ພາຍໃຕ້ການຂະໜານນາມວ່າ “ວິລະຊົນໃນຊຸດສີບົວ”, ທ່ານນາງ ສຸກສະຫວັນ ປະເສີດສັກ ໄດ້ເຫັນດ້ວຍຕາຕົນເອງ ເຖິງວິວັດທະນາການຂອງຜະດຸງຄັນ ໃນການຊ່ວຍຊີວິດ ແລະ ສົ່ງເສີມສິດທິ ໃນ ສປປ ລາວ.
ໃນຖານະເປັນຮອງຜູ້ອຳນວຍການ ວິທະຍາໄລ ວິທະຍາສາດ ສຸຂະພາບ ແຂວງຄຳມ່ວນ, ທ່ານ ນາງ ປະເສີດສັກ ມີຄວາມພາກພູມໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງວິວັດທະນາການ ດ້ານວິຊາຊີບຜະດຸງຄັນ ໃນໄລຍະເກືອບ 35 ປີ ໃນການປະຕິບັດໜ້າທີ່ຂອງລາວ.
ພວກເຮົາມີຄວາມຄືບໜ້າຫຼາຍຢ່າງ. “ຕອນທີ່ຂ້ອຍເລີ່ມປະຕິບັດໜ້າທີ່ໃນເມື່ອກ່ອນ, ຄົນສ່ວນຫຼາຍບໍ່ຮູ້ວ່າຜະດຸງຄັນແມ່ນໃຜ—ເຂົາເຈົ້າຄິດວ່າພວກເຮົາແມ່ນພະຍາບານ. ໃນປັດຈຸບັນ, ໃນເວລາທີ່ນັກສຶກສາຂອງພວກເຮົາ ໄປລົງຝຶກງານຢູ່ໃນຊຸມຊົນ, ປະຊາຊົນສາມາດຈໍາແນກອອກວ່າຜະດຸງຄັນ ແມ່ນໃສ່ເຄື່ອງແບບສີບົວ ແລະ ພວກເຂົາຮູ້ສຶກອັດສະຈັນຕໍ່ກັບວຽກງານ ອັນສໍາຄັນທີ່ຜະດຸງຄັນປະຕິບັດ,” ທ່ານ ນາງ ປະເສີດສັກ ກ່າວ.
ການປະກອບສ່ວນຂອງ ທ່ານ ນາງ ປະເສີດສັກ ແມ່ນໜຶ່ງໃນມູນເຊື້ອອັນຍາວນານ ຂອງແມ່ຍິງລາວ ໃນການຫຼໍ່ຫຼອມເສັ້ນທາງ 100 ປີ ໃນການພັດທະນາວິຊາຊີບ ຜະດຸງຄັນໃນປະເທດ.
ໃນບັນດາຜູ້ປະກອບສ່ວນໃນວຽກງານນີ້ ກໍລວມເຖິງ ທ່ານ ນາງ ສ້ອຍແກ້ວ ສີບຸນເຮືອງ, ເຊິ່ງຖືວ່າເປັນໜຶ່ງ ໃນຄະນະຜະດຸງຄັນອາວຸໂສ ໃນ ສປປ ລາວ. ເພີ່ນໄດ້ເປັນທີ່ຮູ້ຈັກໃນນາມ “ແມ່ຄົນທີສອງຂອງການຜະດຸງຄັນ,” ທ່ານ ນາງ ສ້ອຍແກ້ວ ໄດ້ຮັບກຽດໃນການໃຫ້ກຳເນີດວິຊາຊີບຜະດຸງຄັນໃນປະເທດໃນໄລຍະດໍາເນີນໜ້າທີ່ຢູ່ໂຮງໝໍມະໂຫສົດ ພ້ອມທັງສອນນັກສຶກສາແພດ ຢູ່ມະຫາວິທະຍາໄລ ເປັນເວລາ 34 ປີ ຈົນຮອດໄລຍະອອກບຳນານໃນປີ 1999.
