You are here

ນະຄອນຫຼວງວຽງຈັນ, ວັນທີ 11 ຕຸລາ 2021 - ນໍາໂດຍ ສູນກາງຊາວໜຸ່ມປະຊາຊົນປະຊາຊົນປະຕິວັດລາວ, ອົງການສະຫະປະຊາຊາດກອງທຶນປະຊາກອນສະຫະປະຊາຊາດ (UNFPA), ຮ່ວມມືກັບອົງການແພລນສາກົນ (Plan International), ອົງການຊ່ວຍເຫຼືອເດັກສາກົນ (SCI), ອົງການສາກົນບໍລິການປະຊາຊົນ (PSI), ແລະ ຄູ່ຮ່ວມງານອື່ນໆ. ໃນປີນີ້, ວັນເດັກຍິງສາກົນໄດ້ຮັບການສະເຫຼີມສະຫຼອງພາຍໃຕ້ຫົວຂໍ້: ນໍາໃຊ້ເຕັກໂນໂລຊີ-ນະວັດຕະກຳໃໝ່ໃນການສົ່ງເສີມ ແລະ ຍົກສູງການພັດທະນາເດັກຍິງ.

ໃນງານດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ, ເລຂາທິການໃຫຍ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ເຮັດວຽກໃນການພັດທະນາຊາວໜຸ່ມແລະເຍົາວະຊົນ. ເພິ່ນກ່າວວ່າ“ ຂ້າພະເຈົ້າຫວັງຢ່າງຍິ່ງວ່າບັນດາທ່ານຈະສືບຕໍ່ ເພີ່ມທະວີການລົງທຶນໃສ່ຊາວໜຸ່ມ ໂດຍສະເພາະຍີງໜຸ່ມ ໂດຍການເຊື່ອມສານຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ລົງໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂອງຂະແໜງການ ແລະ ອົງການສາກົນ.

ຫົວຂໍ້ປະຈຳປີນີ້ ໄດ້ເນັ້ນໜັກໃຫ້ເຫັນເຖິງ ເຕັກໂນໂລຢິໃນຍຸກດິຈິຕອນສາມາດຊ່ວຍພັດທະນາ ຫຼື ທຳລາຍຄວາມເປັນເອກະລາດທາງຮ່າງກາຍຂອງເດັກຍິງແລະການຕັດສິນໃຈຕະຫຼອດຊີວິດຂອງເຂົາເຈົ້າໄດ້. ເຕັກໂນໂລຢິສາມາດເຮັດໃຫ້ ເດັກຍິງເຂົ້າເຖິງຂໍ້ມູນແລະການບໍລິການຕ່າງໆໄດ້ງ່າຍຂຶ້ນ, ລວມທັງການຊອກຫາໂອກາດ, ການພັດທະນາເຄືອຂ່າຍລະຫວ່າງເພື່ອນ, ບັນລຸເປົ້າໝາຍໃນຊີວິດ ແລະ ທ່າແຮງໃນການສ້າງສັງຄົມທີ່ບໍ່ແບ່ງແຍກ. ເຖິງຢ່າງໃດກໍ່ຕາມ, ມັນຍັງມີຫຼາຍບັນຫາທີ່ທ້າທາຍທີ່ນັບມື້ນັບເພີ່ມຂຶ້ນເລື້ອຍໆ ນັບຕັ້ງແຕ່ຄວາມບໍ່ເທົ່າທຽມໃນການໄດ້ເຂົ້າເຖິງ ເຕັກໂນໂລຢີ ຈົນເຖິງການເສບຕິດ, ການຂົ່ມເຫັງທາງອອນໄລນ ແລະ ການນຳໃຊ້ຄວາມຮຸນແຮງ.

ປີນີ້ 'ນາງນ້ອຍ', ຕົວແທນຂອງໄວໜຸ່ມຍິງ 700,000 ກວ່າຄົນທີ່ມີອາຍຸ 10 - 19 ປີ ຢູ່ລາວ ມີອາຍຸ 15 ປີແລ້ວ. ໃນງານຄັ້ງນີ້ ເປັນການຮວມຕົວຂອງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ, ຜູ້ໃຫ້ທຶນ ແລະ ພາກສ່ວນເອກະຊົນ ເພື່ອທົບທວນຄວາມຄືບໜ້າຂອງ ແຜນງານນາງນ້ອຍ ແລະ ລະບົບນິເວດຂອງນາງນ້ອຍ ທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດຕະຫຼອດມາ.

ທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ, ກ່າວວ່າ “ເມື່ອເດັກຍິງສາມາດຕັດສິນໃຈດ້ວຍຕົນເອງຕໍ່ກັບຮ່າງກາຍແລະຊີວິດຂອງເຂົາເຈົ້າ, ພວກເຮົາຈະສາມາດບັນລຸສິດທິດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນທົ່ວໂລກ. ພວກເຮົາຕ້ອງມີວິທີການໃໝ່ສຳລັບ ການປົກປ້ອງ ແລະ ການລົງທຶນໃສ່ໄວໜຸ່ມ. ເຂົາເຈົ້າໄດ້ຢຸດຮຽນ ເປັນເວລາຫຼາຍກວ່າໜຶ່ງປີ ແລະ ກໍາລັງປະເຊີນກັບສິ່ງທ້າທາຍແບບໃໝ່ ລວມທັງຄວາມກັງວົນທາງດ້ານຈິດໃຈ, ຄວາມຫຍຸ້ງຍາກໃນການເຂົ້າເຖິງການສຶກສາ, ຫຼາຍຄົນເສບຕິດກັບການອອນໄລນ ແລະ ກຳລັງປະເຊີນກັບອັນຕະລາຍແບບໃໝ່.” ທ່ານນາງ ມາຣຽມໄດ້ສະແດງຄວາມຍິນດີກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຕໍ່ກັບຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ແຫ່ງຊາດ ຄັ້ງທໍາອິດ. ນາງກ່າວຕື່ມວ່າ, "ການປົກປ້ອງຊາວໜຸ່ມ ໂດຍສະເພາະໄວໜຸ່ມຍິງທ່າມກາງການແຜ່ລະບາດຂອງພະຍາດ COVID-19 ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນປັບປ່ຽນ, ຮ່ວມມືແລະຕອບສະໜອງກັບຄວາມຕ້ອງການຂອງໄວໜຸ່ມເພື່ອການເປັນຢູ່ທີ່ດີ, ການຮຽນຮູ້, ການປົກປ້ອງ, ແລະ ການມີສ່ວນຮ່ວມໃນສັງຄົມ."

ຄວາມຄືບໜ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ເຍົາວະຊົນລາວ ລວມມີການສ້າງຄວາມເຂັ້ມແຂງ ໃນລະບົບການຮຽນໃນໂຮງຮຽນ ໂດຍການເຊື່ອມສານເພດສຶກສາເຂົ້າໃນຫຼັກສູດແຫ່ງຊາດ. ໃນຂະນະດຽວກັນ, ໄວໜຸ່ມທີ່ບໍ່ໄດ້ຮຽນໜັງສື ແມ່ນໄດ້ສ້າງຜູ້ໃຫ້ຄໍາແນະນໍາສຳລັບໄວໜຸ່ມ ຫຼື ເອື້ອຍນາງນ້ອຍ ຫຼາຍກວ່າ 300 ຄົນ ຜ່ານກິດຈະກຳເຕົ້າໂຮມກຸ່ມເດັກຍິງນາງນ້ອຍ ທີ່ສະໜອງ ທັກສະຊີວິດທີ່ຈໍາເປັນໃຫ້ກັບເດັກຍິງໄວໜຸ່ມຫຼາຍກວ່າ 5,000 ຄົນ. ເນື່ອງຈາກການລະບາດຂອງພະຍາດ COVID-19, ອົງການ UNFPA ແລະ ຄູ່ຮ່ວມງານໄດ້ນໍາໃຊ້ແອັບ ນ້ອຍຢາກຮູ້ (Noi Yakhoo) ແລະ ສາຍດ່ວນ ເພື່ອໃຫ້ການບໍລິການໃຫ້ຄໍາປຶກສາແກ່ໄວໜຸ່ມ, ພ້ອມທັງສາມາດຮຽນຮູ້ກ່ຽວກັບເພດສຶກສາໄດ້ຜ່ານ ລະບົບອອນໄລນ. ການບໍລິການທາງດ້ານສາທາລະນະສຸກຜ່ານໂທລະສັບ (Telehealth) ກຳລັງໄດ້ຮັບການປັບປຸງ ແລະ ຍັງມີຊ່ອງທາງການຮຽນ ທາງອອນໄລນກໍຄື ເວັບໄຊຄັງປັນຍາລາວ ສຳລັບໄວໜຸ່ມ ແລະ ເຍົາວະຊົນ ເຊິ່ງສາມາດຮຽນຮູ້ກ່ຽວກັບເພດສຶກສາໄດ້ອີກດ້ວຍ.

