You are here

ນະຄອນຫຼວງວຽງຈັນ, ວັນທີ 21 ພຶດສະພາ 2021 - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພຶດສະພາ, ພາຍໃຕ້ການເປັນປະທານຂອງພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ລັດຖະບານລາວໄດ້ຕົກລົງເຫັນດີຮັບຮອງເອົາແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ຄັ້ງທີ II (2021-2025) (NPAVAWVAC) ແລະ ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ ຄັ້ງທີ IV (2021-2025) (NPAGE). ແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ແລະ ແຜນປະຕິບັດງານແຫ່ງຊາດຄັ້ງທີສີ່ກ່ຽວກັບຄວາມສະເໝີ ພາບຍິງ - ຊາຍ ໄລຍະໃໝ່ ໄດ້ຖືກສ້າງຂື້ນພາຍໃຕ້ການນຳພາຂອງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ), ໂດຍໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານຈາກອົງການ ສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA), ລວມທັງການສະໜັບສະໜູນດ້ານງົບປະມານຈາກອົງການ ແຮງງານສາກົນ ( ILO) , ອົງການ ຢູເອັນວີເມັນ (UN Women) ແລະ  ອົງການ ແຄຣ ນານາຊາດ.

 

ທ່ານ ດຣ ອິນລາວັນ ແກ້ວບຸນພັນ ປະທານ ສູນກາງສະຫະພັນແມ່ຍິງລາວ ແລະ ຮອງປະທານ ຜູ້ປະຈຳການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ນຳສະເໜີ ແຜນດຳເນີນງານແຫ່ງຊາດໄລະຍະໃໝ່ຕໍ່ກອງປະຊຸມລັດຖະບານ. ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ຄັ້ງທີ II (2021-2025) ສະເພາະຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເນັ້ນໜັກໃສ່ສາມເນື້ອໃນຫຼັກໃນການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ຄື: ການປ້ອງກັນ, ການແກ້ໄຂ ແລະ ການປະສານງານ. ຂໍ້ລິເລີ່ມການປ້ອງກັນແມ່ນໄດ້ມອບຄວາມຮັບຜິດຊອບໃຫ້ແກ່ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງໃນການປູກຈິດສຳນຶກກ່ຽວກັບການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ພ້ອມທັງປ່ຽນທັດສະນະ ແລະ ພຶດຕິກຳຂອງປະຊາຊົນບັນດາເຜົ່າ. ວຽກງານການແກ້ໄຂ ແມ່ນແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການທີ່ຈຳເປັນທີ່ມີຄຸນນະພາບຂອງຂະແໜງສັງຄົມ, ສຸຂະພາບ, ຕຳຫຼວດ ແລະ ຍຸຕິທຳ.

 

ການປະສານງານລະຫວ່າງບັນດາສາຍການຈັດຕັ້ງຂອງກະຊວງ ແລະ ພະແນກການປົກຄອງລະດັບທ້ອງຖິ່ນທີ່ໄດ້ລະບຸໄວ້ຢູ່ໃນແຜນດຳເນີນງານ ຈະເພີ່ມທະວີຄວາມພະຍາຍາມເພື່ອສະໜອງການແກ້ໄຂຕໍ່ຄວາມຮຸນແຮງຢ່າງມີຄຸນນະພາບ ແລະ ມີການປະສານງານກັບຫຼາຍຂະແໜງການ. ແຜນດໍາເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ - ຊາຍ ຄັ້ງທີ IV (2021-2025) ໃຫ້ບຸລິມະສິດຕໍ່ສຸຂະພາບຂອງແມ່ຍິງ ແລະ ສຸຂະພາບຈະເລີນພັນ, ການມີສ່ວນຮ່ວມທາງດ້ານການເມືອງ, ການສ້າງຄວາມເຂັ້ມແຂງດ້ານເສດຖະກິດ, ການສຶກສາ, ການມີວຽກເຮັດງານທຳ ແລະການປົກປ້ອງສັງຄົມ.