ທ່ານ ນາງ ສ້ອຍແກ້ວ ເລີ່ມຕົ້ນໂດຍການເຂົ້າຮຽນການຜະດຸງຄັນໃນປີ 1960 ຢູ່ໂຮງຮຽນ ຕູ່ຢູ ເມືອງໄຊງ່ອນ ເຊິ່ງຢູ່ທາງພາກໃຕ້ຂອງປະເທດຫວຽດນາມ, ເພິ່ນໄດ້ເຄີຍໃຫ້ສໍາພາດໃນເມື່ອປີ 2014 ກ່ອນທີ່ຈະເສຍຊີວິດໃນເວລາຕໍ່ມາ ໂດຍກ່າວວ່າ:
ຂ້ອຍຕັດສິນໃຈຮຽນຜະດຸງຄັນ ຍ້ອນຄວາມມັກຮັກຢ່າງເລິກເຊິ່ງ ໃນການຊ່ວຍເຫຼືອແມ່ຍິງ ແລະ ໄດ້ຮັບແຮງຈູງໃນມາຈາກ ທ່ານ ນາງ ມະນີໂສ ເຊິ່ງຖືວ່າເປັນຜະດຸງຄັນຄົນທຳອິດຂອງ ສປປ ລາວ. ເມື່ອພໍ່ຂອງຂ້ອຍຖາມວ່າຂ້ອຍຢາກຮຽນຫຍັງ ຂ້ອຍກໍບອກລາວວ່າ ຂ້ອຍຢາກເປັນຄືທ່ານນາງ ມະນີໂສ.” ທ່ານ ນາງ ສ້ອຍແກ້ວ ໄດ້ສຶກສາຢູ່ ປະເທດຫວຽດນາມ ແລະ ກຳປູເຈຍ ແລ້ວໄດ້ກັບຄືນມານຳພາວິຊາຊີບຜະດຸງຄັນຢູ່ໂຮງໝໍມະໂຫສົດ.
ທ່ານ ນາງ ສ້ອຍແກ້ວ ເລີ່ມຕົ້ນໂດຍການເຂົ້າຮຽນການຜະດຸງຄັນໃນປີ 1960 ຢູ່ໂຮງຮຽນ ຕູ່ຢູ ເມືອງໄຊງ່ອນ ເຊິ່ງຢູ່ທາງພາກໃຕ້ຂອງປະເທດຫວຽດນາມ, ເພິ່ນໄດ້ເຄີຍໃຫ້ສໍາພາດໃນເມື່ອປີ 2014 ກ່ອນທີ່ຈະເສຍຊີວິດໃນເວລາຕໍ່ມາ ໂດຍກ່າວວ່າ: “ຂ້ອຍຕັດສິນໃຈຮຽນຜະດຸງຄັນ ຍ້ອນຄວາມມັກຮັກຢ່າງເລິກເຊິ່ງ ໃນການຊ່ວຍເຫຼືອແມ່ຍິງ ແລະ ໄດ້ຮັບແຮງຈູງໃນມາຈາກ ທ່ານ ນາງ ມະນີໂສ ເຊິ່ງຖືວ່າເປັນຜະດຸງຄັນຄົນທຳອິດຂອງ ສປປ ລາວ. ເມື່ອພໍ່ຂອງຂ້ອຍຖາມວ່າຂ້ອຍຢາກຮຽນຫຍັງ ຂ້ອຍກໍບອກລາວວ່າ ຂ້ອຍຢາກເປັນຄືທ່ານນາງ ມະນີໂສ.” ທ່ານ ນາງ ສ້ອຍແກ້ວ ໄດ້ສຶກສາຢູ່ ປະເທດຫວຽດນາມ ແລະ ກຳປູເຈຍ ແລ້ວໄດ້ກັບຄືນມານຳພາວິຊາຊີບຜະດຸງຄັນຢູ່ໂຮງໝໍມະໂຫສົດ.
