ສປປ ລາວ ກຳລັງພັດທະນາແຜນການເພື່ອເກັບກ່ຽວຜົນປະໂຫຍດຈາກການປ່ຽນແປງປະຊາກອນຄັ້ງທຳອິດ ເຊິ່ງເປັນໜຶ່ງຂອງ ຄວາມພະຍາຍາມນຳໃຊ້ກຳລັງແຮງງານໄວໜຸ່ມທີ່ມີອັດຕາສ່ວນປະຊາກອນຫຼາຍກວ່າໜູ່ຂັບເຄື່ອນຄວາມກ້າວໜ້າທາງດ້ານເສດຖະກິດ ແລະ ສັງຄົມຂອງຊາດ, ອີງຕາມຂໍ້ມູນຈາກຜູ້ແທນຂອງ ສປປ ລາວ ທີ່ເຂົ້າຮ່ວມກອງປະຊຸມຄູ່ຂະໜານ ພາກພື້ນແມ່ນ້ຳຂອງ ໃນໂອກາດກອງປະຊຸມຄະນະກຳມາທິການປະຊາກອນ ແລະ ການພັດທະນາ ຄັ້ງ ທີ 58 ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມລິກາ ໃນຕົ້ນເດືອນ ເມສາ.
ກ່າວໃນກອງປະຊຸມຄູ່ຂະໜານພາກພື້ນແມ່ນ້ຳຂອງໃນໂອກາດກອງປະຊຸມຄະນະກຳມາທິການປະຊາກອນ ແລະ ການພັດທະນາ ຄັ້ງທີ 58 ໃນວັນທີ 10 ເມສາ, ທ່ານ ດຣ. ວຽງມະນີ ບຸນຄຳ, ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງສາທາລະນະສຸກ, ຊີ້ໃຫ້ເຫັນວາ ສປປ ລາວ ກຳລັງຢູ່ໃນຂັ້ນຕອນການສ້າງແຜນການເກັບກ່ຽວຜົນປະໂຫຍດຈາກ ໂຄງສ້າງປະຊາກອນ ເປັນຄັ້ງທຳອິດຮັບປະກັນໃຫ້ ສປປ ລາວ ໄດ້ ຮັບຜົນປະໂຫຍດສູງສຸດ ຈາກການທີ່ມີປະຊາກອນໜຸ່ມ ອາຍຸຕໍ່າກວ່າ 25 ປີ ສູງເຖິງ 60 ເປີເຊັນຂອງປະຊາກອນທັງໝົດ.
ເອກະສານສະບັບນີ້ ເປັນເອກະສານເພີ່ມເຕີມຈາກເອກະສານ ນະໂຍບາຍແຫ່ງຊາດກ່ຽວກັບປະຊາກອນ ແລະ ການພັດທະນາທີ່ມີຢູ່ແລ້ວ, ເອກະສານດັ່ງກ່າວໄດ້ກຳນົດບັນດາມາດຕະການ ແລະ ແຜນປະຕິບັດງານທີ່ສຳຄັນ ເພື່ອເພີ່ມທະວີຜົນປະໂຫຍດສູງສຸດຈາກການປ່ຽນແປງໂຄງສ້າງປະຊາກອນ," ທ່ານນາງກ່າວໃນ ບົດລາຍງານຂອງ ຂອງ ສປປ ລາວ ສະເໜີຢູ່ກອງປະຊຸມຄູ່ຂະໜານພາກພື້ນແມ່ນ້ຳຂອງໃນໂອກາດກອງປະຊຸມຄະນະກຳມາທິການປະຊາກອນ ແລະ ການພັດທະນາຄັ້ງທີ 58.
ທ່ານ ດຣ. ວຽງມະນີ, ພ້ອມດ້ວຍຄະນະຜູ້ແທນຈາກ ຫ້ອງການຜູ້ຕາງໜ້າຖາວອນ ຂອງ ສປປ ລາວ ປະຈຳອົງ ການສະຫະປະຊາຊາດ, ກະຊວງສາທາລະນະສຸກ ແລະ ກະຊວງແຜນການ ແລະ ການລົງທຶນ, ໄດ້ເຂົ້າຮ່ວມກັບບັນດາຜູ້ແທນຈາກ ກຳປູເຈຍ, ໄທ ແລະ ຫວຽດນາມ, ຕົວແທນຈາກອົງການຈັດຕັ້ງສັງຄົມ ແລະ ຂະແໜງການທີ່ກ່ຽວຂ້ອງອື່ນໆທີ່ກອງປະຊຸມ ຄູ່ຂະໜານພາກພື້ນແມ່ນ້ຳຂອງໃນໂອກາດ ກອງປະຊຸມຄະນະກຳມາທິການປະຊາກອນ ແລະ ການພັດທະນາ ຄັ້ງທີ 58.