 

ທ່ານ ດຣ ອິນລາວັນ ແກ້ວບຸນພັນ ໄດ້ຍ້ອງຍໍຊົມເຊີຍລັດຖະບານ ຕໍ່ກັບການຕົກລົງຮັບຮອງເອົາແຜນດຳເນີນງານແຫ່ງຊາດ, ໂດຍກ່າວວ່າ " ແຜນງານດຳເນີນງານແຫ່ງຊາດ ຈະເປັນແຜນແມ່ບົດໃຫ້ແກ່ການດຳເນີນງານຂອງລັດຖະບານ ເພື່ອສົ່ງເສີມຄວາມສະເໝີພາບຍິງ - ຊາຍ, ປ້ອງກັນ ແລະ ແກ້ໄຂ ກັບຄວາມຮຸນແຮງຕໍ່ແມ່ຍິງໃນໄລຍະ 5 ປີຕໍ່ໜ້າ. ຫຼັງຈາກແຜນດຳເນີນງານແຫ່ງຊາດໄດ້ມີການຮັບຮອງເປັນທາງການແລ້ວ, ແຕ່ລະຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ, ໂດຍໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ, ມີບົດບາດ ແລະຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນດຳເນີນງານນີ້ໃຫ້ມີປະສິດຕິຜົນ. ບັນດາຂະແໜງການຕ່າງໆຕ້ອງຮັບ ຜິດຊອບລາຍງານການຈັດຕັ້ງປະຕິບັດວຽກງານຕໍ່ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ.” ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ຈະຮັບຜິດຊອບໃນການຕິດຕາມກວດກາ, ປະເມີນຜົນ ແລະ ລາຍງານການຈັດຕັ້ງປະຕິບັດຂອງແຕ່ລະຂະແໜງການຕໍ່ສູນກາງ, ພາກພື້ນ ແລະຄະນະກຳມະການສາກົນ.

 

ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດທີ່ຜ່ານມາ ແລະ ຄຳໝັ້ນສັນຍາສາກົນຂອງລັດຖະບານລາວໃນການສົ່ງເສີມຄວາມສະເໝີພາບຍິງ - ຊາຍ ແລະ ການຢຸຕິການໃຊ້ຄວາມຮຸນແຮງ, ລວມທັງພັນທະຕໍ່ຊີດໍ (CEDAW), ກອງປະຊຸສາກົນວ່າດ້ວຍປະຊາກອນແລະການພັດທະນາ (ICPD25), ຜນປະຕິບັດງານປັກກິ່ງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs), ໄດ້ຖືກລວມເຂົ້າໃນແຜນດຳເງີນງານແຫ່ງຊາດຊຸດໃໝ່ນີ້.

 

ໃນການສ້າງແຜນດຳເນີນງານແຫ່ງຊາດດັ່ງກ່າວນັ້ນ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ  ໄດ້ສົນທະນາ ແລະ ປຶກສາຫາລືກັບບັນດາຂະແໜງການພາກລັດ, ອົງການຈັດຕັ້ງທາງສັງຄົມ, ອົງການສະຫະປະຊາຊາດ , ຄູ່ຮ່ວມພັດທະນາແລະລັດຖະບານ ເພື່ອສ້າງແຜນດຳເນີນງານໄລຍະໃໝ່, ໂດຍໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ຈາກອົງການ UNFPA. ແຜນດຳເນີນງານນີ້ ໄດ້ເຊື່ອມເຂົ້າໃນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ແລະ ແຜນພັດທະນາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ, ໂດຍໄດ້ຮັບການສະໜັບສະໜູນທາງດ້ານວິຊາການຢ່າງຕໍ່ເນື່ອງຈາກອົງການ UNFPA ແລະ ການສະໜັບສະໜູນດ້ານງົບປະມານຈາກໂຄງການຮ່ວມມືລະຫວ່າງ UNFPA / UNDP ໂດຍການໃຫ້ທຶນຈາກອົງການ KOICA.

