Go Back Go Back
Go Back Go Back
Go Back Go Back

ວັນຄຸມກໍາເນີດໂລກ ປະຈຳປີ 2024

ວັນຄຸມກໍາເນີດໂລກ ປະຈຳປີ 2024

News

ວັນຄຸມກໍາເນີດໂລກ ປະຈຳປີ 2024

calendar_today 25 September 2024

ວັນຄຸມກໍາເນີດໂລກ ປະຈຳປີ 2024
ວັນຄຸມກໍາເນີດໂລກ ປະຈຳປີ 2024 "ທາງເລືອກສໍາລັບທຸກຄົນ: ເສລີພາບໃນການວາງແຜນ, ອໍານາດໃນການເລືອກ"

 

 

ວັນຄຸມກໍາເນີດໂລກ ປະຈຳປີ 2024

"ທາງເລືອກສໍາລັບທຸກຄົນ: ເສລີພາບໃນການວາງແຜນ, ອໍານາດໃນການເລືອກ"

ນະຄອນຫຼວງວຽງຈັນ ວັນທີ 25 ກັນຍາ 2024 - ກະຊວງສາທາລະນະສຸກ ແລະ ອົງການ ສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຄຸມກໍາເນີດໂລກ ທີ່ນະຄອນຫຼວງວຽງຈັນ ເຊິ່ງງານດັ່ງກ່າວມີບັນຍາກາດຄຶກຄື້ນ ແລະ ມີສ່ວນຮ່ວມຂອງຫຼາຍພາກສ່ວນ ລວມທັງຜູ້ເຂົ້າຮ່ວມຈາກພາກລັດ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນ ແລະ ໄວໜຸ່ມ. ງານດັ່ງກ່າວໄດ້ຈັດຂື້ນຢູ່ ສູນການຄ້າວຽງຈັນເຊັນເຕີ ເຊິ່ງໃນງານໄດ້ສະແດງໃຫ້ເຫັນ ຄວາມສາມາດຂອງໄວໜຸ່ມໂດຍຜ່ານການສະແດງ ທີ່ຫຼາກຫຼາຍເຊັ່ນ: ການສະແດງດົນຕີ, ການເຕັ້ນ ແລະ ການສະແດງລະຄອນເວທີ. ນອກຈາກນັ້ນ, ຍັງມີການໂຕ້ວາທີ ທີ່ກະຕຸ້ນແນວຄວາມຄິດຂອງນັກສຶກສາ ມະຫາວິທະຍາໄລໃນຫົວຂໍ້ທີ່ສໍາຄັນກ່ຽວກັບ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. 

ພາຍໃຕ້ຫົວຂໍ້, "ທາງເລືອກສໍາລັບທຸກຄົນ: ເສລີພາບໃນການວາງແຜນ, ອໍານາດໃນການເລືອກ," ງານດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງ ຄວາມສໍາຄັນຂອງທາງເລືອກຂອງການຄຸມກໍາເນີດໃນການສ້າງຄວາມເຂັ້ມແຂງໃຫ້ບຸກຄົນ ໃນການຕັດສິນໃຈທີ່ມີຂໍ້ມູນຮອບດ້ານກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຂົາເຈົ້າ. ໄວໜຸ່ມທີ່ມີຄວາມຫ້າວຫັນຫຼາຍຮ້ອຍຄົນ ໄດ້ເຕົ້າໂຮມກັນເພື່ອສະເຫຼີມສະຫຼອງ ແລະ ສະໜັບສະໜູນໃຫ້ມີການເຂົ້າເຖິງ ການບໍລິການວາງແຜນຄອບຄົວແບບຄົບວົງຈອນ. ກ່ອນຈະຮອດມື້ງານກໍຍັງໄດ້ມີການເຄື່ອນໄຫວຫຼາກຫຼາຍກິດຈະກໍາໃນບັນດາແຂວງຕ່າງໆ ເພື່ອຊຸກຍູ້ການເຂົ້າເຖິງການວາງແຜນຄອບຄົວ. ພິເສດແມ່ນ, ສູນໄວໜຸ່ມ ນະຄອນຫຼວງວຽງຈັນ (VYC) ໄດ້ຈັດຕັ້ງກິດຈະກຳເຜີຍແຜ່ໃນໂຮງຮຽນ ແລະ ນໍາໃຊ້ເວທີສື່ສັງຄົມເພື່ອເຜີຍແຜ່ຄວາມຮູ້. ການລິເລີ່ມທີ່ຄ້າຍຄືກັນນີ້ ກໍໄດ້ເກີດຂຶ້ນໃນແຂວງອື່ນໆ ແລະ ເສີມຂະຫຍາຍຜົນໄດ້ຮັບງານດັ່ງກ່າວໄປໃນຂອບເຂດທົ່ວປະເທດ.

