Go Back Go Back
Go Back Go Back

ສປປ ລາວ ກຽມ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການແຫ່ງຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ​ຄັ້ງ​ທຳ​ອິດ ເພື່ອ​ເລັ່ງລັດການ​ບັນລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແຫ່ງ​ຊາດ

ສປປ ລາວ ກຽມ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການແຫ່ງຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ​ຄັ້ງ​ທຳ​ອິດ ເພື່ອ​ເລັ່ງລັດການ​ບັນລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແຫ່ງ​ຊາດ

ຂ່າວ

ສປປ ລາວ ກຽມ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການແຫ່ງຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ​ຄັ້ງ​ທຳ​ອິດ ເພື່ອ​ເລັ່ງລັດການ​ບັນລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແຫ່ງ​ຊາດ

calendar_today 21 March 2025

ສປປ ລາວ ກຽມ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການແຫ່ງຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ​ຄັ້ງ​ທຳ​ອິດ ເພື່ອ​ເລັ່ງລັດການ​ບັນລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແຫ່ງ​ຊາດ
ສປປ ລາວ ກຽມ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການແຫ່ງຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ​ຄັ້ງ​ທຳ​ອິດ ເພື່ອ​ເລັ່ງລັດການ​ບັນລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແຫ່ງ​ຊາດ

ນະຄອນຫຼວງວຽງຈັນ, 21 ມີນາ 2025 - ກະຊວງແຜນການ ແລະ ການລົງທຶນ, ພາຍໃຕ້ການ ສະໜັບສະໜູນຈາກກອງທຶນສະຫະປະຊາຊາດສຳລັບປະຊາກອນ ພ້ອມດ້ວຍບັນດາຄູ່ຮ່ວມງານ ທັງພາຍໃນ ແລະ ຕ່າງປະເທດ, ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອກະກຽມການສ້າງຕັ້ງຄະນະກຳມະການແຫ່ງຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ພາຍໃຕ້ ນະໂຍບາຍແຫ່ງຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ 2019-2030, ເຊິ່ງເປັນໜຶ່ງໃນຍຸດທະສາດທີ່ ຖືກອອກແບບມາ ເພື່ອເລັ່ງລັດ ການຈັດຕັ້ງ ປະຕິບັດນະໂຍບາຍແຫ່ງຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ 2019–2030, ແນໃສ່ບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນດຳເນີນ ງານກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ.

PPCC

ການສ້າງຕັ້ງຄະນະກຳມະການແຫ່ງຊາດວ່າດ້ວຍປະຊາກອນຈະເປັນບາດກ້າວສຳຄັນໃນຄວາມພະຍາຍາມ ຂອງ ສປປ ລາວ ເຮັດໃຫ້ວຽກງານປະຊາກອນ ແລະ ການພັດທະນາ ກາຍເປັນຈຸດໃຈກາງ ຂອງການ ວາງແຜນພັດທະນາປະເທດຊາດ, ພ້ອມທັງສົ່ງເສີມການພັດທະນາແບບມີສ່ວນຮ່ວມ, ເທົ່າທຽມ ແລະ ຍືນຍົງ ໃນຂະນະທີ່ປະເທດກຳລັງເດີນບົນເສັ້ນທາງຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ.

ເນື່ອງຈາກວ່າປະຊາກອນ 60% ຂອງ ສປປ ລາວ ມີອາຍຸຕ່ຳກວ່າ 25 ປີ, ຈຶ່ງເປັນໂອກາດອັນສຳຄັນໃນການນຳ ໃຊ້ຜົນຕອບແທນທາງດ້ານປະຊາກອນດັ່ງກ່າວ. ໜ້າວຽກບູລິມະສິດສຳຄັນຂອງ ຄະນະກຳມະການແຫ່ງ ຊາດວ່າດ້ວຍປະຊາກອນກວມເອົາຫລາຍຂົງເຂດເປັນຕົ້ນ: ສຸຂະພາບຈະເລີນພັນ, ການປ່ຽນແປງທາງ ດ້ານປະຊາກອນ, ການສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມ, ສັງຄົມຜູ້ສູງອາຍຸ ແລະ ການນຳໃຊ້ຜົນຕອບ ແທນທາງດ້ານປະຊາກອນຢ່າງມີຍຸດທະສາດ.