ກອງປະຊຸມຄູ່ຂະໜານພາກພື້ນແມ່ນ້ຳຂອງ ກອງປະຊຸມຄະນະກຳມາທິການປະຊາກອນ ແລະ ການພັດທະນາ ຄັ້ງທີ 58 ໄດ້ຈັດຂຶ້ນໃນວັນທີ 10 ເມສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ ແລະ UNFPA ພາຍໃຕ້ຫົວຂໍ້: ບັນດາປະເທດລຸ່ມແມ່ນໍ້າຂອງເສີມຂະຫຍາຍຜົນສຳເລັດດ້ານສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາກອນ. ກອງປະຊຸມດັ່ງກ່າວມີຈຸດປະສົງດັ່ງຕໍ່ໄປນີ້:
● ແບ່ງປັນຜົນສຳເລັດ, ແບບຢ່າງທີ່ດີ ແລະ ບົດຮຽນ ຈາກກຳປູເຈຍ, ສປປ ລາວ, ປະເທດໄທ ແລະ ຫວຽດນາມ ໃນການພັດທະນາສຸຂະພາບ ແລະ ຄວາມເປັນຢູ່ທີ່ດີໃນທຸກຊ່ວງອາຍຸ.
● ສະແດງໃຫ້ເຫັນວິທີການແບບໃໝ່ໃນການເຊື່ອມໂຍງການວາງແຜນປະຊາກອນເຂົ້າໃນວຽກງານສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ.
● ສະແດງໃຫ້ເຫັນວິທີການຕ່າງໆກຽ່ວກັບການໃຊ້ທຶນພາຍເຂົ້າໃນການຈັດຕັ້ງປະຕິບັດຄຳໝາຍໝັ້ນຕໍ່ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ.
● ນຳສະເໜີ ຂໍ້ແນະນຳທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ປະສົບການຕົວຈິງຂອງກຳປູເຈຍ, ສປປ ລາວ, ປະເທດໄທ, ແລະ ຫວຽດນາມ ເພື່ອສະແດງໃຫ້ເຫັນວ່າການເລັ່ງລັດປະຕິບັດແຜນປະຕິບັດງານ ICPD ຈະເປັນປະໂຫຍດຕໍ່ຄວາມກ້າວໜ້າທາງດ້ານເສດຖະກິດຂອງປະເທດເຫຼົ່ານັ້ນແນວໃດ.
● ກໍານົດຜົນສໍາເລັດ ແລະ ການປະຕິບັດຕົວຈິງ ທີ່ສາມາດສົ່ງຕໍ່ໃຫ້ແກ່ປະເທດອື່ນໆ ໃນພາກພື້ນອາຊີ-ປາຊີຟິກ ແລະ ຂົງເຂດອື່ນໆ.
ໃນກອງປະຊຸມຄັ້ງນີ້, ດຣ. ວຽງມະນີ ຍັງໄດ້ກ່າວອີກວ່າ ແຜນການສຳລັບການນຳໃຊ້ຜົນປະໂຫຍດທາງດ້ານປະຊາກອນຂອງ ສປປ ລາວ ຈະສຸມໃສ່ການເພີ່ມທະວີການເຂົ້າເຖິງການດູແລສຸຂະພາບ ລວມທັງການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ນອກຈາກນີ້ ຈະແນ່ໃສ ແກ້ໄຂບັນຫາຕ່າງໆ ເຊັ່ນ: ການຂາດສານອາຫານ, ການແຕ່ງງານໄວຂອງເດັກ, ການຖືພາໃນໄວໜຸ່ມ ແລະ ການປະລະການສຶກສາ. ແຜນການນີ້ຈະເປັນບ່ອນ ອີງຊ່ວຍຫຼຸດຜ່ອນຄວາມ ບໍ່ສອດຄ່ອງກັນລະຫວ່າງ ຕະຫຼາດແຮງງານ ແລະ ລະບົບການສຶກສາ, ປັບປຸງການພັດທະນາສີມືແຮງງານ ແລະ ເສີມສ້າງລະບົບ ການປົກປ້ອງທາງສັງຄົມ.