World Contraception Day

 
ຄວາມຄືບໜ້າຫຼ້າສຸດໃນການວາງແຜນຄອບຄົວໃນລາວເປັນທີ່ໜ້າພໍໃຈພໍສົມຄວນ. ອີງຕາມການສຳຫຼວດດັດສະນີໝາຍທາງສັງຄົມລາວ (LSIS III-2023), ຄວາມຕ້ອງການ ການຄຸມກໍາເນີດ, ຄວາມເພິ່ງພໍໃຈໃນວິທີການຄຸມກໍາເນີດແບບທັນສະໄຫມ, ໄດ້ເພີ່ມຂຶ້ນຈາກ 71,4% ເປັນ 74,9%. ເຖິງວ່າຕົວເລກຈະເພີ່ມຂື້ນ, ແຕ່ກໍຍັງມີສິ່ງທ້າທາຍຢູ່, ໂດຍສະເພາະໃນບັນດາເຍົາວະຊົນທີ່ມີອາຍຸ 15-19 ປີ ແລະ ແມ່ຍິງທີ່ຍັງບໍ່ໄດ້ແຕ່ງງານ ໃນການເຂົ້າເຖິງການບໍລິການວາງແຜນຄອບຄົວ ເຊິ່ງສັງເກດເຫັນໄດ້ ໂດຍສະເພາະ ໃນການເພີ່ມຂຶ້ນ ຂອງອັດຕາການເກີດລູກໃນຊາວໜຸ່ມ ທີ່ເພີ່ມຂຶ້ນຈາກ 83 ຕໍ່ 1000 ຄົນ ໃນ ປີ 2017 ມາເປັນ 89 ຕໍ່ 1000 ຄົນ ໃນ ປີ 2023.

 

World Contraception Day

 

ທ່ານ ດຣ. ບຸນແຝງ ພູມມາໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈຕໍ່ ອົງການ UNFPA ແລະ ບັນດາຄູ່ຮ່ວມງານ ທີ່ໄດ້ໃຫ້ການສະໜັບສະໜູນ. ທ່ານ ໄດ້ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ ຍັງຕັ້ງໝັ້ນຕໍ່ຄໍາໝັ້ນສັນຍາ ຕໍ່ ກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD) ແລະ ຄໍາໝັ້ນສັນຍາການວາງແຜນຄອບຄົວ 2030 ‘FP2030”. ພວກເຮົາຈະສືບຕໍ່ຮ່ວມມືກັບຄູ່ຮ່ວມງານທັງຫມົດ ເພື່ອເສີມຂະຫຍາຍ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິ. ເປົ້າຫມາຍຂອງພວກເຮົາ ແມ່ນເພື່ອແກ້ໄຂຄວາມຕ້ອງການທີ່ບໍ່ຖືກຕອບສະຫນອງ ໃນການວາງແຜນຄອບຄົວ ແລະ ຮັບປະກັນວ່າການຖືພາເກີດຂື້ນຍ້ອນຄວາມຕັ້ງໃຈ, ການຕັດສິນໃຈທີ່ມີຂໍ້ມູນ ທີ່ສະຫນັບສະຫນູນຄວາມເປັນເອກະລາດ ຂອງຮ່າງກາຍ ແລະ ສຸຂະພາບ.

