You are here

ວັນທີ 3 ສິງຫາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ເພື່ອລະນຶກ ແລະ ສະເຫຼີມສະຫຼອງ ວັນປະຊາກອນໂລກ ທີ່ໝູນວຽນມາອີກວາລະໜຶ່ງ ຜູ້ຕາງໜ້າຈາກຂະແໜງການ, ກະຊວງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໄດ້ເຕົ້າໂຮມກັນເພື່ອປູກຈິດສໍານຶກກ່ຽວກັບຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ໂດຍສະເພາະ ແມ່ນການຮ່ວມມືລະຫວ່າງທຸກໆຂະແໜງການ ໃນການຮັບຮູ້ທຶນມະນຸດ ແລະ ຜົນປະໂຫຍດດ້ານປະຊາກອນ.

ງານສະເຫຼີມສະຫຼອງດັ່ງກ່າວ ເປັນປະທານໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (MPI) ຮ່ວມກັບ ດຣ Bakhtiyor Kadyrov , ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ເພື່ອສະໜັບບສະໜູນ ແລະ ເລັ່ງລັດການຈັດຕັ້ງປະຕິບັດນະໂຍບາຍປະຊາກອນ ແລະ ການພັດທະນາແຫ່ງຊາດ (NPDP 2019-2030) ແລະ ການຈັດຕັ້ງປະຕິບັດແຜນດຳເນີນງານ (PoA) ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ຢູ່ ສປປ ລາວ.

ຫົວຂໍ້ຂອງວັນປະຊາກອນໂລກປີນີ້, “ມີປະຊາກອນ 8 ລ້ານຄົນ: ສິດທິ ແລະ ທາງເລືອກສຳລັບ ສປປ ລາວ ເພື່ອຮັບຮູ້ທຶນມະນຸດ ແລະ ຜົນປະໂຫຍດດ້ານປະຊາກອນ” ໄດ້ສື່ໃຫ້ເຫັນວ່າ ເຖິງເວລາອັນຄວນແລ້ວ ທີ່ຈະຕ້ອງມີການລິເລີ່ມປຶກສາຫາລື ແລະ ສຸມໃສ່ການຜັນຂະຫຍາຍນະໂຍບາຍດ້ານປະຊາກອນ ເພື່ອກະກຽມຄວາມພ້ອມໃຫ້ກັບ ສປປ ລາວ ທີ່ຈະມີປະຊາກອນ 8 ລ້ານ​ຄົນ ໃນປີ 2027.

 

ປັດຈຸບັນ ສປປ ລາວ ກໍາລັງຢູ່ໃນໄລຍະຂອງການປ່ຽນແປງດ້ານປະຊາກອນ. ສະນັ້ນ ການປັບປຸງທາງດ້ານສາທາລະນະສຸກ, ທີ່ກວມເອົາວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) ຈະຊ່ວຍຫລຸດອັດຕາການເສຍຊີວິດ ແລະ ການເກີດ ສົ່ງຜົນໃຫ້ມີການປ່ຽນແປງດ້ານໂຄງສ້າງປະຊາກອນຕາມກຸ່ມອາຍຸຢ່າງໄວວາ. 

ແນວໂນ້ມຂອງຫລາຍໂຕຊີ້ວັດທີ່ສຳຄັນມີທິດທາງທີ່ດີຂື້ນ, ເຊັ່ນອັດຕາການໃຊ້ການຄຸມກຳເນີດເປັນຕົ້ນ. ອີງໃສ່ການສຳຫລວດດັດສະນີໝາຍສັງຄົມລາວ, ການຊົມໃຊ້ວິທີການວາງແຜນຄອບຄົວແບບທັນສະໄໝໃນກຸ່ມແມ່ຍິງ 15-49 ປີ ທີ່ແຕ່ງງານຫລື ຢູ່ຮ່ວມກັນ ແມ່ນເພີ່ມຂື້ນ ຈາກ 42 % ໃນປີ 2012 ມາເປັນ 49% ປີ2017. ອັດຕາເກີດລູກໃນໄວໜຸ່ມຍິງ ຫລຸດລົງຈາກ 94 ຕໍ່ແມ່ຍິງ 1000 ຄົນ ໃນປີ 2012 ມາເປັນ 83 ຕໍ່ 1000 ຄົນໃນປີ 2017.  ດັ່ງນັ້ນ, ສປປ ລາວ ຈຶ່ງໄດ້ຮັບຜົນປະໂຫຍດຈາກປະຊາກອນໜຸ່ມ ເຊິ່ງເປັນທ່າແຮງ ແລະ ຊ່ອງທາງສໍາລັບກາລະໂອກາດໃນການເຮັດໃຫ້ເກີດການປັນຜົນດ້ານປະຊາກອນ ເພື່ອຊຸກຍູ້ການຂະຫຍາຍໂຕຂອງເສດຖະກິດ ຫາກມີການລົງທຶນຢ່າງພຽງພໍ ແລະ ມີຍຸດທະສາດໃນການພັດທະນາທຶນມະນຸດ.

