You are here

ທີ່ນະຄອນຫຼວງວຽງຈັນ, ວັນທີ 7 ຕຸລາ 2023. ກະຊວງສາທາລະນະສຸກ, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ຄູ່ຮ່ວມງານ  ໄດ້ຈັດພິທີສະເຫຼີມສະຫຼອງວັນຄຸມກຳເນີດສາກົນ ໂດຍ ໂດຍໄດ້ລວມຕົວກັນທີ່ບຶງທາດຫຼວງ (ເຂດເສດຖະກິດພິເສດ ທາດຫຼວງ ນະຄອນຫຼວງວຽງຈັນ, ສປປ ລາວ), ເພື່ອເປັນການຍ່າງເພື່ອສຸຂະພາບໃນຕອນເຊົ້າ ວັນທີ 7 ຕຸລາ 2023. ມີປະຊາຊົນຫຼາຍກວ່າພັນຄົນໄດ້ເຂົ້າຮ່ວມຢ່າງກະຕືລືລົ້ນເພື່ອສະເຫຼີມສະຫຼອງ "ພະລັງແຫ່ງທາງເລືອກ" ທີ່ເນັ້ນໜັກເຖິງຄວາມສຳຄັນຂອງທາງເລືອກໃນການຄຸມກຳເນີດເຊິ່ງມີບົດບາດໃນການມອບສິດອຳນາດແກ່ບຸກຄົນໃນການຄວບຄຸມ ແລະ ຕັດສິນໃຈອີງໃສ່ຂໍ້ມູນທີ່ມີຢ່າງຄົບຖ້ວນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຂົາເຈົ້າ.

ພາຍໃນອາທິດດຽວກັນ, ໃນຫຼາຍໆແຂວງກໍໄດ້ມີການຈັດກິດຈະກໍາ  ເພື່ອສົ່ງເສີມການເຂົ້າເຖິງການບໍລິການ ການວາງແຜນຄອບຄົວຄື: ສູນສຸຂະພາບ ພັດທະນາ ແມ່ຍິງ ແລະ ໄວໜຸ່ມ ນະຄອນຫຼວງວຽງຈັນ (WVYC) ໄດ້ຈັດຫຼາຍກິດຈະກໍາໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການເຂົ້າເຖິງການຄຸມກຳເນີດ, ລວມໄປເຖິງທັງການເຜີຍແຜ່ທັງໃນ ແລະ ນອກໂຮງຮຽນ ແລະ ການຈັດວົງສົນທະນາແບບຖ່າຍທອດສົດ ໂດຍເຜີຍແຜ່ລົງສື່ສັງຄົມອອນລາຍ. ທີ່ເມືອງນ້ຳບາກ ແຂວງຫຼວງພະບາງ ກໍໄດ້ຈັດກິດຈະກຳສົ່ງເສີມ ແລະ ເຜີຍແຜ່ກ່ຽວກັບການຄຸມກຳເນີດ ແລະ ໃຫ້ບໍລິການດ້ານສຸຂະພາບແບບນອກສະຖານທີ່. ພະແນກສາທາລະນະສຸກແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມ ເສີມສ້າງຂີດຄວາມສາມາດ ຕິດຕາມດ້ວຍການໂຄສະນາສົ່ງເສີມການຄຸມກຳເນີດ. 

ໂດຍຜ່ານຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກອ້ອມເກີດ, ເດັກ, ໄວໜຸ່ມ (RMNCAH), ກະຊວງສາທາລະນະສຸກກໍາລັງເຮັດວຽກເພື່ອກ້າວໄປສູ່ການມີຂໍ້ມູນ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍຜ່ານຜູ້ໃຫ້ບໍລິການດ້ານສຸຂະພາບທີ່ມີຄຸນວຸດທິ ແລະ ຜ່ານການຝຶກອົບຮົມເປັນຢ່າງດີໃຫ້ແກ່ແມ່ຍິງ, ຄູ່ຮັກ ແລະ ໄວຫນຸ່ມບົນພື້ນຖານຂອງຄວາມຫຼາກຫຼາຍ.