ລັດຖະບານ ສປປ ລາວ ຢືນຢັນຄຳໝາຍໝັ້ນ ເພື່ອສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິ ຕະຫຼອດປີ 2023 ແລະ 2024, ລວມທັງ ຢູ່ໃນກອງປະຊຸມຄັ້ງທີ 57 ຂອງຄະນະກໍາມາທິການ ວ່າດ້ວຍປະຊາກອນ ແລະ ການພັດທະນາ. ຄໍາໝາຍໝັ້ນ ທີ່ສໍາຄັນປະກອບມີ :

●ເພີ່ມທະວີການລົງທຶນເຂົ້າໃນການວາງແຜນຄອບຄົວ ແລະ ລະດົມແຫຼ່ງທຶນໃຫ້ແກ່ແຜນງານວາງແຜນຄອບຄົວແຫ່ງຊາດ ໂດຍຜ່ານຍຸດທະສາດຮອບດ້ານ ແລະ ແຜນຈັດຕັ້ງປະຕິບັດງົບປະມານ.

● ເພີ່ມທະວີການລົງທຶນໃສ່ຜະດຸງຄັນ ໂດຍຜ່ານການສ້າງຍຸດທະສາດການຜະດຸງຄັນແຫ່ງຊາດ ແລະ ແຜນຈັດຕັ້ງປະຕິບັດງົບປະມານ.

● ການລົງທຶນໃສ່ການບໍລິການສຸຂະພາບທີ່ເປັນມິດກັບໄວໜຸ່ມ, ໂດຍສະເພາະສໍາລັບກຸ່ມທີ່ມີຄວາມສ່ຽງ.

ການເຊື່ອມສານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເຂົ້າໃນຂະແໜງສາທາລະນະສຸກ ເພື່ອແກ້ໄຂສິ່ງທ້າທາຍດ້ານສະພາບອາກາດ.

ກະຊວງສາທາລະນະສຸກ, ໂດຍຜ່ານຍຸດທະສາດການເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເຍົາວະຊົນ ແລະ ໄວໜຸ່ມ (RMNCAH), ມີຄວາມ ຕັ້ງໝັ້ນໃນການປັບປຸງການມີຂໍ້ມູນ ແລະ ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ຜູ້ໃຫ້ບໍລິການດ້ານສຸຂະພາບທີ່ມີຄຸນນະວຸດ ໄດ້ສະໜອງການບໍລິການເຫຼົ່ານີ້ໃຫ້ແກ່ບຸກຄົນ ທຸກເພດທຸກໄວ ແລະ ທຸກພື້ນຖານທາງເສດຖະກິດ.

 

World Contraception Day

ທ່ານ ດຣ ບາກທີຢໍ ຄາດີຣ໊ອບ , ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ, ໄດ້ເນັ້ນໜັກວ່າ, ການແກ້ໄຂຄວາມຕ້ອງການທີ່ບໍ່ສາມາດຕອບສະໜອງໄດ້ ໃນການວາງແຜນຄອບຄົວ ຮຽກຮ້ອງໃຫ້ມີ ການລົງທຶນຫຼາຍກວ່າເກົ່າ ໃນກຳລັງແຮງງານດ້ານສາທາລະນະສຸກ, ການຄຸ້ມຄອງລະບົບພາລາທິການແຫ່ງຊາດ, ການເຂົ້າເຖິງໄວໜຸ່ມ, ເຍົາວະຊົນ ແລະ ເສີມສ້າງຂີດຄວາມສາມາດຂອງແມ່ຍິງ ແລະ ເດັກຍິງ. ການເລັ່ງຄວາມຄືບໜ້າກ້າວໄປສູ່ ການຢຸດຕິຄວາມຕ້ອງການນໍຳໃຊ້ການວາງແຜນຄອບຄົວ ທີ່ບໍ່ສາມາດຕອບສະໜອງໄດ້ ທັງສາມາດປະກອບສ່ວນ ແລະ ເປັນຜົນມາຈາກການສ້າງຄວາມເຂັ້ມແຂງຂອງ ແມ່ຍິງ ແລະ ຄວາມສະເໝີພາບທາງເພດ, ເປັນໝາກຜົນທີ່ມີຄຸນຄ່າ ແລະ ເປັນປັດໃຈສຳຄັນ ຂອງການພັດທະນາເສດຖະກິດ.