ທ່ານ ຊູໂມ ກູຮາ, ອຳນວຍການອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ກ່າວເຖິງ ບົດລາຍງານສະຖານະພາບໄວໜຸ່ມຍິງ (the State of World Girls Report) ເພື່ອເນັ້ນໃຫ້ເຫັນວ່າ “ເດັກຍິງຕ້ອງໄດ້ຮັບການສຶກສາກ່ຽວກັບການນຳໃຊ້ດີຈິຕອລ”. ພວກເຂົາຕ້ອງມີຄວາມສາມາດໃນການສະແດງຄວາມຄິດເຫັນກ່ຽວກັບສິ່ງທີ່ຖືກຕ້ອງໄດ້ ແລະ ຮັກສາຄວາມປອດໄພໃນການຢູ່ໃນໂລກອອນໄລນ, ໄວໜຸ່ມທຸກຄົນສາມາດສອບຖາມຂໍ້ມູນກ່ອນທີ່ເຂົາເຈົ້າຈະເຊື່ອ ແລະ ກະຈາຍຂ່າວອອກໄປ.

ໜຶ່ງໃນຜູ້ໃຫ້ຄຳປຶກສາໃນກິດຈະກຳເຕົ້າໂຮມກຸ່ມເດັກຍິງນາງນ້ອຍ (NNGG) ຊື່ວ່າ ນາງ ສາຍຝົນ, ອາຍຸ 17 ປີ ຈາກບ້ານຫ້ວຍກໍ, ແຂວງ ອຸດົມໄຊ ໄດ້ແບ່ງປັນປະສົບການຂອງນາງໃນຖານະເປັນທີ່ປຶກສາ ວ່າ "ຂ້ອຍໄດ້ຮຽນທັກສະການສື່ສານເຊິ່ງເຮັດໃຫ້ຂ້ອຍມີຄວາມໝັ້ນໃຈໃນການເວົ້າຫຼາຍຂຶ້ນ. ຂ້ອຍຍັງໄດ້ຮຽນຮູ້ວິທີວາງແຜນສໍາລັບຊີວິດປະຈໍາວັນຂອງຂ້ອຍ, ແລະຂ້ອຍຈະແບ່ງປັນບົດຮຽນທີ່ຂ້ອຍໄດ້ຮຽນກັບໝູ່ເພື່ອນໃນຊຸມຊົນຂອງຂ້ອຍເພື່ອໃຫ້ເຂົາເຈົ້າສາມາດປັບໃຊ້ໃນຊີວິດປະຈໍາວັນຂອງເຂົາເຈົ້າຄືກັນ!”

ນາງ ແພ ຜິວພະຈັນ, ນັກຮຽນຍິງ ອາຍຸ 18 ປີ, ເຊິ່ງເປັນສະມາຊິກສະໂມສອນນັກຮຽນຂອງອົງການແພລນສາກົນມາຈາກແຂວງອຸດົມໄຊ, ໄດ້ເລົ່າວ່ານາງໄດ້ຮຽນຮູ້ການນຳໃຊ້ອິນເຕີເນັດ, ແລະ ມັນມີປະໂຫຍດຫຼາຍໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອສົ່ງວຽກຂອງນາງຜ່ານທາງສື່ສັງຄົມອອນໄລນ. ນາງກ່າວວ່າ:“ ອິນເຕີເນັດມີບົດບາດສຳຄັນສຳລັບພວກເຮົາໃນການຮຽນຮູ້ກ່ຽວກັບໂລກ. ມັນສາມາດປ່ຽນແນວຄິດທີ່ບໍ່ຈະແຈ້ງ ແລະ ເປັນອັນຕະລາຍ. ຖ້າຫາກວ່າມີແອັບທີ່ເປັນພາສາທ້ອງຖິ່ນ ທີ່ເຮົາສາມາດ ຮຽນພາສາອັງກິດດ້ວຍຕົນເອງ, ມັນຈະດີຫຼາຍ. ມັນຈະຊ່ວຍໃຫ້ພວກເຮົາເຂົ້າເຖິງຂໍ້ມູນຂ່າວສານແລະຄວາມຮູ້ເພີ່ມເຕີມເປັນພາສາອັງກິດ.