ຢູ່ໃນ ສປປ ລາວ, ການເຂົ້າບໍ່ເຖິງການວາງແຜນຄອບຄົວໃນກຸ່ມແມ່ຍິງທີ່ແຕ່ງງານໄດ້ຫຼຸດລົງຈາກ 19.9% ໃນປີ 2012 ເປັນ 14.3% ໃນປີ 2017, ແລະ ອັດຕາສ່ວນຂອງແມ່ຍິງທີ່ແຕ່ງງານແລ້ວ ທີ່ມີຄວາມຕ້ອງການໃນການວາງແຜນຄອບຄົວຂອງເຂົາເຈົ້າ ມີຄວາມເພິງພໍໃຈກັບວິທີການທີ່ທັນສະໄໝ ເພີ່ມຂຶ້ນຈາກ 61.3% ມາເປັນ 71.7%ໃນຊ່ວງໄລຍະເວລາດຽວກັນ. ດ້ວຍເຫດດັ່ງກ່າວນີ້, ປະກົດວ່າ ສປປ ລາວ ຢູ່ໃນເສັ້ນທາງທີ່ຈະບັນລຸໄດ້ 8% ຂອງເປົ້າໝາຍຄວາມຕ້ອງການທີ່ບໍ່ຖືກຕອບສະໜອງ ຂອງອັດຕາສ່ວນແມ່ຍີງທີ່ແຕ່ງງານແລ້ວ ພາຍໃນປີ 2025. ແນວໃດກໍ່ຕາມ, ກຸ່ມໄວໜຸ່ມ 15 ຫາ 19 ປີແມ່ນມີລະດັບຄວາມຕ້ອງການທີ່ຍັງບໍ່ຖືກຕອບສະໜອທີ່ຍັງສູງ (17.6%) ແລະ ໃນບັນດາແມ່ຍິງທີ່ຍັງບໍ່ໄດ້ແຕ່ງງານ ( 75.4%).

ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈຕໍ່ ອົງການ UNFPA ແລະ ຄູ່ຮ່ວມງານທັງໝົດທີ່ໄດ້ເຂົ້າຮ່ວມການຍ່າງເພື່ອສຸຂະພາບເພື່ອຮຽກຮ້ອງສິດ ແລະ ທາງເລືອກທີ່ເທົ່າທຽມກັນສໍາລັບທຸກຄົນ. ທ່ານໄດ້ກ່າວຕື່ມວ່າ: “ລັດຖະບານ ສປປ ລາວ ໄດ້ຢໍ້າຄືນຄຳໝັ້ນສັນຍາຂອງພວກເຮົາຕໍ່ກັບກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ທີ່ກອງປະຊຸມສຸດຍອດ ICPD25 ທີ່ Nairobi ໃນປີ 2019. ພວກເຮົາກຳລັງເຮັດວຽກຢ່າງໃກ້ຊິດກັບອົງການ UNFPA, ຮ່ວມກັບບັນດາຄູ່ຮ່ວມພັດທະນາເພື່ອປັບປຸງວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິຂອງພົນລະເມືອງຂອງພວກເຮົາໃນຄວາມຫຼາກຫຼາຍຂອງເຂົາເຈົ້າ. ໃນເດືອນພະຈິກປີນີ້, ລາວຈະເຂົ້າຮ່ວມກອງປະຊຸມດ້ານປະຊາກອນພາກພື້ນອາຊີ-ປາຊີຟິກຄັ້ງທີ VII ເພື່ອຢືນຢັນຄືນ ຄວາມມຸ່ງຫມັ້ນຂອງພວກເຮົາທີ່ຈະຢຸດຕິ ຄວາມຕ້ອງການການວາງແຜນຄອບຄົວທີ່ບໍ່ຖືກຕອບສະຫນອງ ແລະ ສືບຕໍ່ສົ່ງເສີມທາງສິດທິ ແລະ ທາງເລືອກ ເພື່ອໃຫ້ການຖືພາເກີດຂຶ້ນໂດຍຄວາມຕັ້ງໃຈ ແລະ ແມ່ຍິງສາມາດຕັດສິນໃຈໄດ້ບົນພື້ນຖານຂໍ້ມູນທີ່ຄົບຖ້ວນ ເພື່ອປົກປ້ອງຄວາມເປັນເອກະລາດຂອງຮ່າງກາຍ ແລະ ສຸຂະພາບຂອງພວກເຂົາ”.