ເພື່ອນຳໃຊ້ກາລະໂອກາດດັ່ງກ່າວ, ການປະສານງານກັບຫຼາຍພາກສ່ວນ ແລະ ຂະແໜງການຕ່າງໆ ແມ່ນ ມີຄວາມຈຳເປັນເພື່ອຮັບປະກັນໃຫ້ມີການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ຮັບ ປະກັນບໍ່ປະໃຜໄວ້ຂ້າງຫຼັງ. ແຜນພັດທະນາປະຊາກອນແຫ່ງຊາດ ຂອງ ສປປ ລາວ ໄດ້ສ້າງຂຶ້ນບົນພື້ນຖານ ເນື້ອໃນຈິດໃຈຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ. ນະໂຍບາຍດັ່ງກ່າວ ໄດ້ຊ່ວຍ ສ້າງກອບການດຳເນີນງານທີ່ຮັດກຸມເປັນບ່ອນອີງໃນການແກ້ໄຂບັນຫາສຳຄັນຕ່າງໆເຊັ່ນ: ສຸຂະພາບຈະເລີນພັນ, ການພັດທະນາຊາວໜຸ່ມ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ວ່າດ້ວຍ ປະ​ຊາ​ກອນ ແລະ ການພັດທະນາ ສະ​ແດງ​ໃຫ້​ເຫັນ​ເຖິງ ​ຄວາມ​ມຸ່ງໝັ້ນ​ອັນແຮງ​ກ້າ​ຂອງ​ລັດ​ຖະ​ບານ​ພວກ​ເຮົາ​ໃນ​ການ​ເຊື່ອມ​ໂຍງ​ວຽກ​ງານ​ປະ​ຊາ​ກອນ​ເຂົ້າ​ກັບ​ວຽກບູ​ລິ​ ມະ​ສິດ​ຂອງ​ການ​ພັດ​ທະ​ນາ​ຂອງ​ພວກ​ເຮົາ. ແນວ​ຄວາມ​ຄິດ​ລິ​ເລີ່ມ​ນີ້​ແມ່ນ​ການ​ຜັນຂະ​ຫຍາຍ​ຜົນ​ການ​ພົບ​ປະ​ ລະດັບພາກ​ພື້ນ ​ແລະ​ ກັບປະ​ເທດ​ກຳ​ປູ​ເຈຍ. ເພາະມີການ​ເພີ່ມ​ທະ​ວີ​ການ​ປະ​ສານງານ​ລະ​ຫວ່າງ​ກະ​ຊວງ, ແຂວງ ​ແລະ​ ຄູ່​ຮ່ວມ​ງານ, ຄະນະກຳມະການປະສານງານວ່າດ້ວຍນະໂຍບາຍປະຊາກອນຈະ​ເປັນ​ ເວ​ທີ​ອັນ​ຊົງ​ພະ​ລັງ​, ​ຜັກ​ດັນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ປະ​ຊາ​ກອນ ​ແລະ ​ການ​ພັດ​ທະ​ນາ (2019–2030) ໃຫ້​ປະກົດເປັນ​ຈິງ​ ແລະ​ ນຳ​ຜົນ​ປະ​ໂຫຍດ​ມາ​ສູ່ ສ​ປ​ປ ລາວ. ພວກ​ເຮົາ​ເຊື່ອ​ວ່າ​ກົນ​ໄກ​ປະ​ສານ​ງານ ​ນີ້​ຈະ​ບໍ່​ພຽງ​ ແຕ່​ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານໃຫ້ມີ​ປະ​ສິດ​ທິ​ຜົນ​ເທົ່າ​ນັ້ນ, ແຕ່​ຍັງ​ຮັບປະກັນຜົນຕອບແທນສູງ​ສຸດ ​ ທາງ​ດ້ານ​ປະ​ຊາ​ກອນ​, ຊ່ວຍ​ສະ​ໜັບສະ​ໜູນ ​ສ້າງຄວາມ​ສະ​ເໝີ​ພາບ​ ລະ​ຫວ່າງ​ຍິງ-ຊາຍ ແລະ​ ປັບ​ປຸງ​ຊີ​ວິດ​ ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ. ຍ້ອນ​​ໄດ້ຮັບການຮ່ວມ​ມື​ຈາກທຸກ​ຂະແໜງ​ການ, ພວກ​ເຮົາມີ​ຄວາມ​ໝັ້ນ​ໃຈ​ວ່າ ຄະ​ນະ​ກຳ​ມະ​ການ​ນີ້​ຈະ​ຊ່ວຍ​ໃຫ້​ ພວກ​ເຮົາຍັບເຂົ້າ​ໃກ້​ວິ​ໄສທັດ​ການ​ພັດ​ທະ​ນາ 2030 ຂອງ​ພວກ​ເຮົາ​ຫຼາຍ​ຂຶ້ນ." ທ່ານ​ ນາງ ພອນ​ວັນ ອຸ​ທາ​ວົງ, ຮອງ​ລັດ​ຖະ​ມົນ​ຕີ, ກະ​ຊວງ​ແຜນ​ ການ ​ແລະ ​ການ​ລົງ​ທຶນ