ຜູ້ບັນຍາຍຫຼັກຈາກຂະແໜງການທີ່ກ່ຽວຂ້ອງໄດ້ລາຍງານຄວາມຄືບໜ້າ ໂດຍຜ່ານ 5 ຕົວຊີ້ວັດຂອງແຜນງານນາງນ້ອຍ ທີ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ SDGs ກ່ຽວກັບສຸຂະພາບ ແລະ ສະຫວັດດີພາບ, ການລຶບລ້າງຄວາມອຶດຫິວ, ການສຶກສາ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີວຽກເຮັດງານທຳທີ່ດີ ແລະ ການເຕີບໂຕທາງດ້ານເສດຖະກິດ. ໃນງານຄັ້ງນີ້ ໄດ້ດຳເນີນພາຍໃຕ້ມາດຕະການການຄວາມຄຸມການລະບາດຂອງພະຍາດ ໂຄວິດ19 ຢ່າງເຄັ່ງຄັດ. ຜູ້ເຂົ້າຮ່ວມ ໄດ້ເຂົ້າຮ່ວມທາງອອນໄລນ ເຊິ່ງມາຈາກຫຼາຍພາກສ່ວນເຊັ່ນ ກະຊວງ ແລະ ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ແລະ ຄູ່ຮ່ວມພັດທະນາອື່ນໆ. ໃນຕອນບ່າຍ, ກິດຈະກໍາທີ່ນໍາພາໂດຍໄວໜຸ່ມໄດ້ຖືກຖ່າຍທອດສົດ ຜ່ານທາງເຟສບຸກ, ເຊິ່ງໄວໜຸ່ມໄດ້ແລກປ່ຽນທັດສະນະຂອງເຂົາເຈົ້າ, ຫຼິ້ນເກມ ແລະ ສະແດງສິລະປະວັດທະນະທຳ ເຊິ່ງມີໄວໜຸ່ມ ແລະ ເຍົາວະຊົນຈາກຫຼາຍແຂວງໄດ້ເຂົ້າຮ່ວມຢ່າງເບີກບານມ່ວນຊື່ນ.

 

**********************

ກ່ຽວກັບວັນເດັກຍິງສາກົນ

ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໄດ້ ຮັບຮອງເອົາ ວັນທີ 11 ຕຸລາ ເປັນ ວັນເດັກຍິງສາກົນ ໂດຍມະຕິເລກທີ 66/170 ໃນວັນທີ 19 ທັນວາ 2011. ຕັ້ງແຕ່ນັ້ນມາ, ວັນທີ 11 ຕຸລາ ໄດ້ສະເຫຼີມສະຫຼອງ ວັນເດັກຍິງສາກົນ ໃນທຸກໆປີເພື່ອເປັນການຮັບຮູ້ສິດທິຂອງເດັກຍິງ ແລະ ສິ່ງທ້າທາຍທີ່ເປັນເອກະລັກທີ່ເດັກຍິງທົ່ວໂລກຕ້ອງຜະເຊີນ.

ໃນປີ 2016, ສປປ ລາວ ໄດ້ເປີດຕົວ ວິທີການ ນາງນ້ອຍ ແລະ ໄດ້ສ້າງ ນາງນ້ອຍ ຂຶ້ນ, ເຊິ່ງເປັນຕົວແທນຂອງເດັກຍິງໄວໜຸ່ມທັງໝົດ (ຫຼາຍກວ່າ 700,000 ຄົນ) ໃນທົ່ວປະເທດ. ນາງໄດ້ຖືກສ້າງຂຶ້ນເພື່ອເປັນການສົ່ງເສີມໃຫ້ມີ ການສົນທະນາ ແລະ ເພື່ອດຶງດູດຄວາມສົນໃຈຕໍ່ກັບຄວາມຕ້ອງການສະເພາະຂອງ ໄວໜຸ່ມຍິງເຊັ່ນດຽວກັນກັບໄວໜຸ່ມຊາຍ. ຕັ້ງແຕ່ນັ້ນມາ, ວັນຄົບຮອບຂອງນາງນ້ອຍ ໄດ້ຖືກສະເຫຼີມສະຫຼອງທຸກປີ ໃນວັນທີ 11 ຕຸລາ ເພື່ອສະເຫຼີມສະຫຼອງຄວາມຄືບໜ້າທີ່ກ່ຽວຂ້ອງກັບການດໍາເນີນວຽກງານໄວໜຸ່ມ, ການຮ່ວມມື ແລະ ເພື່ອເສີມສ້າງຄວາມມຸ່ງໝັ້ນຂອງພວກເຮົາ ເພື່ອສົ່ງເສີມຄວາມເຂັ້ມແຂງຂອງໄວໜຸ່ມຍິງແລະໄວໜຸ່ມຊາຍດ້ວຍວິໄສທັດວ່າ 'ບໍ່ປ່ອຍປະຜູ້ໃດໄວ້ຂ້າງຫຼັງ'.