ທ່ານ ດຣ ບາກທິຢໍ ກາດິເຣິບ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ, ກ່າວວ່າ: “ການເຂົ້າເຖິງຢາຄຸມກຳເນີດແມ່ນຈຸດໃຈກາງໃນການບັນລຸຄວາມສະເໝີພາບທາງເພດ, ການພັດທະນາດ້ານສຸຂະພາບ, ຄວາມຈະເລີນກ້າວໜ້າທາງດ້ານສັງຄົມ ແລະ ການເຕີບໂຕທາງດ້ານເສດຖະກິດ. ເມື່ອແມ່ຍິງ ແລະ ຄູ່ຮັກໄດ້ຮັບສິດໃນການວາງແຜນວ່າຈະມີລູກໃນຍາມໃດ ແລະ ມີຈັກຄົນ, ເຂົາເຈົ້າສາມາດເລືອກທີ່ຈະຮຽນຈົບການສຶກສາກ່ອນໄດ້; ຄວາມອາດສາມາດໃນການບໍລິຫານຈັດການ ແລະ ຕໍ່ລອງພາຍໃນຄອບຄົວຂອງເຂົາເຈົ້າກໍຈະເພີ່ມຂຶ້ນ; ແລະ ຄວາມອາດສາມາດ ໃນການຫາສ້າງລາຍໄດ້ຂອງພວກເຂົາກໍຈະດີຂຶ້ນໄດ້. ສິ່ງ​ດັ່ງກ່າວ​ ສາມາດເພີ່ມ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ຄວາມ​ຜາ​ສຸກ ​ແລະ ຄອບຄົວ​ຂອງ​ພວກເຂົາ.”

ການໃຊ້ວິທີຄຸມກຳເນີດ ແມ່ນຊ່ວຍປ້ອງກັນການຖືພາທີ່ບໍ່ໄດ້ວາງແຜນ ແລະ ບໍ່ຕ້ອງການ. ການສະເຫລີມສະຫລອງວັນຄຸມກຳເນີດສາກົນ ແມ່ນພະຍາຍາມໃຫ້ຄວາມຮູ້ ແກ່ປະຊາຊົນກ່ຽວກັບຂໍ້ດີຫຼາຍຢ່າງຂອງວີທີຄຸມກຳເນີດ ເພື່ອໃຫ້ການຖືພາເກີດຂຶ້ນໂດຍຕັ້ງໃຈ ບໍ່ແມ່ນໂດຍບັງເອີນ. ການຄຸມກຳເນີດແມ່ນສ່ວນໜຶ່ງທີ່ສຳຄັນ ໃນການຕັດສິນໃຈຂອງແມ່ຍິງ ແລະ ຄູ່ຮັກ. ເຊິ່ງຜົນປະໂຫຍດແມ່ນຕ່າງໆແມ່ນມີຄື: ການນໍາໃຊ້ວິທີຄຸມກໍາເນີດ ຊ່ວຍຫຼຸດອັດຕາການຕາຍ ແລະ ຄວາມພິການຂອງແມ່, ອັດຕາການຕາຍຂອງເດັກເກີດໃຫມ່ ແລະ ຊ່ວຍຫຼຸດອັດຕາການຖືພາໂດຍບໍ່ໄດ້ຕັ້ງໃຈ ທີ່ນຳໄປສູ່ ການລຸລູກເປັນຕົ້ນ. ຖົງຢາງອະນາໄມສຳລັບຊາຍ ແລະ ຍິງສາມາດຫຼຸດການຕິດເຊື້ອທາງເພດສຳພັນໄດ້. ໄວໜຸ່ມຍິງ ແລະ ແມ່ຍິງ ທີ່ສາມາດວາງແຜນຄອບຄົວຂອງພວກເຂົາແມ່ນຈະມີໂອກາດຮັບຮູ້ທ່າແຮງຂອງຕົວເອງ ແລະ ມີສ່ວນຮ່ວມໃນເຂົ້າໃນເສດຖະກິດ, ນໍາພາສັງຄົມໄປສູ່ຄວາມຈະເລີນຮຸ່ງເຮືອງ, ໝັ້ນຄົງ ແລະ ມີຄວາມສະເໝີພາບຫຼາຍຂຶ້ນ.