ເຊັ່ນດຽວກັນກັບ ທ່ານ ນາງ ສ້ອຍແກ້ວ, ທ່ານ ນາງ ປະເສີດສັກ ກໍລະນຶກໄດ້ ເຖິງຊ່ວງໄລຍະທີ່ອັດຕາ ການຕາຍຂອງແມ່ມີອັດຕາທີ່ສູງຢ່າງໜ້າຕົກໃຈ. ໃນຕົ້ນຊຸມປີ 1990, ສປປ ລາວ ມີອັດຕາການຕາຍຂອງແມ່ (MMR) ທີ່ສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານ ນາງ ປະເສີດສັກ ໄດ້ເລີ່ມເຮັດວຽກຢູ່ໂຮງໝໍ ແຂວງຄຳມ່ວນໃນຊຸມປີ 1990 ເຊິ່ງໄດ້ກ່າວວ່າ “ມີວຽກງານຫຼາຍຢ່າງທີ່ຕ້ອງປະຕິບັດເພື່ອຫຼຸດອັດຕາການເສຍຊີວິດຂອງແມ່. ຮອດປີ 2005, ການຂາດຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມ ສົ່ງຜົນຕໍ່ ອັດຕາການເສຍຊີວິດຂອງແມ່ທີ່ສູງສຸດໃນພາກພື້ນ.”
ໃນໄລຍະຕໍ່ມາ ກໍໄດ້ມີຄວາມກ້າວໜ້າຢ່າງຫຼວງຫຼາຍ ໃນດ້ານການປົກປ້ອງຊີວິດແມ່ໃນໄລຍະຖືພາ ແລະ ໄລຍະເກີດລູກ ໃນປະເທດລາວ. ໃນລະຫວ່າງປີ 2000 ຫາ 2020, ອັດຕາການຕາຍຂອງແມ່ໃນປະເທດ ຫຼຸດລົງຈາກ 579 ຄົນ ມາເປັນ 126 ຄົນ ຕໍ່ການເກີດມີຊີວິດ 100,000 ຄົນ (ຂໍ້ມູນຈາກທະນາຄານໂລກ), ເຊິ່ງນີ້ໝາຍເຖິງວ່າ ອັດຕາການເສຍຊີວິດຂອງແມ່ ເແມ່ນຫຼຸດລົງເຖິງ 78.23% ແລະ ຖືວ່າເປັນໜຶ່ງໃນການຫຼຸດອັດຕາການເສຍຊີວິດອັນໃຫຍ່ຫຼວງໃນໂລກ. ພ້ອມກັນນັ້ນ, ອັດຕາການຕາຍຂອງເດັກເກີດໃໝ່ ແລະ ອັດຕາການຕາຍຂອງເດັກ ກໍມີທ່າອ່ຽງຫຼຸດລົງ ເຊິ່ງເຫັນໄດ້ຈາກ ຕົວເລກການເສຍຊີວິດທີ່ຫຼຸດລົງມາເປັນ 12 ແລະ 25 ຄົນ ຕໍ່ການເກີດມີຊີວິດ 1,000 ຄົນ ຕາມລໍາດັບ ໃນປີ 2023 (ຂໍ້ມູນຈາກ ການສຳຫຼວດ ດັດຊະນີໝາຍສັງຄົມລາວ (LSIS) ຄັ້ງທີ III ປີ 2023), ເມື່ອສົມທຽບກັບປີ 2012 ອັດຕາການຕາຍຂອງເດັກເກີດໃໝ່ແມ່ນ 32 ແລະ ອັດຕາການຕາຍຂອງເດັກແມ່ນ 68 ຄົນຕໍ່ 1,000 ການເກີດມີຊີວິດ (ຂໍ້ມູນຈາກ ການສຳຫຼວດ ດັດຊະນີໝາຍສັງຄົມລາວ (LSIS) ຄັ້ງທີ I ປີ 2012).
ທ່ານ ນາງ ປະເສີດສັກ ສັງເກດເຫັນໄດ້ຢ່າງໄວວາເຖິງປັດໃຈຫຼັກ ທີ່ຊຸກຍູ້ຕໍ່ການປ່ຽນແປງອັນພົ້ນເດັ່ນເປັນພິເສດນີ້ ເຊິ່ງນັ້ນກໍຄື: ການຟື້ນຄືນ ແລະ ສ້າງວິຊາຊີບຜະດຸງຄັນໃນ ສປປ ລາວ.