 

ອົງການ UNFPA

ອົງການ UNFPA, ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (United Nations Population Fund) ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນການທາງເພດ ໃຫ້ເປັນ 0 .

 

ອົງການແພລນສາກົນ (Plan International)

ນັບຕັ້ງແຕ່ປີ 2007 ເປັນຕົ້ນມາອົງການແພລນສາກົນ ປະຈຳ ສປປ ລາວ Plan International Laos ໄດ້ຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວດ້ານສາທາລະນະສຸກ ແລະ ການສຶກສາຢູ່ໃນໂຮງຮຽນເປົ້າໝາຍໃນແຂວງບໍ່ແກ້ວອຸດົມໄຊ ແລະ ແຂວງສາລະວັນເພື່ອສົ່ງເສີມເດັກນ້ອຍໂດຍສະເພາະແມ່ນຄວາມກ້າໃນການປະກອບຄວາມຄິດເຫັນ, ຄວາມອາດສາມາດ ແລະ ຄວາມເປັນຜູ້ນໍາໃນການວາງແຜນສັງຄົມ ແລະ ການຕັດສິນໃຈກໍເປັນບູລິມະສິດຂອງເດັກຍິງ ແລະ ໄວໜຸ່ມຍິງອົງການແພລນສາກົນ Plan International ຍັງໄດ້ມີການສົ່ງສົ່ງເສີມສິດທິ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ ຮ່ວມກັບນາຍບ້ານພໍ່ແມ່ ແລະ ຄູອາຈານໃນຖານະເປັນຜູ້ປະກອບສ່ວນຊຸກຍູ້ເດັກຍິງເພື່ອສະໜັບສະໜູນການມີສ່ວນຮ່ວມ ແລະ ການນໍາພາຂອງພວກເຂົາ.

ອົງການແພລນສາກົນ Plan International ໄດ້ເຮັດວຽກຮ່ວມກັນກັບໜ່ວຍງານລະດັບຊາດ ແລະທ້ອງຖິ່ນໃນການຕ້ານກັບການລະບາດຈອງພະຍາດໂຄວິດ-19  COVID-19 ເພື່ອຮັບປະກັນວ່າເດັກນ້ອຍໄວໜຸ່ມ ແລະ ຊາວບ້ານໂດຍສະເພາະແມ່ນເັກຍິງຊົນເຜົ່າ ແລະ ຄົນພິການທາງຫູໄດ້ເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການປ້ອງກັນຕໍ່ພະຍາດລະບາດໂຄວິດ-19   COVID-19 ແລະ ໄດ້ມີການຕອບສະໜອງເຄື່ອງມືຂ້າເຊື້ອ ແລະ ຊຸດອະນາໄມ ຕັ້ງແຕ່ ເດືອນເມສາ ປີ 2020.

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ສີວົງໄຊ ຈັງປິຕິກຸນ

ຜູ້ຮັບຜິດຊອບວຽກງານ ສຸຂະພາບທາງເພດ ແລະ  ສຸຂະພາບຈະເລີນພັນຂອງໄວໜຸ່ມ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ ລາວ

changpitikoun@unfpa.org

 

ທ່ານ ນາງ ວັນລີ ລຳກວາງມິງ

ຜູ້ຮັບຜິດຊອບວຽກງານການສື່ສານ ແລະ ການເປັນຄູ່ຮ່ວມມື,

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ ລາວ

ອີເມລ: lorkuangming@unfpa.org  

 

ທ່ານ ນ້ອຍ ພຣົມສຸວັນ

ຜູ້ຈັດການດ້ານການສື່ສານ- ອົງການແພລນສາກົນ ປະຈຳ ສປປ ລາວ

ອີເມລ: noy.promsouvanh@plan-international.org