ເຖິງຢ່າງໃດກໍຕາມ ໃນສະພາບການຂອງການປ່ຽນແປງທາງດ້ານປະຊາກອນ ສປປ ລາວ ຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະ ບັນຫາການຂະຫຍາຍຕົວຂອງເສດຖະກິດທີ່ຊ້າລົງ, ເຊິ່ງອາດສົ່ງຜົນກະທົບຕໍ່ການສະໜອງທຶນມະນຸດ ແລະ ເປັນອຸປະສັກໃນການຮັບຮູ້ເຖິງຜົນປະໂຫຍດທາງດ້ານປະຊາກອນ. ບັນຫາດັ່ງກ່າວເຮັດໃຫ້ ສປປ ລາວ ມີຄວາມສ່ຽງເພີ່ມຂຶ້ນທີ່ຈະສູນເສຍກາລະໂອກາດດ້ານປະຊາກອນ. ສະນັ້ນ, ການຮ່ວມມືເພື່ອສົ່ງເສີມສິດທິ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມຍິງ, ການລົງທຶນໃນການສຶກສາ, ການພັດທະນາທັກສະ ແລະ ຄວາມຮູ້ກ່ຽວກັບເພດສຶກສາ, ລວມທັງ ການສ້າງຄວາມອາດສາມາດໃນການປັບຕົວຕໍ່ການປ່ຽນແປງດ້ານປະຊາກອນນັ້ນແມ່ນມີຄວາມສຳຄັນທີ່ສຸດ.

ໃນໂອກາດນີ້, ກະຊວງແຜນການ ແລະ ການລົງທຶນ ແລະ ອົງການ UNFPA ຍັງໄດ້ເຜີຍແຜ່ "ບົດລາຍງານສະຖານະພາບປະຊາກອນໂລກ ປະຈຳ 2023: 8 ຕື້ຄົນ, ຄວາມເປັນໄປໄດ້ທີ່ບໍ່ມີຂອບເຂດ - ກໍລະນີສໍາລັບສິດທິ ແລະ ທາງເລືອກ", ເຊິ່ງສະທ້ອນໃຫ້ເຫັນຂີດໝາຍອັນສໍາຄັນທີ່ຈໍານວນປະຊາກອນໂລກບັນລຸໄດ້ 8 ຕື້ຄົນ  ເມື່ອບໍ່ດົນມານີ້ ແລະ ຕົວແປຕ່າງໆປິ່ນອ້ອມຕໍ່ກັບການປ່ຽນແປງດ້ານປະຊາກອນ. ໂດຍສະເພາະ, ຍົກໃຫ້ເຫັນເຖິງການສົນທະນາຕໍ່ແນວຄວາມຄິດທີ່ວ່າ “ມີປະຊາກອນຫຼາຍເກີນໄປ” ຫຼື “ມີປະຊາກອນໜ້ອຍເກີນໄປ” ເຊິ່ງສາມາດສົ່ງຜົນກະທົບຕໍ່ສິດ ແລະ ທາງເລືອກດ້ານສຸຂະພາບຈະເລີນພັນຂອງແມ່ຍິງ ແລະ ໄວໜຸ່ມຍິງ.

ການສະເຫຼີມສະຫຼອງດັ່ງກ່າວໄດ້ສິ້ນສຸດລົງຢ່າງມີໝາກຜົນສຳເລັດ ຜ່ານການປຶກສາຫາລືແລກປ່ຽນກ່ຽວກັບ ຄວາມເປັນໄປໄດ້ທີ່ບໍ່ມີຂອບເຂດ ເພື່ອນໍາໃຊ້ຜົນປະໂຫຍດຈາກ ການປ່ຽນແປງດ້ານປະຊາກອນ ແລະ ການປັນຜົນດ້ານປະຊາກອນ ໃນປະເທດລາວ, ການຮັບປະກັນສິດ ແລະ ທາງເລືອກຂອງປະຊາຊົນ ແລະ ຮຽກຮ້ອງໃຫ້ເລັ່ງລັດ ແລະ ເພີ່ມການລົງທຶນໃສ່ທຶນມະນຸດ ໂດຍສະເພາະແມ່ຍິງ, ເດັກຍິງ, ໄວໜຸ່ມ ແລະ ລວມເຖິງຜູ້ດ້ອຍໂອກາດໃນສັງຄົມ.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org