ນ FP2030 ໃນ ສປປ ລາວ ເປັນບາດກ້າວອັນສໍາຄັນຕໍ່ວຽກງານ ສຸຂະພາບ ແລະ ສິດທິດ້ານການຈະເລີນພັນໃນປະເທດ. ພາຍໃຕ້ຄໍາໝາຍໝັ້ນດັ່ງກ່າວ, ສປປ ລາວ ຈະມຸ່ງໜ້າສະໜັບສະໜູນໄວໜຸ່ມ ທັງຍິງ ແລະ ຊາຍ ໃນການເລື່ອນການຖືພາ ແລະ ການແຕ່ງງານຈົນກວ່າຈະເປັນໄວໜຸ່ມ ໂດຍຊ່ວຍໃຫ້ພວກເຂົາມີ ທັກສະ ແລະ ຄວາມສາມາດ, ໄດ້ຮັບການບໍລິການດູແລ ແລະ ການວາງແຜນຄອບຄົວ ແລະ ເຂົ້າເຖິງຜະລິດຕະພັນການວາງແຜນຄອບຄົວ. ສ ປປ ລາວ ຈະ​ເສີມ​ຂະຫຍາຍ​ບັນດາ​ໂຄງການ​ຂອງ​ຊຸມ​ຊົນ​ແລະ ຮັບປະກັນການ​ມີ​ຜະລິດຕະພັນສຸຂະພາບຈະເລີນພັນ ​ເພື່ອ​ຮັບປະກັນ​ໃຫ້​ທຸກໆ​ການ​ຖືພາ​ເປັນ​ທາງ​ເລືອກ, ​ປົກ​ປ້ອງ​ສຸຂະພາບ​ຂອງ​ແມ່ເພື່ອ​ບໍ່​ໃຫ້​ແມ່ຍິງ​ເສຍ​ຊີວິດ​ໃນ​ຂະນະ​ທີ່​ເກີດລູກ, ​ແລະ ຮັບປະກັນ​ໃຫ້​ແມ່ຍິງ ​ແລະ​ເດັກ​ຍິງ​ມີ​ຊີວິດ​ທີ່​ປອດ​ໄພ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ. ນີ້​ແມ່ນ​ເງື່ອນ​ໄຂພື້ນຖານ​ທີ່​ຈຳ​ເປັນ​ສໍາລັບ​ແມ່ຍິງ, ​ເດັກ​ຍິງ ​ແລະ ໄວ​ໜຸ່ມ​ໃນ​ການສືບຕໍ່​ເຂົ້າ​ໂຮງຮຽນ, ທັບມ້າງ​ຄວາມ​ເຂົ້າ​ໃຈ ​ແລະ ບັນທັດຖານ​ຂອງ​ສັງຄົມທີ່ຜິດ, ຫຼີກລ່ຽງ​ການ​ເພິ່ງ​ພາ​ອາ​ໄສຄົນອື່ນ ​ແລະ ການຖືກລະເມີດ, ​ເຂົ້າ​ເຖິງ​ໂອກາດ​ວຽກ​ເຮັດ​ງານ​ທຳ​ທີ່​ດີ​ເພື່ອ​ບັນລຸ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງຕົນໄດ້ຢ່າງ​ເຕັມທີ່​ ​ແລະ​ເພື່ອ​ໃຫ້​ປະ​ເທດ​ໄດ້ບັນລຸ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ທ່ານ ດຣ ບາກທິຢໍ ຄາດິເຣິບ, ຜູ້ຕາງຫນ້າຂອງ UNFPA ກ່າວວ່າ, “ການວາງແຜນຄອບຄົວທີ່ປອດໄພ ແລະ ສະໝັກໃຈ ແມ່ນສິດທິພື້ນຖານຂອງມະນຸດ. ການວາງແຜນຄອບຄົວທີ່ອີງໃສ່ສິດທິແມ່ນການລົງທຶນທີ່ກຸ້ມຄ່າທີ່ສຸດ ທີ່ສະຫນອງຜົນປະໂຫຍດດ້ານສຸຂະພາບ, ສັງຄົມ ແລະ ເສດຖະກິດທີ່ກວ້າງຂວາງສໍາລັບແມ່ຍິງ ແລະ ເດັກຍິງ ພ້ອມທັງ ຄອບຄົວ ແລະ ຊຸມຊົນຂອງພວກເຂົາ ແລະ ປະເທດຊາດໂດຍລວມ.