ພາຍໃນຍຸດທະສາດ RMNCAH ແລະ ໂພຊະນາການ, ເຊິ່ງສະແດງໃຫ້ເຖິງຜົນຕອບແທນທີ່ຍິ່ງໃຫຍ່ທີ່ສຸດຂອງການລົງທຶນ ໂດຍການສ້າງລະບົບສິດທິພື້ນຖານ ການເຂົ້າເຖິງການວາງແຜນຄອບຄົວ ທີ່ມີຢູ່ໃນທຸກແຂວງ ແມ່ນແນໃສ່ເພື່ອປ້ອງກັນການຖືພາທີ່ບໍ່ໄດ້ຕັ້ງໃຈ, ຫຼຸດຜ່ອນການເສຍຊີວິດຂອງແມ່, ຫຼຸດຜ່ອນການເສຍຊີວິດຂອງເດັກນ້ອຍ ແລະ ປ້ອງກັນການເອົາລູກອອກທີ່ບໍ່ປອດໄພ. ມັນຍັງສາມາດຫຼຸດຜ່ອນຄ່າໃຊ້ຈ່າຍດ້ານສຸຂະພາບອື່ນໆ ທີ່ຈະຊ່ວຍເຫຼືອ ແລະ ນໍາໄປສູ່ຜົນປະໂຫຍດທາງດ້ານເສດຖະກິດ ຈາກການມີສ່ວນຮ່ວມຂອງກໍາລັງແຮງງານທີ່ເພີ່ມຂຶ້ນ, ການສຶກສາທີ່ເພີ່ມຂຶ້ນເວົ້າລວມ, ເວົ້າສະເພາະບັນດາໄວໜຸ່ມຍິງ  ແລະ ການເພີ່ມຂຶ້ນຂອງລາຍໄດ້ຂອງພວກເຂົາ. ການ​ວາງ​ແຜນ​ຄອບ​ຄົວ​ທີ່ເພີ່ມ​ຂຶ້ນ​ຍັງຊ່ວຍ​ປັບ​ປຸງ​ດ້ານສຸຂະພາບ ແລະ ໂພ​ຊະ​ນາ​ການ​ໃຫ້ດີຂຶ້ນໄດ້ຢ່າງຫຼວງຫຼາຍ.

ການບັນລຸເປົ້າໝາຍຢ່າງເຕັມລະບົບຕໍ່ການວາງແຜນຄອບຄົວ ແລະ ວຽກງານດ້ານໂພຊະນາການ, ແຜນງານຕໍ່ສຸຂະພາບແມ່, ເດັກອ້ອມເກີດ, ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ຮອດປີ 2030 ແມ່ນສາມາດໃຫ້ໄດ້ ແລະ ສາມາດສ້າງຜົນຕອບແທນທາງດ້ານເສດຖະກິດໄດ້ 6 ໂດລາສະຫະລັດ ຕໍ່ທຸກໆໂດລາທີ່ໄດ້ລົງທຶນ. (ອັດຕາສ່ວນດ້ານຜົນປະໂຫຍດຕໍ່ຕົ້ນທຶນ = 6:1).

******

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org