ການເດີນທາງຂອງວຽກການຜະດຸງຄັນ ຂອງປະເທດມີປະຫວັດສາດອັນຍາວນານ, ເລີ່ມແຕ່ປີ 1924 ໄດ້ມີການລິເລີ່ມການສຶກ ສາຜະດຸງຄັນຊັ້ນຕົ້ນຄັ້ງທຳອິດ. ເຖິງຢ່າງໃດກໍຕາມ, ຄວາມຄືບໜ້າດັ່ງກ່າວໄດ້ຖືກຢຸດສະງັກໄປຫຼາຍທົດສະວັດ. ການສຶກສາຜະດຸງຄັນໄດ້ຖືກຢຸດຕິເປັນເວລາ 23 ປີ ນັບແຕ່ປີ 1990 ຈົນເຖິງປີ 2010 ເນື່ອງຈາກການຂາດການສະໜອງທຶນ, ເຊິ່ງເຮັດໃຫ້ຜະດຸງຄັນໃນທົ່ວປະເທດມີພຽງແຕ່ 100 ຄົນໃນປີ 2008. ການຂາດເຂີນບຸກຄະລາກອນຢ່າງຮູນແຮງນີ້ ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງ ຕໍ່ອັດຕາການຕາຍຂອງແມ່ພາຍໃນປະເທດໃນໄລຍະນັ້ນ.
ໂດຍຮັບຮູ້ເຖິງຄວາມຮີບດ່ວນຂອງສະຖານະການ, ອົງການ UNFPA ແລະ ລັດຖະບານລາວ ໄດ້ຮ່ວມມືກັບ ລັດຖະບານລຸກຊໍາບວກ ແລະ ອົງການຮ່ວມມືສາກົນປະເທດໄທ (TICA) ເພື່ອຟື້ນຄືນຫຼັກສູດຜະດຸງຄັນໃນປີ 2009. ການເປີດຕົວຂອງ ແຜນພັດທະນາຜູ້ທີ່ມີທັກສະໃນການຊ່ວຍເກີດລູກໃນປີ 2008 ກໍໄດ້ສະໜັບສະໜູນຕໍ່ ຄວາມພະຍາຍາມດັ່ງກ່າວ. ແຜນພັດທະນາ ແມ່ນແນໃສ່ການເສີມສ້າງຂີດຄວາມສາມາດ ຂອງຂະແໜງສາທາລະນະສຸກ ໃນການສະໜອງການບໍລິການທີ່ແທດເໝາະທາງດ້ານວັດທະນະທຳ ແລະ ເພື່ອຊຸກຍູ້ການເຂົ້າເຖິງການດູແລໃນໄລຍະການຖືພາ, ການເກີດລູກ ແລະ ການດູແລຫຼັງເກີດໃນທົ່ວປະເທດ.
ການຊ່ວຍເຫຼືອທີ່ພົ້ນເດັ່ນ ມີຄື ການສ້າງຫຼັກສູດການສຶກສາຜະດຸງຄັນຄືນໃໝ່, ການເສີມສ້າງຂີດຄວາມສາມາດໃຫ້ແກ່ຜູ້ໃຫ້ບໍລິການສຸຂະພາບ, ການສະໜອງທຶນການສຶກສາໃຫ້ແກ່ຜະດຸງຄັນຊົນເຜົ່າ, ແລະ ການລົງທຶນໃສ່ການລິເລີ່ມການບໍລິການເຄື່ອນທີ່. ຄວາມພະຍາຍາມຢ່າງຮອບດ້ານນີ້ ໄດ້ປູພື້ນຖານໃຫ້ແກ່ຄຳໝາຍໝັ້ນລະດັບຊາດໃນການກໍ່ສ້າງການຜະດຸງຄັນຄືນໃໝ່ ແລະ ປັບປຸງ ຜົນໄດ້ຮັບດ້ານສຸຂະພາບແມ່ ແລະ ເດັກເກີດໃໝ່ໃນທົ່ວປະເທດ.