ການ​ລິ​ເລີ່ມ​ນີ້​ແມ່ນ​ໜຶ່ງ​ໃນ 14 ຂໍ້​ສະ​ເໜີ​ແນະ​ທີ່​ສຳ​ຄັນ ແລະ ຂໍ້​ຮຽກ​ຮ້ອງໃຫ້ມີການຈັດຕັ້ງປະຕິບັດ ທີ່ຖືກ ຮັບຮອງໃນ ກອງ​ປະ​ຊຸມ​ແຫ່ງ​ຊາດ​ວ່າ​ດ້ວຍ​ປະ​ຊາ​ກອນ ແລະ ການ​ພັດ​ທະ​ນາ ຄັ້ງ​ທີ 1 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ຕຸ​ລາ 2023 ແລະ ສອດ​ຄ່ອງ​ກັບ​ຄຳ​ໝາຍໝັ້ນ​ຂອງ ສປປ ລາວ ທີ່ຖະແຫລງ ​ໃນ​ກອງ​ປະ​ຊຸມ​ວ່າດ້ວຍປະ​ຊາ​ກອນ ​ອາ​ຊີ ແລະ ປາ​ຊີ​ຟິກຄັ້ງ​ທີ 7 (ເດືອນ​ພະ​ຈິກ 2023) ແລະ ກອງ​ປະ​ຊຸມ​ຄະ​ນະ​ກຳ​ມາ​ທິ​ການ​ວ່າດ້ວຍ​ປະ​ຊາ​ກອນ ແລະ ການ​ພັດ​ທະ​ນາສະ​ໄໝ​ທີ 57 (ເດືອນ​ເມ​ສາ 2024).

ນອກຈາກນັ້ນ, ໃນຕົ້ນປີນີ້, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງໄປສຶກສາວຽກງານ ຢູ່ລາຊະອານາຈັກກຳປູເຈຍ ເພື່ອແລກປ່ຽນບົດຮຽນກ່ຽວກັບການສ້າງຕັ້ງຄະນະກຳມະການທີ່ຖຶກສ້າງຂຶ້ນເພາະ ປະສານງານການຈັດຕັ້ງປະຕິບັດກອບຍຸດທະສາດ ແຜນປະຕິບັດງານຂອງ ກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ. ອີງໃສ່ຂໍ້ສະເໜີແນະ ແລະ ບົດຮຽນຈາກການສຶກສາວຽກງານດັ່ງກ່າວ, ກົມຮ່ວມມືສາກົນ ແລະ ກົມແຜນການ, ກະຊວງແຜນການ ແລະ ການລົງທຶນ, ໂດຍການສະໜັບສະໜູນຈາກ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ໄດ້ເລີ່ມຕົ້ນຮ່າງທີໂອອາ ແລະ ຄອນເຊັບ ກ່ຽວກັບຄະນະກຳມະການແຫ່ງຊາດກ່ຽວກັບປະຊາກອນ. ເພື່ອຮັບປະກັນວ່າເອກະສານ ເຫຼົ່ານີ້ເໝາະສົມ ກັບສະພາບແວດລ້ອມ ແລະ ເງືອນໄຂ ຂອງ ສປປ ລາວ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ຢ່າງ ມີປະສິດທິຜົນ, ຈື່ງໄດ້ຈັດກອງປະຊຸມປຶກສາຫາລືຄັ້ງນີ້ຂຶ້ນເພື່ອເກັບກຳຂໍ້ມູນຈາກທຸກພາກສ່ວນ ເພື່ອກວດກາຄືນ ແລະ ສັງລວມເປັນຮ່າງເອກະສານ.

ຄະນະກຳມະການແຫ່ງຊາດວ່າດ້ວຍປະຊາກອນຈະເປັນເວທີຕົ້ນຕໍສຳລັບການປະສານງານ, ການເຊື່ອມໂຍງ ນະໂຍບາຍ, ການຕິດຕາມກວດກາ ແລະ ການລະດົມຊັບພະຍາກອນຈາກທົ່ວຂະແໜງການຂອງລັດຖະບານ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ. ຈຸດປະສົງຫຼັກຂອງ ຄະນະກຳມະການດັ່ງກ່າວມີດັ່ງຕໍ່ໄປນີ້:

  • ອຳນວຍຄວາມສະດວກ ແລະ ຊຸກຍູ້ກໃຫ້ມີການຮ່ວມມືລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຈັດ ຕັ້ງປະຕິບັດນະໂຍບາຍແຫ່ງຊາດວ່າດ້ວຍປະກອນ ແລະ ການພັດທະນາ
  • ເຊື່ອມໂຍງວຽກງານຂອງປະຊາກອນເຂົ້າໃນທຸກລະດັບຂອງການວາງແຜນພັດທະນາແຫ່ງຊາດ
  • ເປັນກອບສຳລັບເພື່ອກວດກາຕິດຕາມ ແລະ ປະເມີນຜົນທີ່ເຂັ້ມແຂງ
  • ລະດົມຊັບພະຍາກອນ ແລະ ການສະໜັບສະໜູນບູລິມະສິດດ້ານປະຊາກອນ ແລະ ການພັດທະນາ
  • ສົ່ງເສີມການແບ່ງປັນຄວາມຮູ້ ແລະ ການນຳໃຊ້ຂໍ້ມູນເພື່ອເປັນແນວທາງໃນການກຳນົດທິດທາງ

ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ນະ​ໂຍ​ບາຍ​ປະ​ຊາ​ກອນ ເປັນ​ບາດ​ກ້າວ​ຍຸດ​ທະ​ສາດ​ທີ່​ ສອດ​ຄ່ອງ​ກັບ​ ສະ​ພາບ​ການ, ແນ​ໃສ່​ປັບ​ປຸງ​ກົນ​ໄກ​ແຫ່ງ​ຊາດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍວ່າດ້ວຍ ​ປະ​ຊາ​ກອນ ​ແລະ​ ການ​ພັດ​ທະ​ນາ. ໂດຍ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ກັບທຸກ​ຂະ​ແໜງ​ການ​ ແລະ​ ສອດ​ຄ່ອງ​ກັບ​ບູ​ລິ​ມະ​ສິດ​ ແຫ່ງ​ຊາດ ​ແລະ ​ພັນ​ທະ​​ຂອງ ສ​ປ​ປ ລາວ ຕໍ່ສາກົນ, ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ນະ​ໂຍ​ບາຍ​ປະ​ຊາ ​ກອນ​ນີ້​ຈະ​ຊ່ວຍ​ຮັບ​ປະ​ກັນ​ການ​ປະ​ສານ​ງານ, ການ​ຕິດ​ຕາມ​ກວດ​ກາ, ແລະ​ ການ​ລະ​ດົມ​ຊັບ​ພະ​ຍາ​ກອນ ​ຢ່າງມີ​ປະ​ສິດ​ທິ​ຜົນ. ນອກ​ຈາກ​ນີ້, ມັນ​ຍັງ​ເປັນ​ໂອ​ກາດ​ຂອງ ສປປ ລາວ ທີ່​ຈະ​ສ້າງ​ຄວາມ​ເຂົ້າ​ໃຈ​ ຕໍ່ທຸກພາກສວ່ນກ່ຽວກັບຄວາມສຳຄັນຂອງວຽກງານປະ​ຊາ​ກອນ ແລະ ສົ່ງ​ເສີມ​ການ​ວາງ​ແຜນ​ໂດຍ​ອີງ ​ໃສ່​ຂໍ້​ມູນ​ ຮັບປະກັນໃຫ້ທຸກຄົນໄດ້ຮັບ​​ຜົນປະໂຫຍດ, ໂດຍ​ສະ​ເພາະ​ກຸ່ມ​ຄົນ​ທີ່​ດ້ອຍ​ໂອ​ກາດ​ທີ່​ສຸດ. ອົງການສະຫະ ປະຊາຊາດ ກອງທຶນສຳລັບປະຊາກອນຍຶດ​ໝັ້ນ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເຫຼົ່ານີ້ ແລະ ເຮັດ​ວຽກ​ຢ່າງ​ ໃກ້​ຊິດ​ກັບ​ກະ​ຊວງ​ແຜນ​ການ​ ແລະ​ ການ​ລົງ​ທຶນ ແລະ ຄູ່​ຮ່ວມ​ງານ​ທັງ​ໝົດ​ເພື່ອ ປ່ຽນ​ນະ​ໂຍ​ບາຍ ​ໃຫ້​ກາຍ​​ເປັນ ຮູບ​ປະ​ທຳ " ດຣ. ບັກ​ຕີ​ຢໍ ກາ​ດີ​ໂຣບ

PPCC

ຄະນະກຳມະການດັ່ງກ່າວຈະປະກອບມີກະຊວງແຜນການ ແລະ ການລົງທຶນ ເປັນປະທານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ອົງການປົກຄອງແຂວງ ແລະ ເມືອງ, ອົງການຈັດຕັ້ງມະຫາຊົນ, ອົງການຈັດ ຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ. ຫ້ອງການກອງເລຂາ ທີ່ຈະຖືກສ້າງສະເພາະກິດ ຈະຊ່ວຍຊຸກຍູ້ການ ດຳເນີນງານ ແລະ ຮັບປະກັນການສື່ສານ, ການປະສານງານ ແລະ ການຕິດຕາມຜົນການ ຈັດຕັ້ງປະຕິບັດວຽກ ງານຢ່າງມີປະສິດທິຜົນ.