ການຫຼຸດຈໍານວນການຖືພາໂດຍບໍ່ຕັ້ງໃຈ ເປັນປັດໄຈສໍາຄັນສໍາລັບ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ເປັນປັດໄຈຫຼັກໃນການຫຼຸດຜ່ອນຄວາມທຸກຍາກ, ເພີ່ມຄວາມອາດສາມາດຂອງຄົນໃຫ້ສ້າງອະນາຄົດທີ່ດີກວ່າໃຫ້ແກ່ຕົນເອງ, ຄອບຄົວ, ຊຸມຊົນ ແລະ ທົ່ວປວງຊົນທັງຊາດ ແລະ ທັງໝົດນີ້ ກໍຮັບປະກັນໃຫ້ປະເທດລາວບັນລຸຜົນປະໂຫຍດຂອງໄວໜຸ່ມ.”

ໃນລາວ, ການວາງແຜນຄອບຄົວຕ້ອງການງົບປະມານເພີ່ມອີກ 16,7 ລ້ານໂດລາ ໃນປີ 2030 ເຊິ່ງຈະສ້າງຜົນຮັບໄດ້ເຖິງ 560 ລ້ານໂດລາ, ອັດຕາສ່ວນຜົນປະໂຫຍດຕໍ່ຕົ້ນທຶນແມ່ນ 33,6. ໂດຍການລົງທຶນໃນກິດຈະກໍາທີ່ໃຊ້ງົບປະມານໜ້ອຍທີ່ສຸດເຊັ່ນ ວິທີການວາງແຜນຄອບຄົວທີ່ອີງໃສ່ສິດທິ ແລະ ຮັບປະກັນໃຫ້ມີການບໍລິການໃນທຸກແຂວງ, ສ ປປ ລາວ ຈະສາມາດປ້ອງກັນການຖືພາໂດຍບໍ່ຕັ້ງໃຈໄດ້ເຖິງ 1,044,888 ກໍລະນີ ເຊິ່ງສາມາດຫຼຸດຜ່ອນຄ່າໃຊ້ຈ່າຍດ້ານສຸຂະພາບອື່ນໆ ພ້ອມທັງສ້າງຜົນປະໂຫຍດທາງດ້ານເສດຖະກິດໄດ້ ຈາກການມີກໍາລັງແຮງງານເພີ່ມຂຶ້ນ, ໄວໜຸ່ມໄດ້ສືບຕໍ່ຮຽນໜັງສືໃນໂຮງຮຽນ, ແມ່ຍິງມີລາຍຮັບຕະຫຼອດຊີວິດເພີ່ມຂຶ້ນ ແລະ ໃນທີ່ສຸດ ປະຊາຊົນຈະມີການເປັນຢູ່ທີ່ດີ ແລະ ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີຄວາມຈະເລີນຮຸ່ງເຮືອງ.

_____

ອົງການ UNFPA ແມ່ນ ອົງການສະຫະປະຊາຊາດກອງທຶນ ສໍາລັບ ປະຊາກອນ ທີ່ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າຫມາຍເຮັດໃຫ້ການເສຍຊີວິດ ຂອງແມ່ເປັນສູນ, ການບໍ່ຕອບສະຫນອງຕໍ່ຄວາມຕ້ອງການ ສໍາລັບການວາງແຜນຄອບຄົວ ເປັນສູນ ແລະ ເຮັດໃຫ້ຄວາມ ຮຸນແຮງບົນພື້ນຖານທາງເພດເປັນສູນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
laos.office@unfpa.org