ການລົງທຶນໃນວິທີການວາງແຜນຄອບຄົວທີ່ອີງໃສ່ສິດທິ ແລະ ໂພຊະນາການ ຖືໄດ້ວ່າ ເປັນໜຶ່ງໃນນະໂຍບາຍທີ່ຄຸ້ມຄ່າທີ່ສຸດ ໃນການພັດທະນາປະເທດຊາດ. ມັນໃຫ້ຜົນຕອບແທນຢ່າງຫຼວງຫຼາຍ, ລວມທັງການຫຼຸດຜ່ອນການຖືພາແບບບໍ່ໄດ້ຕັ້ງໃຈ, ການຕາຍຂອງແມ່ ແລະ ເດັກ, ແລະ ການລຸລູກທີ່ບໍ່ປອດໄພ. ຍິ່ງໄປກວ່ານັ້ນ, ມັນຫຼຸດຜ່ອນຄ່າໃຊ້ຈ່າຍ ໃນວຽກງານຂະແໜງສາທາ ແລະ ຂະແໜງການອື່ນໆ ແລະ ຍັງຊຸກຍູ້ຜົນປະໂຫຍດທາງດ້ານເສດຖະກິດ ໂດຍຜ່ານ ການມີສ່ວນຮ່ວມຂອງ ກໍາລັງແຮງງານທີ່ມີຈໍານວນເພີ່ມຂຶ້ນ, ຂະຫຍາຍການສຶກສາໃຫ້ແກ່ໄວໜຸ່ມຍິງ, ແລະ ລາຍໄດ້ຕະຫຼອດຊີວິດທີ່ສູງຂຶ້ນສຳລັບແມ່ຍິງ. ການຂະຫຍາຍການວາງແຜນຄອບຄົວ ຍັງສົ່ງຜົນກະທົບທາງບວກ ຕໍ່ໂພຊະນາການ ແລະ ຫຼຸດຜ່ອນພາວະເຕ້ຍ.

World Contraception Day

ໃນທົ່ວໂລກ, ຜົນຕອບແທນໃນໄລຍະຍາວຂອງການລົງທຶນ ສາມາດບັນລຸສູງເຖິງ 120 ໂດລາສະຫະລັດ ສໍາລັບການລົງທຶນ ໃນເງິນທຸກໆ ໂດລາ. ການປັບປຸງການເຂົ້າເຖິງ ແລະ ການໃຫ້ບໍລິການ ການວາງແຜນຄອບຄົວ ບໍ່ພຽງແຕ່ໃຫ້ຜົນປະໂຫຍດ ດ້ານສຸຂະພາບຢ່າງຫຼວງຫຼາຍເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ລັດຖະບານ ປະຫຍັດຄ່າໃຊ້ຈ່າຍ ໃນການດູແລສຸຂະພາບ ເປັນຈໍານວນຫຼາຍລ້ານ.

ການບັນລຸການປົກຄຸມການວາງແຜນຄອບຄົວ, ໂພຊະນາການ, ແລະ ການປະຕິບັດຍຸດທະສາດການເສື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກ, ແລະ ໄວໜຸ່ມ (RMNCAH) ໃນ ສປປ ລາວ ພາຍໃນປີ 2030 ແມ່ນຖືເປັນສິ່ງທີ່ຄຸ້ມຄ່າ ແລະ ມີປະໂຫຍດທາງດ້ານເສດຖະກິດ ອີງຕາມການວິເຄາະການລົງທຶນເມື່ອບໍ່ດົນມານີ້, ເງິນທຸກໂດລາທີ່ລົງທຶນເຂົ້າໃນການວາງແຜນຄອບຄົວ ໄດ້ໃຫ້ຜົນຕອບແທນ ປະມານ 33 ໂດລາ.

ຂໍ້ມູນເພີ່ມເຕີມສາມມາດຕິດຕໍ່ໄດ້ທີ: laos.office@unfpa.org

 

Related Content

No content available.