 

ເພື່ອຮັບປະກັນວ່າແຜນດຳເນີນງານແຫ່ງຊາດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນແລະປະສົບຜົນສຳເລັດ, ລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ຈຳເປັນຕ້ອງຮັບປະກັນການລົງທຶນທີ່ໝັ້ນຄົງໃນໄລຍະ 5 ປີຕໍ່ໜ້າ ເພື່ອຮັບປະກັນການສົ່ງເສີມຄວາມສະເໝີພາບຍິງ - ຊາຍ, ແມ່ຍິງ ແລະ ເດັກຍິງ ຈະໄດ້ຮັບການປົກປ້ອງທີ່ດີຂຶ້ນຈາກຄວາມຮຸນແຮງ ແລະ ເພີ່ມການເຂົ້າເຖິງຂອງຜູ້ລອດຊີວິດຈາກຄວາມຮຸນແຮງ ຈົນໄປເຖິງການປະສານງານທີ່ມີຄຸນນະພາບ.

ໃນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ນັ້ນ ເປັນວຽກໜຶ່ງຂອງ ອົງການ UNFPA ໃນການຈັດຕັ້ງປະຕິບັດຊຸດການບໍລິການທີ່ຈຳເປັນ ສຳລັບແມ່ຍິງ ແລະ ເດັກຍິງທີ່ໄດ້ຮັບຄວາມຮຸນແຮງ, ໂດຍໄດ້ຮັບການສະໜັບສະໜູນທຶນຈາກ  DFAT, ປະເທດອັງກິດ ແລະ ອົງການ SDC. ອົງການ UNFPA ແລະ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ.

 

ທ່ານ ນາງ ມາລຽມ ຄານ ຜູ້ຕາງໜ້າອົງການ UNFPA, ໄດ້ຍ້ອງຍໍຊົມເຊີຍລັດຖະບານຕໍ່ຂີດໝາຍອັນສຳຄັນນີ້. ທ່ານໄດ້ກ່າວວ່າ“ ແຜນດຳເນີນງານແຫ່ງຊາດທັງສອງແຜນນີ້ ແມ່ນນຳໃຊ້ວິທີການຮ່ວມມືຫຼາຍຂະແໜງການ ເຊິ່ງຈະຊ່ວຍປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງຢ່າງເປັນລະບົບ ແລະ ທັນເວລາ. ແຜນດຳເນີນງານຈະຮັບປະກັນການປັບປຸງການປະສານງານ ແລະ ການບໍລິການທີ່ມີຄຸນນະພາບໃຫ້ແກ່ແມ່ຍິງ ແລະ ເດັກຍິງທີ່ມີຄວາມຈຳເປັນ; ຍິງ ແລະ ຊາຍ ໄດ້ຮັບເງື່ອນໄຂ, ໂອກາດ, ການພັດທະນາ ແລະ ຜົນປະໂຫຍດທີ່ເທົ່າທຽມກັນ ໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ຄອບຄົວ (ຕື່ມໃສ່) ໃນຕະຫຼອດໄລຍະ 5 ປີຕໍ່ໜ້ານີ້, ອົງການ UNFPA ຈະສືບຕໍ່ເຮັດວຽກຄຽງຄູ່ກັບລັດຖະບານ ແລະ ຄູ່ຮ່ວມງານເພື່ອເພີ່ມຄວາມພະຍາ ຍາມໃນການຮັບຮູ້ສິດທິຂອງແມ່ຍິງ ແລະ ເດັກຍິງໃຫ້ຫຼາຍຂື້ນ”.

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ສີສຸວັນ ວໍລະບຸດ 

ຜູ້ຮັບຜິດຊອບແຜນງານ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ

ອີເມວ:vorabouth@unfpa.org

 

ທ່ານ ນາງ  ວັນລີ ລໍກ່ວາງມິງ

ຜູ້ຮັບຜິດຊອບວຽກງານສື່ສານ ແລະ ການຮ່ວມມື

ອີເມວ: lorkuangming@unfpa.org

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org