ນອກຈາກນີ້, ດຣ. ວຽງມະນີ ຍັງໄດ້ແບ່ງປັນກັບບັນດາຜູ້ເຂົ້າຮ່ວມກອງປະຊຸມກ່ຽວກັບການວາງມາດຕະການທີ່ໄດ້ຜົນ ສປປ ລາວ ເພື່ອປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາກອນ, ລວມທັງການເປີດຕົວຄຳໝາຍໝັ້ນລະດັບຊາດກ່ຽວກັບການວາງແຜນຄອບຄົວ ປີ 2030, ເຊິ່ງເປັນການຮ່ວມມືລະດັບໂລກທີ່ ແນໃສ່ ສ້າງເງື່ອນໄຂສຳລັບທຸກຄົນ, ໂດຍສະເພາະຜູ້ທີ່ຢູ່ໃນເຂດຫ່າງໄກສອກຫຼີກ, ສາມາດເຂົ້າເຖິງການດູແລສຸຂະພາບຈະເລີນພັນ ທີ່ພວກເຂົາຕ້ອງການເພື່ອສ້າງອະນາຄົດທີ່ດີກວ່າ.
ຜົນສຳເລັດອື່ນໆຂອງການຈັດຕັ້ງປະຕິບັດບັນດາມາດຕະການທີ່ ດຣ. ວຽງມະນີ ໄດ້ຍົກຂຶ້ນໃນກອງປະຊຸມ ລວມມີ ຈຳນວນພະນັກງານຜະດຸງຄັນທີ່ມີສີມືເພີ່ມຂຶ້ນ ແລະ ການນຳໃຊ້ວິທີການທີ່ອີງໃສ່ສິດທິ ແລະ ມີຄວາມອ່ອນໄຫວຕໍ່ບັນຫາເພດ, ເຊິ່ງສຸມໃສ່ການປັບປຸງສຸຂະພາບ, ການສຶກສາ, ຄວາມສະເໝີພາບທາງເພດ ແລະ ການພັດທະນາທຶນມະນຸດໂດຍລວມ ເພື່ອເປັນເສັ້ນທາງໄປສູ່ຄຸນນະພາບຊີວິດທີ່ດີຂຶ້ນ
ດຣ. ວຽງມະນີ ກ່າວວ່າ "ເຖິງວ່າຈະມີຜົນສຳເລັດອັນໃຫຍ່ຫຼວງ, ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເຊັ່ນ: ການຊ່ວຍເຫຼືອທາງການເພື່ອການພັດທະນາຢ່າງເປັນທາງການຫຼຸດລົງ, ພື້ນທີ່ການຄັງຈຳກັດ, ເຊິ່ງສົ່ງຜົນກະທົບຕໍ່ຄວາມພ້ອມຂອງພະນັກງານສາທາລະນະສຸກ, ພ້ອມດ້ວຍຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ໄພທຳມະຊາດຕໍ່ສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາກອນ.
ພວກເຮົາຈຳເປັນຕ້ອງຊອກ ຫາກົນໄກການເງິນພາຍໃນ ແລະ ລະດັບພາກພື້ນ, ໃນນັ້ນ ຈະຕ້ອງສຶກສາ ການເປັນຫຸ້ນສ່ວນ ແລະ ການສະໜັບສະໜູນ ຈາກບັນດາປະເທດເພື່ອນບ້ານອາຊຽນ. ພ້ອມທັງຂະຫຍາຍການເປັນຫຸ້ນສ່ວນກັບພາກເອກະຊົນ ເນື່ອງຈາກຂົງເຂດນີ້ຍັງບໍ່ທັນໄດ້ນຳໃຊ້ຢ່າງເຕັມທີ່," ດຣ. ວຽງມະນີ ກ່າວ.
ພວກເຮົາຈຳເປັນຕ້ອງສ້າງຄວາມເຂັ້ມແຂງພາຍໃນຂະແໜງສາທາລະນະສຸກ ເພື່ອໃຫ້ສາມາດຮັບມືກັບຜົນກະທົບຈາກໄພພິບັດ ແລະ ການປ່ຽນແປງຕ່າງໆ. ພວກເຮົາຕ້ອງຊອກຫາວິທີແກ້ໄຂທີ່ສ້າງສັນ ເພື່ອຮັບປະກັນການເຂົ້າເຖິງການບໍລິການທີ່ຈຳເປັນສຳລັບປະຊາຊົນຢູ່ເຂດທີ່ຫ່າງໄກສອກຫຼີກ ໂດຍຜ່ານເພີ່ມການຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ແລະ ການສະໜັບສະໜູນຊຸມຊົນ.