ນັບແຕ່ປີ 2010 ເປັນຕົ້ນມາ, ຜະດຸງຄັນຕົວແບບຄືທ່ານ ນາງ ປະເສີດສັກ ໄດ້ມີສ່ວນຮ່ວມໃນການຝຶກອົບຮົມໃຫ້ແກ່ ຜະດຸງຄັນມາຫຼາຍກວ່າ 3,000 ຄົນ ແລະ ນັກສຶກສາຜະດຸງຄັນ 91 ຄົນ, ໃນນັ້ນມີ 21 ຄົນ ແມ່ນມາຈາກຊຸມຊົນຊົນເຜົ່າ ທີ່ໄດ້ຮັບທຶນການສຶກສາຈາກອົງການ UNFPA ເພື່ອສົ່ງເສີມໃຫ້ພວກເຂົາສຳເລັດການສຶກສາຜະດຸງຄັນຂອງເຂົາເຈົ້າ. ຫຼັງຈາກຮຽນຈົບ, ຜະດຸງຄັນເຫຼົ່ານີ້ ໄດ້ກັບຄືນບ້ານຂອງເຂົາເຈົ້າ ເພື່ອສະໜອງການບໍລິການສຸຂະພາບທີ່ຈຳເປັນສໍາລັບແມ່, ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນລະດັບຊຸມຊົນ ແລະ ແກ້ໄຂຊ່ອງຫວ່າງໃນການເຂົ້າເຖິງການດູແລທີ່ມີຄຸນນະພາບ.
ທ່ານ ນາງ ປະເສີດສັກ ຍັງໄດ້ກ່າວອີກວ່າ “ພວກເຮົາຍັງໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ນັກສຶກສາຂອງພວກເຮົາ ເພື່ອປະຕິບັດໜ້າທີ່ຢູ່ໃນໂຮງໝໍແຂວງ ແລະ ໂຮງໝໍສູນກາງ. ຜະດຸງຄັນຂອງພວກເຮົາ ຍັງສາມາດສະໜອງການຝຶກອົບຮົມ ໃຫ້ແກ່ນັກສຶກສາໃນສາຂາວິຊາຊີບຕ່າງໆຢູ່ໂຮງໝໍຊຸມຊົນ ແລະ ຄລີນິກປະຈໍາບ້ານ, ພ້ອມທັງການບໍລິການຕ່າງໆເຊັ່ນ: ການໃຫ້ຄຳປຶກສາ ແລະ ການຝຶກອົບຮົມກ່ຽວກັບການວາງແຜນຄອບຄົວ ແລະ ການນຳໃຊ້ວິທີຄຸມກຳເນີດ.”
ເພື່ອສົ່ງເສີມວິຊາຊີບການຜະດຸງຄັນໃນທົ່ວປະເທດ, ສະມາຄົມຜະດຸງຄັນລາວ ໄດ້ເປີດຕົວຢ່າງເປັນທາງການໃນປີ 2022 ເພື່ອເປັນອົງການຈັດຕັ້ງທີ່ນໍາພາໃນວຽກງານການສົ່ງເສີມ ແລະ ກວດກາ, ເຊິ່ງປະຈຸບັນແມ່ນເປັນຄູ່ຮ່ວມຈັດຕັ້ງປະຕິບັດ ຂອງອົງການ UNFPA.
ເພື່ອເປັນສັນຍາລັກຂອງການຟື້ນຄືນວິຊາຊີບຜະດຸງຄັນ ໃນ ສປປ ລາວ, ໃນປີ 2023 ສາມວິທະຍາໄລ ທີ່ສາມາດສ້າງນັກສຶກສາຜະດຸງຄັນປະມານ 200 ຄົນໃນແຕ່ລະປີ, ໄດ້ກາຍເປັນແຫຼ່ງທຳອິດ ໃນພາກພື້ນອາຊີ-ປາຊີຟິກ ທີ່ໄດ້ຮັບການຮັບຮອງຈາກສະຫະພັນຜະດຸງຄັນສາກົນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ UNFPA.
ຂ້ອຍຄອງຄອຍມື້ທີ່ຂ້ອຍຈະຮຽນຈົບ ແລະ ກາຍເປັນຜະດຸງຄັນ. ຂ້ອຍມີຄວາມກະຕືລືລົ້ນຫຼາຍໃນວຽກການຊ່ວຍເກີດລູກ ແລະ ຂ້ອຍກໍມີຈິດໃຈມັກຮັກເດັກນ້ອຍ,” ກ່າວໂດຍ ນາງ ແອສປາຍ ຄໍາສິງ, ນັກສຶກສາຜະດຸງຄັນ, ອາຍຸ 22 ປີ, ປະຈຸບັນສຶກສາ ຢູ່ວິທະຍາໄລ ວິທະຍາສາດ ສຸຂະພາບ ແຂວງຊຽງຂວາງ ເຊິ່ງເປັນໜຶ່ງໃນສາມວິທະຍາໄລ ໃນ ສປປ ລາວ ທີ່ໄດ້ຮັບການຮັບຮອງລະດັບສາກົນ.