ກອງປະຊຸມຄັ້ງນີ້, ຄະນະຜູ້ແທນຈາກກໍາປູເຈຍ, ປະເທດໄທ ແລະ ຫວຽດນາມ ໄດ້ແບ່ງປັນປະສົບການຂອງພວກເຂົາເຈົ້າ ໃນການຈັດຕັ້ງປະຕິບັດນະໂຍບາຍດ້ານປະຊາກອນ ແລະ ການພັດທະນາ. ການຊ່ວຍເຫຼືອທາງການເພື່ອການພັດທະນາທີ່ຫຼຸດລົງກຳລັງເປັນສິ່ງທ້າທາຍທີ່ສໍາຄັນ. ດັ່ງນັ້ນ ຈຶ່ງມີຄວາມ ຈຳເປັນ ທີ່ຈະນໍາໃຊ້ກົນລະຍຸດທີ່ສ້າງສັນເພື່ອລະດົມຊັບພະຍາກອນ, ນໍາໃຊ້ກອບນະໂຍບາຍທີ່ກ່ຽວຂ້ອງທັງໝົດ ແລະ ເສີມຂະຫຍາຍກອບການຮ່ວມມື ໃຕ້-ໃຕ້.
ໜຶ່ງໃນຜົນສຳເລັດທີ່ໂດດເດັ່ນຂອງກຳປູເຈຍແມ່ນການສ້າງຕັ້ງຄະນະສະເພາະກິດທີ່ປະກອບດ້ວຍ 22 ກະຊວງຫຼັກ ເພື່ອພິຈາລະນາແຜນປະຕິບັດງານແນໃສ່ ເພື່ອປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາກອນທັງໝົດ ຜ່ານການພັດທະນາກອບການດຳເນີນງານຍຸດທະສາດທີ່ມີການໄລ່ລຽງ. ກອບການດຳເນີນງານນີ້ເປັນຫຼາຍກວ່າແຜນປະຕິບັດງານ; ມັນສະແດງເຖິງວິທີການກະຕຸ້ນໃຫ້ເກີດການສົນທະນາກັບຫຼາຍພາກສ່ວນ ເພື່ອສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຕະຫຼອດວົງຈອນຊີວິດຂອງປະຊາກອນ.
ໃນປະເທດໄທ, ແຜນພັດທະນາປະຊາກອນ ແລະ ພັດທະນາແຫ່ງຊາດ 15 ປີ (2022-2037) ໄດ້ຖືກກຳນົດຂຶ້ນ, ເຊິ່ງເນັ້ນໃສ່ວິທີການວົງຈອນຊີວິດຕໍ່ການສູງໄວ ເພື່ອເພີ່ມປະສິດທິພາບ ແລະ ການເຕີບໂຕທາງດ້ານເສດຖະກິດ ໃນຂະນະທີ່ສົ່ງເສີມສິດທິມະນຸດ, ຄວາມສະເໝີພາບທາງເພດ ແລະ ສິດທິ ແລະ ການເລືອກສຳລັບທຸກຄົນ, ໂດຍສະເພາະແມ່ຍິງ ແລະ ເດັກຍິງ.
ໃນປະເທດຫວຽດນາມ, ຍຸດທະສາດປະຊາກອນທີ່ຄົບວົງຈອນໃໝ່ສຳລັບໄລຍະປີ 2021-2030 ໄດ້ຖືກນຳສະເໜີ. ຍຸດທະສາດນີ້ ນຳໃຊ້ນະໂຍບາຍຮອບວົງຈອນຊີວິດ ເພື່ອແກ້ໄຂຄວາມຕ້ອງການດ້ານປະຊາກອນ ແລະ ການພັດທະນາທີ່ປ່ຽນແປງໄປຂອງປະເທດ. ຍຸດທະສາດດັ່ງກ່າວແນໃສ່ສົ່ງເສີມການຕອບສະໜອງຂອງຫຼາຍຂະແໜງການໃນຂົງເຂດຕ່າງໆ, ລວມທັງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິ, ການພັດທະນາເຍົາວະຊົນແບບຄົບຖ້ວມ, ປະຊາກອນສູງໄວ, ຄວາມສະເໝີພາບທາງເພດ, ການປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ, ການເຄື່ອນຍ້າຍ ແລະ ການປ່ຽນແປງດ້ານປະຊາກອນ.