ເຖິງວ່າຄວາມຄືບໜ້າມີຄວາມພົ້ນເດັ່ນ, ແຕ່ກໍຍັງມີວຽກງານຄົງຄ້າງອີກຫຼາຍຢ່າງ ທີ່ຍັງຕ້ອງສືບຕໍ່ປະຕິບັດ.
ການຂາດຜູ້ໃຫ້ບໍລິການສຸຂະພາບໃນເຂດຫ່າງໄກສອກຫຼີກ ແລະ ເຂດຊົນນະບົດຫຼາຍບ່ອນ ຍັງສືບຕໍ່ເປັນປັດໃຈສ່ຽງທີ່ເປັນ ອັນຕະລາຍຕໍ່ຊີວິດຂອງແມ່ຍິງ ແລະ ເດັກຍິງ ເນື່ອງຈາກການເກີດພາວະແຊກຊ້ອນຈາກການຖືພາ ແລະ ການເກີດລູກ. ຜະດຸງຄັນມີບົດບາດສໍາຄັນໃນການຊ່ວຍຊີວິດ—ບໍ່ພຽງແຕ່ການຊ່ວຍເຫຼືອດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນ ພັນທີ່ຈໍາເປັນເທົ່ານັ້ນ, ແຕ່ຍັງສາມາດໃຫ້ການຊ່ວຍເຫຼືອທີ່ຄົບຖ້ວນແກ່ຄົນເຈັບຂອງເຂົາເຈົ້າ. ພວກເຂົາພ້ອມໃຫ້ການຊ່ວຍ ເຫຼືອໃນທຸກໄລຍະ, ສະໜອງການດູແລກ່ອນເກີດ, ຮັບປະກັນການເກີດລູກທີ່ປອດໄພ, ສະໜອງການດູແລຫຼັງເກີດ, ຊ່ວຍໃນການຕັດສິນໃຈດ້ານການວາງແຜນຄອບຄົວ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງ ໃຫ້ນໍາໃຊ້ສິດທິຂອງພວກເຂົາ ແລະ ໃນການຕັດສິນໃຈໂດຍອີງໃສ່ຂໍ້ມູນ. ການໃຫ້ຄໍາແນະນໍາທີ່ຊ່ວຍປ່ຽນແປງຊີວິດນີ້ ສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເສຍຊີວິດຂອງແມ່ທີ່ສາມາດປ້ອງກັນໄດ້, ເຮັດໃຫ້ແມ່ຍິງ ດໍາລົງຊີວິດ ຢ່າງມີສຸຂະພາບ ທີ່ດີ ແລະ ຈະເລີນຮຸ່ງເຮືອງ ກັບຄອບຄົວ ແລະ ຄົນທີ່ພວກເຂົາຮັກ.
ສິ່ງທ້າທາຍນີ້ບໍ່ແມ່ນພຽງແຕ່ເປັນເອກະລັກສະເພາະຂອງ ສປປ ລາວ ແຕ່ຍັງສະທ້ອນໃຫ້ເຫັນເຖິງທ່າອ່ຽງ ໃນລະດັບສາກົນ. ໃນທົ່ວໂລກ, ຄວາມຕ້ອງການໃນບຸກຄະລາກອນຜະດຸງຄັນ ແມ່ນຫຼາຍກວ່າຄວາມສາມາດໃນການສະໜອງ. ການຄາດ ຄະເນຂອງອົງການ UNFPA ສະແດງໃຫ້ເຫັນວ່າ ໃນທົ່ວໂລກ ຍັງມີການຂາດແຄນຜະດຸງຄັນເກືອບໜຶ່ງລ້ານຄົນ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຕ້ອງການອັນຮີບດ່ວນ ໃນການສືບຕໍ່ລົງທຶນໃສ່ວິຊາຊີບດັ່ງກ່າວ.
ເພື່ອແກ້ໄຂບັນກາດັ່ງກ່າວ, ອົງການ UNFPA ຍັງຄົງຍຶດໝັ້ນຕໍ່ຄໍາໝັ້ນສັນຍາ ໃນການສົ່ງເສີມຄວາມກ້າວ ໜ້າໃນວຽກການຜະດຸງຄັນໃນ ສປປ ລາວ, ກໍຄືດັ່ງທີ່ໄດ້ຈັດຕັ້ງປະຕິບັດຢູ່ໃນຫຼາຍກວ່າ 125 ປະເທດທົ່ວໂລກ. ໂດຍຕັ້ງໜ້າສຸມໃສ່ການເພີ່ມທະວີຄຸນນະພາບການສຶກສາ, ສ້າງຫຼັກການ ແລະ ນະໂຍບາຍດ້ານບຸກຄະລາກອນທີ່ເຂັ້ມແຂງ, ພ້ອມທັງຊຸກຍູ້ໃຫ້ສະມາຄົມຜະດຸງຄັນແຫ່ງຊາດມີຄວາມເຂັ້ມແຂງ ເພື່ອຊ່ວຍສົ່ງເສີມ ແລະ ສະໜັບສະໜູນວິຊາຊີບດັ່ງກ່າວ.
ເພື່ອສືບຕໍ່ວຽກງານອີງໃສ່ພື້ນຖານທີ່ໄດ້ສ້າງສາມາກ່ອນໜ້ານີ້, ຍຸດທະສາດການຜະດຸງຄັນສະບັບໃໝ່ ຂອງປະເທດລາວ ທີ່ພວມຖືກພັດທະນາ ແມ່ນມີຄວາມສອດຄ່ອງ ກັບຍຸດທະສາດການຜະດຸງຄັນທົ່ວໂລກປີ 2018-2030 ຂອງອົງການ UNFPA, ເຊິ່ງປະກອບມີ 6 ເສົາຄໍ້າຫຼັກ. ເສົາຄໍ້າເຫຼົ່ານີ້ ລວມເຖິງ ການຍອມຮັບໃນວຽກການຜະດຸງຄັນ ແມ່ນອົງປະກອບທີ່ຈໍາເປັນ ຕໍ່ການບັນລຸການເຂົ້າເຖິງການດູແລ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ທົ່ວປວງຊົນ.
ທຸກພາກສ່ວນກ່ຽວຂ້ອງຕ້ອງໃຫ້ຄຳໝັ້ນສັນຍາຢ່າງເລິກເຊິ່ງ ເພື່ອຮັກສາ ແລະ ສືບຕໍ່ສົ່ງເສີມໃຫ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ອັນນີ້ໝາຍເຖິງການຮັບປະກັນການສະໜອງທຶນທີ່ພຽງພໍ, ການເພີ່ມຕໍາແໜ່ງຜະດຸງຄັນ ແລະ ຮັບປະກັນໃຫ້ມີການ ປະຕິບັດຕາມຂໍ້ກໍານົດການຝຶກອົບຮົມຢ່າງເຂັ້ມງວດ ເພື່ອທີ່ຈະສືບຕໍ່ໃຫ້ມີການຮັບຮອງຢ່າງຕໍ່ເນື່ອງ.
“ພວກເຮົາຕ້ອງສືບຕໍ່ປະຕິບັດໜ້າທີ່. ຜະດຸງຄັນທຸກຄົນ ຕ້ອງມີທັກສະ ແລະ ຄວາມຮູ້ ເພື່ອສະໜັບສະໜູນຊຸມຊົນ ແລະ ໃຫ້ການຊ່ວຍຊີວິດ. ພວກເຮົາຕ້ອງຮ່ວມກັນຊ່ວຍເຮັດໃຫ້ອັດຕາການຕາຍຂອງແມ່ ຫຼຸດລົງເປັນສູນ,” ທ່ານ ນາງ ສຸກສະຫວັນ ປະເສີດສັກ ໄດ້ຮຽກຮ້ອງ ໂດຍເນັ້ນໜັກໃຫ້ເຫັນເຖິງຄວາມຮີບດ່ວນ ແລະ ຄວາມຫວັງທີ່ຈະຊຸກຍູ້ວຽກງານອັນສໍາຄັນນີ້.